国家手工艺品标志协议

ຂໍ້ຕົກລົງວ່າດ້ວຍ ກາໝາຍຫັດຖະກຳ ແຫ່ງຊາດ

National Handicraft Mark Agreement

简介

该协议调整老挝手工艺品标志的申请、使用与管理,核心是确立国家手工艺印章的组成、含义及适用条件,规范七类手工业产品的认证标准。

Summary

This agreement adjusts the application, use, and management of the Lao handicraft mark, with the core being to establish the composition, meaning, and applicable conditions of the national handicraft seal, and to regulate the certification standards for seven categories of handicraft products.

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດການຍື່ນຄຳຮ້ອງ, ການນຳໃຊ້ ແລະ ການຄຸ້ມຄອງເຄື່ອງໝາຍຫັດຖະກຳລາວ, ເນັ້ນໃສ່ການກຳນົດອົງປະກອບ, ຄວາມໝາຍ ແລະ ເງື່ອນໄຂການນຳໃຊ້ຕົ້ນຕຳແໜ່ງຫັດຖະກຳແຫ່ງຊາດ, ພ້ອມທັງມາດຕະຖານການຮັບຮອງສຳລັບຜະລິດຕະພັນຫັດຖະກຳ 7 ປະເພດ.

条文

第ມາດຕາ 1条

第2条 国家手工艺印章
国家手工艺印章是证明老挝手工艺产品具有突出性、质量、标准及精美工艺的标志。
国家手工艺印章用老挝语书写为“ກາບນາຍຫັດຖະກໍາ ແຫ່ງຊາດ”,用英语书写为“National Handicraft Seal”,缩写为“NHS”。

ພາສາລາວ (老挝语原文)

ມາດຕາ 2 ກາບນາຍຫັດຖະກຳ ແຫ່ງຊາດ
ກາບນາຍຫັດຖະກຳ ແຫ່ງຊາດ ແມ່ນສັນຍາລັກຢັ້ງຢືນຜະລິດຕະພັນຫັດຖະກຳລາວ ທີ່ມີຄວາມໂດດເດັ່ນ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ມີຄວາມປານີດສວຍງາມ.
ກາບນາຍຫັດຖະກຳ ແຫ່ງຊາດ ຂຽນເປັນພາສາລາວ “ກາບນາຍຫັດຖະກຳ ແຫ່ງຊາດ” ແລະ ຂຽນເປັນພາສາອັງກິດວ່າ “National Handicraft Seal” ຂຽນຫຍໍ້ “NHS”.

第ມາດຕາ 2条

第2条 词语解释

本协议中使用的词语具有以下含义:

1. 经营者 指个人、法人、组织、投资者、企业主、从事老挝手工艺品生产和销售的人;

2. 手工艺人 指生产或从事老挝手工艺品相关工作,并使用工具设备辅助生产过程的人,例如木雕工序、缝纫工序、编织、刺绣、首饰制作和装饰工序;

3. 老挝手工艺品 指由当地智慧创造、由具有技艺和手艺的工匠制作的老挝手工艺品,体现民族独特性和艺术性,用于国内外市场销售的商品;

4. 手工艺品评审委员会 指被任命负责研究、审议和批准符合使用国家手工艺品标志条件的老挝手工艺品的委员会,由工业与贸易部部长任命,由相关部门组成,包括工业与贸易部、农林部、卫生部、新闻文化旅游部以及老挝国家工商会。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຜູ້ປະກອບການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ຜູ້ລົງທຶນ, ເຈົ້າຂອງກິດຈະການ, ຜູ້ດຳເນີນການຜະລິດ ແລະ ຈຳໜ່າຍ ຜະລິດຕະພັນຫັດຖະກຳລາວ;

