乌多姆赛省灌溉设施管理使用协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ຊົນລະປະທານ ຢູ່ແຂວງ ອຸດົມໄຊ
Oudomxay Province Agreement on Management and Use of Irrigation Facilities
简介
该法规调整乌多姆赛省灌溉设施的管理、使用与维护,核心内容为明确术语定义、管理原则及各方责任,鼓励投资并保障可持续供水。
Summary
This regulation adjusts the management, use, and maintenance of irrigation facilities in Oudomxay Province, defining terms, management principles, and responsibilities of parties, encouraging investment, and ensuring sustainable water supply.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການບໍລິຫານ, ການນຳໃຊ້ ແລະ ການບຳລຸງຮັກສາລະບົບຊົນລະປະທານໃນແຂວງອຸດົມໄຊ ໂດຍເນັ້ນໃສ່ການກຳນົດຄຳສັບ, ຫຼັກການຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນ ຊຸກຍູ້ການລົງທຶນ ແລະ ຮັບປະກັນການສະໜອງນ້ຳຢ່າງຍືນຍົງ.
条文
第ມາດຕາ 1条
第3条 术语解释
本协议中使用的术语定义如下:
1. 灌溉 指为农业生产提供供水和排水的系统,包括水源工程系统、抗旱灌溉系统和防洪排水系统;
2. 水源工程 指水坝、灌溉水库、溢流堰、溢洪道、水泵、水闸、将水通过消力池输送到干渠的水闸以及小型水电站;
3. 灌溉水库 指通过建设或改造天然水域、水坝、溢流堰、水闸及其他结构物而形成的水库,用于储存水以供应农业生产、抗旱防洪、交通、旅游、渔业、工业、自来水及人民生活;
4. 溢流堰 指建在河道或溪流上以抬高水位、使水按设计技术溢过堰顶并能根据需要流入渠首闸的堰;
5. 输水系统 指渠道和输水管道系统,用于将水输送到生产区域,包括干渠、二级渠道、三级渠道、田间渠道及渠道上的建筑物;
6. 水闸 指为控制从水源工程到消力池和干渠的水流量而建造的启闭闸门;
7. 灌区 指灌溉土地的范围,包括水源工程用地、水库、渠道系统、排水系统以及根据研究、勘测设计确定的灌溉能够供水的土地范围,以划定边界为准;
8. 建设和安装 指水源工程、渠道系统的建设,包括各种设备的安装,如水泵、电力系统、输水船、水闸、渠道上预制混凝土板的安装以及与灌溉活动相关的其他活动;
9. 修复 指对已建工程中退化、损坏的部分进行改善、修复,使其恢复正常使用,并升级现代化以进一步扩大灌溉面积;
10. 维修 指对灌溉建筑物因使用和自然灾害造成的损坏部分进行改善、修改,使其恢复正常运行;
11. 紧急维修 指对已建工程中损坏或退化的部分进行局部改善、修复,使其恢复正常,并在不超过一个生产季节的时间内投入使用;
12. 扩建 指根据设计和规模扩大建筑物,如加高坝顶、增加水泵、水闸、扩大输水渠道系统、分水建筑物、排水渠等,并逐步实现现代化;
13. 灾害 指由自然和人类行为造成的危险,如:风暴、冰雹、雷击、洪水、干旱、严寒、滑坡、地震、火灾、虫害、流行病,这些灾害发生并对财产、经济、环境造成损害;
14. 灌溉受益面积 指获得供水用于农业生产的面积;
15. 灌溉农业 指在灌区内利用科学技术进行集约化农业生产;
16. 群众灌溉 指由人民包括家庭自主利用当地材料建造的灌溉设施,如水车、木堰、石笼堰、利用管道做渡槽、利用地下水、池塘等;
17. 轮灌 指有计划地、节约地分配水,通过每周轮流使用各二级渠道区域的水;
18. 灌溉用水者团体 缩写为“用团”,指用水并从灌溉项目中受益的农民组织,用于管理和行政;
19. 灌溉用水者团体的义务 指用水者团体成员的责任,必须遵守用水者团体的规定以及团体管理委员会的指派。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຊົນລະປະທານ ໝາຍເຖິງ ລະບົບການສະໜອງນ້ຳ ແລະ ການລະບາຍ ເພື່ອການຜະລິດກະສິກຳ ຊຶ່ງປະກອບດ້ວຍລະບົບຫົວງານ, ລະບົບຫົດ ປ້ອງກັນແລ້ງ ແລະ ລະບົບລະບາຍ ປ້ອງກັນນ້ຳຖ້ວມ;
2. ຫົວງານ ໝາຍເຖິງ ເຂື່ອນ, ອ່າງເກັບນ້ຳຊົນລະປະທານ, ຝາຍນ້ຳລົ້ນ, ທາງລະບາຍນ້ຳລົ້ນ, ຈັກສູບນ້ຳ, ໄດປ້ານ້ຳ, ປະຕູນ້ຳທີ່ສົ່ງຜ່ານອ່າງຜ່ອນກຳລັງນ້ຳ ສູ່ຄອງເຫຼືອງແມ່ ແລະ ເຮືອນຈັກໄຟຟ້ານ້ຳຕົກຂະໜາດນ້ອຍ;
