ຄຳສັ່ງແນະນຳ ກ່ຽວກັບການຫ້າມບຸກຄົນ, ນິຕິບຸກຄົນປຸກສ້າງອາຄານບ້ານເຮືອນ, ປູກຕົ້ນໄມ້ ໃສ່ກ້ອງແລວສາຍໄຟ ແລະ ລັກລອບ-ຮັບຊື້ຂາຍ ເຄື່ອງໄຟຟ້າທຸກຊະນິດຢູ່ແຂວງ ອັດຕະປື

禁止个人法人在阿速坡省电力线路走廊内建房植树及盗窃买卖电力设备指令

Directive Prohibiting Construction, Tree Planting, and Theft/Sale of Electrical Equipment in Power Line Corridors in Attapeu Province

ບົດສະຫຼຸບ

ຄຳສັ່ງນີ້ຫ້າມການກໍ່ສ້າງເຮືອນ, ປູກຕົ້ນໄມ້ສູງ ແລະຫ້າມການລັກຂາຍອຸປະກອນໄຟຟ້າພາຍໃນແນວທາງສາຍສົ່ງໄຟຟ້າໃນແຂວງອັດຕະປື, ຜູ້ລະເມີດຈະຖືກລົງໂທດຢ່າງເດັດຂາດ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ແຂວງອັດຕະປື ເລກທີ 077/ຈຂອປ

ອັດຕະປື, ວັນທີ 0 ຮີ ເ າຂຈ 20274/

ຄຳສັ່ງແນະນຳ
ກ່ຽວກັບການຫ້າມບຸກຄົນ, ນິຕິບຸກຄົນປຸກສ້າງອາຄານບ້ານເຮືອນ, ປູກຕົນໄມ້
ໃສ່ກ້ອງແລວສາຍໄຟ ແລະ ລັກລອບ-ຮັບຊືຂາຍ ເຄືອງໄຟຟ້າທຸກຊະນິດຢູ່ແຂວງອັດຕະປື

- ອີງຕາມ ກົດຫພາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ໜວດທີ 1, ມາດຕາ 20 ວ່າດ້ວຍສິດ ແລະ ຫ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;

- ອີງຕາມ ກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ເລກທີ 19/ສພຊ, ລົງວັນທີ 9 ພຶດສະພາ 2017, ໜວດທີ 1, ມາດຕາ 93-96 ແລະ ມາດຕະຖານເຕັກນິກໄຟຟ້າລາວປີ 2018;

- ອີງຕາມ ຫຼັງສືສະເຫີຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ສະບັບເລກທີ 24/ພບຂ, ລົງວັນທີ 06
ທັນວາ 2023.

ຊຸມປີຜ່ານມາ ມີບຸກຄົນ, ນິຕິບຸກຄົນ ໄດ້ປຸກສ້າງອາຄານບ້ານເຮືອນ, ປູກຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ໃຫ້ໝາກ ທີ່ມີຄວາມສູງເກີນ ຂ ແມັດ ໃສ່ກ້ອງແລວສາຍໄຟ ແລະ ໄດ້ລັກລອບຮັບຊື້-ຂາຍ ອຸປະກອນ ສິນສ່ວນ: ນ໋ອດ, ບູລອງ, ສາຍຈ໋ອງ, ສາຍໄຟ-ເຫຼັກເສົາຢູ່ສາຍສົ່ງໄຟຟ້າແຮງສູງ, ແຮງກາງ, ແຮງຕໍ່າ ແລະ ລະບົບໄຟເຍືອງທາງ ໃນທົ່ວແຂວງອັດຕະປື, ເຊິ່ງເປັນສາເຫດຫຼັກ, ເຮັດໃຫ້ໄຟຕົກ, ໄຟມອດ, ໄຟຮົ່ວ, ໄຟຊ໋ອດຢູ່ຕາມສະຖານທີ່ຕ່າງໆ ອັນກໍໃຫ້ເກີດມີປະກົດການຫຍໍ້ທໍ້ຫຼາຍໆດ້ານໃນສັງຄົມຕາມມາເປັນຕົ້ນ: ເຮັດໃຫ້ເກີດມີກຸ່ມຄົນບໍ່ຫວັງດີບຸກສ້າງອາຄານປູກຕົ້ນໄມ້ໃສ່ກ້ອງແລວສາຍໄຟ ແລະ ລັກລອບຊື້-ຂາຍອຸປະກອນໄຟຟ້ານັບມື້ເພີ່ມຂຶ້ນໃນແຕ່ລະປີ, ສົ່ງຜົນສະທ້ອນຕໍ່ຊັບສິນທີ່ຕິດພັນກັບງົບປະມານຂອງພັກ-ລັດຖືກເສຍຫາຍຕໍ່ການບຳລຸງຮັກສາ ແລະ ສ້ອມແປງໃນແຕ່ລະປີ. ສະນັ້ນ, ເພື່ອເຮັດໃຫ້ບັນຫາ
ດັງກ່າວໄດ້ຮັບການແກ້ໄຂໃຫ້ຫົດໄປ.

