波乔省灾害管理基金协议
ຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ແຂວງບໍ່ແກ້ວ
Agreement on the Disaster Management Fund in Bokeo Province
简介
该法规调整博乔省灾害管理基金的设立、资金来源、管理与使用,核心是筹集资金用于灾害救助和灾后恢复。
Summary
This regulation governs the establishment, funding sources, management, and use of the disaster management fund in Bokeo Province, with the core purpose of raising funds for disaster relief and post-disaster recovery.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ, ແຫຼ່ງທຶນ, ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນຄຸ້ມຄອງໄພພິບັດແຂວງບໍ່ແກ້ວ ໂດຍເນັ້ນໃສ່ການລະດົມທຶນເພື່ອຊ່ວຍເຫຼືອ ແລະ ຟື້ນຟູຫຼັງໄພພິບັດ.
条文
第ມາດຕາ 1条
第2条 灾害管理基金
灾害管理基金,缩写为“灾管基”,是国家组织的基金,为筹集资金和积累来自各种资金来源的资金而设立,旨在确保持续的资金用于救助灾害受害者。该基金包括两个层级:
1. 省级灾害管理基金,缩写为“省灾管基”,设在省劳动和社会福利厅。
2. 县级灾害管理基金,缩写为“县灾管基”,设在县劳动和社会福利办公室。
ພາສາລາວ (老挝语原文)
ມາດຕາ 2 ກອງທຶນຄຸ້ມຄອງໄພພິບັດ.
ກອງທຶນຄຸ້ມຄອງໄພພິບັດ ຂຽນຫຍໍ້ " ກພບ " ແມ່ນກອງທຶນຂອງອົງການຈັດຕັ້ງລັດ, ທີ່ສ້າງຕັ້ງຂຶ້ນເພື່ອ
ປຸກລະດົມທຶນ ແລະ ສະສົມທຶນ ຈາກແຫຼ່ງທຶນຕ່າງໆ ແນໃສ່ຮັບປະກັນໃຫ້ມີທຶນທີ່ຍືນຍົງ ເພື່ອນຳໃຊ້ເຂົ້າໃນການ
ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ເປົ້າໝາຍຜູ້ປະສົບເຄາະຮ້າຍຈາກໄພພິບັດ, ຊຶ່ງປະກອບມີ ສອງ ຂັ້ນຄື:
1. ກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ຂຽນຫຍໍ້ " ກພບຂ " ຕັ້ງຢູ່ພະແນກແຮງງານ ແລະ ສະຫວັດດີການ
ສັງຄົມແຂວງ.
2. ກອງທຶນຄຸ້ມຄອງໄພພິບັດຂັ້ນເມືອງ ຂຽນຫຍໍ້ " ກພບມ " ຕັ້ງຢູ່ຫ້ອງການແຮງງານ ແລະ ສະຫວັດດີການ
ສັງຄົມເມືອງ.
第ມາດຕາ 2条
第2条 术语解释。
本协议中使用的术语定义如下:
1. “基金”指:从多个来源积累的资金和物资,用于省级灾害工作;
2. “管理”指:保护和维护资金和物资,以便按照目标和原则正确使用;
3. “灾害”指:由自然或人为引起的严重危险事件,范围广泛,对人们的健康、生命、财产、经济、基础设施和生计造成重大损害,无论是短期还是长期;
4. “自然灾害”指:自然事件、现象和变化,如洪水、干旱、风暴、寒潮、地震、滑坡、虫害、流行病等;
5. “人为灾害”指:由于人类行为引起的紧急事件和环境危害,如火灾、森林火灾、粉尘、辐射、化学品泄漏、未爆炸弹药;
6. “紧急救援”指:在灾害发生时,为拯救公民生命和财产而进行的紧急救助;
7. “灾后恢复援助”指:改善灾民生活,修复、重建受影响或受损的基础设施,使其恢复到正常或更好的状态。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ.
ຄຳສັບທີນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ກອງທຶນ ໝາຍເຖິງ: ການສະສົມ ເງິນ ແລະ ວັດຖຸ ທີໄດ້ມາຈາກຫຼາຍພາກສ່ວນ ເພື່ອຈຸດປະສົງຮັບໃຊ້ເຂົ້າໃນວຽກງານໄພພິບັດຂອງແຂວງ;
2. ການຄຸ້ມຄອງ ໝາຍເຖິງ: ການປົກປັກຮັກສາ ເງິນ ແລະ ວັດຖຸ ເພື່ອນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ຕາມລະບຽບຫຼັກການ;
3. ໄພພິບັດ ໝາຍເຖິງ: ເຫດການທີເປັນອັນຕະລາຍຮ້າຍແຮງທີເກີດຂຶ້ນຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນທີເປັນວົງກວ້າງ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ, ພື້ນຖານໂຄງລ່າງ ແລະ ການດຳລົງຊີວິດ ຂອງຄົນໃນສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ;
4. ໄພພິບັດທຳມະຊາດ ໝາຍເຖິງ: ເຫດການ, ປະກົດການ ແລະ ການປ່ຽນແປງທຳມະຊາດ ເປັນຕົ້ນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ພະຍຸ, ໄພໜາວ, ແຜ່ນດິນໄຫວ, ດິນເຈື່ອນ, ສັດຕູພືດ, ພະຍາດລະບາດ ແລະ ອື່ນໆ;
5. ໄພພິບັດທີມະນຸດສ້າງຂຶ້ນ ໝາຍເຖິງ: ເຫດການສຸກເສີນ ແລະ ອັນຕະລາຍທາງດ້ານສິ່ງແວດລ້ອມ ເນື່ອງຈາກການກະທຳຂອງມະນຸດ ເປັນຕົ້ນອັກຄີໄພ, ໄຟໄໝ້ນໍ້າລາມປ່າ, ຝຸ່ນລະອອງ, ກຳມັນຕະພາບລັງສີ, ສານເຄມີຮົ່ວໄຫຼ, ລະເບີດຕົກຄ້າງທີ່ບໍ່ທັນແຕກ;
6. ການຊ່ວຍເຫຼືອສຸກເສີນ ໝາຍເຖິງ: ການຊ່ວຍເຫຼືອບັນເທົາທຸກອັນຮີບດ່ວນ ໃນການກູ້ຊີວິດ, ຊັບສິນ ຂອງພົນລະເມືອງ ໃນເວລາກຳລັງປະສົບໄພພິບັດ;
7. ການຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ ແມ່ນການປັບປຸງຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ແລະ ການບູລະນະສ້ອມແປງ, ກໍ່ສ້າງໂຄງລ່າງພື້ນຖານ ທີ່ຖືກຜົນກະທົບ ຫຼື ໄດ້ຮັບຄວາມເສຍຫາຍຈາກໄພພິບັດ ກັບຄືນສູ່ສະພາບປົກກະຕິ ຫຼື ດີກວ່າເກົ່າ.
第ມາດຕາ 3条
第3条 省的政策。
省将灾害管理基金工作视为重要工作,主动制定计划、措施、项目,制定防灾减灾和应对灾害的计划,并动员准备人力资源、信息、设备车辆和预算,以使相关组织有效和高效地运作,减少对公民的生命、健康、财产、权利和合法利益的风险;
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງແຂວງ.
ແຂວງໄດ້ຖືເອົາວຽກງານກອງທຶນຄຸ້ມຄອງໄພພິບັດ ເປັນວຽກທີ່ສຳຄັນ, ເປັນເຈົ້າການໃນການວາງແຜນການ, ມາດຕະການ, ໂຄງການ, ສ້າງແຜນການຮັບມື ແລະ ຕອບໂຕ້ໄພພິບັດ ແລະ ທຳແຮງກຽມພ້ອມດ້ານບຸກຄະລາກອນ, ຂໍ້ມູນຂ່າວສານ, ອຸປະກອນພາຫະນະ ແລະ ງົບປະມານ ເພື່ອໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ຫຼຸດຜ່ອນຄວາມສ່ຽງ ຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ;
第ມາດຕາ 4条
第4条 管理和使用原则
灾害管理基金的管理和使用应遵循以下原则:
1. 符合目标、节约和有效;
2. 灵活、迅速、公正、透明和公开;
3. 依法定期进行监督和检查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຄຸ້ມຄອງ ແລະ ນຳໃຊ້
ການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄຸ້ມຄອງໄພພິບັດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຖືກຕ້ອງຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ;
2. ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ ແລະ ເປີດເຜີຍ;
3. ມີການກວດກາ ແລະ ກວດສອບຢ່າງເປັນປະຈຳ ຕາມກົດໝາຍ.
第ມາດຕາ 5条
第5条 适用范围
本协议适用于帮助与博胶省全省灾害管理工作相关的个人、法人、家庭和组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບຊ່ວຍເຫຼືອບຸກຄົນ, ນິຕິບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງວຽກງານຄຸ້ມຄອງໄພພິບັດທົ່ວແຂວງບໍ່ແກ້ວ.
