防护林法令

ດຳລັດວ່າດ້ວຍ ປ່າປ້ອງກັນ

Protection Forest Decree

简介

该法令调整防护林的管理、保护、开发与利用,核心是规定分级制度、保护原则及生物多样性减缓措施序列。

Summary

This decree regulates the management, protection, development, and utilization of protection forests, with the core being to define a classification system, protection principles, and a sequence of biodiversity mitigation measures.

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ປ່າສະຫງວນ, ເນັ້ນໃສ່ລະບົບການຈັດຊັ້ນ, ຫຼັກການປົກປັກຮັກສາ ແລະ ມາດຕະການຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ.

条文

第ມາດຕາ 1条

第1条 宗旨
本法令规定了关于保护林的管理、保护、开发和利用的原则、规章和措施,以使上述工作高效和有效,旨在预防所有可能发生或正在发生的事件,使保护林富饶,减少气候变化影响的风险,改善人民的生活水平,同时促进自然旅游,为国家的经济-社会发展做出贡献,朝着绿色和可持续的方向。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າປ້ອງກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສະກັດກັນທຸກເຫດການທີ່ຈະເກີດຂຶ້ນ ຫຼື ພວມເກີດຂຶ້ນ, ເຮັດໃຫ້ປ່າປ້ອງກັນມີຄວາມອຸດົມສົມບູນ, ຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບການປ່ຽນແປງດິນຟ້າອາກາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍຕິດພັນກັບການສົ່ງເສີມການທ່ອງທ່ຽວທຳມະຊາດ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ

第ມາດຕາ 2条

第2条 防护林
防护林是指为保护水源、河岸、路旁、防止水土流失和土壤质量、战略区域以保卫国防、维护治安、预防自然灾害、保护环境及其他目的而划定的森林和林地。

ພາສາລາວ (老挝语原文)

ມາດຕາ 2 ປ່າປ້ອງກັນ
ປ່າປ້ອງກັນ ແມ່ນ ປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ໄດ້ກຳນົດເພື່ອຈຸດປະສົງນຳໃຊ້ໃນການຮັກສາ ແຫຼ່ງນ້ຳ, ແຄມນ້ຳ, ແຄມທາງ, ປ້ອງກັນການເຊາະເຈື່ອນ ແລະ ຄຸນນະພາບຂອງດິນ, ເຂດຍຸດທະສາດ ເພື່ອປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ້ອງກັນໄພທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ.

第ມາດຕາ 3条

第3条 术语解释
本法令中使用的术语定义如下:

1. 保护林地 指森林土地,包括河流、溪流、沟渠、运河、沼泽、池塘、水域及其他由国家划定为保护林的区域;

2. 水源 指水长期或暂时聚集、栖息、停留或流动的地方;水源来自自然或人工形成,存在于地表、地下和大气中;

3. 流域 指从源头到河口、有分水岭的土地、水域和所有森林区域,降水汇流成水源系统,如湄公河、乌河、南俄河、南屯河、南卡丁河、色邦非河、色公河及其他河流;

4. 水库 指通过挖掘、拦截溪流或河流来蓄水的系统,以确保生活、农业生产、自然环境和社会的可持续性等需求;

5. 水源林 指作为河流源头的保护林区域;

6. 河岸林 指沿河流、溪流、沟渠、池塘、沼泽的保护林区域,用于防止河岸冲刷、侵蚀,减少水流速度及泥沙沉积到河流和水库;

7. 路旁林 指沿路划定的保护林区域,用于防止土壤侵蚀、维护森林生态系统,包括公路保护区内的森林;

8. 森林保护协议 指管理监督保护林工作的机构与位于保护林内或毗邻保护林的村庄行政机构之间确定义务的文件,需经县级行政机构认证;

9. 减缓影响措施序列 指国际上公认的减少对生物多样性和生态系统服务影响的方法,包括避免、减少、恢复和补偿;

10. 避免 指避免可能因活动产生的影响;

11. 减少 指将可能产生的影响降低到可接受的水平;

12. 恢复 指将环境和生态系统恢复到原状或接近原状;

13. 补偿 指通过其他措施(如新建保护林)补偿剩余影响。

ພາສາລາວ (老挝语原文)