2. ຊ່າງຫັດຖະກຳ ໝາຍເຖິງ ຜູ້ຜະລິດ ຫຼື ດຳເນີນການ ກ່ຽວກັບຜະລິດຕະພັນຫັດຖະກຳລາວ ແລະ ນຳໃຊ້ເຄື່ອງມືອຸປະກອນເຂົ້າຊ່ວຍໃນຂະບວນການຜະລິດ ເປັນຕົ້ນ ຂັ້ນຕອນການແກະສະຫຼັກໄມ້, ຂັ້ນຕອນການຕັດຫຍິບ, ການຖັກ, ການແສ່ວ, ຂັ້ນຕອນການຕີເຄື່ອງປະດັບ ແລະ ເອ້ຢ້ອງ;

3. ຜະລິດຕະພັນຫັດຖະກຳລາວ ໝາຍເຖິງ ສິນຄ້າຫັດຖະກຳລາວ ທີ່ປະດິດສ້າງຈາກພູມປັນຍາທ້ອງຖິ່ນ ໂດຍຊ່າງທີ່ມີສີມືແລະລາຍມື ຊຶ່ງສະແດງເຖິງຄວາມເປັນເອກະລັກ, ສິລະປະຂອງຊາດ ເພື່ອເປັນສິນຄ້າຈຳໜ່າຍ ຕະຫຼາດພາຍໃນ ແລະ ຕ່າງປະເທດ;

4. ຄະນະກຳມະການພິຈາລະນາຜະລິດຕະພັນຫັດຖະກຳ ໝາຍເຖິງ ຄະນະກຳມະການທີ່ຖືກແຕ່ງຕັ້ງ ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາຜະລິດຕະພັນຫັດຖະກຳລາວ ທີ່ມີເງື່ອນໄຂນຳໃຊ້ກາບໝາຍຫັດຖະກຳ ແຫ່ງຊາດ ໄດ້ຮັບການແຕ່ງຕັ້ງໂດຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງປະກອບດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

第ມາດຕາ 3条

第4条 适用范围
本协议适用于从事和涉及国家手工艺印章工作的个人、法人及组织,无论其在国内还是国外。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນ ກ່ຽວກັບວຽກງານກາບນາຍຫັດຖະກຳ ແຫ່ງຊາດ.

第ມາດຕາ 4条

第4条 国家手工艺标志的组成和含义

国家手工艺标志由以下部分组成:那伽纹、深金色、手形、那伽项链、圆圈、文字和“来自老挝之心”。每个组成部分的含义如下:

1. 那伽纹代表老挝手工艺在编织、雕刻和绘画图案方面的基础图案,具有突出特色;

2. 深金色代表老挝手工艺的坚固、独特风格和品质;

3. 隐藏在那伽头部图案中的手形代表手工制作的老挝手工艺;

4. 带有7颗心形图案的那伽项链,和谐相连,代表老挝手工艺的7个专业领域共同发展;

5. 圆圈代表在全国范围内共同保护老挝手工艺的团结;

6. 文字采用代表老挝传统文字的印刷字体;

7. “来自老挝之心”是象征性文字,表明手工艺产品来自老挝工匠的内心。

ພາສາລາວ (老挝语原文)

ມາດຕາ 4 ອົງປະກອບ ແລະ ຄວາມໝາຍ ຂອງກາບໝາຍຫັດຖະກຳ ແຫ່ງຊາດ

ກາບໝາຍຫັດຖະກຳ ແຫ່ງຊາດ ມີອົງປະກອບ ຄື: ລາຍນາກ, ສີທອງເຂັ້ມ, ຮູບມື, ສາຍຄໍຂອງນາກ, ວົງມົນ, ຕົວໜັງສື ແລະ ຈາກໃຈລາວ ຊຶ່ງແຕ່ລະອົງປະກອບ ມີຄວາມໝາຍ ດັ່ງນີ້:

1. ລາຍນາກ ສະແດງເຖິງ ລາຍແບບພື້ນຖານໃນການຕ່ຳ, ຄວັດແກະ ແລະ ແຕ້ມລວດລາຍ ທີ່ມີຄວາມໂດດເດັ່ນຂອງຫັດຖະກຳລາວ;