第ມາດຕາ 6条
第6条 灾害管理基金的收入来源。
1. 根据省和县年度预算分配的国家预算。
2. 个人、法人、家庭、党政组织以及国内外国际组织的捐款如下:
2.1 普通民众每户每年缴纳5,000基普,但已在单位或办公室缴纳的职工家庭以及经村确认的贫困家庭除外。
2.2 公务员、军人、警察、国有企业员工、私营商业银行员工、通信领域员工(ETL、Unitel和Lao Telecom)每人每年缴纳20,000基普。
2.3 商业部门、国有和私营企业缴纳如下:
- 大众公司:每注册单位每年500,000基普;
- 合伙企业:每注册单位每年400,000基普;
- 有限公司:每注册单位每年200,000基普;
- 一人有限公司:每注册单位每年100,000基普;
- 个体工商户:每注册单位每年50,000基普。
2.4 获得受灾害影响的基础设施建设修复项目的公司,缴纳总建设价值的0.1%。
2.5 对灾害发生具有风险的项目,例如:水电站等,每年缴纳10,000,000基普。
2.6 金三角经济特区每年缴纳20,000,000基普。
3. 国内外组织的援助;
国内外组织可以自愿提供资金、物资或其他援助,以纳入灾害管理基金,或根据情况向受灾害影响的主要目标提供援助。
4. 资金筹集;
资金筹集是指通过省、县级领导或省、县灾害管理委员会发布通知,向社会各界筹集资金,以在灾害发生期间援助受灾者,通过灾害管理委员会交付现金或转入各级灾害管理基金存款账户,按规定办理。
5. 灾害管理基金的利息;
省、县级灾害管理基金的存款利息是基金的一项收入,来自将灾害管理基金存入稳定可靠的商业银行所产生的利息。
6. 其他合法收入;
其他合法收入是指通过举办任何形式的筹资活动,经上级和各级灾害管理委员会批准,纳入灾害管理基金的收入。
ພາສາລາວ (老挝语原文)
ມາດຕາ 6 ແຫຼ່ງລາຍຮັບຂອງກອງທຶນຄຸ້ມຄອງໄພພິບັດ.
1. ງົບປະມານຂອງລັດ ຕາມການຈັດສັນງົບປະມານປະຈຳປີ ຂອງແຂວງ ແລະ ເມືອງ.
2. ການປະກອບສ່ວນ ຂອງບຸກຄົນ, ນິຕິບຸກຄົນ, ຄອບຄົວ, ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ມີດັ່ງນີ້:
2.1 ປະຊາຊົນທົ່ວໄປ ປະກອບສ່ວນ 5.000 ກີບ/ຕໍ່ຄອບຄົວ/ປີ, ຍົກເວັ້ນຄອບຄົວພະນັກງານທີ່ໄດ້ເສຍຢູ່ກົມກອງ ຫຼື ຫ້ອງການແລ້ວ ແລະ ຄອບຄົວທຸກຍາກທີ່ໄດ້ຮັບການຢັ້ງຢືນຈາກບ້ານ.
2.2 ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານລັດວິສາຫະກິດ, ພະນັກງານທະນາຄານທຸລະກິດເອກະຊົນ, ພະນັກງານຂົງເຂດການສື່ສານ (ອີທີແອລ, ຍຸນິເທວ ແລະ ລາວໂທລະຄົມ) ປະກອບສ່ວນ 20,000 ກີບ/ຄົນ/ປີ.
2.3 ພາກສ່ວນທຸລະກິດ, ວິສາຫະກິດຂອງລັດ ແລະ ເອກະຊົນ ປະກອບສ່ວນ ດັ່ງນີ້:
- ບໍລິສັດມະຫາຊົນ 500.000 ກີບ/ທະບຽນ/ປີ;
- ວິສາຫະກິດຫຸ້ນສ່ວນ 400.000 ກີບ/ທະບຽນ/ປີ;
- ບໍລິສັດຈຳກັດ 200.000 ກີບ/ທະບຽນ/ປີ;
- ບໍລິສັດຈຳກັດຜູ້ດຽວ 100.000 ກີບ/ທະບຽນ/ປີ;
- ວິສາຫະກິດສ່ວນບຸກຄົນ 50.000 ກີບ/ທະບຽນ/ປີ.
