ຂໍ້ຕົກລົງ ການຈັດຕັ້ງຜັນຂະຫຍາຍ ມະຕິຕົກລົງຂອງລັດຖະບານ ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ສົ່ງເສີມເຂົ້າຮຽນວິຊາຊີບ
落实政府关于解决师资短缺、辍学问题及促进职业教育入学决议的协议
Agreement on Implementing Government Resolutions on Teacher Shortages, Dropout Rates, and Vocational Education Enrollment
ບົດສະຫຼຸບ
ຂໍ້ຕົກລົງນີ້ຮຽກຮ້ອງໃຫ້ຂະແໜງການສຶກສາທຸກຂັ້ນປະສານງານກັບອຳນາດການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາການຂາດແຄນຄູ ໂດຍຜ່ານການສຶກສາອົບຮົມແນວຄິດ, ສະຖິຕິຂໍ້ມູນ, ມາດຕະການຊຸກຍູ້ ແລະ ການລວມຫ້ອງຮຽນ ພ້ອມທັງລະດົມນັກຮຽນທີ່ອອກກາງຄັນໃຫ້ກັບຄືນໂຮງຮຽນ ແລະ ຂະຫຍາຍໂອກາດເຂົ້າຮຽນສາຍອາຊີວະສຶກສາ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1: ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາການຂາດແຄນຄູສອນ:
1. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ປະສານສົມທົບອົງການປົກຄອງເມືອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຄະນະພັດທະນາການສຶກສາໃນແຕ່ລະຂັ້ນ ສືບຕໍ່ປຸກລະດົມ ແລະ ເພີ່ມທະວີການນຳພາ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ລັດຖະກອນຄູ ແລະ ຄູອາສາສະໝັກໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະ ໃນການປະຕິບັດໜ້າທີ່ການສິດສອນໃຫ້ຫຼາຍຂຶ້ນ ດ້ວຍຫຼາຍວິທີການທີ່ເໝາະສົມຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ແຂງແຮງກວ່າເກົ່າ;
2. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ເກັບກຳຂໍ້ມູນສະຖິຕິຄວາມຕ້ອງການຄູ ໃນສະຖານການສຶກສາທີ່ມີທີ່ຕັ້ງລຽບຕາມຊາຍແດນ ແລະ ເຂດທຸລະກັນດານ ບ່ອນທີ່ມີເງື່ອນໄຂນຳໃຊ້ບຸກຄະລາກອນທີ່ສັງກັດໃນພາກສ່ວນອື່ນຊ່ວຍສອນ, ພ້ອມທັງເກັບກຳຂໍ້ມູນຜູ້ທີ່ເຄີຍເປັນຄູສອນທີ່ເຮັດວຽກໃນຂະແໜງການສຶກສາ ແລະ ຂະແໜງການອື່ນ ເມື່ອພັກບຳນານແລ້ວ ແຕ່ມີຄວາມສະໝັກໃຈສືບຕໍ່ເປັນຄູສອນໃນເຂດຂາດເຂີນຄູ;
ໃຫ້ອົງການປົກຄອງເມືອງ, ກຸ່ມບ້ານ, ບ້ານ, ທຸກພາກສ່ວນໃນສັງຄົມ ຄົ້ນຄວ້າສິ່ງຈູງໃຈ ແລະ ກຳນົດມາດຕະການຊ່ວຍເຫຼືອ ລັດຖະກອນຄູ, ຄູອາສາສະໝັກ ຕາມຄວາມເໝາະສົມ ເປັນຕົ້ນທີ່ພັກອາໄສ, ເບິ່ງແຍງຊີວິດການເປັນຢູ່, ນະໂຍບາຍອື່ນໆ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ;
ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເກັບກຳຂໍ້ມູນສະຖິຕິຄູອາສາສະໝັກ ທີ່ມີຄວາມຕ້ອງການ ແລະ ຈຳເປັນໃນແຕ່ລະຊັ້ນ, ແຕ່ລະສາຍ ແລະ ລາຍວິຊາ ໂດຍຢັ້ງຢືນຈາກພະແນກພາຍໃນ ແລ້ວສົ່ງໃຫ້ກົມຈັດຕັ້ງ ແລະ ພະນັກງານກະຊວງສຶກສາທິການ ແລະ ກິລາ;
ໃນແຕ່ລະເມືອງ, ສະຖານການສຶກສາທີ່ມີການຂາດແຄນຄູ ແມ່ນບໍ່ອະນຸຍາດໃຫ້ລັດຖະກອນຄູຍົກຍ້າຍໄປຂະແໜງການອື່ນ, ຖ້າມີຄວາມຈຳເປັນ ກ່ອນຈະມີການຍົກຍ້າຍຕ້ອງສະເໜີເຖິງ ກະຊວງສຶກສາທິການ ແລະ ກິລາ ພິຈາລະນາອະນຸມັດສະກ່ອນຈຶ່ງຍົກຍ້າຍໄດ້;
ພະແນກສຶກສາທິການ ແລະ ກິລາ ປະສານສົມທົບ ພະແນກພາຍໃນ ເພື່ອຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການຫັນເປັນພະລະກອນຄູ ແລະ ການທົດແທນຄູສູນເສຍໃນຮູບການຕ່າງໆ;
ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ສົມທົບກັບອົງການປົກຄອງເມືອງ, ກຸ່ມບ້ານ, ບ້ານ ຄົ້ນຄວ້າການຍຸບຂັ້ນຮຽນ ແລະ ໂຮມໂຮງຮຽນຂະໜາດນ້ອຍ ບ່ອນທີ່ມີເງື່ອນໄຂເຂົ້າກັນ ແລະ ສືບຕໍ່ສ້າງຕັ້ງ, ປັບປຸງກຸ່ມໂຮງຮຽນປະຖົມ ແລະ ມັດທະຍົມ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານວິຊາການ ແລະ ແກ້ໄຂບັນຫາການຂາດແຄນຄູໃນສະເພາະໜ້າ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