ຂໍ້ຕົກລົງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ຢູ່ແຂວງ ອຸດົມໄຊ

乌多姆赛省加强森林、林地管理保护开发及遏制侵占破坏与林火协议

Oudomxay Province Agreement on Strengthening Forest and Forest Land Management, Protection, Development, and Curbing Encroachment, Destruction, and Forest Fires

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ປ່າໄມ້ ແລະ ດິນປ່າໃນແຂວງອຸດົມໄຊ, ເນັ້ນໃສ່ການສ້າງຕັ້ງຄະນະກຳມະການ 3 ຂັ້ນ, ກຳນົດໜ້າທີ່ຢ່າງຊັດເຈນ ເພື່ອປ້ອງກັນ ແລະ ສະກັດກັ້ນການບຸກລຸກ, ການທຳລາຍ ແລະ ໄຟໄໝ້ປ່າ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ປ່າ ຢູ່ພາຍໃນແຂວງອຸດົມໄຊ.

ມາດຕາ ມາດຕາ 2

ມາດຕາ 2 ລະບົບການຈັດຕັ້ງ ແລະ ການຊີ້ນຳ
ໃຫ້ແຕ່ງຕັ້ງຄະນະສະເພາະກິດ ຊີ້ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ດັ່ງນີ້:
1. ຄະນະສະເພາະກິດ ຂັ້ນແຂວງ: ແມ່ນ ທ່ານ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານກະສິກຳ ແລະ ປ່າໄມ້ ເປັນປະທານ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ເປັນຮອງ ທັງເປັນຜູ້ປະຈຳການ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ກອງບັນຊາການ ປກຊ-ປກສ ແລະ ທ່ານເຈົ້າເມືອງ 7 ເມືອງ ເປັນຄະນະ.

ມາດຕາ ມາດຕາ 3

ມາດຕາ 4
ຄະນະສະເພາະກິດ ຂັ້ນເມືອງ: ແມ່ນ ທ່ານ ເຈົ້າເມືອງ ເປັນຫົວໜ້າ, ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ ເປັນຮອງ ທັງເປັນຜູ້ປະຈຳການ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ບັນດາຫົວໜ້າຫ້ອງການ, ອົງການທີ່ກ່ຽວຂ້ອງ, ກອງບັນຊາການ ປກຊ-ປກສ ເມືອງ ແລະ ນາຍບ້ານແຕ່ລະບ້ານ ເປັນຄະນະ;

ຄະນະສະເພາະກິດ ຂັ້ນບ້ານ: ແມ່ນ ນາຍບ້ານ ເປັນຫົວໜ້າ, ຮອງນາຍບ້ານ ຜູ້ຊີ້ນຳວຽກງານເສດຖະກິດ ເປັນຮອງ, ຫົວໜ້າປ່າໄມ້ບ້ານ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຂັ້ນບ້ານ ເປັນຄະນະ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