2. ສີທອງເຂັ້ມ ສະແດງເຖິງ ຫັດຖະກຳລາວ ທີ່ມີຄວາມເຂັ້ມແຂງ, ມີຮູບແບບເປັນເອກະລັກ ແລະ ຄຸນນະພາບ;

3. ຮູບມື ທີ່ເຊື່ອງຊ້ອນຢູ່ໃນລາຍຫົວນາກ ສະແດງເຖິງ ຫັດຖະກຳລາວ ທີ່ເຮັດດ້ວຍມື;

4. ສາຍຄໍຂອງນາກ ທີ່ມີຮູບຫົວໃຈ 7 ດວງຮ້ອຍກົມກຽວກັນ ສະແດງເຖິງ ຂະແໜງວິຊາຊີບຫັດຖະກຳລາວ ທັງ 7 ຂະແໜງ ທີ່ມີການພັດທະນາໄປພ້ອມກັນ;

5. ວົງມົນ ສະແດງເຖິງ ຄວາມພ້ອມພຽງກັນໃນການປົກປັກຮັກສາຫັດຖະກຳລາວ ໃນຂອບເຂດທົ່ວປະເທດ;

6. ຕົວໜັງສື ໃຊ້ແບບພິມທີ່ສະແດງເຖິງ ຕົວໜັງສືແບບພື້ນເມືອງລາວ;

7. ຈາກໃຈລາວ “ຫັດຖະກຳ ຈາກໃຈ” ແມ່ນ ຂໍ້ຄວາມທີ່ມີສັນຍາລັກ ບົ່ງບອກການຜະລິດຫັດຖະກຳ ຈາກໃຈຊາວຊ່າງຫັດຖະກຳລາວ.

第ມາດຕາ 5条

第5条 可以使用国家手工业标志的手工业行业
可以使用国家手工业标志的手工业行业包括以下7个行业:
1. 传统纺织业包括:织布、染色、种桑养蚕、刺绣、缝纫、编织、绣花、花纹图案、扎染、手工艺品设计,例如桌布、床单、筒裙套装、餐巾套装、布袋等。
2. 木材、藤条和竹编业包括:
1) 木材有:文化图案木雕、桌椅套装、雕刻碗、杵、臼、花瓶、各种动物雕像、相框等;
2) 藤条有:用于生产家居用品和家具,例如桌椅套装、包、饭盒、托盘等;
3) 竹编有:灯笼、饭盒、托盘、饭盒、篮子、筐、包等。
3. 传统纸业包括:生产构树皮纸,例如灯笼、纸伞、绘画用纸、各种装饰品以及用于包装各种产品等;
4. 金属和非金属工艺业包括:熔铸、雕刻,例如刀、匕首、锤子、镰刀、腰带、钳子等;
5. 陶器业包括:柱头灯、花瓶、缸、碗、锅等;
6. 珠宝首饰业包括:用贵重材料如银、金、宝石生产的产品,戒指、耳环、项链、手链、腰带等;
7. 传统食品和饮料业包括:
1) 食品类:用肉、皮、鱼和植物加工成食品,例如肉干、鱼干、香肠、辣椒酱、姜、干烤蘑菇、果酱、干烤水果等;
2) 饮料类:传统酒、米酒、果汁等。

ພາສາລາວ (老挝语原文)