2.4 ບໍລິສັດທີ່ໄດ້ຮັບໂຄງການກໍ່ສ້າງສ້ອມແປງພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ປະກອບສ່ວນ 0.1% ຂອງມູນຄ່າການກໍ່ສ້າງທັງໝົດ.
2.5 ບັນດາໂຄງການ ທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ເປັນຕົ້ນ: ເຂື່ອນໄຟຟ້າ ແລະ ອື່ນໆ ແມ່ນຈະໄດ້ປະກອບສ່ວນ 10.000.000 ກີບ/ປີ.
2.6 ເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະກອບສ່ວນ 20.000.000 ກີບ/ປີ.
3. ການຊ່ວຍເຫຼືອຂອງການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ;
ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ສາມາດໃຫ້ການຊ່ວຍເຫຼືອດ້ວຍຄວາມສະໝັກໃຈເປັນເງິນ ຫຼື ວັດຖຸ ແລະ ອື່ນໆ ເພື່ອສົມທົບເຂົ້າກອງທຶນຄຸ້ມຄອງໄພພິບັດ ຫຼື ໃຫ້ການຊ່ວຍເຫຼືອເປົ້າໝາຍທີ່ໄດ້ຮັບຜົນກະທົບຫຼັກ ຈາກໄພພິບັດຕາມຄວາມເໝາະສົມ.
4. ການລະດົມທຶນ;
ການລະດົມທຶນ ເປັນທຶນທີ່ໄດ້ຮັບຈາກ ການອອກແຈ້ງການຂອງການນຳຂັ້ນແຂວງ, ຂັ້ນເມືອງ ຫຼື ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ເພື່ອລະດົມທຶນຈາກທຸກພາກສ່ວນໃນສັງຄົມ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນຊ່ວງໄລຍະທີ່ກຳລັງເກີດໄພພິບັດ ໂດຍຈະມອບເປັນເງິນສົດ ຜ່ານຄະນະກຳມະການຄຸ້ມຄອງໄພພິບັດ ຫຼື ໂອນເຂົ້າບັນຊີເງິນຝາກກອງທຶນຄຸ້ມຄອງໄພພິບັດ ແຕ່ລະຂັ້ນ ຕາມລະບຽບການ.
5. ດອກເບ້ຍເງິນຂອງກອງທຶນຄຸ້ມຄອງໄພພິບັດ;
ດອກເບ້ຍເງິນຝາກຂອງກອງທຶນຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງ ເປັນລາຍຮັບໜຶ່ງຂອງກອງທຶນທີ່ໄດ້ມາຈາກ ການນຳເອົາເງິນກອງທຶນຄຸ້ມຄອງໄພພິບັດ ໄປຝາກຢູ່ທະນາຄານທຸລະກິດ ທີ່ໝັ້ນຄົງ ແລະ ເຊື່ອຖືໄດ້.
6. ລາຍຮັບອື່ນໆ ທີ່ຖືກຕ້ອງຕາມກົດໝາຍ;
ລາຍຮັບອື່ນ ທີ່ຖືກຕ້ອງຕາມລະບຽບກົດໝາຍ ເປັນລາຍຮັບ ຈາກການຈັດກິດຈະກຳ ລະດົມທຶນເຂົ້າກອງທຶນຄຸ້ມຄອງໄພພິບັດ ໃນຮູບແບບໃດໜຶ່ງ ທີ່ໄດ້ຮັບການອະນຸມັດຈາກຂັ້ນເທິງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ.
