乌多姆赛省自来水单位定价协议

ຂໍ້ຕົກລົງວ່າດ້ວຍ ການກຳນົດລາຄາຫົວໜ່ວຍນ້ຳປະປາ ຢູ່ແຂວງ ອຸດົມໄຊ

Agreement on Pricing of Water Supply Units in Oudomxay Province

简介

该协议规范乌多姆赛省自来水定价,核心是采用阶梯式水价结构,通过高收入用户补贴低收入用户,确保服务可持续且价格公平可负担。

Summary

This agreement regulates tap water pricing in Oudomxay Province, adopting a tiered water price structure where high-income users subsidize low-income users to ensure service sustainability and fair, affordable prices.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການກຳນົດລາຄານ້ຳປະປາໃນແຂວງອຸດົມໄຊ ໂດຍນຳໃຊ້ໂຄງສ້າງລາຄາແບບຂັ້ນບັນໄດ ເພື່ອໃຫ້ຜູ້ມີລາຍໄດ້ສູງອຸດໜູນຜູ້ມີລາຍໄດ້ຕ່ຳ ຮັບປະກັນການບໍລິການທີ່ຍືນຍົງ ແລະ ລາຄາທີ່ເໝາະສົມ ແລະ ສາມາດຊຳລະໄດ້.

条文

第ມາດຕາ 1条

第2条 自来水单位价格的确定
自来水单位价格的确定是指制定合理的自来水价格,以使自来水服务商能够有效、可持续地经营,按照自负盈亏的方向,并能够向预算缴纳义务,以及使所有人都能够获得有保障的自来水,在数量、质量方面,并能够以公平的价格支付自来水服务费。

ພາສາລາວ (老挝语原文)

ມາດຕາ 2 ການກຳນົດລາຄາຫົວໜ່ວຍນ້ຳປະປາ
ການກຳນົດລາຄາຫົວໜ່ວຍນ້ຳປະປາ ແມ່ນການວາງລາຄານ້ຳປະປາ ທີ່ສົມເຫດສົມຜົນ ເພື່ອໃຫ້ຜູ້ບໍລິການນ້ຳປະປາສາມາດດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍືນຍົງ ຕາມທິດກຸ້ມຕົ້ນເອງ ແລະ ສາມາດຈ່າຍພັນທະເຂົ້າງົບປະມານ ແລະ ໃຫ້ທຸກຄົນສາມາດໄດ້ຊົມໃຊ້ນ້ຳປະປາ ທີ່ຮັບປະກັນ ທາງດ້ານປະລິມານ, ຄຸນນະພາບ ແລະ ສາມາດຈ່າຍຄ່າບໍລິການນ້ຳປະປາດ້ວຍລາຄາທີ່ເປັນທຳ.

