资产管理人及资产管理服务企业协议
ຂໍ້ຕົກລົງວ່າດ້ວຍ ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ
Agreement on Asset Managers and Asset Management Service Enterprises
简介
该法规调整资产管理人及资产管理服务企业的资格认定与许可程序,核心内容为明确个人与企业的准入条件、培训要求及申请流程。
Summary
This regulation governs the qualification and licensing procedures for asset managers and asset management service enterprises, focusing on specifying entry conditions, training requirements, and application processes for individuals and enterprises.
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຮັບຮອງຄຸນວຸດທິ ແລະ ໃບອະນຸຍາດສຳລັບຜູ້ຈັດການຊັບສິນ ແລະ ວິສາຫະກິດບໍລິການຈັດການຊັບສິນ, ເນື້ອໃນຫຼັກແມ່ນກຳນົດເງື່ອນໄຂການເຂົ້າຮ່ວມຂອງບຸກຄົນ ແລະ ນິຕິບຸກຄົນ, ຂໍ້ກຳນົດການຝຶກອົບຮົມ ແລະ ຂັ້ນຕອນການຍື່ນຄຳຮ້ອງ.
条文
第ມາດຕາ 1条
第2条 资产管理人和资产管理服务企业
资产管理人是指获得许可从事资产管理、保管和/或管理债务人企业资产并进行清算的专业人士。
资产管理服务企业是指符合条件并获得许可从事资产管理服务的企业。
ພາສາລາວ (老挝语原文)
ມາດຕາ 2 ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ
ຜູ້ຄວບຄຸມຊັບສິນ ແມ່ນ ຜູ້ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວວິຊາຊີບໃນການ ຄວບຄຸມ, ຄຸ້ມຄອງ ແລະ/ຫຼື ບໍລິຫານຊັບສິນຂອງວິສາຫະກິດລູກໜີ້ ແລະ ຊຳລະສະສາງ.
ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ແມ່ນ ວິສາຫະກິດທີ່ມີເງື່ອນໄຂ ແລະ ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວໃຫ້ບໍລິການຄວບຄຸມຊັບສິນ.
第ມາດຕາ 2条
第2条 适用范围
本协议适用于资产管理人和资产管理服务企业。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ.
第ມາດຕາ 3条
第4条 资产管理人的标准和条件
将要成为资产管理人的个人必须具备以下标准和条件:
1. 具有法律、会计、审计或工商管理专业的学士或以上学历,并在该领域工作至少三年;
2. 已完成资产管理职业培训;
3. 不是仍在职的公务员、军人或警察;
4. 从未因故意违法行为被纪律处分开除公职或被法院判决剥夺自由;
5. 身体健康。
ພາສາລາວ (老挝语原文)
ມາດຕາ 4 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ຄວບຄຸມຊັບສິນ
ບຸກຄົນ ທີ່ຈະເປັນຜູ້ຄວບຄຸມຊັບສິນ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:
1. ມີລະດັບການສຶກສາດ້ານ ກົດໝາຍ, ການບັນຊີ, ການກວດສອບ ຫຼື ການບໍລິຫານທຸລະກິດ ຊັ້ນປະລິນຍາຕີຂຶ້ນໄປ ແລະ ໄດ້ຜ່ານວຽກງານໃນດ້ານດັ່ງກ່າວ ຢ່າງໜ້ອຍ ສາມປີ;
2. ໄດ້ຜ່ານການຝຶກອົບຮົມວິຊາຊີບການຄວບຄຸມຊັບສິນ;
3. ບໍ່ແມ່ນ ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດ ທີ່ຍັງປະຕິບັດໜ້າທີ່ຢູ່;
4. ບໍ່ເຄີຍ ຖືກວິໄນໃຫ້ອອກຈາກລັດຖະການ ຫຼື ຖືກສານຕັດສິນ ລົງໂທດຕັດສິດສະລະພາບ ຍ້ອນການກະທຳຜິດ ໂດຍເຈດຕະນາ;
5. ມີສຸຂະພາບດີ.