第ມາດຕາ 7条
第7条 方法和步骤 向基金缴款
1. 对于村级:由村行政当局负责动员本村居民的捐款,从2月份开始,并在每年4月10日前汇总款项,然后交给县级劳动和社会福利办公室,以便缴入县级灾害管理基金。完成后,秘书处必须在每年4月20日前向县级基金管理委员会提交总结报告。
2. 对于县级:由隶属于县级各办公室的财务办公室负责汇总公务员、军人、警察的捐款,从2月份开始,然后将上述款项的70%转入在县金库开户的县级灾害管理基金,30%转入省级灾害管理基金,在每年4月10日前完成。完成后,秘书处必须在每年4月20日前向县级基金管理委员会提交总结报告,并在每年4月30日前向省级灾害管理基金管理委员会提交总结报告。
3. 对于省级:由省级各厅局、部门、领域所属的财务处或财务办公室负责汇总公务员、军人、警察、国有企业员工、银行领域员工、通信领域员工的捐款,从2月份开始,然后将上述款项转入在省金库开户的省级灾害管理基金,在每年4月10日前完成。
4. 对于承接受灾害影响的基础设施建设修复项目以及存在灾害风险项目的公司,由秘书处与该公司或项目协调,通过公司财务会计部门,将捐款转入在省金库开户的省级灾害管理基金,在每年4月10日前完成。
5. 国有和私营企业部门向基金捐款,可以通过灾害管理委员会以现金方式交付,或按程序转入各级灾害管理基金存款账户,在每年4月10日前完成。
6. 对于波乔省经济特区,交由波乔省经济特区管理委员会财务部门负责征收,然后将上述款项转入在省金库开户的省级灾害基金,在每年4月10日前完成。
完成后,省级灾害管理基金管理委员会秘书处必须向基金管理委员会提交总结报告,并向省级灾害管理委员会主席报告,在每年5月10日前完成。
ພາສາລາວ (老挝语原文)
ມາດຕາ 7 ວິທີການ ແລະ ຂັ້ນຕອນ ການມອບເງິນເຂົ້າກອງທຶນ
1. ສຳລັບຂັ້ນບ້ານ: ໃຫ້ອຳນາດການປົກຄອງບ້ານ ເປັນຜູ້ລະດົມການປະກອບສ່ວນນຳປະຊາຊົນ ພາຍໃນບ້ານຂອງຕົນ ເລີ່ມແຕ່ເດືອນກຸມພາ ເປັນຕົ້ນໄປ ແລ້ວສະຫຼຸບຈຳນວນເງິນ ໃຫ້ສຳເລັດກ່ອນວັນທີ 10 ເມສາ ຂອງທຸກໆປີ ແລ້ວມາມອບໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເພື່ອມອບເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນເມືອງ ພາຍຫຼັງສຳເລັດແລ້ວກອງເລຂາ ຕ້ອງສະຫຼຸບລາຍງານໃຫ້ສະພາບໍລິຫານກອງທຶນຂັ້ນເມືອງ ກ່ອນວັນທີ 20 ເມສາຂອງທຸກໆປີ.
2. ສຳລັບຂັ້ນເມືອງ: ໃຫ້ຫ້ອງການການເງິນຂອງຫ້ອງການ ທີ່ສັງກັດຢູ່ບັນດາຫ້ອງການອ້ອມຂ້າງເມືອງ ເປັນຜູ້ສັງລວມ ຈຳນວນເງິນການປະກອບສ່ວນຂອງ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ເລີ່ມແຕ່ ເດືອນກຸມພາເປັນຕົ້ນໄປ ແລ້ວໂອນເງິນດັ່ງກ່າວ ເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນເມືອງ ທີ່ເປີດບັນຊີໄວ້ທີ່ຄັງເງິນປະຈຳເມືອງ ຈຳນວນ 70% ແລະ ມອບເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ຈຳນວນ 30% ຂອງເງິນທີ່ຈັດເກັບໄດ້ທັງໝົດ ໃຫ້ສຳເລັດກ່ອນ ວັນທີ 10 ເມສາ ຂອງທຸກປີ ພາຍຫຼັງສຳເລັດແລ້ວກອງເລຂາ ຕ້ອງສະຫຼຸບລາຍງານໃຫ້ສະພາບໍລິຫານກອງທຶນເມືອງ ກ່ອນວັນທີ 20 ເມສາຂອງທຸກໆປີ ແລະ ສະຫຼຸບ ລາຍງານໃຫ້ສະພາບໍລິຫານກອງທຶນ ຄຸ້ມຄອງໄພພິບັດແຂວງ ກ່ອນວັນທີ 30 ເມສາ ຂອງທຸກໆປີ.
3. ສຳລັບຂັ້ນແຂວງ: ໃຫ້ຂະແໜງ ຫຼື ຫ້ອງການການເງິນປະຈຳຢູ່ພະແນກການ, ກົມກອງ, ຂົງເຂດຕ່າງໆ ອ້ອມຂ້າງແຂວງ ເປັນຜູ້ສັງລວມ ຈຳນວນເງິນ ການປະກອບສ່ວນຂອງພະນັກງານ, ທະຫານ, ຕຳຫຼວດ, ພະນັກງານລັດວິສາຫະກິດ, ພະນັກງານຂົງເຂດທະນາຄານ, ຂົງເຂດການສື່ສານ ເລີ່ມແຕ່ ເດືອນກຸມພາ ເປັນຕົ້ນໄປ ແລ້ວໂອນເງິນດັ່ງກ່າວ ເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ທີ່ເປີດບັນຊີໄວ້ທີ່ຄັງເງິນປະຈຳແຂວງ ໃຫ້ສຳເລັດກ່ອນ ວັນທີ 10 ເມສາ ຂອງທຸກປີ.