ມາດຕາ 5 ຂະແໜງວິຊາຊີບຫັດຖະກຳ ທີ່ສາມາດນຳໃຊ້ກາໜາຍຫັດຖະກຳ ແຫ່ງຊາດ
ຂະແໜງວິຊາຊີບຫັດຖະກຳ ທີ່ສາມາດນຳໃຊ້ກາໜາຍຫັດຖະກຳ ແຫ່ງຊາດ ປະກອບມີ 7 ຂະແໜງ ດັ່ງນີ້:
1. ຂະແໜງແຜ່ນແພພື້ນເມືອງ ປະກອບດ້ວຍ: ການຕຳຫູກ, ການຍ້ອມ, ປູກມອນ-ລ້ຽງມ້ອນ, ການປັກ, ການຫຍິບ, ການຖັກ, ການແສ່ວ, ລວດລາຍດອກດວງ, ມັດຫຼີ, ການອອກແບບ ຜະລິດຕະພັນຫັດຖະກຳ ເປັນຕົ້ນ ຜ້າປູໂຕະ, ຜ້າປຽງ, ຊຸດຜ້າສິ້ນ, ຊຸດຜ້າຈານ, ຖົງຜ້າ ແລະ ອື່ນໆ.
2. ຂະແໜງໄມ້, ຫວາຍ ແລະ ໄມ້ປ່ອງ ປະກອບດ້ວຍ:
1) ໄມ້ ມີຄື: ຮູບແກະສະຫຼັກລວດລາຍວັດທະນະທຳ, ຊຸດໂຕະຕັ້ງ, ແກະສະຫຼັກຖ້ວຍ, ປວງ, ໄມ້ທູ່, ໂຖດອກໄມ້, ຮູບສັດຕ່າງໆ, ກອບຮູບ ແລະ ອື່ນໆ;
2) ຫວາຍ ມີຄື: ນຳໃຊ້ໃນການຜະລິດຫັດຖະກຳ ເຄື່ອງເຮືອນ ແລະ ເຟີນີເຈີ ເປັນຕົ້ນ ຊຸດໂຕະຕັ້ງ, ກະເປົາ, ພາເຂົ້າ, ພາຖາດ ແລະ ອື່ນໆ;
3) ໄມ້ປ່ອງ ມີຄື: ໂຄມໄຟ, ພາເຂົ້າ, ພາຖາດ, ຕິບເຂົ້າ, ຫວດ, ກະຕ່າ, ກະເປົາ ແລະ ອື່ນໆ.
3. ຂະແໜງເຈ້ຍພື້ນເມືອງ ປະກອບດ້ວຍ: ຜະລິດເຈ້ຍປໍສາ ເປັນຕົ້ນ ໂຄມໄຟ, ຄັນຮົ່ມເຈ້ຍ, ສຳລັບແຕ້ມ, ເປັນຂອງຕົບແຕ່ງຕ່າງໆ ແລະ ນຳໃຊ້ເຂົ້າໃນການຫຸ້ມຫໍ່ ຜະລິດຕະພັນທີ່ມີຄວາມຫຼາກຫຼາຍ ແລະ ອື່ນໆ;
4. ຂະແໜງສິລະປະໂລຫະ ແລະ ອະໂລຫະ ປະກອບດ້ວຍ: ການຫຼອມ-ຫຼໍ່, ຄວັດ-ແກະສະຫຼັກ ເປັນຕົ້ນ ພ້າ, ມີດ, ຄ້ອນຕີ, ກຽວ, ຄາດ, ຈອບ ແລະ ອື່ນໆ;
5. ຂະແໜງເຄື່ອງປັ້ນດິນເຜົາ ປະກອບດ້ວຍ: ໂຄມໄຟຫົວເສົາ, ໂຖດອກໄມ້, ໄຫ, ຖ້ວຍ, ຄົກ ແລະ ອື່ນໆ;
6. ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຢ້ອງ ປະກອບດ້ວຍ: ຜະລິດຈາກວັດຖຸມີຄ່າ ເຊັ່ນ ເງິນ, ຄຳ, ອັນຍະມະນີ ເປັນຜະລິດຕະພັນ ແຫວນ, ຕຸ້ມຫູ, ສາຍຄໍ, ສາຍແຂນ, ສາຍແອວ ແລະ ອື່ນໆ;
7. ຂະແໜງອາຫານ ແລະ ເຄື່ອງດື່ມພື້ນເມືອງ ປະກອບດ້ວຍ:
1) ປະເພດອາຫານ ປຸງແຕ່ງຈາກຊີ້ນ, ຫັງ ແລະ ປາ ແລະ ພືດ ມາເປັນຜະລິດຕະພັນອາຫານ ຕົວຢ່າງ: ຊີ້ນແຫ້ງ, ປາແຫ້ງ, ໄສ້ກອກ, ແຈ່ວ, ໄຄ, ເຫັດອົບແຫ້ງ, ໝາກໄມ້ກວນ, ໝາກໄມ້ອົບແຫ້ງ ແລະ ອື່ນໆ;
2) ປະເພດເຄື່ອງດື່ມ ເຫຼົ້າພື້ນເມືອງ, ວາຍ, ນ້ຳໝາກໄມ້ ແລະ ອື່ນໆ.