第ມາດຕາ 2条

第4条 关于自来水单位定价的原则
1. 符合法律、省级经济社会发展规划、自来水与卫生发展战略以及国家可持续发展目标;
2. 确保自来水服务便捷、快速、安全、现代化、透明、可核查、达标且环保;
3. 公平,使自来水用户能够以人人可负担的价格获得服务,并使自来水服务提供者能够增强提供优质和可持续服务的能力;
4. 根据自来水价格结构确定,明确列出计算自来水价格所需的所有必要项目,每三年或五年进行一次评估和审查,按照第346/ລບ号法令第2章第5条的规定;
5. 在全省所有服务区域统一采用相同的自来水价格结构,以实现从高收入服务区域向低收入服务区域的交叉补贴。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການກຳນົດລາຄາຫົວໜ່ວຍນ້ຳປະປາ
1. ຮອດຄ່ອງກັບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຍຸດທະສາດການພັດທະນານ້ຳປະປາ ແລະ ສຸຂະພິບານ ແລະ ເບົ້າບນາຍການພັດທະນາແບບຢືນຍົງຂອງລັດ;
2. ຮັບປະກັນການບໍລິການນ້ຳປະປາ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ, ທັນສະໄໜ, ໂປ່ງໃສ, ກວດສອບໄດ້, ໄດ້ມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ;
3. ມີຄວາມຍຸຕິທຳ ເພື່ອໃຫ້ຜູ້ຊົມໃຊ້ນ້ຳປະປາ ສາມາດເຂົ້າເຖິງການບໍລິການ ໃນລາຄາທີ່ທຸກຄົນສາມາດຈ່າຍໄດ້ ແລະ ຜູ້ບໍລິການນ້ຳປະປາ ສາມາດເສີມສ້າງຄວາມອາດສາມາດ ທາງດ້ານການບໍລິການທີ່ມີຄຸນະພາບ ແລະ ຍືນຍົງ;
4. ກຳນົດຕາມ ໂຄງສ້າງລາຄານ້ຳປະປາ ໂດຍໄດ້ລະບຸທຸກໆ ລາຍການ ຂໍ້ມູນທີ່ຈຳເປັນທີ່ຕ້ອງການ ສຳລັບການຄິດໄລ່ລາຄານ້ຳປະປາ, ດຳເນີນການປະເມີນຜົນ ແລະ ທົບທວນລາຄານ້ຳປະປາ ທຸກໆ ສາມປີ ຫຼື ຫ້າປີ ຕາມທີ່ໄດ້ລະບຸໄວ້ໃນໝວດທີ 2 ມາດຕາທີ 5 ຂອງດຳລັດ ເລກທີ 346/ລບ;
5. ນຳໃຊ້ ໂຄງສ້າງລາຄານ້ຳປະປາດຽວກັນ ແບບເອກະພາບທຸກພື້ນທີ່ບໍລິການ ໃນທົ່ວແຂວງ ເພື່ອເປັນການຊ່ວຍໜູນຕ້ານລາຄາ ຈາກພື້ນທີ່ບໍລິການ ທີ່ມີລາຍຮັບສູງ ໃຫ້ແກ່ພື້ນທີ່ບໍລິການທີ່ມີລາຍຮັບຕຳ.

第ມາດຕາ 3条

第3条 适用范围
本协议适用于个人、法人、组织以及所有使用省自来水企业和投资者在乌多姆赛省范围内提供的自来水服务的各方。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ທຸກພາກສ່ວນ ທີ່ນຳໃຊ້ນ້ຳປະປາຈາກລັດວິສາຫະກິດນ້ຳປະປາ ແຂວງ ແລະ ຜູ້ລົງທຶນດ້ານການບໍລິການນ້ຳປະປາໃນຂອບເຂດ ແຂວງອຸດົມໄຊ.

第ມາດຕາ 4条

第4条 居民用户自来水价格结构。
为了从高收入家庭向低收入家庭提供价格补贴,自来水运营商必须采用随用水量递增的自来水价格结构,通过将月用水量(立方米)划分为三个阶梯:0至7立方米、8至15立方米和15立方米以上。

ພາສາລາວ (老挝语原文)

ມາດຕາ 4 ໂຄງສ້າງລາຄານ້ຳປະປາ ສຳລັບລູກຄ້າ ປະເພດຄົວເຮືອນ.
ເພື່ອເປັນການຊ່ວຍເຫຼືອດ້ານລາຄາ ຈາກຄົວເຮືອນທີ່ມີລາຍຮັບສູງ ໃຫ້ແກ່ຄົວເຮືອນທີ່ມີລາຍຮັບຕ່ຳ,
ຜູ້ບໍລິການນ້ຳປະປາ ຕ້ອງນຳໃຊ້ໂຄງສ້າງລາຄານ້ຳປະປາ ທີ່ເພີ່ມຂຶ້ນ ຕາມບໍລິມາດການຊົມໃຊ້ນ້ຳປະປາ ໂດຍກຳນົດຂອບເຂດປະລິມານຂອງການນຳໃຊ້ນ້ຳເປັນແມັດກ້ອນ ຕໍ່ເດືອນ ອອກເປັນ ສາມຂັ້ນຕື: ແຕ່ ສູນ ຫາ ເຈັດ ແມັດກ້ອນ, ແຕ່ ແປດ ຫາ ສິບຫ້າ ແມັດກ້ອນ ແລະ ຫຼາຍກ່ວາ ສິບຫ້າ ແມັດກ້ອນ.