4. ສຳລັບບໍລິສັດ ທີ່ໄດ້ຮັບໂຄງການກໍ່ສ້າງ ສ້ອມແປງພື້ນຖານໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ບັນດາໂຄງການທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ໃຫ້ກອງເລຂາ ປະສານສົມທົບກັບບໍລິສັດ ຫຼື ໂຄງການດັ່ງກ່າວ ໂດຍຜ່ານການເງິນ-ການບັນຊີຂອງບໍລິສັດ ໃນການໂອນມອບ ຈຳນວນເງິນການປະກອບສ່ວນເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ທີ່ເປີດບັນຊີຢູ່ຄັງເງິນປະຈຳແຂວງ ໃຫ້ສຳເລັດກ່ອນ ວັນທີ 10 ເມສາ ຂອງທຸກປີ.
5. ພາກສ່ວນທຸລະກິດ, ວິສາຫະກິດຂອງລັດ ແລະ ເອກະຊົນ ທີ່ປະກອບສ່ວນເງິນເຂົ້າກອງທຶນ ໂດຍຈະມອບເປັນເງິນສົດ ຜ່ານຄະນະກຳມະການຄຸ້ມຄອງໄພພິບັດ ຫຼື ໂອນເຂົ້າບັນຊີເງິນຝາກກອງທຶນຄຸ້ມຄອງໄພພິບັດ ແຕ່ລະຂັ້ນ ຕາມລະບຽບການ ໃຫ້ສຳເລັດກ່ອນ ວັນທີ 10 ເມສາ ຂອງທຸກປີ.
6. ສະເພາະເຂດເສດຖະກິດພິເສດແຂວງບໍ່ແກ້ວ ໃຫ້ມອບໃຫ້ການເງິນຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ເປັນຜູ້ຈັດເກັບ ແລ້ວມອບໂອນເງິນດັ່ງກ່າວເຂົ້າກອງທຶນໄພພິບັດຂັ້ນແຂວງ ທີ່ເປີດບັນຊີໄວ້ທີ່ຄັງເງິນປະຈຳແຂວງ ໃຫ້ສຳເລັດກ່ອນ ວັນທີ 10 ເມສາ ຂອງທຸກໆປີ.
ພາຍຫຼັງສຳເລັດ ກອງເລຂາສະພາບໍລິຫານກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ຕ້ອງສະຫຼຸບລາຍງານສະພາບໍລິຫານກອງທຶນ ແລະ ລາຍງານປະທານກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ກ່ອນວັນທີ 10 ພຶດສະພາ ຂອງທຸກໆປີ.
第ມາດຕາ 8条
第8条 基金的管理和使用
1. 基金管理:
- 省、县级的基金管理应在任一商业银行开立账户,并在省金库和县金库开立账户;
- 基金物资必须通过仓库系统储存,并有出入库跟踪账目,确保不丢失损坏,并及时发放分配;
- 每次提取灾害管理基金须经各级管理委员会主席根据基金管理委员会或授权人的提议批准;
- 每次从基金存款账户提款不得超过百分之七十(70%),必须保留百分之三十(30%)的基金存款余额;
- 每次发放基金物品必须有接收和运送物品的确认,按照劳动和社会福利部的表格进行。
2. 基金用途:
灾害管理基金用于以下目标:
1. 紧急救助:依据中央灾害管理委员会关于灾害管理基金管理和使用的第04/ຄພສ号协议(2022年3月2日)作为组织工作或适当救助的依据,并须经省级灾害管理委员会主席同意。
2. 恢复援助:依据波乔省灾害管理基金协议执行。
3. 管理委员会的日常行政工作:管理委员会秘书处根据第04/ຄພສ号协议(2022年3月2日)第5条,负责制定管理委员会的实际支出计划,以提交各级灾害管理委员会每年审批。
ພາສາລາວ (老挝语原文)
ມາດຕາ 8 ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນ.