第ມາດຕາ 6条

第6条 可以申请使用国家手工艺品标志的老挝手工艺品的条件
可以申请使用国家手工艺品标志的老挝手工艺品必须满足以下全部条件:
1. 具有独特性、形式、图案具有地方特色,或有民族文化及民族风俗习惯的历史渊源;
2. 在传统风格与现代风格之间进行创新融合,产品设计体现地方智慧;
3. 生产过程安全、达标且环保;
4. 是老挝手工艺品;
5. 使用至少60%的国内原材料;
6. 是持续生产的手工艺品,能够满足国内和国际市场的需求。

ພາສາລາວ (老挝语原文)

ມາດຕາ 6 ເງື່ອນໄຂຜະລິດຕະພັນຫັດຖະກຳລາວ ທີ່ສາມາດຂໍນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ
ຜະລິດຕະພັນຫັດຖະກຳລາວ ທີ່ສາມາດຂໍນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:
1. ມີຄວາມໂດດເດັ່ນ, ຮູບແບບ, ລວດລາຍທີ່ເປັນເອກະລັກທ້ອງຖິ່ນ ຫຼື ມີປະຫວັດຄວາມເປັນມາທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ;
2. ມີການປະດິດສ້າງປະສົມປະສານ ລະຫວ່າງ ແບບດັ້ງເດີມ ແລະ ແບບປະຍຸກ, ການອອກແບບຜະລິດຕະພັນ ທີ່ເປັນພູມປັນຍາທ້ອງຖິ່ນ;
3. ຂະບວນການຜະລິດມີຄວາມປອດໄພ, ໄດ້ມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ;
4. ເປັນຜະລິດຕະພັນຫັດຖະກຳລາວ;
5. ນຳໃຊ້ວັດຖຸດິບ ພາຍໃນ ຢ່າງໜ້ອຍ 60%;
6. ເປັນຜະລິດຕະພັນຫັດຖະກຳ ທີ່ມີການຜະລິດຢ່າງຕໍ່ເນື່ອງ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ.

第ມາດຕາ 7条

第7条 不能申请使用国家手工业标志的老挝手工业产品
不能申请使用国家手工业标志的老挝手工业产品如下:
1. 不符合本协议第7条规定条件的老挝手工业产品;
2. 伪造或侵犯知识产权的产品;
3. 使用进口原材料超过40%的;
4. 对健康和环境有影响的产品;
5. 不能持续稳定生产和供应的产品;
6. 使用违反法律和法规的原材料。

ພາສາລາວ (老挝语原文)

ມາດຕາ 7 ຜະລິດຕະພັນຫັດຖະກຳລາວ ທີ່ບໍ່ສາມາດຂໍນຳໃຊ້ກາໜາຍຫັດຖະກຳ ແຫ່ງຊາດ
ຜະລິດຕະພັນຫັດຖະກຳລາວ ທີ່ບໍ່ສາມາດຂໍນຳໃຊ້ກາໜາຍຫັດຖະກຳ ແຫ່ງຊາດ ມີດັ່ງນີ້:
1. ຜະລິດຕະພັນຫັດຖະກຳລາວ ທີ່ມີເງື່ອນໄຂບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້;
2. ຜະລິດຕະພັນ ປອມແປງ ຫຼື ລະເມີດຊັບສິນທາງປັນຍາ;
3. ນຳໃຊ້ວັດຖຸດິບທີ່ນຳເຂົ້າຈາກຕ່າງປະເທດ ເກີນ 40%;
4. ຜະລິດຕະພັນ ທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ;
5. ຜະລິດຕະພັນ ທີ່ບໍ່ສາມາດຜະລິດ, ໃຫ້ການສະໜອງຢ່າງຕໍ່ເນື່ອງ ແລະ ຍືນຍົງ;
6. ນຳໃຊ້ວັດຖຸດິບ ທີ່ລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 8条