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ທີ່ດິນປ່າປ້ອງກັນ ໝາຍເຖິງ ທີ່ດິນປ່າໄມ້ ລວມທັງສາຍນໍ້າ, ຫ້ວຍ, ຮ່ອງ, ຄອງ, ບຶງ, ໜອງນໍ້າ, ທີ່ດິນບໍລິເວນນໍ້າ ແລະ ອື່ນໆ ທີ່ລັດໄດ້ກຳນົດໃຫ້ເປັນປ່າປ້ອງກັນ;

2. ແຫຼ່ງນໍ້າ ໝາຍເຖິງ ສະຖານທີ່ບ່ອນມີການເຕົ້າໂຮມ, ອາໄສ, ພັກຕົວ ຫຼື ເດືອນໄຫຼແບບຖາວອນ ຫຼື ຊົ່ວຄາວຂອງນໍ້າ; ແຫຼ່ງນໍ້າເກີດຂຶ້ນຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງມີຢູ່ເທິງໜ້າດິນ, ໃຕ້ດິນ ແລະ ໃນອາກາດ;

3. ອ່າງຮັບນໍ້າ ໝາຍເຖິງ ຂອບເຂດເນື້ອທີ່ດິນ, ເນື້ອທີ່ນໍ້າ ແລະ ເນື້ອທີ່ປ່າໄມ້ທຸກຕອນ ຕັ້ງແຕ່ຍອດນໍ້າ ຈົນຮອດປາກນໍ້າ ບ່ອນທີ່ມີສັນປັນນໍ້າ ແລະ ເວລາທີ່ຜົນຕົກລົງມາໄຫຼໂຮມກັນເຂົ້າເປັນລະບົບແຫຼ່ງນໍ້າ ເຊັ່ນ ນໍ້າຂອງ, ນໍ້າອູ, ນໍ້າງື່ມ, ນໍ້າເທີນ, ນໍ້າກະດິງ, ເຊບັ້ງໄຟ, ເຊກອງ ແລະ ນໍ້າອື່ນໆ;

4. ອ່າງເກັບນໍ້າ ໝາຍເຖິງ ລະບົບເກັບກັກນໍ້າ ດ້ວຍການຂຸດສະ, ການຕັນນໍ້າຫ້ວຍ, ນໍ້າເຊ ເພື່ອໃຫ້ມີນໍ້າ ພຽງພໍ ແລະ ແຮໄວ້ ແນ່ໃສ່ຮັບປະກັນຄວາມຕ້ອງການດ້ານການດຳລົງຊີວິດ, ການຜະລິດກະສິກຳ, ການຄົງຕົວຂອງສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ແລະ ອື່ນໆ;

5. ປ່າຍອດນໍ້າ ໝາຍເຖິງ ເນື້ອທີ່ປ່າປ້ອງກັນ ຊຶ່ງເປັນເຂດຕົ້ນກຳເນີດ ຂອງສາຍນໍ້າ;

6. ປ່າແຄມນໍ້າ ໝາຍເຖິງ ເນື້ອທີ່ປ່າປ້ອງກັນ ຊຶ່ງເປັນເຂດແຄມ ແມ່ນໍ້າ, ຫ້ວຍ, ຮ່ອງ, ໜອງ, ບຶງ, ເພື່ອ ປ້ອງກັນການສະລ້າງ, ການກັດເຊາະເຈື່ອນດິນແຄມນໍ້າ, ຫຼຸດຜ່ອນ ການໄຫຼບ່າຂອງນໍ້າ ແລະ ການ ເຊາະຕະກອນລົງໃສ່ແມ່ນໍ້າ ແລະ ອ່າງເກັບນໍ້າ;

7. ປ່າແຄມທາງ ໝາຍເຖິງ ເນື້ອທີ່ປ່າປ້ອງກັນ ຊຶ່ງກຳນົດໄວ້ ເພື່ອປ້ອງກັນການເຊາະເຈືອນຂອງດິນ, ຮັກ ສາລະບົບນິເວດວິທະຍາປ່າໄມ້ ຕາມແຄມທາງ ລວມທັງ ປ່າໄມ້ທີ່ມີຢູ່ໃນເຂດສະຫງວນທາງຫຼວງ;