3. ອ່າງເກັບນ້ຳຊົນລະປະທານ ໝາຍເຖິງ ພື້ນທີ່ເກັບນ້ຳທີ່ເກີດຂຶ້ນຈາກການກໍ່ສ້າງ ຫຼື ດັດແປງຈາກອ່າງນ້ຳທຳມະຊາດ, ເຂື່ອນ, ຝາຍນ້ຳລົ້ນ, ປະຕູນ້ຳ ແລະ ກໍ່ສ້າງໂຄງສ້າງອື່ນໆ ເພື່ອເກັບນ້ຳໄວ້ໃຫ້ແກ່ການຜະລິດກະສິກຳ, ຕ້ານແລ້ງ-ຕ້ານຖ້ວມ, ຄົມມະນາຄົມ, ການທ່ອງທ່ຽວ, ການປະມົງ, ອຸດສາຫະກຳ, ນ້ຳປະປາ ແລະ ຮັບໃຊ້ໃນການດຳລົງຊີວິດຂອງປະຊາຊົນ;
4. ຝາຍນ້ຳລົ້ນ ໝາຍເຖິງ ຝາຍທີ່ສ້າງຂຶ້ນຕັນແລວນ້ຳ ຫຼື ສາຍນ້ຳ ເພື່ອຍົກລະດັບໃຫ້ນ້ຳສູງຂຶ້ນ, ໄຫຼລົ້ນສັນຝາຍໄດ້ຕາມເຕັກນິກການອອກແບບ ແລະ ສາມາດໄຫຼເຂົ້າປະຕູນ້ຳປາກຄອງເຫຼືອງ ຕາມຄວາມຕ້ອງການ;
5. ລະບົບສົ່ງນ້ຳ ໝາຍເຖິງ ລະບົບຄອງເຫຼືອງ ແລະ ທໍ່ສົ່ງນ້ຳ, ເພື່ອສົ່ງນ້ຳເຂົ້າສູ່ພື້ນທີ່ການຜະລິດ ຊຶ່ງປະກອບມີຄອງເຫຼືອງແມ່, ຄອງເຫຼືອງຂັ້ນສອງ, ຄອງເຫຼືອງຂັ້ນສາມ, ຄອງຄັນນາຄູ່ ແລະ ອາຄານຕາມຄອງເຫຼືອງ;
6. ປະຕູນ້ຳ ໝາຍເຖິງ ປະຕູເປີດ-ປິດນ້ຳ ທີ່ສ້າງຂຶ້ນ ເພື່ອຄວບຄຸມປະລິມານການໄຫຼຂອງນ້ຳຈາກຫົວງານໄປສູ່ອ່າງຜ່ອນກຳລັງນ້ຳ ແລະ ຄອງເຫຼືອງແມ່;
7. ເຂດຊົນລະປະທານ ໝາຍເຖິງ ຂອບເຂດພື້ນທີ່ດິນຊົນລະປະທານ ຊຶ່ງປະກອບດ້ວຍ ທີ່ດິນຫົວງານ, ອ່າງເກັບນ້ຳ, ລະບົບຄອງເຫຼືອງ, ລະບົບຄອງລະບາຍ ແລະ ເຂດພື້ນທີ່ດິນທີ່ຊົນລະປະທານສາມາດສະໜອງນ້ຳໄດ້ ຕາມການສຶກສາ, ການສຳຫຼວດ-ອອກແບບ ໂດຍຫຼັກເຂດແດນກຳນົດໄວ້;
8. ການກໍ່ສ້າງ ແລະ ຕິດຕັ້ງ ໝາຍເຖິງ ການກໍ່ສ້າງຫົວງານ, ລະບົບຄອງເຫຼືອງ ລວມທັງການປະກອບອຸປະກອນຕ່າງໆ ເຊັ່ນ: ຈັກສູບນ້ຳ, ລະບົບໄຟຟ້າ, ເຮືອແພທີ່ສົ່ງນ້ຳ, ປະຕູນ້ຳ, ການປະກອບແຜ່ນເບຕົງສຳເລັດຮູບຕາມບັນດາຄອງເຫຼືອງ ແລະ ກິດຈະການອື່ນໆ ທີ່ພົວພັນກັບກິດຈະການຊົນລະປະທານ;
9. ການຟື້ນຟູ ໝາຍເຖິງ ການປັບປຸງ, ແກ້ໄຂສ່ວນທີ່ຊຸດໂຊມ, ເປ່ເພ ສິ່ງທີ່ສ້າງຜ່ານມາໃຫ້ຄືນສູ່ປົກກະຕິ, ສາມາດນຳໃຊ້ໄດ້ພ້ອມທັງຍົກລະດັບໃຫ້ເປັນທັນສະໄໝ ເພື່ອຂະຫຍາຍເນື້ອທີ່ຫົດຕື່ມອີກ;
10. ການສ້ອມແປງ ໝາຍເຖິງ ການປັບປຸງ, ດັດແປງແກ້ໄຂສ່ວນທີ່ເປ່ເພ ຈາກການນຳໃຊ້ ແລະ ໄພທຳມະຊາດຂອງສິ່ງກໍ່ສ້າງຊົນລະປະທານໃຫ້ກັບຄືນໃຊ້ງານໄດ້ປົກກະຕິ;
11. ການສ້ອມແປງສຸກເສີນ ໝາຍເຖິງ ການປັບປຸງ, ແກ້ໄຂສ່ວນທີ່ເປ່ເພ ຫຼື ຊຸດໂຊມຂອງສິ່ງກໍ່ສ້າງຜ່ານມາ ເປັນບາງຈຸດໃຫ້ຄືນສູ່ປົກກະຕິ ສາມາດນຳໃຊ້ໄດ້ພາຍໃນເວລາບໍ່ເກີນໜຶ່ງລະດູການຜະລິດ;
12. ການຕໍ່ເຕີມ ໝາຍເຖິງ ການຂະຫຍາຍພື້ນທີ່ຕາມການອອກແບບ ແລະ ບໍລິມາດ ຂອງສິ່ງກໍ່ສ້າງ ເຊັ່ນ: ການຍົກລະດັບສັນເຂື່ອນ, ການເພີ່ມຈັກສູບນ້ຳ, ໄດປ້ານ້ຳ, ການຂະຫຍາຍລະບົບຄອງສົ່ງນ້ຳ, ອາຄານແບ່ງນ້ຳ, ຄອງລະບາຍ ແລະ ອື່ນໆ ດ້ວຍການຫັນໄປສູ່ທັນສະໄໝ ເທື່ອລະກ້າວ;