第9条 申请使用国家工艺标志的文件提交
有意申请使用国家工艺标志者,应向贸易和工艺促进司或省、首都的工业和贸易厅提交文件,并附上以下材料:
1. 按照贸易和工艺促进司规定格式的申请书;
2. 如委托代理人提交文件,需提供授权书;
3. 工艺样品(实物或照片);
4. 企业或工艺合作社登记证副本;
5. 工厂/工艺作坊经营许可证或工艺促进中心许可证副本。

ພາສາລາວ (老挝语原文)

ມາດຕາ 9 ການປະກອບເອກະສານຂໍອະນຸຍາດນຳໃຊ້ກາບນາຍຫັດຖະກຳແຫ່ງຊາດ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດນຳໃຊ້ກາບນາຍຫັດຖະກຳແຫ່ງຊາດ ໃຫ້ຍື່ນເອກະສານຕໍ່ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍປະກອບເອກະສານດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມສົ່ງເສີມການຄ້າ ແລະ ຫັດຖະກຳ;
2. ໃບມອບສິດ ກໍລະນີໃຫ້ຜູ້ຕາງໜ້າຍື່ນເອກະສານ;
3. ຜະລິດຕະພັນຫັດຖະກຳຕົວຢ່າງ (ຕົວຈິງ ຫຼື ຮູບຖ່າຍ);
4. ສຳເນົາໃບທະບຽນວິສາຫະກິດ ຫຼື ສະຫະກອນຫັດຖະກຳ;
5. ສຳເນົາໃບອະນຸຍາດດຳເນີນກິດຈະການໂຮງງານ/ໂຮງຊາງຫັດຖະກຳ ຫຼື ສູນສົ່ງເສີມຫັດຖະກຳ.

第ມາດຕາ 9条

第9条 申请颁发国家手工业标志使用证书的文件
有意申请国家手工业标志使用证书者,须向贸易和手工业促进司提交以下文件:
1. 国家手工业标志使用证书申请书;
2. 企业登记证或营业执照副本;
3. 商标注册证或商标使用许可证明;
4. 证明该手工业产品符合本协议第7条规定条件的老挝手工业产品的文件;
5. 产品照片3张,尺寸4x6英寸;
6. 工业和贸易部规章规定的其他文件。

ພາສາລາວ (老挝语原文)

ມາດຕາ 9 ການຍື່ນເອກະສານຂໍອອກໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ
ຜູ້ທີ່ປະສົງຈະຂໍອອກໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ ຕ້ອງຍື່ນເອກະສານຕໍ່ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ດັ່ງນີ້:
1. ໃບຄຳຮ້ອງຂໍອອກໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ;
2. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ;
3. ໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ ຫຼື ໃບຢັ້ງຢືນການອະນຸຍາດໃຊ້ເຄື່ອງໝາຍການຄ້າ;
4. ເອກະສານສະແດງວ່າຜະລິດຕະພັນຫັດຖະກຳດັ່ງກ່າວ ແມ່ນຜະລິດຕະພັນຫັດຖະກຳລາວ ຕາມເງື່ອນໄຂທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້;
5. ຮູບຖ່າຍຜະລິດຕະພັນ ຈຳນວນ 3 ໃບ ຂະໜາດ 4x6 ນິ້ວ;
6. ເອກະສານອື່ນໆ ຕາມທີ່ກຳນົດໄວ້ໃນລະບຽບການຂອງກະຊວງອຸດສາຫະກຳ ແລະ ການຄ້າ.