8. ສັນຍາປົກປັກຮັກສາປ່າໄມ້ ໝາຍເຖິງ ເອກະສານກຳນົດຂໍ້ຜູກພັນ ລະຫວ່າງ ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າປ້ອງກັນ ແລະ ອົງການປົກຄອງບ້ານ ທີ່ມີພື້ນທີ່ຢູ່ໃນ ຫຼື ຕິດກັບປ່າປ້ອງກັນ ໂດຍການປຢັ້ງຢືນຈາກອົງການປົກຄອງ ຂັ້ນເມືອງ;

9. ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ໝາຍເຖິງ ວິທີການຫຼຸດຜ່ອນຜົນກະທົບ ຕໍ່ຊີວະນານາພັນ ແລະ ການບໍລິການດ້ານລະບົບນິເວດ ທີ່ໄດ້ຮັບການຍອມຮັບຈາກສາກົນ ຊຶ່ງປະກອບດ້ວຍ ການຫຼີກລ່ຽງ, ການຫຼຸດຜ່ອນ, ການຟື້ນຟູ ແລະ ການຊົດເຊີຍ;

10. ການຫຼີກລ່ຽງ ໝາຍເຖິງ ການຫຼີກລ່ຽງຜົນກະທົບທີ່ອາດເກີດຂຶ້ນຈາກການດຳເນີນກິດຈະການ;

11. ການຫຼຸດຜ່ອນ ໝາຍເຖິງ ການຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ໃຫ້ຢູ່ໃນລະດັບທີ່ຍອມຮັບໄດ້;

12. ການຟື້ນຟູ ໝາຍເຖິງ ການຟື້ນຟູສະພາບແວດລ້ອມ ແລະ ລະບົບນິເວດ ໃຫ້ກັບຄືນສູ່ສະພາບເດີມ ຫຼື ໃກ້ຄຽງ;

13. ການຊົດເຊີຍ ໝາຍເຖິງ ການຊົດເຊີຍຜົນກະທົບທີ່ຍັງເຫຼືອ ຜ່ານມາດຕະການອື່ນ ເຊັ່ນ ການສ້າງປ່າປ້ອງກັນໃໝ່.

第ມາດຕາ 4条

第4条 减少、恢复和全面补偿生物多样性,旨在恢复原状或增加生物多样性;

全面补偿生物多样性是指,在已适当采取避免、减少和恢复措施后,为补偿投资项目仍残留且持续存在的对生物多样性的负面影响而采取的行动;

恢复原状补偿生物多样性是指,通过实施投资项目影响减缓措施序列所取得的结果,该结果已达到对生物多样性的负面影响被对生物多样性的正面影响适当抵消的程度;

增加生物多样性是指,通过实施开发项目影响减缓措施序列所取得的结果,该结果已达到对生物多样性的正面影响超过负面影响的程度。

关于防护林工作的原则

防护林工作应遵循以下原则:

1. 符合法律、战略规划、国家经济社会发展计划、国家土地分配总体规划、老挝人民民主共和国为缔约方的公约及相关国际条约;

2. 确保全国范围内防护林管理的系统性和统一性;

3. 确保平等、公正、透明、公开和可核查;

4. 确保人民和社会各界的参与,并与相关部门、机构、地方行政机构及其他相关方协调配合;

5. 确保依法管理、保护、开发和利用防护林的国家、个人、法人或组织的利益。

ພາສາລາວ (老挝语原文)

ມາດຕາ 4 ຫຼຸດຜ່ອນ, ພື້ນຟູ ແລະ ການທົດແທນຊີວະນານາພັນແບບຄົບຖ້ວນ ແນ່ໃສ່ທົດແທນຊີວະນານາພັນເທົ່າເດີມ ຫຼື ເພີ່ມຊີວະນານາພັນ;