ເຈົາແຂວງ ອອກຄຳສັ່ງ:

1. ໃຫ້ອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ, ພົນລະເມືອງລາວ ແລະ ຊາວຕ່າງປະເທດທຸກພາກສ່ວນຮ່ວມມືກັນໃນການຕິດຕາມບຸກຄົນ ຫຼື ກຸ່ມຄົນບໍ່ດີສວຍໃຊ້ຫ້າທີ່ຕຳແຫງ ຫຼື ຜົນປະໂຫຍດສ່ວນຕົວປຸກສ້າງອາຄານບ້ານເຮືອນ, ປູກຕົ້ນເໄມ້ຕາມກ້ອງແລວສາຍໄຟ ແລະ ລັກລອບຮັບຊື້-ຂາຍ ອຸປະກອນ ສິ້ນສ່ວນ: ນ໋ອດ, ບູລອງ, ສາຍຈ່ອງ, ສາຍໄຟ-ເຫຼັກເສົາຢູ່ສາຍສົ່ງໄຟຟ້າແຮງສູງ, ແຮງກາງ, ແຮງຕຳ ແລະ ລະບົບໄຟເຍືອງທາງໃນທົ່ວແຂວງອັດຕະປື; ຖ້າພົບເຫັນໃຫ້ໂທແຈ້ງຕໍ່ເຈົ້າຫ້າທີ່ ປກສ ຫຼື ອຳນາດການປົກຄອງຢູ່ເຂດຄຸ້ມຄອງດັງກ່າວ, ເພື່ອນຳຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ, ສ່ວນຜູ້ແຈ້ງເຫດການຈະປິດເປັນຄວາມລັບ ແລະ ຈະໃຫ້ຮັບນະໂຍບາຍຈາກພາກລັດຕາມເຫັນສົມຄວນ.
2. ໃຫ້ພົນລະເມືອງລາວທຸກພາກສ່ວນເອົາໃຈໃສ່ເປັນຫູເປັນຕາໃນການຕິດຕາມການຂົນສົ່ງເຄື່ອນຍ້າຍເຫຼັກເສົາໄຟ, ສາຍໄຟຂອງບຸກຄົນ ຫຼື ກຸ່ມຄົນ ທີ່ເຫັນວ່າບໍ່ສອດຄ່ອງຖືກຕ້ອງຕາມລະບຽບກົດໝາຍ ຢູ່ບັນດາເຮືອນຊານບ້ານຊ່ອງ, ຮ້ານເກັບຊື້ເຫຼັກເສດ ຢູ່ຕາມຈຸດກໍ່ສ້າງຕິດຕັ້ງເສົາໄຟແຮງສູງ, ໄຟເຍືອງທາງ ເມື່ອພົບເຫັນວ່າມີອຸປະກອນໄຟຟ້າໄວ້ຄອບຄອງ ຫຼື ກຳລັງຊື້ຂາຍໃຫ້ໂທແຈ້ງເຈົ້າໜ້າທີ່ ຫຼື ເຮັດພັງສືສະເຫຼີຫາການຈັດຕັ້ງບ່ອນທີ່ຕົນສັງກັດເພື່ອເປັນບ່ອນອີງໃນການກວດກາ, ກວດຄົ້ນ ແລະ ກັກຕົວຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍໃຫ້ທັນການ.

5. ໃຫ້ເຈົ້າເມືອງ 5 ຕົວເມືອງ ພ້ອມກັນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງສະບັບນີ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງເມືອງໄດ້ຮັບຊາບ ແລະ ໃຫ້ຄວາມຮ່ວມມືດັ່ງນີ້:
3.1 ແຕ່ງຕັ້ງຄະນະກຳມະການສະເພາະກິດຂັ້ນເມືອງ ສະເພາະເມືອງທີ່ມີສາຍສົ່ງໄຟຟ້າແຮງສູງ ໃຫ້ລົງເຄືອນໄຫວຢູ່ແຕ່ລະກຸ່ມບ້ານເພື່ອຕິດຕາມກວດກາຢ່າງໃກ້ຊິດຕິດແທດ, ທຸກໆອາທິດໃຫ້ມີການສ່ອງແສງລາຍງານຫາຫ້ອງວ່າການເມືອງ ແລະ ຫ້ອງການພະລັງງານແລະ ບໍ່ແຮ່ເມືອງ ເພື່ອຮັບຊາບ;

