ຄຳສັ່ງວ່າດ້ວຍ ການຢຸດຕິການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ພາຍໃນແຂວງ ອັດຕະປື
阿速坡省停止开采砂金指令
Directive on Cessation of Sand Gold Mining in Attapeu Province
ບົດສະຫຼຸບ
ກົດໝາຍສະບັບນີ້ຫ້າມການຂຸດຄົ້ນຄຳຊາຍໃນແມ່ນ້ຳ ແລະ ຫ້ວຍທັງໝົດໃນແຂວງອັດຕະປື, ຮຽກຮ້ອງໃຫ້ຢຸດເຊົາກິດຈະກຳທີ່ກ່ຽວຂ້ອງ, ແລະ ມອບສິດໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ, ສະກັດກັ້ນການກະທຳຜິດ ແລະ ຈັດຫາອາຊີບທົດແທນໃຫ້ປະຊາຊົນ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງ ອັດຕະປື ເລກທີ: 02/ຈຂອປ
ອັດຕະປື, ວັນທີ: 7 ກັນຍາ 2022
ຄຳສັ່ງ
ວ່າດ້ວຍການຢຸດຕິການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ພາຍໃນແຂວງ ອັດຕະປື.
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015
ໝວດທີ 1 ມາດຕາ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນ.
- ອີງຕາມ ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017.
- ອີງຕາມ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 10.
ເຈົ້າແຂວງອອກຄຳສັ່ງ:
1. ໃຫ້ຢຸດຕິທຸກການເຄື່ອນໄຫວທັງໝົດກ່ຽວກັບການຂຸດຄົ້ນແຮ່ຄຳຕົກຂ້ອນ ຕາມແຈ້ງການຂອງຫ້ອງວ່າການ
ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 642/ຫສນຍ, ລົງວັນທີ 20 ເມສາ 2023 ຈົນກວາຈະມີຄຳສັ່ງຈາກຂັ້ນເທິງ;
2. ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງດຳເນີນກິດຈະການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ຕາມລຳເຊ ແລະ ຫ້ວຍຮອງໃນຂອບເຂດທົ່ວແຂວງ ອັດຕະປື ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານແຫ່ງ ສປປ ລາວ ແລະ ອົງການປົກຄອງແຂວງ ອັດຕະປື, ຖ້າຫາກວ່າມີການລະເມີດໃຫ້ປະຕິບັດມາດຕະການຢ່າງເຂັມງວດຕໍ່ຜູ້ກະທຳຜິດ ຕາມແຕ່ລະກໍລະນີ;
3. ມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນໃຈກາງໃນການປະສານງານ ສົມທົບ ກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ອຳນາດການປົກຄອງເມືອງ 05 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການກວດກາ, ສຶກສາອົບຮົມ, ຢຸດຕິ ແລະ ມີມາດຕະການເດັດຂາດ ຕໍ່ຜູ້ກະທຳຜິດ ຕາມລະບຽບກົດໝາຍ;
4. ຕໍ່ກັບພຶດຕິກຳຂອງປະຊາຊົນຈຳນວນໜຶ່ງ ທີ່ມີການລະເມີດຫຼັກການວຽກງານແຮ່ທາດ ມອບໃຫ້ສະພາປະຊາຊົນແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງສົມທົບກັນຮ່ວມກັນແກ້ໄຂ ແລະ ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນໃຫ້ສອດຄ່ອງກັບຈຸດພິເສດດ້ານທີ່ຕັ້ງ ແລະ ທຳມະຊາດຂອງທ້ອງຖິ່ນນັ້ນ ເພື່ອບໍ່ໃຫ້ປະຊາຊົນໄປເຄື່ອນໄຫວໄປລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດ.
5. ຄຳສັ່ງສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ໄດ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ຖ້າຫາກມີຂໍ້ຕົກລົງ ແລະ ຄຳສັ່ງໃດໃນເມື່ອກ່ອນ ທີ່ຂັດກັບເນື້ອໃນຄຳສັ່ງສະບັບນີ້ລ້ວນແຕ່ຖືກຍົກເລີກ.
ປອນນ້າສົ່ງ:
- ຫ້ອງວ່າການແຂວງ 1 ສະບັບ.
- ພາກສ່ວນທີ່ກ່ຽວຂ້ອງ, ປອນລະ 1 ສະບັບ.
- ສຳເນົາ 2 ສະບັບ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