ການທົດແທນຊີວະນານາພັນແບບຄົບຖ້ວນ ໝາຍເຖິງ ການດຳເນີນການ ເພື່ອທົດແທນຜົນກະທົບທາງລົບຕໍ່ຊີວະນານາພັນ ທີ່ຍັງເຫຼືອຄ້າງ ແລະ ສືບຕໍ່ມີ ຈາກໂຄງການລົງທຶນ ຫຼັງຈາກທີ່ໄດ້ດຳເນີນມາດຕະການ ຫຼີກລ່ຽງ, ຫຼຸດຜ່ອນ ແລະ ພື້ນຟູ ຢ່າງເໝາະສົມ;

ການທົດແທນຊີວະນານາພັນເທົ່າເດີມ ໝາຍເຖິງ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ຈາກໂຄງການລົງທຶນ ຊຶ່ງຜົນໄດ້ຮັບດັ່ງກ່າວ ໄດ້ບັນລຸຈຸດທີ່ຜົນກະທົບທາງລົບຕໍ່ຊີວະນານາພັນ ຖືກດຸ່ນຕ່ຽງ ໂດຍຜົນກະທົບທາງບວກຕໍ່ຊີວະນານາພັນ ຢ່າງເໝາະສົມ;

ການເພີ່ມຊີວະນານາພັນ ໝາຍເຖິງ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ຈາກໂຄງການພັດທະນາ ຊຶ່ງຜົນໄດ້ຮັບດັ່ງກ່າວ ໄດ້ບັນລຸຈຸດທີ່ຜົນກະທົບທາງບວກຕໍ່ຊີວະນານາພັນ ມີລະດັບລື່ນຜົນກະທົບທາງລົບ.

ຫຼັກການກ່ຽວກັບວຽກງານປ່າປ້ອງກັນ

ວຽກງານປ່າປ້ອງກັນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບ ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;

2. ຮັບປະກັນ ການຄຸ້ມຄອງປ່າປ້ອງກັນ ເປັນລະບົບ ແລະ ເປັນເອກະພາບ ໃນທົ່ວປະເທດ;

3. ຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້;

4. ຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ, ມີການປະສານສົມທົບກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;

5. ຮັບປະກັນຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າປ້ອງກັນ ຕາມກົດໝາຍ.

第ມາດຕາ 5条

第5条 防护林级别

防护林分为以下四个级别:
国家级防护林;
省级防护林;
县级防护林;
村级防护林。

ພາສາລາວ (老挝语原文)

ມາດຕາ 5 ລະດັບປ່າປ້ອງກັນ

ປ່າປ້ອງກັນ ຈັດເປັນ ສີ່ ລະດັບ ດັ່ງນີ້:
ປ່າປ້ອງກັນແຫ່ງຊາດ;
ປ່າປ້ອງກັນ ລະດັບແຂວງ;
ປ່າປ້ອງກັນ ລະດັບເມືອງ;
ປ່າປ້ອງກັນ ລະດັບບ້ານ.

第ມາດຕາ 6条

第6条 国家防护林
国家防护林是指面积超过三万公顷,具有地理、历史、文化、自然、生物多样性或战略意义的防护林,其级别为国家、区域或国际级。

ພາສາລາວ (老挝语原文)

ມາດຕາ 6 ປ່າປ້ອງກັນແຫ່ງຊາດ
ປ່າປ້ອງກັນແຫ່ງຊາດ ແມ່ນ ປ່າປ້ອງກັນ ທີ່ມີເນື້ອທີ່ ຫຼາຍກວ່າ ສາມສິບພັນ ເຮັກຕາ, ມີຄຸນລັກສະນະທາງດ້ານພູມີສາດ, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ຊີວະນານາພັນ ຫຼື ເປັນເຂດຍຸດທະສາດ ໃນລະດັບຊາດ, ພາກພື້ນ ຫຼື ສາກົນ.

第ມາດຕາ 7条

第7条 省级保护林
省级保护林是指面积从两千到三万公顷,具有地理、历史、文化、自然、生物多样性特征或属于省级战略区域的保护林。

ພາສາລາວ (老挝语原文)

ມາດຕາ 7 ປ່າປ້ອງກັນ ລະດັບແຂວງ
ປ່າປ້ອງກັນ ລະດັບແຂວງ ແມ່ນ ປ່າປ້ອງກັນ ທີ່ມີເນື້ອທີ່ ແຕ່ ສອງພັນ ຫາ ສາມສິບພັນ ເຮັກຕາ, ມີຄຸນລັກສະນະທາງດ້ານພູມີສາດ, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ຊີວະນານາພັນ ຫຼື ເປັນເຂດຍຸດທະສາດໃນລະດັບແຂວງ.