13. ໄພພິບັດ ໝາຍເຖິງ ໄພອັນຕະລາຍເກີດຈາກທຳມະຊາດ ແລະ ການກະທຳຂອງມະນຸດ ເປັນຕົ້ນ: ລົມພາຍຸພັດ, ໝາກເຫັບຕົກ, ຟ້າຜ່າ, ນ້ຳຖ້ວມ, ໄພແຫ້ງແລ້ງ, ອາກາດໜາວຈັດ, ດິນເຈື່ອນ, ແຜ່ນດິນໄຫວ, ໄຟໄໝ້, ສັດຕູພືດທຳລາຍ, ພະຍາດລະບາດ ຊຶ່ງໄດ້ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນ, ເສດຖະກິດ, ສິ່ງແວດລ້ອມ;
14. ພື້ນທີ່ຮັບນ້ຳຊົນລະປະທານ ໝາຍເຖິງ ພື້ນທີ່ໄດ້ຮັບການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ;
15. ຊົນລະກະເສດ ໝາຍເຖິງ ການຜະລິດກະເສດສຸມໃນເຂດຊົນລະປະທານ ດ້ວຍການນຳໃຊ້ເຕັກນິກວິທະຍາສາດ;
16. ຊົນລະປະທານປວງຊົນ ໝາຍເຖິງ ຊົນລະປະທານ ທີ່ປະຊາຊົນ ລວມທັງຄອບຄົວ ເປັນເຈົ້າການສ້າງຂຶ້ນເອງ ໂດຍນຳໃຊ້ວັດຖຸທ້ອງຖິ່ນ ເຊັ່ນ ກົງພັດນ້ຳ, ຝາຍໄມ້, ຝາຍກວຍຫີນ, ການນຳໃຊ້ທໍ່ເຮັດຮາງລິນ, ນຳໃຊ້ນ້ຳໃຕ້ດິນ, ໜອງ ແລະ ອື່ນໆ;
17. ການແຈກຢາຍນ້ຳຊົນລະປະທານແບບຮອບວຽນ ໝາຍເຖິງ ການແຈກຢາຍນ້ຳ ຢ່າງມີແຜນການ ແລະ ປະຢັດ ດ້ວຍການໝູນວຽນນຳໃຊ້ນ້ຳປະຈຳອາທິດ ຂອງຄອງເຫຼືອງຂັ້ນສອງແຕ່ລະເຂດ;
18. ກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ ຂຽນຫຍໍ້: ກນຊ ໝາຍເຖິງ ການຈັດຕັ້ງຂອງຊາວກະສິກອນນຳໃຊ້ນ້ຳ ແລະ ໄດ້ຮັບຜົນປະໂຫຍດ ຈາກໂຄງການຊົນລະປະທານ ເພື່ອຄຸ້ມຄອງ ແລະ ບໍລິຫານຈັດການ;
19. ພັນທະຂອງກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ ໝາຍເຖິງ ຄວາມຮັບຜິດຊອບຂອງສະມາຊິກກຸ່ມຜູ້ນຳໃຊ້ນ້ຳ ຕ້ອງໄດ້ປະຕິບັດຕາມລະບຽບຂອງກຸ່ມຜູ້ນຳໃຊ້ນ້ຳ ແລະ ການມອບໝາຍຂອງຄະນະບໍລິຫານກຸ່ມ.
第ມາດຕາ 2条
第4条 关于灌溉管理和使用的政策
省级行政机关鼓励、促进国内外所有经济部门投资于灌溉事业,包括建设循环灌溉农业,旨在根据地方实际潜力,在本协议第5条规定的原则基础上,实现现代化生产。
省级行政机关鼓励个人、法人和组织参与灌溉的管理、使用、维护和开发,使其现代化,提供及时、季节性、长期和可持续的水供应,与省经济社会发展相结合,通过促进建立用水者协会、设立基金、开展集约农业或灌溉农业,使其符合法律法规,为各族人民稳定的农业生产和生计奠定基础。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ຊົນລະປະທານ
ອົງການປົກຄອງແຂວງ ຊຸກຍູ້, ສົ່ງເສີມທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃສ່ກິດຈະການຊົນລະປະທານ ລວມທັງການສ້າງຊົນລະກະເສດຄົບວົງຈອນ ແນໃສ່ຫັນເປັນການຜະລິດທັນສະໄໝ ຕາມທ່າແຮງຕົວຈິງຂອງທ້ອງຖິ່ນ ບົນພື້ນຖານຫຼັກການທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້.
ອົງການປົກຄອງແຂວງສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຂົ້າຮ່ວມໃນການຄຸ້ມຄອງນຳໃຊ້ ປົກປັກຮັກສາ ແລະ ພັດທະນາຊົນລະປະທານໃຫ້ທັນສະໄໝ ສະໜອງນ້ຳວ່ອງໄວທັນລະດູການ ນຳໃຊ້ຍາວນານ ແລະ ຍືນຍົງ ຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໂດຍຊຸກຍູ້ໃຫ້ມີສະມາຄົມນຳໃຊ້ນ້ຳ, ສ້າງກອງທຶນ, ເຮັດກະເສດສຸມ ຫຼື ຊົນລະກະເສດ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເພື່ອເປັນພື້ນຖານໃນການຜະລິດກະສິກຳ ແລະ ອາຊີບຂອງປະຊາຊົນບັນດາເຜົ່າທີ່ໝັ້ນຄົງ.