第ມາດຕາ 10条

第10条 国家手工艺标志的使用范围
国家手工艺标志的使用范围如下:
1. 贴附于经认证使用国家手工艺标志的老挝手工艺品上;
2. 用于宣传、推广经认证使用国家手工艺标志的老挝手工艺品,具体如下:
1) 电子媒体:通过广播、电视、新媒体或各类互联网节目及其他媒体进行的广告载体。
2) 印刷媒体:以纸张为载体的广告,包含文字或图片信息,具有特定名称,如:报纸、杂志、传单、信件。
3) 广告牌:展示生产场所、商品、消费品、旅游景点及各类服务内容的标牌。
3. 国家手工艺标志使用指南,旨在建立清晰的认识和理解,将其作为重要的市场营销工具和老挝手工艺品的象征。

ພາສາລາວ (老挝语原文)

ມາດຕາ 10 ຂອບເຂດຂອງການນຳໃຊ້ກາບນາຍຫັດຖະກຳ ແຫ່ງຊາດ
ກາບນາຍຫັດຖະກຳ ແຫ່ງຊາດ ໃຫ້ນຳໃຊ້ໃນຂອບເຂດ ດັ່ງນີ້:
1. ຕິດໃສ່ຜະລິດຕະພັນຫັດຖະກຳລາວ ທີ່ໄດ້ຮັບການຢັ້ງຢືນນຳໃຊ້ກາບນາຍຫັດຖະກຳ ແຫ່ງຊາດ;
2. ໃຊ້ໃນການໂຄສະນາ, ປະຊາສຳພັນ ຜະລິດຕະພັນຫັດຖະກຳລາວ ທີ່ໄດ້ຮັບການຢັ້ງຢືນນຳໃຊ້ກາບນາຍຫັດຖະກຳ ແຫ່ງຊາດ ຄືດັ່ງນີ້:
1) ສື່ທາງເອເລັກໂຕຣນິກ: ແມ່ນພາຫະນະໂຄສະນາໂດຍຜ່ານທາງ ລາຍການວິທະຍຸ, ໂທລະພາບ, ສື່ແບບໃໝ່ ຫຼື ລາຍການອິນເຕີເນັດປະເພດຕ່າງໆ ແລະ ສື່ອື່ນໆ.
2) ສື່ສິ່ງພິມ ແມ່ນການໂຄສະນາທີ່ເປັນແຜ່ນເຈ້ຍ ຊຶ່ງບັນຈຸຂໍ້ມູນຂ່າວສານດ້ວຍຕົວໜັງສື ຫຼື ຮູບພາບ ໂດຍມີຊື່ສະເພາະ ເຊັ່ນ: ໜັງສືພິມ, ວາລະສານ, ໃບປິວສານ, ຈົດໝາຍ.
3) ປ້າຍໂຄສະນາ ແມ່ນປ້າຍທີ່ມີເນື້ອໃນນຳສະເໜີ ສະຖານທີ່ການຜະລິດ, ຜະລິດຕະພັນສິນຄ້າ, ອຸປະໂພກ, ບໍລິໂພກ, ສະຖານທີ່ທ່ອງທ່ຽວ ແລະ ການບໍລິການຕ່າງໆ.
3. ບົດແນະນຳ ການນຳໃຊ້ກາບນາຍຫັດຖະກຳ ແຫ່ງຊາດ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບການນຳໃຊ້ເປັນເຄື່ອງມືທີ່ສຳຄັນທາງການຕະຫຼາດ ແລະ ສັນຍາລັກຂອງຜະລິດຕະພັນຫັດຖະກຳລາວ.

