ຄຳສັ່ງວ່າດ້ວຍ ການຢຸດຕິການສຳຫຼວດ, ການຂຸດຄົ້ນໄມ້, ທ້ອນໂຮມໄມ້ ໃນທົ່ວແຂວງ ອັດຕະປື
阿速坡省停止木材勘查采伐集材指令
Directive on Cessation of Timber Survey, Extraction, and Logging in Attapeu Province
ບົດສະຫຼຸບ
ຄຳສັ່ງນີ້ຫ້າມການສຳຫຼວດ, ຕັດໄມ້ ແລະການລວບລວມໄມ້ທົ່ວແຂວງອັດຕະປື, ຮຽກຮ້ອງໃຫ້ປະຕິບັດຢ່າງເຂັ້ມງວດ ແລະຟື້ນຟູປ່າເສື່ອມໂຊມ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອັດຕະປື ເລກທີ. ະ. ບູ / ທະ /ຈຂອປ
ຄຳສັ່ງ
ວ່າດ້ວຍການຢຸດຕິການສຳຫຼວດ,
ການຂຸດຄົນໄມ້, ທ້ອນໂຮມໄມ້ ໃນທົ່ວແຂວງອັດຕະປື
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ , ລົງວັນທີ 14 ທັນວາ 2015, ພາກທີ 1, ມາດຕາ 20 ວ່າດ້ວຍສິດ ແລະ ຫ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
- ອີງຕາມ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 5;
- ອີງຕາມ ຫັງສືສະເໜີຂອງພະແນກກະສິກຳ ແລະ ປ່າໄມ້ ສະບັບເລກທີ 0150/ກປຂ.ອປ, ລົງວັນທີ 23 ມັງກອນ 2024.
ເຈົ້າແຂວງ ອອກຄຳສັ່ງ:
ຫ້າມຢຸດຕິທຸກການເຄື່ອນໄຫວທັງໝົດກ່ຽວກັບການສຳຫຼວດ, ການຂຸດຄົ້ນໄມ້, ທ້ອນໂຮມໄມ້ ໃນທົ່ວແຂວງອັດຕະປື;
ກໍລະນີມີແຈ້ງການຂອງລັດຖະບານ ຫຼື ອົງການຈັດຕັ້ງຂັ້ນສູນກາງ (ເຈົ້າແຂວງຈະມອບໝາຍໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ສະມາຊິກສະພາປະຊາຊົນແຂວງ ລົງກວດກາ ແລະ ປະເມີນຄືນໃຫ້ລະອຽດ ແລ້ວລາຍງານໃຫ້ການນຳຂອງແຂວງມີທິດຊີ້ນຳໃນການຈັດຕັ້ງປະຕິບັດ, ຖ້າບໍ່ສົມເຫດສົມຜົນ ແມ່ນຈະໄດ້ລາຍງານຄືນໃຫ້ຂັ້ນເທິງເພື່ອຢຸດຕິ);
ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງດຳເນີນການສຳຫຼວດ, ການຂຸດຄົ້ນໄມ້, ທ້ອນໂຮມໄມ້ ຢູ່ໃນ ແລະ ນອກ 3 ປະເພດປ່າໃນທົ່ວແຂວງອັດຕະປື ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ອຳນາດການປົກຄອງແຂວງອັດຕະປື; ຖ້າເຫັນວ່າມີການລະເມີດຄຳສັ່ງສະບັບນີ້ ມອບໃຫ້ອຳນາດການປົກຄອງແຕ່ລະຂັ້ນ ປະຕິບັດມາດ
ຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດຕາມລະບຽບກົດໝາຍ;
ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບຂະແໜງການກ່ຽວຂ້ອງ, ອຳນາດການປົກຄອງ 05 ເມືອງ,
ບ້ານ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເຜີຍແຜ່, ເຊື່ອມຊຶມລະບຽບ, ກົດໝາຍ, ປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມ
ງວດ ແລະ ດຳເນີນການຕິດຕາມ, ກວດກາ ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນຢ່າງເຂັ້ມງວດ; ພ້ອມທັງດຳເນີນ
ການສຳຫຼວດ, ຈັດສັນ ແລະ ວາງແຜນຟື້ນຟູປ່າທີ່ຊຸດໂຊມ ແລະ ປ່າທີ່ຖືກບຸກລຸກ ຄືນ ໄປຕາມທິດຫັນເປັນເສດຖະກິດ
ສີຂຽວໃນຕໍ່ໜ້າ ແລະ ຍາວນານ;
ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ (ກອງກວດກາປ່າໄມ້) ປະສານສົມທົບກັບຂະແໜງການກ່ຽວຂ້ອງ,
ເມືອງ ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມ, ກວດກາພຶດຕິກຳຂອງບຸກຄົນ ແລະ ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີ
ພຶດຕິກຳລະເມີດກົດໝາຍວ່າດ້ວຍປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ທີ່ບໍ່ໄດ້ຮັບອະນຸຍາດ ແມ່ນໃຫ້ທຸກພາກສ່ວນ, ອົງການຈັດຕັ້ງລັດທຸກຂັ້ນ ເຮັດການສຶກສາອົບຮົມ ແລະ ມີມາດຕະການຢ່າງເດັດຂາດຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ;
5. ຄຳສັ່ງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ບັນດາຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ທີ່ໄດ້ອະນຸມັດຜ່ານມາເຊິ່ງມີເນື້ອໃນຂັດກັບຄຳສັງສະບັບນີ້ ລ້ວນແຕ່ຖືກລົບລ້າງ;
ເຈົ້າແຂວງ
ພົກ ວັນທອງ ກອງມະນີ
ບ່ອນນຳສົ່ງ:
- ທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ ທ່ານ ລະ 1 ສະບັບ;
- ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ 1 ສະບັບ;
- ຫ້ອງວ່າການແຂວງ 1 ສະບັບ;
- ອົງການກວດກາລັດແຂວງ 1 ສະບັບ;
- ເລຂາທິການສະພາປະຊາຊົນແຂວງ 1 ສະບັບ;
- ພະແນກການກ່ຽວຂ້ອງ 1 ສະບັບ;
- ເຈົ້າເມືອງ 5 ຕົວເມືອງ 1 ສະບັບ;
- ເກັບຮັກສາໄວ້ 1 ສະບັບ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