第ມາດຕາ 3条
第3条 关于灌溉管理利用的原则
1. 保障向雨季和旱季农业生产供水,既以粮食生产为目标,也以商品生产为目标,按照省的优先计划;
2. 保障灌溉的管理、保护、开发,使其能够利用,通过农民的参与,实现高效和可持续;
3. 保障国家、个人、法人和组织的利益,按照法律和法规开发灌溉;
4. 保障按照抗旱防洪计划利用灌溉,在气候变化和环境条件的每个阶段;
5. 保障水费征收和灌溉基金的使用,有原则、高效和可持续。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການ ກ່ຽວກັບການຄຸ້ມຄອງ ນຳໃຊ້ຊົນລະປະທານ
1. ຮັບປະກັນການສະໜອງນ້ຳ ໃຫ້ແກ່ການຜະລິດກະສິກຳລະດູຝົນ ແລະ ລະດູແລ້ງ ທັງເປົ້າໝາຍຜະລິດເປັນສະບຽງອາຫານ ແລະ ເປັນສິນຄ້າ ຕາມແຜນງານບູລິມະສິດຂອງແຂວງ;
2. ຮັບປະກັນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາຊົນລະປະທານໃຫ້ສາມາດນຳໃຊ້ໄດ້ ໂດຍການມີສ່ວນຮ່ວມຂອງຊາວກະສິກອນ ໃຫ້ມີປະສິດທິຜົນສູງ ແລະ ມີຄວາມຍືນຍົງ;
3. ຮັບປະກັນຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພັດທະນາຊົນລະປະທານ ຕາມກົດໝາຍ ແລະ ລະບຽບການ;
4. ຮັບປະກັນການນຳໃຊ້ ຊົນລະປະທານ ຕາມແຜນການຕ້ານແລ້ງ-ຕ້ານຖ້ວມ ໃນເງື່ອນໄຂການປ່ຽນແປງດິນຟ້າອາກາດ ແລະ ສະພາບແວດລ້ອມ ໃນແຕ່ລະໄລຍະ;
5. ຮັບປະກັນການເກັບຄ່ານຳໃຊ້ນ້ຳ ແລະ ການນຳໃຊ້ກອງທຶນຊົນລະປະທານ ຢ່າງມີຫຼັກການ ໃຫ້ປະສິດທິຜົນ ແລະ ມີຄວາມຍືນຍົງ.
第ມາດຕາ 4条
第4条 适用范围
本协议适用于涉及乌多姆赛省灌溉管理、保护、开发和经营的个人、法人、国内外组织。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ພົວພັນກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ດຳເນີນທຸລະກິດ ຊົນລະປະທານ ຢູ່ແຂວງອຸດົມໄຊ.
第ມາດຕາ 5条
第5条 灌溉的使用、恢复与维修
灌溉的使用是指对水进行管理,主要用于农业生产,按照项目的配水计划,根据用水的优先顺序和重要性进行安排;此外,才供应给自来水生产、工业、旅游及其他目的,根据实际情况。
当灌溉项目出现退化、损坏时,必须进行恢复与维修,使其处于良好状态,能够使用,以确保及时供水给生产,让用水户群体和经营者参与、负责所有规模灌溉项目的恢复与维修,按照灌溉法第40条的规定执行。实际使用中,省级行政机关委托农业和林业厅与省、县、村各级相关部门协调组织实施如下:
1. 允许个人、法人、生产群体和农业经营者使用灌溉水进行粮食生产和商品生产,根据当地条件和潜力,例如:种植水稻、蔬菜、果树、养鱼和养殖,按照省的政策;
2. 允许个人、法人、商业部门和组织使用灌溉水库区域开展服务、旅游、利用水生产自来水及其他业务,不影响灌溉、环境及个人或相关组织的权益;
3. 允许个人、法人和经营者参与投资建设或开发灌溉,以服务于稳定的农业生产,按照经济社会发展计划,并与其他部门的发展相衔接,符合政策、法律和法规;
4. 有明确的灌溉管理和使用分级政策,省、县、村三级,通过使用灌溉项目面积、收费和使用资金;
5. 有政策规定使用灌溉水的个人、法人或组织必须缴纳水费,按照规定,除非用于非商业目的的农业生产,且必须事先获得农业和林业部门的同意。
ພາສາລາວ (老挝语原文)
ມາດຕາ 5 ການນຳໃຊ້, ການຟື້ນຟູ-ສ້ອມແປງ ຊົນລະປະທານ
ການນຳໃຊ້ຊົນລະປະທານ ແມ່ນການບໍລິຫານຈັດການນ້ຳ ເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳ ເປັນຕົ້ນຕໍ ຕາມແຜນການແຈກຢາຍນ້ຳຂອງໂຄງການ ທີ່ໄດ້ຈັດລຽງບູລິມະສິດ ຄວາມສຳຄັນຂອງການນຳໃຊ້ນ້ຳ, ນອກຈາກນັ້ນຈຶ່ງສະໜອງໃຫ້ການຜະລິດ ນ້ຳປະປາ, ອຸດສາຫະກຳ, ເພື່ອການທ່ອງທ່ຽວ ແລະ ຈຸດປະສົງອື່ນ ຕາມເງື່ອນໄຂຕົວຈິງ.
ເມື່ອໂຄງການຊົນລະປະທານ ມີສະພາບຊຸດໂຊມ, ເປເພ ຕ້ອງຟື້ນຟູ-ສ້ອມແປງ ໃຫ້ຢູ່ໃນສະພາບດີ, ສາມາດນຳໃຊ້ໄດ້ ເພື່ອຮັບປະກັນການສະໜອງນ້ຳໃຫ້ການຜະລິດທັນລະດູການ ໂດຍໃຫ້ກຸ່ມນຳໃຊ້ນ້ຳ ແລະ ຜູ້ປະກອບການ ມີສ່ວນຮ່ວມ, ຄວາມຮັບຜິດຊອບໃນການຟື້ນຟູ ສ້ອມແປງໂຄງການຊົນລະປະທານທຸກຂະໜາດ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 40 ຂອງກົດໝາຍ ວ່າດ້ວຍຊົນລະປະທານ, ການນຳໃຊ້ຕົວຈິງ ອົງການປົກຄອງແຂວງ ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ຈັດຕັ້ງປະຕິບັດ ດັ່ງນີ້:
1. ອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ, ກຸ່ມຜະລິດ ແລະ ຜູ້ປະກອບການທຸລະກິດກະສິກຳ ນຳໃຊ້ນ້ຳຊົນລະປະທານ ເຂົ້າໃນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມເງື່ອນໄຂ ແລະ ທ່າແຮງຂອງທ້ອງຖິ່ນ ເຊັ່ນ: ປູກເຂົ້າ, ປູກພືດຜັກ, ໄມ້ໃຫ້ໝາກ, ລ້ຽງປາ ແລະ ລ້ຽງສັດ ຕາມນະໂຍບາຍຂອງແຂວງ;
2. ອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ, ພາກສ່ວນທຸລະກິດ ແລະ ການຈັດຕັ້ງ ນຳໃຊ້ບໍລິເວນອ່າງນ້ຳຊົນລະປະທານ ເພື່ອດຳເນີນທຸລະກິດດ້ານບໍລິການ, ການທ່ອງທ່ຽວ, ນຳໃຊ້ນ້ຳຜະລິດນ້ຳປະປາ ແລະ ອື່ນໆ ທີ່ບໍ່ກະທົບຕໍ່ຊົນລະປະທານ, ສິ່ງແວດລ້ອມ ແລະ ສິດຜົນປະໂຫຍດຂອງບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ;
3. ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ຜູ້ປະກອບການ ເຂົ້າຮ່ວມລົງທຶນ ສ້າງ ຫຼື ພັດທະນາຊົນລະປະທານ ເພື່ອຮັບໃຊ້ການຜະລິດກະສິກຳທີ່ໝັ້ນຄົງ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງກັບການພັດທະນາຂະແໜງການອື່ນ ທີ່ສອດຄ່ອງກັບນະໂຍບາຍ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
4. ມີນະໂຍບາຍແບ່ງຂັ້ນຄຸ້ມຄອງ ແລະ ນຳໃຊ້ຊົນລະປະທານ ຢ່າງຈະແຈ້ງ ຂັ້ນແຂວງ, ເມືອງ ແລະ ບ້ານ ໂດຍການນຳໃຊ້ເນື້ອທີ່ໂຄງການຊົນລະປະທານ, ການເກັບເງິນ ແລະ ການນຳໃຊ້ເງິນກອງທຶນນຳໃຊ້;
5. ມີນະໂຍບາຍໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳໃຊ້ນ້ຳຊົນລະປະທານ ຕ້ອງເສຍຄ່ານ້ຳ ຕາມລະບຽບການ ເວັ້ນເສຍແຕ່ການນຳໃຊ້ນ້ຳ ເພື່ອການຜະລິດກະສິກຳ ທີ່ບໍ່ມີຈຸດປະສົງທາງການຄ້າ ແລະ ຕ້ອງໄດ້ຮັບການເຫັນດີຈາກ ຂະແໜງການກະສິກຳ ແລະ ປ່າໄມ້ ເສຍກ່ອນ.
第ມາດຕາ 6条
第6条 用水户的权利
用水户享有以下权利:
1. 获得灌溉、种植业、养殖业、林业、管理和农业土地开发基础方面的专业培训;
2. 为灌溉项目的共同利益提出意见;
3. 参与并主动维护、修复、修缮灌溉项目,在其职责范围内确保灌溉用水供应计划进入生产;
4. 按照周期、根据每种作物的实际需求,获得全面、公平的灌溉用水供应;
5. 获得便利及其他法律和法规规定的政策;
6. 按照老挝人民民主共和国会计法记账,并可以使用其他会计系统,但须经相关部门同意。
ພາສາລາວ (老挝语原文)
ມາດຕາ 6 ສິດຂອງກຸ່ມຜູ້ນຳໃຊ້ຊົນລະປະທານ
ກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ ມີສິດ ດັ່ງນີ້:
1. ໄດ້ຮັບການຝຶກອົບຮົມວິຊາສະເພາະດ້ານ ຊົນລະປະທານ, ວຽກງານສົ່ງເສີມການປູກ, ການລ້ຽງ, ປ່າໄມ້, ການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກຳຂັ້ນພື້ນຖານ;
2. ປະກອບຄຳເຫັນ ເພື່ອຜົນປະໂຫຍດລວມຂອງໂຄງການຊົນລະປະທານ;
3. ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການບົວລະບັດຮັກສາ, ຟື້ນຟູ, ສ້ອມແປງໂຄງການຊົນລະປະທານ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນແຜນການສະໜອງນ້ຳຊົນລະປະທານເຂົ້າໃນການຜະລິດ;
4. ໄດ້ຮັບການສະໜອງນ້ຳໃຫ້ເນື້ອທີ່ການຜະລິດຕາມຮອບວຽນ ຕາມຄວາມຕ້ອງການຕົວຈິງຂອງພືດແຕ່ລະຊະນິດ ຢ່າງທົ່ວເຖິງ ແລະ ຍຸຕິທຳ;
5. ໄດ້ຮັບການອຳນວຍຄວາມສະດວກ, ນະໂຍບາຍອື່ນໆ ຕາມທີ່ກົດໝາຍ ແລະ ລະບຽບການໄດ້ກຳນົດໄວ້;
6. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີຂອງ ສປປ ລາວ ແລະ ສາມາດນຳໃຊ້ລະບົບບັນຊີອື່ນ, ແຕ່ຕ້ອງໄດ້ຮັບການເຫັນດີຈາກຂະແໜງການທີ່ກ່ຽວຂ້ອງ.
第ມາດຕາ 7条
第7条 灌溉发展基金是灌溉用水者群体的基金,用于在灌溉项目出现退化、破损时进行修复和改造,使其处于良好状态,能够正常为生产供水,根据政策和具体规定设立,来源于灌溉水费征收以及成员、个人、法人、经营者或国内外组织的出资,用于有效开展灌溉发展工作。
ພາສາລາວ (老挝语原文)
ມາດຕາ 7 ເງິນກອງທຶນພັດທະນາຊົນລະປະທານ ແມ່ນເງິນກອງທຶນຂອງກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ ເພື່ອຟື້ນຟູ-ສ້ອມແປງໂຄງການຊົນລະປະທານ ເມື່ອມີສະພາບຊຸດໂຊມ, ເປ່ເພ ໃຫ້ຢູ່ໃນສະພາບດີ, ໃຫ້ສາມາດສະໜອງນ້ຳໃຫ້ແກ່ການຜະລິດໄດ້ຕາມປົກກະຕິ ໂດຍການສ້າງຕັ້ງຂຶ້ນຕາມນະໂຍບາຍ ແລະ ລະບຽບການສະເພາະ ຊຶ່ງໄດ້ມາຈາກການເກັບຄ່ານ້ຳຊົນລະປະທານ ແລະ ການປະກອບທຶນຂອງສະມາຊິກ, ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນວຽກງານພັດທະນາຊົນລະປະທານໃຫ້ມີປະສິດທິຜົນ.