第ມາດຕາ 11条

第11条 国家手工艺标志使用证书的有效期和续期

国家手工艺标志使用证书有效期为三年,可以续期,但必须在有效期届满前三十天提交续期申请文件。

有意申请续期国家手工艺标志使用证书的人,应在该证书有效期届满前三十天内向贸易和手工艺促进司或省、首都的工业和贸易厅提交文件,所需文件如下:

1. 按照贸易和手工艺促进司表格填写的申请书;
2. 国家手工艺标志使用证书原件;
3. 企业或手工艺合作社登记证副本;
4. 工厂/手工作坊经营许可证或手工艺促进中心许可证副本。

ພາສາລາວ (老挝语原文)

ມາດຕາ 11 ອາຍຸ ແລະ ການຕໍ່ອາຍຸໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ

ໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ ມີອາຍຸ ສາມ ປີ ແລະ ສາມາດຕໍ່ອາຍຸໄດ້ ແຕ່ຕ້ອງຍື່ນເອກະສານຂໍຕໍ່ອາຍຸ ກ່ອນວັນໝົດອາຍຸ ສາມສິບ ວັນ.

ຜູ້ທີ່ມີຈຸດປະສົງ ຂໍຕໍ່ອາຍຸໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ ໃຫ້ຍື່ນເອກະສານຕໍ່ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ພາຍໃນ ສາມສິບ ວັນ ກ່ອນໃບຢັ້ງຢືນດັ່ງກ່າວຈະໝົດອາຍຸ ໂດຍເອກະສານປະກອບ ດັ່ງນີ້:

1. ຄຳຮ້ອງ ຕາມແບບພິມກົມສົ່ງເສີມການຄ້າ ແລະ ຫັດຖະກຳ;
2. ໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ ສະບັບຕົ້ນ;
3. ສຳເນົາໃບທະບຽນວິສາຫະກິດ ຫຼື ສະຫະກອນຫັດຖະກຳ;
4. ສຳເນົາໃບອະນຸຍາດດຳເນີນກິດຈະການໂຮງງານ/ໂຮງຊາງຫັດຖະກຳ ຫຼື ສູນສົ່ງເສີມຫັດຖະກຳ.

第ມາດຕາ 12条

第12条 暂停使用国家手工业标志证书

使用国家手工业标志证书在下列任一情况下将被暂停:

1. 自愿暂停;
2. 在书面警告后暂停,获得使用国家手工业标志证书者必须在被责令暂停后三个月内整改;
3. 使用国家手工业标志证书过期;
4. 将国家手工业标志用于未经认证使用国家手工业标志的其他产品;
5. 使用违反法律和法规的原材料;
6. 无法持续生产以满足国内外市场需求;
7. 发现获得使用国家手工业标志证书的老挝手工业产品不符合本协议第7条规定的条件。

ພາສາລາວ (老挝语原文)

ມາດຕາ 12 ການໂຈະໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ

ໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດຈະຖືກໂຈະໃນກໍລະນີໃດໜຶ່ງດັ່ງນີ້:

1. ສະໝັກໃຈໂຈະ;
2. ໂຈະພາຍຫຼັງທີ່ໄດ້ມີການກ່າວເຕືອນເປັນລາຍລັກອັກສອນ ຊຶ່ງຜູ້ໄດ້ຮັບໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດຕ້ອງປັບປຸງແກ້ໄຂຂໍ້ຄົງຄ້າງພາຍຫຼັງທີ່ຖືກສັ່ງໂຈະພາຍໃນກຳນົດເວລາສາມເດືອນ;
3. ໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດໝົດອາຍຸ;
4. ນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດຕິດໃສ່ຜະລິດຕະພັນອື່ນທີ່ບໍ່ໄດ້ຮັບການຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດ;
5. ນຳໃຊ້ວັດຖຸດິບທີ່ລະເມີດກົດໝາຍ ແລະ ລະບຽບການ;
6. ບໍ່ສາມາດດຳເນີນການຜະລິດຢ່າງຕໍ່ເນື່ອງ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ;
7. ພົບເຫັນວ່າຜະລິດຕະພັນຫັດຖະກຳລາວທີ່ໄດ້ຮັບໃບຢັ້ງຢືນນຳໃຊ້ເຄື່ອງໝາຍຫັດຖະກຳແຫ່ງຊາດບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້.

本页展示前 12 条,全文共 24 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译