第ມາດຕາ 4条
第4条 资产管控职业培训
符合本决定第4条第1、3、4和5款规定的标准和条件、以资产管控职业培训为目的的人员,应当按照规定的表格向司法部国家司法学院提交申请。国家司法学院根据司法部部长的批准开展资产管控职业培训。培训完成后,国家司法学院必须向完成培训的人员颁发证书。
ພາສາລາວ (老挝语原文)
ມາດຕາ 4 ການຝຶກອົບຮົມວິຊາຊີບການຄວບຄຸມຊັບສິນ
ຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 4 ຂໍ້ 1, 3, 4 ແລະ 5 ຂອງຂໍ້ຕົກລົງສະບັບນີ້ ທີ່ມີຈຸດປະສົງຝຶກອົບຮົມວິຊາຊີບການຄວບຄຸມຊັບສິນ ໃຫ້ຍື່ນຄຳຮ້ອງຕາມແບບພິມກຳນົດ ຕໍ່ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ. ສະຖາບັນຍຸຕິທຳແຫ່ງຊາດ ດຳເນີນການຝຶກອົບຮົມວິຊາຊີບການຄວບຄຸມຊັບສິນ ຕາມການອະນຸມັດຂອງລັດຖະມົນຕີກະຊວງຍຸຕິທຳ. ພາຍຫຼັງສຳເລັດການຝຶກອົບຮົມ ສະຖາບັນຍຸຕິທຳແຫ່ງຊາດ ຕ້ອງອອກໃບຢັ້ງຢືນ ໃຫ້ຜູ້ສຳເລັດການຝຶກອົບຮົມ.
第ມາດຕາ 5条
第5条 申请成为财产管理人
完成培训并有意成为财产管理人的人,应向司法部司法事务管理与促进司提交申请及附件材料,以供研究和审议。
申请许可的附件材料如下:
1. 申请书;
2. 个人简历;
3. 毕业证书及按照规定的标准和条件通过培训的证明。
ພາສາລາວ (老挝语原文)
ມາດຕາ 5 ການຂໍເປັນຜູ້ຄວບຄຸມຊັບສິນ
ຜູ້ສຳເລັດການຝຶກອົບຮົມ ທີ່ມີຈຸດປະສົງ ເປັນຜູ້ຄວບຄຸມຊັບສິນ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ກະຊວງຍຸຕິທຳ ເພື່ອຄົ້ນຄວ້າ ແລະ ພິຈາລະນາ.
ເອກະສານປະກອບການຂໍອະນຸຍາດ ມີ ດັ່ງນີ້:
1. ຄຳຮ້ອງ;
2. ຊີວະປະຫວັດຫຍໍ້;
3. ປະກາສະນີຍະບັດ ແລະ ໃບຢັ້ງຢືນການຜ່ານງານ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນ
第ມາດຕາ 6条
第6条 健康证明
ພາສາລາວ (老挝语原文)
ມາດຕາ 6 ໃບຢັ້ງຢືນສຸຂະພາບ
第ມາດຕາ 7条
第7条 审议批准
在收到申请及齐全、正确的附件后,司法行政与促进司必须在二十天内进行研究,然后提交司法部长审议批准为财产管理人。
在无法颁发批准书的情况下,必须以书面形式连同理由通知申请人。
ພາສາລາວ (老挝语原文)
ມາດຕາ 7 ການພິຈາລະນາອະນຸຍາດ
ພາຍຫຼັງໄດ້ຮັບຄຳຮ້ອງ ພ້ອມດ້ວຍເອກະສານປະກອບ ຢ່າງຄົບຖ້ວນ ແລະ ຖືກຕ້ອງ ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ຕ້ອງຄົ້ນຄວ້າ ພາຍໃນເວລາ ຊາວວັນ ແລ້ວສະເໜີລັດຖະມົນຕີກະຊວງຍຸຕິທຳ ພິຈາລະນາອະນຸຍາດເປັນຜູ້ຄວບຄຸມຊັບສິນ.
ໃນກໍລະນີ ບໍ່ສາມາດອອກໃບອະນຸຍາດ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ ໃຫ້ຜູ້ຮ້ອງຂໍ.
第ມາດຕາ 8条
第8条 资产管理人及资产管理服务企业名录
资产管理人及资产管理服务企业名录是汇总经批准成为资产管理人和资产管理服务企业的个人和企业的名单及信息的文件。
司法行政促进司负责汇总资产管理人及资产管理服务企业名录,并通过各种印刷媒体向社会公布,同时作为人民法院在考虑指定资产管理人或资产管理服务企业负责某一企业的重整或破产案件时的参考信息。
资产管理人及资产管理服务企业名录应在每次批准成为资产管理人或资产管理服务企业之日起五个工作日内更新,以及当资产管理人资格终止或被吊销资产管理服务企业的营业执照时,包括资产管理人和资产管理服务企业信息发生变更时,也应及时更新。
ພາສາລາວ (老挝语原文)
ມາດຕາ 8 ບັນຊີຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ
ບັນຊີຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ແມ່ນ ເອກະສານ ທີ່ສັງລວມລາຍຊື່ ແລະ ຂໍ້ມູນຂອງຜູ້ທີ່ໄດ້ຮັບອະນຸຍາດ ເປັນຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ.
ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ເປັນຜູ້ສັງລວມ ບັນຊີຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ພ້ອມທັງເຜີຍແຜ່ໃຫ້ສັງຄົມ ຜ່ານສື່ສິ່ງພິມຕ່າງໆ ແລະ ເປັນຂໍ້ມູນໃຫ້ສານປະຊາຊົນ ໃນການພິຈາລະນາ ແຕ່ງຕັ້ງຜູ້ຄວບຄຸມຊັບສິນ ຫຼື ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ໃຫ້ຮັບຜິດຊອບຄະດີຟື້ນຟູ ຫຼື ລົ້ມລະລາຍຂອງວິສາຫະກິດໃດໜຶ່ງ.
ບັນຊີຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ຕ້ອງປັບປຸງ ພາຍໃນເວລາ ຫ້າວັນລັດຖະການ ນັບແຕ່ວັນໄດ້ມີການອະນຸຍາດ ເປັນຜູ້ຄວບຄຸມຊັບສິນ ຫຼື ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ແຕ່ລະຄັ້ງ, ການສິ້ນສຸດ ການເປັນຜູ້ຄວບຄຸມຊັບສິນ ຫຼື ຖືກຖອນໃບອະນຸຍາດ ໃຫ້ບໍລິການຄວບຄຸມຊັບສິນຂອງວິສາຫະກິດ ລວມທັງການປ່ຽນແປງຂໍ້ມູນຂອງຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ.
第ມາດຕາ 9条
第9条 资产管理人的权利、义务和责任
资产管理人享有以下权利、义务和责任:
1. 宣传普及有关企业复兴和破产的法律法规;
2. 检查、收集和登记债务人企业的全部资产;
3. 汇总债务人企业的全部应付债务和应收债权,并编制债权人、债务人名单及应付债务和应收债权的数额;
4. 审查债务人企业的财务状况,并向人民法院和债权人会议报告;
5. 协助债务人企业在协调、起草和谈判债务解决方案方面,用于中小企业和微型企业的复兴;
6. 对企业复兴计划提出意见,或根据债务人企业或债权人的请求准备企业复兴计划,包括协助寻找资金来源用于企业复兴;
7. 监督、检查债务人企业的经营活动,或在债务人企业管理者不被信任的情况下,管理、经营债务人企业,直至有新管理者接替;
8. 决定债务人企业资产的使用和支出,按照人民法院批准的计划执行;
9. 审查债权人的债权及债权价值;
10. 在破产案件中制定债务人企业资产和债务的清算计划;
11. 建议人民法院考虑采取措施保护债务人企业的资产;
12. 召集和筹备债权人会议;
13. 按照法律规定投保资产管理职业责任险;
14. 依法缴纳税款、规费和服务费;
15. 定期向人民法院和债权人会议报告其工作活动;
16. 按照规章向司法部总结和报告其工作活动;
17. 行使法律和规章规定的其他权利和履行其他义务。
资产管理人必须本着认真、诚信的态度,在人民法院的指导和监督下开展其工作活动,并对其违反本协议和其他法律导致损害发生的工作活动承担责任,包括依法被追究法律责任。
ພາສາລາວ (老挝语原文)
ມາດຕາ 9 ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ຄວບຄຸມຊັບສິນ
ຜູ້ຄວບຄຸມຊັບສິນ ມີ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ດັ່ງນີ້:
1. ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ;
2. ກວດກາ, ລວບລວມ ແລະ ຂຶ້ນບັນຊີ ຊັບສິນທັງໝົດຂອງວິສາຫະກິດລູກໜີ້;