1. ການຄຸ້ມຄອງກອງທຶນ:
- ການຄຸ້ມຄອງກອງທຶນຂັ້ນແຂວງ, ເມືອງ ແມ່ນເປີດບັນຊີຢູ່ທະນາຄານທຸລະກິດໃດໜຶ່ງ ແລະ ເປີດບັນຊີຢູ່ຄັງເງິນປະຈຳແຂວງ ແລະ ຄັງເງິນປະຈຳເມືອງ;
- ວັດຖຸກອງທຶນ ຕ້ອງເກັບມ້ຽນ ຜ່ານລະບົບສາງ ໂດຍມີບັນຊີຕິດຕາມ ການຮັບ-ຈ່າຍອອກສາງ, ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ເບີກຈ່າຍແຈກຢາຍໃຫ້ທັນກັບສະພາບການ;
- ການຖອນເງິນກອງທຶນຄຸ້ມຄອງໄພພິບັດ ແຕ່ລະຄັ້ງ ຕ້ອງໄດ້ຮັບການອະນຸຍາດຈາກປະທານຄະນະກຳມະການຄຸ້ມຄອງແຕ່ລະຂັ້ນ ບົນພື້ນຖານການສະເໜີ ຂອງສະພາບໍລິຫານກອງທຶນ ຫຼື ຜູ້ຖືກມອບສິດ;
- ການຖອນເງິນຈາກບັນຊີເງິນຝາກກອງທຶນ ແຕ່ລະຄັ້ງ ຕ້ອງບໍ່ໃຫ້ເກີນ ເຈັດສິບສ່ວນຮ້ອຍ (70%) ໂດຍຕ້ອງໃຫ້ມີເງິນແຮໄວ້ ສາມສິບສ່ວນຮ້ອຍ (30%) ຂອງເງິນກອງທຶນທັງໝົດທີ່ຢູ່ໃນບັນຊີເງິນຝາກ;
- ການເບີກຈ່າຍວັດຖຸສິ່ງຂອງກອງທຶນ ແຕ່ລະຄັ້ງຕ້ອງມີການຢັ້ງຢືນ ການຮັບເຄື່ອງ ແລະ ນຳສົ່ງເຄື່ອງຕາມແບບພິມຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
2. ການນຳໃຊ້ກອງທຶນ:
ກອງທຶນຄຸ້ມຄອງໄພພິບັດນຳໃຊ້ເຂົ້າໃນເປົ້າໝາຍດັ່ງນີ້:
1. ການຊ່ວຍເຫຼືອສຸກເສີນ: ແມ່ນນຳໃຊ້ຂໍ້ຕົກລົງຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄຸ້ມຄອງໄພພິບັດ ສະບັບເລກທີ 04/ຄພສ ລົງວັນທີ 2 ມີນາ 2022 ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ຫຼື ຊ່ວຍເຫຼືອຕາມຄວາມເໝາະສົມ ແລະ ຕາມການຕົກລົງເຫັນດີຂອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
2. ການຊ່ວຍເຫຼືອຟື້ນຟູ: ແມ່ນປະຕິບັດຕາມຂໍ້ຕົກລົງວ່າດ້ວຍກອງທຶນຄຸ້ມຄອງໄພພິບັດແຂວງບໍ່ແກ້ວ.
3. ບໍລິຫານວຽກງານປົກກະຕິ ຂອງສະພາບໍລິຫານ: ກອງເລຂາຂອງສະພາບໍລິຫານ ເຮັດໜ້າທີ່ ຕາມມາດຕາ 5 ຂອງຂໍ້ຕົກລົງ ສະບັບເລກທີ 04/ຄພສ ລົງວັນທີ 2 ມີນາ 2022 ໃນການຂຶ້ນແຜນການໃຊ້ຈ່າຍຕົວຈິງຂອງສະພາບໍລິຫານ ເພື່ອສະເໜີຂໍອະນຸມັດຈາກ ຄະນະກຳມະການຄຸ້ມຄອງໄພພິບັດ ແຕ່ລະຂັ້ນ ໃນແຕ່ລະປີ.
第ມາດຕາ 9条
第9条 收支执行
基金收支的执行,应按照财政部各时期颁布的法规进行记账收支。
ພາສາລາວ (老挝语原文)
ມາດຕາ 9 ການປະຕິບັດລາຍຮັບ-ລາຍຈ່າຍ
ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ເງິນກອງທຶນ ແມ່ນໃຫ້ປະຕິບັດ ຈົດຮັບ-ຈົດຈ່າຍ ຕາມລະບຽບ ກົດໝາຍ ຂອງກະຊວງການເງິນ ວາງອອກໃນແຕ່ລະໄລຍະ.
