ຂໍ້ຕົກລົງວ່າດ້ວຍ ກາໝາຍຫັດຖະກຳ ແຫ່ງຊາດ

国家手工艺品标志协议

National Handicraft Mark Agreement

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດການຍື່ນຄຳຮ້ອງ, ການນຳໃຊ້ ແລະ ການຄຸ້ມຄອງເຄື່ອງໝາຍຫັດຖະກຳລາວ, ເນັ້ນໃສ່ການກຳນົດອົງປະກອບ, ຄວາມໝາຍ ແລະ ເງື່ອນໄຂການນຳໃຊ້ຕົ້ນຕຳແໜ່ງຫັດຖະກຳແຫ່ງຊາດ, ພ້ອມທັງມາດຕະຖານການຮັບຮອງສຳລັບຜະລິດຕະພັນຫັດຖະກຳ 7 ປະເພດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ກາບນາຍຫັດຖະກຳ ແຫ່ງຊາດ
ກາບນາຍຫັດຖະກຳ ແຫ່ງຊາດ ແມ່ນສັນຍາລັກຢັ້ງຢືນຜະລິດຕະພັນຫັດຖະກຳລາວ ທີ່ມີຄວາມໂດດເດັ່ນ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ມີຄວາມປານີດສວຍງາມ.
ກາບນາຍຫັດຖະກຳ ແຫ່ງຊາດ ຂຽນເປັນພາສາລາວ “ກາບນາຍຫັດຖະກຳ ແຫ່ງຊາດ” ແລະ ຂຽນເປັນພາສາອັງກິດວ່າ “National Handicraft Seal” ຂຽນຫຍໍ້ “NHS”.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຜູ້ປະກອບການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ຜູ້ລົງທຶນ, ເຈົ້າຂອງກິດຈະການ, ຜູ້ດຳເນີນການຜະລິດ ແລະ ຈຳໜ່າຍ ຜະລິດຕະພັນຫັດຖະກຳລາວ;

2. ຊ່າງຫັດຖະກຳ ໝາຍເຖິງ ຜູ້ຜະລິດ ຫຼື ດຳເນີນການ ກ່ຽວກັບຜະລິດຕະພັນຫັດຖະກຳລາວ ແລະ ນຳໃຊ້ເຄື່ອງມືອຸປະກອນເຂົ້າຊ່ວຍໃນຂະບວນການຜະລິດ ເປັນຕົ້ນ ຂັ້ນຕອນການແກະສະຫຼັກໄມ້, ຂັ້ນຕອນການຕັດຫຍິບ, ການຖັກ, ການແສ່ວ, ຂັ້ນຕອນການຕີເຄື່ອງປະດັບ ແລະ ເອ້ຢ້ອງ;

3. ຜະລິດຕະພັນຫັດຖະກຳລາວ ໝາຍເຖິງ ສິນຄ້າຫັດຖະກຳລາວ ທີ່ປະດິດສ້າງຈາກພູມປັນຍາທ້ອງຖິ່ນ ໂດຍຊ່າງທີ່ມີສີມືແລະລາຍມື ຊຶ່ງສະແດງເຖິງຄວາມເປັນເອກະລັກ, ສິລະປະຂອງຊາດ ເພື່ອເປັນສິນຄ້າຈຳໜ່າຍ ຕະຫຼາດພາຍໃນ ແລະ ຕ່າງປະເທດ;

4. ຄະນະກຳມະການພິຈາລະນາຜະລິດຕະພັນຫັດຖະກຳ ໝາຍເຖິງ ຄະນະກຳມະການທີ່ຖືກແຕ່ງຕັ້ງ ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາຜະລິດຕະພັນຫັດຖະກຳລາວ ທີ່ມີເງື່ອນໄຂນຳໃຊ້ກາບໝາຍຫັດຖະກຳ ແຫ່ງຊາດ ໄດ້ຮັບການແຕ່ງຕັ້ງໂດຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງປະກອບດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