ດຳລັດວ່າດ້ວຍ ປ່າຜະລິດ

生产林法令

Production Forest Decree

ບົດສະຫຼຸບ

ດຳລັດນີ້ຄຸ້ມຄອງການຄຸ້ມຄອງ, ການປົກປ້ອງ ແລະການພັດທະນາປ່າໄມ້ປະສົມ, ເນັ້ນໃສ່ການກຳນົດເຂດປ່າໄມ້ປະສົມ, ລະບຸປະເພດສັນຍາ ແລະມາດຕະການອະນຸລັກຊີວະນາໆພັນ ເພື່ອສົ່ງເສີມການນຳໃຊ້ແບບຍືນຍົງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າຜະລິດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສະໜອງໄມ້ ແລະ ເຄື່ອງປ່າຂອງດົງ, ປູກໄມ້ ແລະ ຟື້ນຟູປ່າໄມ້, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶນ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ , ການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ ມາດຕາ 2

ມາດຕາ 2 ປ່າຜະລິດ
ປ່າຜະລິດ ແມ່ນ ປ່າໄມ້ທຳມະຊາດ ແລະ ປ່າປູກ ລວມທັງທີ່ດິນປ່າໄມ້ ທີ່ໄດ້ກຳນົດເປັນເຂດສະໜອງໄມ້ ແລະ ເຄື່ອງປ່າຂອງດົງເປັນສິນຄ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ມາດຕາ ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທີ່ດິນປ່າຜະລິດ ໝາຍເຖິງ ທີ່ດິນປ່າໄມ້ ລວມທັງ ສາຍນ້ຳ, ຫ້ວຍ, ຮ່ອງ, ຄອງ, ບຶງ, ໜອງນ້ຳ, ທີ່ດິນບໍລິເວນນ້ຳ ແລະ ອື່ນໆ ທີ່ລັດໄດ້ກຳນົດໃຫ້ເປັນປ່າຜະລິດ;
2. ປ່າປູກ ໝາຍເຖິງ ປ່າໄມ້ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ປູກຕາມເຂດທີ່ໄດ້ຈັດສັນໃຫ້ ດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນ ທີ່ໄດ້ຂຶ້ນທະບຽນນຳຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອຢັ້ງຢືນກຳມະສິດ ແລະ ແຫຼ່ງທີ່ມາຂອງໄມ້;

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 63 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