第ມາດຕາ 5条

第5条 非居民用户的自来水价格结构。
自来水服务商必须采用基于用水量递增的固定自来水价格结构,适用于非居民用户的用水。

ພາສາລາວ (老挝语原文)

ມາດຕາ 5 ໂຄງສ້າງລາຄານ້ຳປະປາ ສຳລັບລູກຄ້າປະເພດນອກຄົວເຮືອນ.
ຜູ້ບໍລິການນ້ຳປະປາ ຕ້ອງນຳໃຊ້ໂຄງສ້າງລາຄານ້ຳປະປາ ແບບຄົງທີ່ ຕາມການເພີ່ມຂຶ້ນຂອງບໍລິມາດ
ການຊົມໃຊ້ ນ້ຳປະປາ ສຳລັບ ລູກຄ້າປະເພດນອກຄົວເຮືອນ.

第ມາດຕາ 6条

第6条 家庭用户的自来水价格
自来水服务商必须确定自来水价格,以便自来水服务用户能够支付自来水服务费,该费用应占家庭平均收入的百分之三至五(3-5%)。确定低收入家庭收入的基础,依据关于老挝人民民主共和国劳动者最低工资调整的阶段性通知。

ພາສາລາວ (老挝语原文)

ມາດຕາ 6 ລາຄານໍ້າປະປາ ສຳລັບ ລູກຄ້າປະເພດຄົວເຮືອນ
ຜູ້ບໍລິການນໍ້າປະປາ ຕ້ອງກຳນົດລາຄານໍ້າປະປາ ເພື່ອໃຫ້ຜູ້ບໍລິການນໍ້າປະປາ ສາມາດຊຳລະຄ່າບໍລິການນໍ້າປະປາໄດ້ ຢູ່ໃນລະຫວ່າງ ສາມ ຫາ ຫ້າ ສ່ວນຮ້ອຍ( 3-5 % ) ຂອງລາຍຮັບສະເລ່ຍຂອງຄົວເຮືອນ. ພື້ນຖານການກຳນົດລາຍຮັບຄົວເຮືອນທີ່ມີລາຍຮັບຕໍ່າ ແມ່ນອີງຕາມ ແຈ້ງການແນະນຳກ່ຽວກັບ ການປັບປຸງຄ່າແຮງງານຂັ້ນຕໍ່າ ສຳລັບ ຜູ້ອອກແຮງງານຢູ່ ສປປ ລາວ ແຕ່ລະໄລຍະ.

第ມາດຕາ 7条

第7条 自来水价格 对于办公室、国家机关、外国代表机构类客户 自来水服务商必须对办公室类用户采用固定自来水价格,家庭类自来水价格,定价不得超过为家庭类客户最低用水量区间(从零到七立方米)所确定价格的两倍。国家机关、外国代表机构应向用户提供价格援助。

ພາສາລາວ (老挝语原文)

ມາດຕາ 7 ລາຄານໍ້າປະປາ ສຳລັບລູກຄ້າປະເພດ ສຳນັກງານ, ອົງການຂອງລັດ, ສຳນັກງານຜູ້ຕາງໜ້າຂອງຕ່າງປະເທດ ຜູ້ບໍລິການນໍ້າປະປາ ຕ້ອງນຳໃຊ້ລາຄານໍ້າປະປາແບບຄົງທີ່ ສຳລັບ ຜູ້ໃຊ້ບໍລິການປະເພດສຳນັກງານ, ນໍ້າປະປາ ປະເພດຄົວເຮືອນ ດ້ວຍການກຳນົດລາຄາ ບໍ່ໃຫ້ເກີນ ສອງເທົ່າ ຂອງລາຄາທີ່ໄດ້ກຳນົດສຳລັບ ຂອບເຂດບໍລິມາດ ການຊົມໃຊ້ນໍ້າໃນຂັ້ນຕໍ່າສຸດ ຂອງລູກຄ້າປະເພດຄົວເຮືອນ ແຕ່ ສູນ ຫາ ເຈັດ ແມັດກ້ອນ. ອົງການຂອງລັດ, ສຳນັກງານຜູ້ຕາງໜ້າຂອງຕ່າງປະເທດ ໂດຍໃຫ້ມີການຊ່ວຍເຫຼືອດ້ານລາຄາແກ່ຜູ້ໃຊ້ບໍລິການ.