3.2 ໃຫ້ເມືອງສັງລວມບັນຊີລາຍຊື່ຮ້ານເກັບຊື້-ຂາຍເຫຼັກເສດ, ສາຍໄຟ ແລ້ວສົມທົບກັບຄະນະຄຸ້ມຄອງກວດກາດ່ານທ້ອງຖິ່ນ, ດ່ານສາກົນ, ຄະນະຫ້ອງສັນຕິບານ ປກສ ເມືອງ, ຫ້ອງການກວດກາຄົນເຂົ້າ-ອອກເມືອງ ແລະ ຄະນະແກ້ໄຂປະກົດການຫຍໍ້ທໍ້, ຂີ້ລັກ, ງັດແງະ ຂອງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສົມທົບກັບຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ພ້ອມກັນລົງຕິດຕາມກວດກາ ຖ້າພົບເຫັນ ຫຼື ຮູ້ເບາະແສໃຫ້ແຈ້ງມາຍັງກອງບັນຊາການປ້ອງກັນຄວາມສະຫງົບເມືອງ ທີ່ກ່ຽວຂ້ອງຈັບກຸມຕົວພ້ອມຂອງກາງ ເພື່ອດຳເນີນຄະດີຕາມກົດໝາຍ;
53.3 ໃຫ້ເຈົ້າເມືອງ ຫຼື ຮອງເຈົ້າເມືອງ ສົມທົບກັບຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ຫ້ອງການ ຍທຂ ເມືອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງເຜີຍແຜ່ຂໍ້ຫ້າມສິ່ງປຸກສ້າງອາຄານ, ປູກຕົ້ນໄມ້ທີ່ສູງກວ່າ 2 ແມັດ ແລະ ກົດລະບຽບຕ່າງໆໃນຂອບເຂດຄວາມກວ້າງຂອງກ້ອງແລວສາຍສົ່ງແຮງສູງ ຕາມມາດຕະຖານເຕັກນິກໄຟຟ້າລາວ, ໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ, ຊາວຕ່າງດ້າວ ທີ່ອາໄສດຳລົງຊີວິດຢູ່ແຕ່ລະເມືອງ ໃຫ້ຮັບຮູ້ຢ່າງທົ່ວເຖິງ.

4. ມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ປະຕິບັດໜ້າທີ່ໃນການຕິດຕາມ, ກວດກາ, ປຸກລະດົມໄກ່ເກ່ຍ ແລະ ເປັນໃຈກາງໃນການປະສານງານ ໂດຍສົມທົບກັບເຈົ້າຂອງໂຄງການເອກະຊົນ, ລັດວິສາຫະກິດໄຟຟ້າລາວສາຂາແຂວງອັດຕະປື ແລະ ອຳນາດການປົກຄອງບ້ານ ພ້ອມກັນລົງຕິດຕາມກວດກາແລວສາຍສົ່ງແຮງສູງ, ແຮງກາງ,
ແຮງຕຳ ແລະ ໄຟເຍືອງທາງ ເປັນປະຈຳ 1-2 ຄັ້ງ/ເດືອນ, ຖ້າພົບເຫັນສິ່ງປຸກສ້າງ, ປູກຕົ້ນໄມ້ ແລະ ອຸປະກອນໄຟຟ້າ ຖືກທຳລາຍ ຫຼື ເສຍຫາຍໃຫ້ຊອກຫາສາເຫດລະອຽດຈະແຈ້ງ ແລ້ວລາຍງານໃຫ້ຫ້ອງວ່າການແຂວງຮັບຊາບ ເພື່ອຫາທາງແກ້ໄຂໃຫ້ທັນກັບສະພາບການ.

ຫ້າມທີ່ລັກລອບ ເອົາອຸປະກອນໄຟຟ້າ, ສາຍໄຟມາຂາຍໃຫ້ເດັດຂາດ, ຖ້າຫາກຝ່າຝືນ ແລະ ຮ່ວມມືກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍຈະຖືກປັບໄໝ ແລະ ຖືກຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

6. ໃຫ້ບັນດາພະແນກການ, ກົມກອງ, ຫ້ອງການ, ອົງການທຽບເທົ່າ, ລັດວິສາຫະກິດຕ່າງໆ ແລະ ອຳນາດການປົກຄອງບ້ານ, ພະນັກງານຫັນລົງກໍ່ສ້າງຮາກຖານການເມືອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

5. ຫ້າມບໍ່ໃຫ້ເຈົ້າຂອງຮ້ານ ຫຼື ບຸກຄົນທີ່ຊື້-ຂາຍເຫຼັກເສດ ຮັບຊື້ເຫຼັກ ຈາກກຸ່ມຄົນບໍ່ຫວັງດີ
7. ຄຳສັ່ງແນະນຳສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ເຈົາແຂວງ

ພົທ ວັນທອງ ກອງມະນີ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