ດຳລັດວ່າດ້ວຍ ກອງທຶນນ້ຳມັນເຊື້ອໄຟ
燃油基金法令
Fuel Fund Decree
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຄວບຄຸມລາຄານ້ຳມັນເຊື້ອໄຟພາຍໃນປະເທດລາວ, ເນັ້ນໃສ່ການສ້າງຕັ້ງກອງທຶນນ້ຳມັນ, ລະບຸແຫຼ່ງທຶນ, ຫຼັກການຄຸ້ມຄອງ ແລະຈຸດປະສົງການນຳໃຊ້ເພື່ອຄວບຄຸມລາຄາ ແລະຄ່າໃຊ້ຈ່າຍໃນການດຳເນີນງານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ກອງທຶນນ້ຳມັນເຊື້ອໄຟ
ກອງທຶນນ້ຳມັນເຊື້ອໄຟ ຂຽນຫຍໍ້ ເປັນພາສາລາວ “ກທນ” ເປັນພາສາອັງກິດວ່າ “Fuel Fund” ແມ່ນ
ກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນ ເພື່ອສະສົມທຶນຈາກແຫຼ່ງຕ່າງໆ ນຳໃຊ້ເຂົ້າໃນການດັດສົມລາຄານ້ຳມັນເຊື້ອ
ໄຟ ພາຍໃນປະເທດ ໂດຍຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາ ຂອງກະຊວງອຸດສາຫະກຳ ແລະ ການຄ້າ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ນ້ຳມັນເຊື້ອໄຟ ໝາຍເຖິງ ຜະລິດຕະພັນນ້ຳມັນ ຊຶ່ງປະກອບດ້ວຍ ນ້ຳມັນແອັດຊັງພິເສດ, ນ້ຳມັນແອັດຊັງທຳມະດາ, ນ້ຳມັນກາຊວນ, ນ້ຳມັນກາດເຮືອບິນ, ນ້ຳມັນກາດໄຕ້, ນ້ຳມັນເຕົາ, ນ້ຳມັນຊີວະພາບ ແລະ ນ້ຳມັນເຊື້ອໄຟອື່ນ;
2. ລາຄາຂາຍຍ່ອຍ ໝາຍເຖິງ ລາຄາຂາຍນ້ຳມັນເຊື້ອໄຟຂາຍປີກ ໃນປັດຈຸບັນ ຊຶ່ງຄິດໄລ່ຕາມໂຄງປະກອບລາຄານ້ຳມັນເຊື້ອໄຟ ເພື່ອເປັນພື້ນຖານ ໃນການຄິດໄລ່ດັດສົມລາຄານ້ຳມັນເຊື້ອໄຟ;
3. ໂຄງປະກອບລາຄານ້ຳມັນເຊື້ອໄຟ ໝາຍເຖິງ ການກຳນົດເອົາບັນດາປັດໄຈ, ອົງປະກອບຕ່າງໆ ຂອງລາຄາສິນຄ້າ ແລະ ການບໍລິການ ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດລາຄາ ຊຶ່ງປະກອບດ້ວຍ ຕົ້ນທຶນການຜະລິດ ຫຼື ຕົ້ນທຶນການຊື້, ຕົ້ນທຶນການບໍລິການ, ຕົ້ນທຶນການຈຳລະຈອນ, ຜົນກຳໄລ ແລະ ພັນທະຂອງລັດ;
4. ເງິນຊົດເຊີຍ ໝາຍເຖິງ ຈຳນວນເງິນ ທີ່ກອງທຶນ ຈະທົດແທນໃຫ້ ຜູ້ນຳເຂົ້າ ແລະ ຜູ້ປຸງແຕ່ງ ນ້ຳມັນເຊື້ອໄຟ ພາຍໃນປະເທດ ຊຶ່ງໄດ້ມີການກຳນົດການເກັບ ແລະ ການຊົດເຊີຍ ເປັນແຕ່ລະກໍລະນີ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