第ມາດຕາ 8条

第8条 县级保护林
县级保护林是指面积在一百至不足两千公顷,具有地理、历史、文化、自然、生物多样性特征或属于县级战略区域的保护林。

ພາສາລາວ (老挝语原文)

ມາດຕາ 8 ປ່າປ້ອງກັນ ລະດັບເມືອງ
ປ່າປ້ອງກັນ ລະດັບເມືອງ ແມ່ນປ່າປ້ອງກັນ ທີ່ມີເນື້ອທີ່ ແຕ່ ໜຶ່ງຮ້ອຍ ຫາ ຕໍ່າກວ່າ ສອງພັນ ເຮັກຕາ, ມີຄຸນລັກສະນະທາງດ້ານພູມີສາດ, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ຊີວະນານາພັນ ຫຼື ເປັນເຂດຍຸດທະສາດໃນລະດັບເມືອງ.

第ມາດຕາ 9条

第9条 村级防护林
村级防护林是指面积从零点五公顷到不足一百公顷,具有地理、历史、文化、自然、生物多样性特征或属于村级战略区域的防护林。

ພາສາລາວ (老挝语原文)

ມາດຕາ 9 ປ່າປ້ອງກັນ ລະດັບບ້ານ
ປ່າປ້ອງກັນ ລະດັບບ້ານ ແມ່ນ ປ່າປ້ອງກັນ ທີ່ມີເນື້ອທີ່ ແຕ່ ສູນຈຸດຫ້າ ຫາ ຕຳກວ່າ ຫຶງຮ້ອຍ ເຮັກຕາ, ມີຄຸນລັກສະນະທາງດ້ານພູມີສາດ, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ຊີວະນານາພັນ ຫຼື ເປັນເຂດຍຸດທະສາດໃນລະດັບບ້ານ.

第ມາດຕາ 10条

第10条 保护林的划定
保护林的划定是指将森林和林地确定为保护林,包括登记和保护林面积的变更。
保护林的划定按以下程序进行:

1. 进行调查,收集关于地理、历史、文化和自然特征、森林状况、水源、集水区、水库以及位于保护林划定区域及其周边村庄的社会经济数据;

2. 制作显示位置边界的地图以及调查数据,包括森林状况、水源、集水区和水库的数据;

3. 与相关部门、地方行政机构和民众召开协商会议,以达成共识;

4. 提交有权机关审议批准;

5. 提交登记保护林地。

ພາສາລາວ (老挝语原文)

ມາດຕາ 10 ການກຳນົດປ່າປ້ອງກັນ
ການກຳນົດປ່າປ້ອງກັນ ແມ່ນ ການກຳນົດເອົາປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນປ່າປ້ອງກັນ ລວມທັງການຂຶ້ນທະບຽນ ແລະ ການປ່ຽນແປງເນື້ອທີ່ ປ່າປ້ອງກັນ.
ການກຳນົດປ່າປ້ອງກັນ ໃຫ້ປະຕິບັດ ດັ່ງນີ້:

1. ດຳເນີນການສຳຫຼວດ ເກັບກຳຂໍ້ມູນກ່ຽວກັບ ຄຸນລັກສະນະທາງດ້ານ ພູມີສາດ, ປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ, ສະພາບປ່າໄມ້, ແຫຼ່ງນ້ຳ, ອ່າງຮັບນ້ຳ, ອ່າງເກັບນ້ຳ ແລະ ເສດຖະກິດ-ສັງຄົມຂອງບ້ານທີ່ມີພື້ນທີ່ຢູ່ໃນ ແລະ ອ້ອມເຂດທີ່ຈະກຳນົດເປັນເຂດປ່າປ້ອງກັນ;

2. ສ້າງແຜນທີ່ສະແດງຂອບເຂດທີ່ຕັ້ງ ແລະ ຂໍ້ມູນຈາກການສຳຫຼວດ ເປັນຕົ້ນ ຂໍ້ມູນ ສະພາບປ່າໄມ້, ແຫຼ່ງນ້ຳ, ອ່າງຮັບນ້ຳ ແລະ ອ່າງເກັບນ້ຳ;

3. ເປີດກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ເພື່ອຄວາມເປັນເອກະພາບ;

4. ສະເໜີອົງການທີ່ມີສິດອຳນາດ ພິຈາລະນາຮັບຮອງ;

5. ສະເໜີຂຶ້ນທະບຽນທີ່ດິນປ່າປ້ອງກັນ.