第ມາດຕາ 8条

第8条 商业用户水价
供水服务商必须对商业用户采用固定水价,并对居民用户提供价格补贴,规定其价格不得超过为居民用户最低用水量区间(零至七立方米)所确定价格的三倍。

ພາສາລາວ (老挝语原文)

ມາດຕາ 8 ລາຄານໍ້າປະປາ ສຳລັບ ລູກຄ້າປະເພດທຸລະກິດ
ຜູ້ບໍລິການນໍ້າປະປາ ຕ້ອງນຳໃຊ້ລາຄານ້ຳປະປາແບບຄົງທີ່ ສຳລັບຜູ້ໃຊ້ບໍລິການນ້ຳປະປາ ປະເພດທຸລະກິດ ໂດຍໃຫ້ມີການຊ່ວຍເຫຼືອດ້ານລາຄາແກ່ຜູ້ໃຊ້ບໍລິການນ້ຳປະປາ ປະເພດຄົວເຮືອນ ດ້ວຍການກຳນົດບໍ່ໃຫ້ເກີນ ສາມ ເທົ່າ ຂອງລາຄາທີ່ໄດ້ກຳນົດ ສຳລັບ ຂອບເຂດບໍລິມາດການຊົມໃຊ້ນໍ້າໃນຂັ້ນຕໍ່າຂອງລູກຄ້າປະເພດຄົວເຮືອນແຕ່ ສູນ ຫາ ເຈັດ ແມັດກ້ອນ.

第ມາດຕາ 9条

第9条 自来水单位价格计算公式
1. 售水量
2. 成本价
运营支出
成本价 = (单位:基普/立方米) 售水量
3. 水售价
运营支出 目标利润
水售价 = (单位:基普/立方米) 售水量 + 售水量
4. 水销售单价
售水收入
水销售单价 = (单位:基普/立方米) 售水量
5. 水价利润/亏损
水价利润/亏损 = 水销售单价 - 成本价 (单位:基普/立方米)

ພາສາລາວ (老挝语原文)

ມາດຕາ 9 ສູດຄິດໄລ່ລາຄາຫົວໜ່ວຍນ້ຳປະປາ
1. ບໍລິມາດນ້ຳຂາຍ
2. ລາຄາຕົ້ນທຶນ
ລາຍຈ່າຍການດຳເນີນງານ
ລາຄາຕົ້ນທຶນ = (ຫົວໜ່ວຍ: ກີບ/ມ³) ບໍລິມາດນ້ຳຂາຍ
3. ລາຄາຂາຍນ້ຳ
ລາຍຈ່າຍດຳເນີນງານ ກຳໄລກຳນົດໝາຍ
ລາຄາຂາຍນ້ຳ = (ຫົວໜ່ວຍ: ກີບ/ມ³) ບໍລິມາດນ້ຳຂາຍ + ບໍລິມາດນ້ຳຂາຍ
4. ລາຄາຫົວໜ່ວຍນ້ຳຂາຍ
ລາຍຮັບຈາກການຂາຍນ້ຳ
ລາຄາຫົວໜ່ວຍນ້ຳຂາຍ = (ຫົວໜ່ວຍ: ກີບ/ມ³) ບໍລິມາດນ້ຳຂາຍ
5. ກຳໄລ/ຂາດທຶນລາຄານ້ຳ
ກຳໄລ/ຂາດທຶນລາຄານ້ຳ = ລາຄາຫົວໜ່ວຍນ້ຳຂາຍ - ລາຄາຕົ້ນທຶນ (ຫົວໜ່ວຍ: ກີບ/ມ³)

第ມາດຕາ 10条

第10条 自来水单价
序号 客户类型说明 单位 2024年 2025年
1 普通家庭
0-7立方米 基普/立方米 4,200 4,300
8-15立方米 基普/立方米 4,900 5,100
>15立方米 基普/立方米 6,300 6,500
家庭平均售价 基普/立方米 4,900 5,050
2 国家机关办公室 基普/立方米 8,400 8,600
3 商业、服务业、贸易和工业 基普/立方米 10,400 10,600
总平均售价 基普/立方米 5,900 6,000

