ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ຊົນລະປະທານ ຢູ່ແຂວງ ອຸດົມໄຊ
乌多姆赛省灌溉设施管理使用协议
Oudomxay Province Agreement on Management and Use of Irrigation Facilities
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການບໍລິຫານ, ການນຳໃຊ້ ແລະ ການບຳລຸງຮັກສາລະບົບຊົນລະປະທານໃນແຂວງອຸດົມໄຊ ໂດຍເນັ້ນໃສ່ການກຳນົດຄຳສັບ, ຫຼັກການຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນ ຊຸກຍູ້ການລົງທຶນ ແລະ ຮັບປະກັນການສະໜອງນ້ຳຢ່າງຍືນຍົງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຊົນລະປະທານ ໝາຍເຖິງ ລະບົບການສະໜອງນ້ຳ ແລະ ການລະບາຍ ເພື່ອການຜະລິດກະສິກຳ ຊຶ່ງປະກອບດ້ວຍລະບົບຫົວງານ, ລະບົບຫົດ ປ້ອງກັນແລ້ງ ແລະ ລະບົບລະບາຍ ປ້ອງກັນນ້ຳຖ້ວມ;
2. ຫົວງານ ໝາຍເຖິງ ເຂື່ອນ, ອ່າງເກັບນ້ຳຊົນລະປະທານ, ຝາຍນ້ຳລົ້ນ, ທາງລະບາຍນ້ຳລົ້ນ, ຈັກສູບນ້ຳ, ໄດປ້ານ້ຳ, ປະຕູນ້ຳທີ່ສົ່ງຜ່ານອ່າງຜ່ອນກຳລັງນ້ຳ ສູ່ຄອງເຫຼືອງແມ່ ແລະ ເຮືອນຈັກໄຟຟ້ານ້ຳຕົກຂະໜາດນ້ອຍ;
3. ອ່າງເກັບນ້ຳຊົນລະປະທານ ໝາຍເຖິງ ພື້ນທີ່ເກັບນ້ຳທີ່ເກີດຂຶ້ນຈາກການກໍ່ສ້າງ ຫຼື ດັດແປງຈາກອ່າງນ້ຳທຳມະຊາດ, ເຂື່ອນ, ຝາຍນ້ຳລົ້ນ, ປະຕູນ້ຳ ແລະ ກໍ່ສ້າງໂຄງສ້າງອື່ນໆ ເພື່ອເກັບນ້ຳໄວ້ໃຫ້ແກ່ການຜະລິດກະສິກຳ, ຕ້ານແລ້ງ-ຕ້ານຖ້ວມ, ຄົມມະນາຄົມ, ການທ່ອງທ່ຽວ, ການປະມົງ, ອຸດສາຫະກຳ, ນ້ຳປະປາ ແລະ ຮັບໃຊ້ໃນການດຳລົງຊີວິດຂອງປະຊາຊົນ;
4. ຝາຍນ້ຳລົ້ນ ໝາຍເຖິງ ຝາຍທີ່ສ້າງຂຶ້ນຕັນແລວນ້ຳ ຫຼື ສາຍນ້ຳ ເພື່ອຍົກລະດັບໃຫ້ນ້ຳສູງຂຶ້ນ, ໄຫຼລົ້ນສັນຝາຍໄດ້ຕາມເຕັກນິກການອອກແບບ ແລະ ສາມາດໄຫຼເຂົ້າປະຕູນ້ຳປາກຄອງເຫຼືອງ ຕາມຄວາມຕ້ອງການ;