第ມາດຕາ 8条
第8条 灌溉水费的收取与豁免
1. 灌溉水使用费的收取,按每公顷稻谷计算费率,但应按实际市场稻谷价格或根据各时期经济发展情况以货币支付,各灌溉项目的实际执行将有具体规定,计算取决于灌溉项目的位置、特点、条件以及受水面积或生产类型如下:
1.1. 雨季稻、旱季稻生产:每公顷每年40-80公斤稻谷;
1.2. 鱼塘或水产养殖(农户家庭养殖):每公顷每年35-70公斤稻谷;
1.3. 鱼塘或水产养殖(商品养殖):每公顷每年150-200公斤稻谷;
1.4. 商品作物种植,包括:投资公司每公顷每年50-80公斤稻谷;民众自种每公顷每年20-50公斤稻谷;
1.5. 其他工业作物种植:每公顷每年80公斤稻谷;
2. 灌溉水使用费的豁免如下:
2.1 用于国家和国际合作项目试验示范的面积;
2.2 因自然灾害、病虫害和野生动物破坏而受损的农业生产和水产养殖面积,经县级农业和林业办公室检查核实后,按以下情况处理:
- 损失20%-70%的,按实际损失百分比豁免;
- 损失71%以上的,100%豁免。
ພາສາລາວ (老挝语原文)
ມາດຕາ 8 ການເກັບເງິນຄ່ານໍ້າຊົນລະປະທານ ແລະ ການຍົກເວັ້ນ
1. ການເກັບເງິນຄ່ານຳໃຊ້ນໍ້າຊົນລະປະທານ ແມ່ນກຳນົດອັດຕາການຄິດໄລ່ເປັນເຂົ້າເປືອກຕໍ່ເຮັກຕາ ແຕ່ໃຫ້ຈ່າຍເປັນເງິນຕາມລາຄາເຂົ້າເປືອກທີ່ປະກົດຕົວໃນທ້ອງຕະຫຼາດຕົວຈິງ ຫຼື ຕາມການຂະຫຍາຍຕົວຂອງເສດຖະກິດ ໃນແຕ່ລະໄລຍະ, ການປະຕິບັດຕົວຈິງຢູ່ແຕ່ລະໂຄງການຊົນລະປະທານຈະມີລະບຽບສະເພາະ, ການຄິດໄລ່ແມ່ນຂຶ້ນກັບທີ່ຕັ້ງ, ຈຸດພິເສດ, ເງື່ອນໄຂ ຂອງໂຄງການຊົນລະປະທານ ແລະ ເນື້ອທີ່ຮັບນໍ້າ ຫຼື ປະເພດການຜະລິດ ດັ່ງນີ້:
1.1. ຜະລິດເຂົ້ານາປີ, ນາແຊງ 40-80 ກິໂລ ເຂົ້າເປືອກຕໍ່ເຮັກຕາຕໍ່ປີ;
1.2. ໜອງປາ ຫຼື ລ້ຽງສັດນໍ້າ (ຊາວກະສິກອນລ້ຽງແບບຄອບຄົວ) 35-70 ກິໂລ ເຂົ້າເປືອກຕໍ່ເຮັກຕາຕໍ່ປີ;
1.3. ໜອງປາ ຫຼື ລ້ຽງສັດນໍ້າ (ລ້ຽງເປັນສິນຄ້າ) 150-200 ກິໂລ ເຂົ້າເປືອກຕໍ່ເຮັກຕາຕໍ່ປີ;
1.4. ປູກພືດເປັນສິນຄ້າໃຫ້ດິດໄລ່ ຄື: ບໍລິສັດລົງທຶນ 50-80 ກິໂລເຂົ້າເປືອກຕໍ່ເຮັກຕາຕໍ່ປີ; ປະຊາຊົນປູກເອງ 20-50 ກິໂລເຂົ້າເປືອກຕໍ່ເຮັກຕາຕໍ່ປີ;
1.5. ປູກພືດອຸດສາຫະກຳ ອື່ນໆ 80 ກິໂລເຂົ້າເປືອກຕໍ່ເຮັກຕາຕໍ່ປີ;
2. ການຍົກເວັ້ນການເກັບຄ່ານຳໃຊ້ນໍ້າຊົນລະປະທານ ມີດັ່ງນີ້:
2.1 ເນື້ອທີ່ເຮັດການທົດລອງສາທິດຂອງໂຄງການລົງທຶນຂອງລັດ ແລະ ຮ່ວມມືສາກົນ;
2.2 ເນື້ອທີ່ເຮັດການຜະລິດກະສິກຳ ແລະ ການລ້ຽງສັດນໍ້າຖືກເສຍຫາຍຈາກຜົນກະທົບໄພທຳມະຊາດ, ສັດຕູພືດທຳລາຍ ແລະ ສັດປ່າທຳລາຍ ໂດຍຜ່ານການກວດກາ ແລະ ປະຢັ້ງຢືນຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຕາມແຕ່ລະກໍລະນີ ດັ່ງນີ້:
- ເສຍຫາຍແຕ່ 20-70 ສ່ວນຮ້ອຍ ແມ່ນໃຫ້ຍົກເວັ້ນຕາມເປີເຊັນຂອງຄວາມເສຍຫາຍຕົວຈິງ;
- ເສຍຫາຍແຕ່ 71 ສ່ວນຮ້ອຍ ຂຶ້ນໄປ ແມ່ນໃຫ້ຍົກເວັ້ນ 100 ສ່ວນຮ້ອຍ.