3. ສັງລວມໜີ້ຕ້ອງສົ່ງ ແລະ ໜີ້ຕ້ອງຮັບທັງໝົດຂອງວິສາຫະກິດລູກໜີ້ ພ້ອມທັງສ້າງບັນຊີລາຍຊື່ເຈົ້າໜີ້, ລູກໜີ້ ແລະ ຈຳນວນໜີ້ຕ້ອງສົ່ງ ແລະ ໜີ້ຕ້ອງຮັບ;
4. ກວດສອບສະຖານະທາງດ້ານການເງິນຂອງວິສາຫະກິດລູກໜີ້ ແລ້ວລາຍງານ ຕໍ່ສານປະຊາຊົນ ແລະ ກອງປະຊຸມເຈົ້າໜີ້;
5. ຊ່ວຍວິສາຫະກິດລູກໜີ້ ໃນການປະສານງານ, ຮ່າງ ແລະ ເຈລະຈາ ຂໍ້ສະເໜີແກ້ໄຂໜີ້ສິນ ສຳລັບການຟື້ນຟູ ວິສາຫະກິດຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ;
6. ມີຄຳເຫັນຕໍ່ແຜນຟື້ນຟູວິສາຫະກິດ ຫຼື ກະກຽມແຜນຟື້ນຟູວິສາຫະກິດ ຕາມການຮ້ອງຂໍຂອງວິສາຫະກິດລູກໜີ້ ຫຼື ເຈົ້າໜີ້ ລວມທັງການຊ່ວຍຊອກຫາແຫຼ່ງທຶນ ເພື່ອນຳໃຊ້ເຂົ້າໃນການຟື້ນຟູວິສາຫະກິດ;
7. ຕິດຕາມ ກວດກາການດຳເນີນທຸລະກິດຂອງວິສາຫະກິດລູກໜີ້ ຫຼື ຄຸ້ມຄອງ, ບໍລິຫານວິສາຫະກິດລູກໜີ້ ໃນກໍລະນີຜູ້ບໍລິຫານວິສາຫະກິດລູກໜີ້ ບໍ່ໄດ້ຮັບຄວາມເຊື່ອຖື ຈົນກວ່າມີຜູ້ບໍລິຫານໃໝ່ ປ່ຽນແທນ;
8. ຕົກລົງ ກ່ຽວກັບການນຳໃຊ້ຊັບສິນ ແລະ ການໃຊ້ຈ່າຍຂອງວິສາຫະກິດລູກໜີ້ ຕາມແຜນການທີ່ສານປະຊາຊົນ ອະນຸມັດ;
9. ກວດກາສິດທຽງ ແລະ ມູນຄ່າສິດທຽງຂອງເຈົ້າໜີ້;
10. ສ້າງແຜນຊຳລະສະສາງຊັບສິນ ແລະ ໜີ້ສິນຂອງວິສາຫະກິດລູກໜີ້ ໃນຄະດີລົ້ມລະລາຍ;
11. ສະເໜີສານປະຊາຊົນ ພິຈາລະນານຳໃຊ້ມາດຕະການ ເພື່ອປົກປັກຮັກສາຊັບສິນຂອງວິສາຫະກິດລູກໜີ້;
12. ເອີ້ນ ແລະ ກຽມ ຈັດກອງປະຊຸມເຈົ້າໜີ້;
13. ປະກັນໄພຄວາມຮັບຜິດຊອບດ້ານວິຊາຊີບຄວບຄຸມຊັບສິນ ໂດຍສອດຄ່ອງກັບກົດໝາຍ;
14. ເສຍພັນທະອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ;
15. ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ສານປະຊາຊົນ ແລະ ກອງປະຊຸມເຈົ້າໜີ້ ເປັນແຕ່ລະໄລຍະ;
16. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ກະຊວງຍຸຕິທຳ ຕາມລະບຽບການ;
17. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ຜູ້ຄວບຄຸມຊັບສິນ ຕ້ອງເຄື່ອນໄຫວວຽກງານຂອງຕົນ ດ້ວຍຄວາມເອົາໃຈໃສ່, ຄວາມບໍລິສຸດໃຈ, ຢູ່ພາຍໃຕ້ການຊີ້ນຳ ແລະ ຄຸ້ມຄອງຂອງສານປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ ການເຄື່ອນໄຫວວຽກງານຂອງຕົນ ທີ່ລະເມີດຂໍ້ຕົກລົງສະບັບນີ້ ແລະ ກົດໝາຍອື່ນ ຊຶ່ງພາໃຫ້ມີຄວາມເສຍຫາຍເກີດຂຶ້ນ ລວມທັງຖືກດຳເນີນຄະດີ ຕາມກົດໝາຍ.