5. ລະບົບສົ່ງນ້ຳ ໝາຍເຖິງ ລະບົບຄອງເຫຼືອງ ແລະ ທໍ່ສົ່ງນ້ຳ, ເພື່ອສົ່ງນ້ຳເຂົ້າສູ່ພື້ນທີ່ການຜະລິດ ຊຶ່ງປະກອບມີຄອງເຫຼືອງແມ່, ຄອງເຫຼືອງຂັ້ນສອງ, ຄອງເຫຼືອງຂັ້ນສາມ, ຄອງຄັນນາຄູ່ ແລະ ອາຄານຕາມຄອງເຫຼືອງ;
6. ປະຕູນ້ຳ ໝາຍເຖິງ ປະຕູເປີດ-ປິດນ້ຳ ທີ່ສ້າງຂຶ້ນ ເພື່ອຄວບຄຸມປະລິມານການໄຫຼຂອງນ້ຳຈາກຫົວງານໄປສູ່ອ່າງຜ່ອນກຳລັງນ້ຳ ແລະ ຄອງເຫຼືອງແມ່;
7. ເຂດຊົນລະປະທານ ໝາຍເຖິງ ຂອບເຂດພື້ນທີ່ດິນຊົນລະປະທານ ຊຶ່ງປະກອບດ້ວຍ ທີ່ດິນຫົວງານ, ອ່າງເກັບນ້ຳ, ລະບົບຄອງເຫຼືອງ, ລະບົບຄອງລະບາຍ ແລະ ເຂດພື້ນທີ່ດິນທີ່ຊົນລະປະທານສາມາດສະໜອງນ້ຳໄດ້ ຕາມການສຶກສາ, ການສຳຫຼວດ-ອອກແບບ ໂດຍຫຼັກເຂດແດນກຳນົດໄວ້;
8. ການກໍ່ສ້າງ ແລະ ຕິດຕັ້ງ ໝາຍເຖິງ ການກໍ່ສ້າງຫົວງານ, ລະບົບຄອງເຫຼືອງ ລວມທັງການປະກອບອຸປະກອນຕ່າງໆ ເຊັ່ນ: ຈັກສູບນ້ຳ, ລະບົບໄຟຟ້າ, ເຮືອແພທີ່ສົ່ງນ້ຳ, ປະຕູນ້ຳ, ການປະກອບແຜ່ນເບຕົງສຳເລັດຮູບຕາມບັນດາຄອງເຫຼືອງ ແລະ ກິດຈະການອື່ນໆ ທີ່ພົວພັນກັບກິດຈະການຊົນລະປະທານ;
9. ການຟື້ນຟູ ໝາຍເຖິງ ການປັບປຸງ, ແກ້ໄຂສ່ວນທີ່ຊຸດໂຊມ, ເປ່ເພ ສິ່ງທີ່ສ້າງຜ່ານມາໃຫ້ຄືນສູ່ປົກກະຕິ, ສາມາດນຳໃຊ້ໄດ້ພ້ອມທັງຍົກລະດັບໃຫ້ເປັນທັນສະໄໝ ເພື່ອຂະຫຍາຍເນື້ອທີ່ຫົດຕື່ມອີກ;
10. ການສ້ອມແປງ ໝາຍເຖິງ ການປັບປຸງ, ດັດແປງແກ້ໄຂສ່ວນທີ່ເປ່ເພ ຈາກການນຳໃຊ້ ແລະ ໄພທຳມະຊາດຂອງສິ່ງກໍ່ສ້າງຊົນລະປະທານໃຫ້ກັບຄືນໃຊ້ງານໄດ້ປົກກະຕິ;
11. ການສ້ອມແປງສຸກເສີນ ໝາຍເຖິງ ການປັບປຸງ, ແກ້ໄຂສ່ວນທີ່ເປ່ເພ ຫຼື ຊຸດໂຊມຂອງສິ່ງກໍ່ສ້າງຜ່ານມາ ເປັນບາງຈຸດໃຫ້ຄືນສູ່ປົກກະຕິ ສາມາດນຳໃຊ້ໄດ້ພາຍໃນເວລາບໍ່ເກີນໜຶ່ງລະດູການຜະລິດ;
12. ການຕໍ່ເຕີມ ໝາຍເຖິງ ການຂະຫຍາຍພື້ນທີ່ຕາມການອອກແບບ ແລະ ບໍລິມາດ ຂອງສິ່ງກໍ່ສ້າງ ເຊັ່ນ: ການຍົກລະດັບສັນເຂື່ອນ, ການເພີ່ມຈັກສູບນ້ຳ, ໄດປ້ານ້ຳ, ການຂະຫຍາຍລະບົບຄອງສົ່ງນ້ຳ, ອາຄານແບ່ງນ້ຳ, ຄອງລະບາຍ ແລະ ອື່ນໆ ດ້ວຍການຫັນໄປສູ່ທັນສະໄໝ ເທື່ອລະກ້າວ;