ພາສາລາວ (老挝语原文)

ມາດຕາ 10 ລາຄາຫົວໜ່ວຍນໍ້າປະປາ
ລ/ດ ລາຍລະອຽດປະເພດລູກຄ້າ ຫົວໜ່ວຍ ປີ2024 ປີ2025
1 ຄົວເຮືອນທົ່ວໄປ
0-7 ມ3 ກີບ/ມ3 4.200 4.300
8-15 ມ3 ກີບ/ມ3 4.900 5.100
>15 ມ3 ກີບ/ມ3 6.300 6.500
ລາຄາຂາຍສະເລ່ຍຂອງຄົວເຮືອນ ກີບ/ມ3 4.900 5.050
2 ສຳນັກງານຫ້ອງການລັດ ກີບ/ມ3 8.400 8.600
3 ທຸລະກິດ, ບໍລິການ, ການຄ້າ, ແລະ ອຸດສາຫະກຳ ກີບ/ມ3 10.400 10.600
ລາຄາຂາຍສະເລ່ຍລວມ ກີບ/ມ3 5.900 6.000

第ມາດຕາ 11条

第11条 水价审查期限
供水经营者的价格调整必须基于每3年或5年进行一次的水价审查,该审查须经省人民议会批准。

ພາສາລາວ (老挝语原文)

ມາດຕາ 11 ໄລຍະເວລາຂອງການທົບທວນລາຄານ້ຳປະປາ
ການດັດປັບລາຄາສຳລັບຜູ້ດຳເນີນທຸລະກິດນ້ຳປະປາ ຈະຕ້ອງອີງໃສ່ການທົບທວນລາຄານ້ຳປະປາ ທີ່ໄດ້ດຳເນີນໃນທຸກໆ 3 ປີ ຫຼື 5 ປີ ຂອງຂະແໜງການນ້ຳປະປາ ທີ່ໄດ້ຜ່ານການຮັບຮອງຂອງສະພາປະຊາຊົນແຂວງ.

第ມາດຕາ 12条

第12条 确定自来水价格需考虑的因素
确定自来水价格的过程应考虑各服务区域的特殊性,例如:规模、偏远程度、地理条件以及基础设施限制。自来水价格必须基于至少3或5年的业务运营和绩效数据,并且必须体现提高效率和持续提供自来水服务的过程。确定自来水价格的考虑目标必须合理且可实现。

ພາສາລາວ (老挝语原文)

ມາດຕາ 12 ບັນດາປັດໃຈທີ່ຕ້ອງໄດ້ພິຈາລະນາສຳລັບການກຳນົດລາຄານ້ຳປະປາ
ຂະບວນການກຳນົດລາຄານ້ຳປະປາຄວນຄຳນຶງເຖິງບັນດາຈຸດພິເສດຂອງແຕ່ລະພື້ນທີ່ບໍລິການ ເຊັ່ນ: ຂະໜາດ, ຄວາມຫ່າງໄກສອກຫຼີກ, ສະພາບທາງດ້ານພູມສາດ ແລະ ຂໍ້ຈຳກັດທາງດ້ານໂຄງລ່າງພື້ນຖານ. ລາຄານ້ຳປະປາຕ້ອງອີງໃສ່ຜົນການເຄື່ອນໄຫວທຸລະກິດ ແລະ ຂໍ້ມູນດ້ານຜົນການປະຕິບັດງານ ຢ່າງໜ້ອຍ 3 ຫຼື 5 ປີ ຄືນຫຼັງ ແລະ ຈະຕ້ອງສະແດງໃຫ້ເຫັນຂະບວນການປັບປຸງປະສິດທິພາບ ແລະ ສະໜອງການບໍລິການນ້ຳປະປາຢ່າງຕໍ່ເນື່ອງ. ຄາດໝາຍສູ້ຊົນໃນການພິຈາລະນາສຳລັບການກຳນົດລາຄານ້ຳປະປາຈະຕ້ອງສົມເຫດສົມຜົນ ແລະ ສາມາດບັນລຸໄດ້.

本页展示前 12 条,全文共 29 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译