第ມາດຕາ 11条

第11条 保护林的认定

政府根据农林部的提议,在与自然资源与环境部及相关省级行政机关协商一致后,认定国家保护林。

农林部根据省级农林厅的提议,在与省级自然资源与环境厅及相关省级行政机关协商一致后,认定省级保护林。

省长、首都市长根据县级农林办公室的提议,在与县级自然资源与环境办公室及相关县级行政机关协商一致后,认定县级保护林。

县长、镇长、市长根据县级农林办公室的提议,在与县级自然资源与环境办公室及相关村级行政机关协商一致后,认定村级保护林。

ພາສາລາວ (老挝语原文)

ມາດຕາ 11 ການຮັບຮອງປ່າປ້ອງກັນ

ລັດຖະບານ ເປັນຜູ້ຮັບຮອງ ປ່າປ້ອງກັນແຫ່ງຊາດ ຕາມການສະເໜີຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍເປັນເອກະພາບກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງ ຂັ້ນແຂວງ ທີ່ກ່ຽວຂ້ອງ.

ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຮອງ ປ່າປ້ອງກັນ ລະດັບແຂວງ ຕາມການສະເໜີຂອງພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ໂດຍເປັນເອກະພາບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ອົງການປົກຄອງ ຂັ້ນແຂວງທີ່ກ່ຽວຂ້ອງ.

ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຜູ້ຮັບຮອງ ປ່າປ້ອງກັນ ລະດັບເມືອງ ຕາມການສະເໜີຂອງຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ໂດຍເປັນເອກະພາບກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ແລະ ອົງການປົກຄອງ ຂັ້ນເມືອງ ທີ່ກ່ຽວຂ້ອງ.

ເຈົ້າເມືອງ, ຫົວເທດສະບານ, ເຈົ້ານະຄອນ ເປັນຜູ້ຮັບຮອງ ປ່າປ້ອງກັນ ລະດັບບ້ານ ຕາມການສະເໜີຂອງຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ໂດຍເປັນເອກະພາບກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ແລະ ອົງການປົກຄອງບ້ານ ທີ່ກ່ຽວຂ້ອງ.

第ມາດຕາ 12条

第12条 保护林地的登记
保护林地的登记是指依法向管理和检查保护林工作的机构登记并颁发国家土地证,以便于管理和保护保护林。
根据本法令第11条认可的保护林,由管理和检查保护林工作的机构向自然资源和环境部门提出登记并颁发保护林土地证。

ພາສາລາວ (老挝语原文)

ມາດຕາ 12 ການຂຶ້ນທະບຽນທີ່ດິນປ່າປ້ອງກັນ
ການຂຶ້ນທະບຽນທີ່ດິນປ່າປ້ອງກັນ ແມ່ນ ການຂຶ້ນທະບຽນອອກໃບຕາດິນລັດ ໃຫ້ແກ່ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າປ້ອງກັນ ຢ່າງຖືກຕ້ອງຕາມກົດໝາຍ ເພື່ອສະດວກໃນການຄຸ້ມຄອງ ແລະ ປົກປັກຮັກສາ ປ່າປ້ອງກັນ.
ປ່າປ້ອງກັນທີ່ຖືກຮັບຮອງ ຕາມມາດຕາ 11 ຂອງດຳລັດສະບັບນີ້ ໃຫ້ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າປ້ອງກັນ ສະເໜີຂຶ້ນທະບຽນອອກໃບຕາດິນ ປ່າປ້ອງກັນ ນຳຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

本页展示前 12 条,全文共 65 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译