13. ໄພພິບັດ ໝາຍເຖິງ ໄພອັນຕະລາຍເກີດຈາກທຳມະຊາດ ແລະ ການກະທຳຂອງມະນຸດ ເປັນຕົ້ນ: ລົມພາຍຸພັດ, ໝາກເຫັບຕົກ, ຟ້າຜ່າ, ນ້ຳຖ້ວມ, ໄພແຫ້ງແລ້ງ, ອາກາດໜາວຈັດ, ດິນເຈື່ອນ, ແຜ່ນດິນໄຫວ, ໄຟໄໝ້, ສັດຕູພືດທຳລາຍ, ພະຍາດລະບາດ ຊຶ່ງໄດ້ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນ, ເສດຖະກິດ, ສິ່ງແວດລ້ອມ;
14. ພື້ນທີ່ຮັບນ້ຳຊົນລະປະທານ ໝາຍເຖິງ ພື້ນທີ່ໄດ້ຮັບການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ;
15. ຊົນລະກະເສດ ໝາຍເຖິງ ການຜະລິດກະເສດສຸມໃນເຂດຊົນລະປະທານ ດ້ວຍການນຳໃຊ້ເຕັກນິກວິທະຍາສາດ;
16. ຊົນລະປະທານປວງຊົນ ໝາຍເຖິງ ຊົນລະປະທານ ທີ່ປະຊາຊົນ ລວມທັງຄອບຄົວ ເປັນເຈົ້າການສ້າງຂຶ້ນເອງ ໂດຍນຳໃຊ້ວັດຖຸທ້ອງຖິ່ນ ເຊັ່ນ ກົງພັດນ້ຳ, ຝາຍໄມ້, ຝາຍກວຍຫີນ, ການນຳໃຊ້ທໍ່ເຮັດຮາງລິນ, ນຳໃຊ້ນ້ຳໃຕ້ດິນ, ໜອງ ແລະ ອື່ນໆ;
17. ການແຈກຢາຍນ້ຳຊົນລະປະທານແບບຮອບວຽນ ໝາຍເຖິງ ການແຈກຢາຍນ້ຳ ຢ່າງມີແຜນການ ແລະ ປະຢັດ ດ້ວຍການໝູນວຽນນຳໃຊ້ນ້ຳປະຈຳອາທິດ ຂອງຄອງເຫຼືອງຂັ້ນສອງແຕ່ລະເຂດ;
18. ກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ ຂຽນຫຍໍ້: ກນຊ ໝາຍເຖິງ ການຈັດຕັ້ງຂອງຊາວກະສິກອນນຳໃຊ້ນ້ຳ ແລະ ໄດ້ຮັບຜົນປະໂຫຍດ ຈາກໂຄງການຊົນລະປະທານ ເພື່ອຄຸ້ມຄອງ ແລະ ບໍລິຫານຈັດການ;
19. ພັນທະຂອງກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ ໝາຍເຖິງ ຄວາມຮັບຜິດຊອບຂອງສະມາຊິກກຸ່ມຜູ້ນຳໃຊ້ນ້ຳ ຕ້ອງໄດ້ປະຕິບັດຕາມລະບຽບຂອງກຸ່ມຜູ້ນຳໃຊ້ນ້ຳ ແລະ ການມອບໝາຍຂອງຄະນະບໍລິຫານກຸ່ມ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