第ມາດຕາ 10条
第10条 支付权
有权支配灾害管理基金资金的人员如下:
1. 省级:省级灾害管理委员会主席或受委托人;
2. 县级:县级灾害管理委员会主席或受委托人。
在紧急情况下,灾害管理委员会秘书处负责人可直接指令基金资金用于救助,但必须立即请示并报告主席或副主席。
ພາສາລາວ (老挝语原文)
ມາດຕາ 10 ສິດໃນການສັ່ງຈ່າຍ
ຜູ້ມີສິດໃນການສັ່ງຈ່າຍເງິນກອງທຶນຄຸ້ມຄອງໄພພິບັດ ມີດັ່ງນີ້:
1. ຂັ້ນແຂວງ ແມ່ນປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ຫຼື ຜູ້ຖືກມອບສິດ;
2. ຂັ້ນເມືອງ ແມ່ນປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ຫຼື ຜູ້ຖືກມອບສິດ.
ໃນກໍລະນີສຸກເສີນ ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ ສາມາດສັ່ງຈ່າຍເງິນກອງທຶນໂດຍກົງເຂົ້າໃນການຊ່ວຍເຫຼືອ, ແຕ່ຕ້ອງຂໍທິດຊີ້ນຳ ແລະ ລາຍງານ ປະທານ ຫຼື ຮອງປະທານ ໂດຍທັນທີ.
第ມາດຕາ 11条
第11条 申请救助的文件准备和认证。
1. 受害人或其代表的申请,若当事人无法自行书写,需经村行政当局认证,以便提交给县劳动和社会福利办公室。
2. 负责委员会收集的灾害损失数据表。
3. 所发生灾害的照片。
4. 若死亡,由村行政当局或相关官员出具的死亡证明。
ພາສາລາວ (老挝语原文)
ມາດຕາ 11 ການປະກອບເອກະສານ ແລະ ການຢັ້ງຢືນ ຂໍການຊ່ວຍເຫຼືອສົງເຄາະ.
1. ຄຳຮ້ອງຂອງຜູ້ປະສົບເຄາະຮ້າຍ ຫຼື ຜູ້ຕາງໜ້າ ກໍລະນີຜູ້ກ່ຽວບໍ່ສາມາດຂຽນດ້ວຍຕົນເອງໄດ້ ໂດຍມີການຢັ້ງຢືນ ຈາກອຳນາດການປົກຄອງບ້ານ ເພື່ອນຳສະເໜີ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ.
2. ຕາຕະລາງ ເກັບກຳຂໍ້ມູນ ຜົນເສຍຫາຍ ຂອງຄະນະຮັບຜິດຊອບ ຈາກເຫດການໄພພິບັດ.
3. ຮູບພາບຈາກເຫດການໄພພິບັດທີ່ເກີດຂຶ້ນ.
4. ໃບຢັ້ງຢືນການເສຍຊີວິດ ຈາກອຳນາດການປົກຄອງບ້ານ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນກໍລະນີຫາກເສຍຊີວິດ.
第ມາດຕາ 12条
第12条 基金提款文件的准备。
1. 县劳动和社会福利办公室的提议书,经县级灾害管理委员会认证,提交给县级灾害管理委员会主席,以申请提取基金;
2. 如果县级灾害管理基金不足,县劳动和社会福利办公室必须制作提议书,提交给省级灾害管理委员会主席,经县级灾害管理委员会认证,并同时由县长签字通过。
ພາສາລາວ (老挝语原文)
ມາດຕາ 12 ການປະກອບເອກະສານຖອນເງິນກອງທຶນ.
1. ຫັງສືສະເໜີ ຂອງຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ ຢັ້ງຢືນຈາກຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນເມືອງ ເຖິງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອຂໍຖອນເງິນກອງທຶນ;
2. ໃນກໍລະນີ ເງິນກອງທຶນຄຸ້ມຄອງໄພພິບັດຂັ້ນເມືອງ ບໍ່ພຽງພໍ ຫ້ອງການແຮງງານ ແລະ ສະຫວັດດີການ ສັງຄົມເມືອງ ຕ້ອງໄດ້ເຮັດຫັງສືສະເໜີ ເຖິງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໂດຍໄດ້ຮັບການ ຢັ້ງຢືນຈາກຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ພ້ອມທັງເຊັນຜ່ານທ່ານເຈົ້າເມືອງ.
本页展示前 12 条,全文共 38 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读