第ມາດຕາ 9条
第9条 灌溉发展基金资金的管理使用
1. 灌溉发展基金资金的使用,根据每公顷面积所收水费金额,分为6个部分如下:
1.1 上缴国家预算,占总额的20%;
1.2 按管理层级积累为基金,占60%,用于恢复和修缮灌溉项目;
1.3 用于小组行政工作,占5%;
1.4 作为小组管理委员会的报酬,占5%;
1.5 作为村级行政组织的报酬,占5%;
1.6 交给县级农林办公室,用于促进和监督,占5%。
2. 灌溉发展基金资金的管理使用,应通过银行系统管理,存入县级银行机构;通过银行支取须有两人签字;资金使用的审批按如下规定执行:
2.1 使用价值低于2,000,000基普的基金,由用水小组管理委员会审批;
2.2 使用价值2,000,000基普及以上的基金,由县级农林办公室根据用水小组的提议审批。
ພາສາລາວ (老挝语原文)
ມາດຕາ 9 ການຄຸ້ມຄອງນຳໃຊ້ເງິນກອງທຶນພັດທະນາຊົນລະປະທານ
1. ການນຳໃຊ້ເງິນກອງທຶນພັດທະນາຊົນລະປະທານ ແບ່ງອອກເປັນ 6 ຮ່ວງ ຕາມຈຳນວນເງິນທີ່ເກັບຄ່ານ້ຳໃນເນື້ອທີ່ຕໍ່ເຮັກຕາ ຂອງລະດູການຜະລິດ ດັ່ງນີ້:
1.1 ມອບເຂົ້າງົບປະມານຂອງລັດ 20 ສ່ວນຮ້ອຍ ຂອງມູນຄ່າ;
1.2 ສະສົມໄວ້ກອງທຶນ ຕາມຂັ້ນຄຸ້ມຄອງ ຈຳນວນ 60 ສ່ວນຮ້ອຍ ເພື່ອເປັນກອງທຶນໃນການຟື້ນຟູ ສ້ອມແປງໂຄງການ ຊົນລະປະທານ;
1.3 ໃຊ້ເຂົ້າໃນວຽກບໍລິຫານກຸ່ມ 5 ສ່ວນຮ້ອຍ;
1.4 ບຳເນັດໃຫ້ຄະນະບໍລິຫານກຸ່ມ 5 ສ່ວນຮ້ອຍ;
1.5 ບຳເນັດອົງການປົກຄອງບ້ານ 5 ສ່ວນຮ້ອຍ;
1.6 ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອຊຸກຍູ້ຕິດຕາມ 5 ສ່ວນຮ້ອຍ.
2. ການຄຸ້ມຄອງນຳໃຊ້ ເງິນກອງທຶນພັດທະນາຊົນລະປະທານ ແມ່ນໃຫ້ຄຸ້ມຄອງຜ່ານລະບົບທະນາຄານ ໂດຍຝາກໄວ້ຫ່ວຍງານທະນາຄານ ປະຈຳເມືອງ, ການອະນຸມັດເບີກຈ່າຍຜ່ານທະນາຄານ ຕ້ອງໃຫ້ມີ ສອງລາຍເຊັນ ແລະ ການອະນຸມັດນຳໃຊ້ ໃຫ້ປະຕິບັດ ດັ່ງນີ້:
2.1 ການອະນຸມັດນຳໃຊ້ເງິນກອງທຶນ ທີ່ມີມູນຄ່ານ້ອຍກວ່າ 2.000.000 ກີບ ໃຫ້ຄະນະບໍລິຫານກຸ່ມນຳໃຊ້ນ້ຳເປັນຜູ້ອະນຸມັດ;
2.2 ການອະນຸມັດນຳໃຊ້ເງິນກອງທຶນ ທີ່ມີມູນຄ່າຫຼາຍກວ່າ 2.000.000 ກີບ ຂຶ້ນໄປ ແມ່ນຄະນະຫ້ອງການ ກະສິກຳ ແລະ ປ່າໄມ້ປະຈຳເມືອງເປັນຜູ້ອະນຸມັດ ໂດຍການສະເໜີຂອງ ກຸ່ມນຳໃຊ້ນ້ຳຊົນລະປະທານ.
第ມາດຕາ 10条
第14条 一般禁止
禁止个人、法人或组织有下列行为:
1. 破坏水坝、堰、水闸、水泵、建筑物、明渠及其他;
2. 破坏灌溉水库集水区的环境,使用除草剂、杀虫剂以及将有毒化学物质排入流入灌溉水库的河流;
3. 未经许可开展灌溉法第14条规定的灌溉活动;
4. 未经许可将灌溉水库的水用于非农业目的;
5. 使用暴力或冒用他人名义威胁灌溉工作人员、施工管理顾问、项目业主、小组管理委员会、用水协会,并阻碍灌溉工作人员正当履职以谋取私利;
6. 将灌溉渠道和农田防洪堤用作超载运输道路;
7. 未经灌溉项目用水管理委员会许可,擅自开关水闸和开挖灌溉渠道用于生产和家庭用水;
8. 逃避、拖延、拖欠灌溉水费、电费及缴纳不全;
9. 其他违反法律和规章的行为。
ພາສາລາວ (老挝语原文)
ມາດຕາ 14 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
1. ທຳລາຍເຂື່ອນ, ຝາຍ, ປະຕູນ້ຳ, ຈັກສູບນ້ຳ, ອາຄານ, ຄອງເປີດ ແລະ ອື່ນໆ;
2. ທຳລາຍສະພາບແວດລ້ອມໃນເນື້ອທີ່ຮັບນ້ຳຂອງອ່າງເກັບນ້ຳຊົນລະປະທານ, ໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ ແລະ ປ່ອຍສານເຄມີທີ່ເປັນທາດເບື່ອລົງສູ່ແມ່ນ້ຳ ທີ່ໄຫຼເຂົ້າອ່າງເກັບນ້ຳຊົນລະປະທານ;
3. ດຳເນີນບັນດາກິດຈະການຊົນລະປະທານ ທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍ ວ່າດ້ວຍຊົນລະປະທານ ໂດຍບໍ່ໄດ້ຮັບອະນຸຍາດ;
4. ນຳໃຊ້ນ້ຳຈາກອ່າງເກັບນ້ຳຊົນລະປະທານ ເຂົ້າໃນເປົ້າໝາຍທີ່ບໍ່ແມ່ນກະສິກຳ ໂດຍບໍ່ໄດ້ຮັບອະນຸຍາດ;
5. ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອຂູ່ເຂັນ ພະນັກງານຊົນລະປະທານ, ທີ່ປຶກສາຄຸ້ມຄອງງານກໍ່ສ້າງ, ເຈົ້າຂອງໂຄງການ, ຄະນະບໍລິຫານກຸ່ມ, ສະມາຄົມນຳໃຊ້ນ້ຳ ແລະ ຂັດຂວາງການປະຕິບັດງານທີ່ຖືກຕ້ອງຂອງພະນັກງານຊົນລະປະທານ ເພື່ອຜົນປະໂຫຍດສ່ວນຕົວ;
6. ນຳໃຊ້ສັນຄອງຊົນລະປະທານ ແລະ ຄັນຄູປ້ອງກັນນ້ຳຖ້ວມເນື້ອທີ່ກະສິກຳ ເປັນເສັ້ນທາງຂົນສົ່ງ ສິ່ງຂອງເກີນນ້ຳໜັກທີ່ໄດ້ຮັບອະນຸຍາດ;
7. ເປີດ-ປິດ ປະຕູນ້ຳ ແລະ ຂຸດເຈາະຄອງຊົນລະປະທານ ເພື່ອໃຊ້ນ້ຳເຮັດການຜະລິດ ແລະ ຄົວເຮືອນ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະບໍລິຫານກຸ່ມນຳໃຊ້ນ້ຳໂຄງການຊົນລະປະທານ;
8. ຫຼົບຫຼີກ, ຊັກຊ້າ, ແກ່ຍາວ ການເສຍຄ່ານ້ຳຊົນລະປະທານ, ຄ່າກະແສໄຟຟ້າ ແລະ ເສຍບໍ່ຄົບຖ້ວນ;
9. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ.
