ດຳລັດວ່າດ້ວຍ ປ່າປ້ອງກັນ
防护林法令
Protection Forest Decree
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ປ່າສະຫງວນ, ເນັ້ນໃສ່ລະບົບການຈັດຊັ້ນ, ຫຼັກການປົກປັກຮັກສາ ແລະ ມາດຕະການຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າປ້ອງກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສະກັດກັນທຸກເຫດການທີ່ຈະເກີດຂຶ້ນ ຫຼື ພວມເກີດຂຶ້ນ, ເຮັດໃຫ້ປ່າປ້ອງກັນມີຄວາມອຸດົມສົມບູນ, ຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບການປ່ຽນແປງດິນຟ້າອາກາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍຕິດພັນກັບການສົ່ງເສີມການທ່ອງທ່ຽວທຳມະຊາດ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ
ມາດຕາ ມາດຕາ 2
ມາດຕາ 2 ປ່າປ້ອງກັນ
ປ່າປ້ອງກັນ ແມ່ນ ປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ໄດ້ກຳນົດເພື່ອຈຸດປະສົງນຳໃຊ້ໃນການຮັກສາ ແຫຼ່ງນ້ຳ, ແຄມນ້ຳ, ແຄມທາງ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ, ເຂດຍຸດທະສາດ ເພື່ອປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ້ອງກັນໄພທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 65 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