第ມາດຕາ 10条
第10条 资产管理人的职业道德
所有资产管理人必须以透明、诚实、纯洁、公正的态度开展其专业活动,以债务人企业和/或债权人的利益为重,保守债务人企业、债权人及其他相关人员的秘密,严格遵守相关法律法规。
ພາສາລາວ (老挝语原文)
ມາດຕາ 10 ຈັນຍາບັນຂອງຜູ້ຄວບຄຸມຊັບສິນ
ຜູ້ຄວບຄຸມຊັບສິນທຸກຄົນ ຕ້ອງເຄື່ອນໄຫວວິຊາຊີບຂອງຕົນ ດ້ວຍຄວາມໂປ່ງໃສ, ສັດຊື່, ບໍລິສຸດໃຈ, ທ່ຽງທຳ, ຖືຜົນປະໂຫຍດຂອງວິສາຫະກິດລູກໜີ້ ແລະ/ຫຼື ເຈົ້າໜີ້ ເປັນຫຼັກ, ຮັກສາຄວາມລັບຂອງວິສາຫະກິດລູກໜີ້, ເຈົ້າໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ, ປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
第ມາດຕາ 11条
第11条 财产管理人的终止
财产管理人的资格在下列任一情形下终止:
1. 辞去财产管理人职务;
2. 在获得许可后被录用为国家工作人员、军人或警察;
3. 因故意犯罪被法院判处剥夺自由;
4. 严重违反有关财产管理人职责的法律法规;
5. 死亡。
司法行政与促进司负责研究,然后向司法部长提议审议终止财产管理人资格,死亡情形除外。
司法行政与促进司必须将该财产管理人的姓名从财产管理人名册和财产管理服务企业中删除。
ພາສາລາວ (老挝语原文)
ມາດຕາ 11 ການສິ້ນສຸດການເປັນຜູ້ຄວບຄຸມຊັບສິນ
ການເປັນຜູ້ຄວບຄຸມຊັບສິນ ຈະສິ້ນສຸດລົງ ຕາມກໍລະນີໃດໜຶ່ງ ດັ່ງນີ້:
1. ລາອອກຈາກການເປັນຜູ້ຄວບຄຸມຊັບສິນ;
2. ຖືກບັນຈຸເປັນ ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດ ພາຍຫຼັງໄດ້ຮັບໃບອະນຸຍາດ;
3. ຖືກສານຕັດສິນລົງໂທດຕັດອິດສະລະພາບ ຍ້ອນການກະທຳຜິດໂດຍເຈດຕະນາ;
4. ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ຄວບຄຸມຊັບສິນ ທີ່ມີລັກສະນະຮ້າຍແຮງ;
5. ເສຍຊີວິດ.
ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ເປັນຜູ້ຄົ້ນຄວ້າ ແລ້ວສະເໜີລັດຖະມົນຕີກະຊວງຍຸຕິທຳ ເພື່ອພິຈາລະນາໃຫ້ສິ້ນສຸດການເປັນຜູ້ຄວບຄຸມຊັບສິນ ຍົກເວັ້ນການເສຍຊີວິດ.
ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ຕ້ອງລຶບຊື່ຜູ້ຄວບຄຸມຊັບສິນນັ້ນ ອອກຈາກບັນຊີຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ.
第ມາດຕາ 12条
第12条 职业责任保险
由人民法院指定的资产管理人或提供资产管理服务的企业,负责企业的重整或破产案件,必须投保职业损害保险,以担保其在履行职业义务时可能发生的任何损害,并须将保险合同副本连同职业保险单提交人民法院。
ພາສາລາວ (老挝语原文)
ມາດຕາ 12 ການປະກັນໄພຄວາມຮັບຜິດຊອບດ້ານວິຊາຊີບ
ຜູ້ຄວບຄຸມຊັບສິນ ຫຼື ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ທີ່ໄດ້ຮັບການແຕ່ງຕັ້ງຈາກສານປະຊາຊົນ ໃຫ້ຮັບຜິດຊອບຄະດີພື້ນຟູ ຫຼື ລຶ້ມລະລາຍຂອງວິສາຫະກິດ ຕ້ອງປະກັນໄພຄວາມເສຍຫາຍດ້ານວິຊາຊີບ ເພື່ອຄ້າປະກັນການເສຍຫາຍໃດໜຶ່ງທີ່ອາດຈະເກີດຂຶ້ນ ໃນເວລາປະຕິບັດຂໍ້ຜູກພັນດ້ານວິຊາຊີບຂອງຕົນ ແລະ ຕ້ອງສົ່ງສຳເນົາສັນຍາປະກັນໄພ ພ້ອມດ້ວຍນະໂຍບາຍການປະກັນໄພດ້ານວິຊາຊີບ ໃຫ້ສານປະຊາຊົນ.
本页展示前 12 条,全文共 27 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读