第ມາດຕາ 11条
第11条 对水利工作人员的禁止事项
对水利工作人员,禁止有以下行为:
1. 超越权限行使权利或职责,对国家利益、集体利益或人民的合法权利和利益造成损害;
2. 放弃组织交办的抗旱防洪工作中的职责和责任;
3. 不按照法律和规章使用水利发展预算或基金;
4. 发出决定,指令经营者进行计划外的水利项目或活动;
5. 在未经检查经营者实际完成的工作量和质量以及委员会一致同意的情况下,签署结算文件给经营者;
6. 无计划、不负责任地放水,造成损害且无法控制;
7. 有其他违反法律和规章的行为。
ພາສາລາວ (老挝语原文)
ມາດຕາ 11 ຂໍ້ຫ້າມສຳລັບພະນັກງານຊົນລະປະທານ
ສຳລັບພະນັກງານຊົນລະປະທານ ຫ້າມມີພຶດຕິກຳ ດັ່ງນີ້:
1. ໃຊ້ສິດ ຫຼື ໜ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ;
2. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບ ໃນວຽກງານຕ້ານແລ້ງ-ຕ້ານຖ້ວມ ທີ່ການຈັດຕັ້ງໄດ້ມອບໝາຍ;
3. ນຳໃຊ້ງົບປະມານ ຫຼື ກອງທຶນພັດທະນາຊົນລະປະທານ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
4. ອອກຂໍ້ຕົກລົງ ສັ່ງຜູ້ປະກອບການເຮັດໂຄງການ ຫຼື ດຳເນີນກິດຈະການດ້ານຊົນລະປະທານ ນອກແຜນ;
5. ເຊັນຢັ້ງຢືນເອກະສານ ໃນການຊຳລະສະສາງ ໃຫ້ຜູ້ປະກອບການ ໂດຍບໍ່ໄດ້ຜ່ານການກວດກາ ຫຼື ວຽກ ແລະ ບໍລິມາດ ທີ່ຜູ້ປະກອບການປະຕິບັດໄດ້ຕົວຈິງ ແລະ ຄວາມເປັນເອກະພາບ ຂອງຄະນະກຳມະການ;
6. ເປີດນ້ຳ ຊົນລະປະທານ ໂດຍບໍ່ມີແຜນການ, ຂາດຄວາມຮັບຜິດຊອບ ກໍ່ໃຫ້ເກີດຜົນເສຍຫາຍ ແລະ ມີຫີ່ສິນຄຸມເຄືອ;
7. ມີພຶດຕິກຳອື່ນໆ ທີ່ເປັນການລະເມີດຕໍ່ ກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条 对团体管理委员会和基金管理委员会的禁止行为
禁止团体管理委员会和基金管理委员会有下列行为:
1. 有反对团体的组织、服务和基金活动的行为;
2. 随意放弃履行自身职责;
3. 伪造团体和基金的相关文件;
4. 滥用职权和职责,不符合团体和基金的规定;
5. 阻碍、拖延或给团体和基金的管理造成困难;
6. 有其他违反法律和规章的行为。
ພາສາລາວ (老挝语原文)
ມາດຕາ 12 ຂໍ້ຫ້າມ ສຳລັບຄະນະບໍລິຫານກຸ່ມ ແລະ ຄະນະຄຸ້ມຄອງກອງທຶນ
ຫ້າມຄະນະບໍລິຫານກຸ່ມ ແລະ ຄະນະຄຸ້ມຄອງກອງທຶນ ມີພຶດຕິກຳ ດັ່ງນີ້:
1. ມີພຶດຕິກຳຕ້ານການຈັດຕັ້ງ, ການບໍລິການຂອງກຸ່ມ ແລະ ການເຄື່ອນໄຫວຂອງກອງທຶນ;
2. ປ່ອຍປະລະເລີຍ ການປະຕິບັດໜ້າທີ່ຂອງຕົນຕາມລຳພັງໃຈ;
3. ປອມແປງເອກະສານທີ່ກ່ຽວຂ້ອງຂອງກຸ່ມ ແລະ ກອງທຶນ;
4. ສວຍໃຊ້ສິດ ແລະ ໜ້າທີ່ໂດຍບໍ່ຖືກຕ້ອງຕາມລະບຽບຂອງກຸ່ມ ແລະ ກອງທຶນ;
5. ກົດຂວາງ, ຖ່ວງດຶງ ຫຼື ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການບໍລິຫານຄຸ້ມຄອງຂອງກຸ່ມ ແລະ ກອງທຶນ;
6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 28 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读