生产林法令

ດຳລັດວ່າດ້ວຍ ປ່າຜະລິດ

Production Forest Decree

简介

该法令规范生产林的管理、保护与开发,核心是划定生产林区域、明确合同类型及生物多样性保护措施,以促进可持续利用。

Summary

This decree regulates the management, protection, and development of production forests, focusing on designating production forest areas, specifying contract types, and biodiversity conservation measures to promote sustainable use.

ບົດສະຫຼຸບ

ດຳລັດນີ້ຄຸ້ມຄອງການຄຸ້ມຄອງ, ການປົກປ້ອງ ແລະການພັດທະນາປ່າໄມ້ປະສົມ, ເນັ້ນໃສ່ການກຳນົດເຂດປ່າໄມ້ປະສົມ, ລະບຸປະເພດສັນຍາ ແລະມາດຕະການອະນຸລັກຊີວະນາໆພັນ ເພື່ອສົ່ງເສີມການນຳໃຊ້ແບບຍືນຍົງ.

条文

第ມາດຕາ 1条

第1条 目的
本法令规定了关于管理、保护、开发和利用生产林的原则、规章和措施,以使上述工作高效和有效,旨在提供木材和林产品、植树和恢复森林、改善人民生活,为保护环境、国家经济-社会发展做出贡献,朝着绿色和可持续的方向。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າຜະລິດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສະໜອງໄມ້ ແລະ ເຄື່ອງປ່າຂອງດົງ, ປູກໄມ້ ແລະ ຟື້ນຟູປ່າໄມ້, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶນ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ , ການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

第ມາດຕາ 2条

第2条 生产林
生产林是指天然林和人工林,包括已划定为木材和非木材林产品供应区的林地,以满足国家经济社会发展及人民生活需求。

ພາສາລາວ (老挝语原文)

ມາດຕາ 2 ປ່າຜະລິດ
ປ່າຜະລິດ ແມ່ນ ປ່າໄມ້ທຳມະຊາດ ແລະ ປ່າປູກ ລວມທັງທີ່ດິນປ່າໄມ້ ທີ່ໄດ້ກຳນົດເປັນເຂດສະໜອງໄມ້ ແລະ ເຄື່ອງປ່າຂອງດົງເປັນສິນຄ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

第ມາດຕາ 3条

第3条 词语解释
本政令中使用的词语具有以下含义:
1. 生产林地 指林地,包括河流、溪流、沟渠、运河、沼泽、池塘、水域及其他由国家确定为生产林的土地;
2. 人工林 指个人、法人或组织在其分配的区域用自己的劳动或资金种植的森林,已在农业和林业部门登记以确认所有权和木材来源;

ພາສາລາວ (老挝语原文)

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ທີ່ດິນປ່າຜະລິດ ໝາຍເຖິງ ທີ່ດິນປ່າໄມ້ ລວມທັງ ສາຍນ້ຳ, ຫ້ວຍ, ຮ່ອງ, ຄອງ, ບຶງ, ໜອງນ້ຳ, ທີ່ດິນບໍລິເວນນ້ຳ ແລະ ອື່ນໆ ທີ່ລັດໄດ້ກຳນົດໃຫ້ເປັນປ່າຜະລິດ;
2. ປ່າປູກ ໝາຍເຖິງ ປ່າໄມ້ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ປູກຕາມເຂດທີ່ໄດ້ຈັດສັນໃຫ້ ດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນ ທີ່ໄດ້ຂຶ້ນທະບຽນນຳຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອຢັ້ງຢືນກຳມະສິດ ແລະ ແຫຼ່ງທີ່ມາຂອງໄມ້;

第ມາດຕາ 4条

第4条
森林保护合同是指森林生产和检查管理机构与位于生产林内或毗邻生产林的村庄管理机构之间,经县级管理机构认证,确定义务的文件;

生产林共管合同是指森林生产和检查管理机构与个人、法人或组织之间,为全面管理生产林而确定合作义务的文件;

减缓影响措施序列是指国际公认的减少对生物多样性和生态系统服务影响的方法,包括避免、减少、恢复和完全补偿生物多样性,旨在实现生物多样性净零损失或净增益;

完全补偿生物多样性是指在采取适当的避免、减少和恢复措施后,对投资项目仍残留和持续存在的对生物多样性的负面影响进行补偿的行动;

生物多样性净零损失是指通过实施投资项目减缓影响措施序列所达到的结果,即对生物多样性的负面影响被对生物多样性的正面影响适当抵消;

生物多样性净增益是指通过实施开发项目减缓影响措施序列所达到的结果,即对生物多样性的正面影响程度超过负面影响。

ພາສາລາວ (老挝语原文)

ມາດຕາ 4
ສັນຍາປົກປັກຮັກສາປ່າໄມ້ ໝາຍເຖິງ ເອກະສານກຳນົດຂໍ້ຜູກພັນ ລະຫວ່າງ ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ແລະ ອົງການປົກຄອງບ້ານ ທີ່ມີພື້ນທີ່ຢູ່ໃນ ຫຼື ຕິດກັບປ່າຜະລິດ ໂດຍການຢັ້ງຢືນຈາກອົງການປົກຄອງ ຂັ້ນເມືອງ;

ສັນຍາຮ່ວມຄຸ້ມຄອງປ່າຜະລິດ ໝາຍເຖິງ ເອກະສານກຳນົດຂໍ້ຜູກພັນການຮ່ວມມື ລະຫວ່າງ ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເພື່ອດຳເນີນການຄຸ້ມຄອງປ່າຜະລິດ ຢ່າງຮອບດ້ານ;

ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ໝາຍເຖິງ ວິທີການຫຼຸດຜ່ອນຜົນກະທົບ ຕໍ່ຊີວະນານາພັນ ແລະ ການບໍລິການດ້ານລະບົບນິເວດ ທີ່ໄດ້ຮັບການຍອມຮັບຈາກສາກົນ ຊຶ່ງປະກອບດ້ວຍ ການຫຼີກລ່ຽງ, ຫຼຸດຜ່ອນ, ຟື້ນຟູ ແລະ ການທົດແທນຊີວະນານາພັນແບບຄົບຖ້ວນ ແນໃສ່ທົດແທນຊີວະນານາພັນເທົ່າເດີມ ຫຼື ເພີ່ມຊີວະນານາພັນ;

ການທົດແທນຊີວະນານາພັນແບບຄົບຖ້ວນ ໝາຍເຖິງ ການດຳເນີນການ ເພື່ອທົດແທນຜົນກະທົບທາງລົບຕໍ່ຊີວະນານາພັນ ທີ່ຍັງເຫຼືອຄ້າງ ແລະ ສືບຕໍ່ມີ ຈາກໂຄງການລົງທຶນ ຫຼັງຈາກທີ່ໄດ້ດຳເນີນມາດຕະການ ຫຼີກລ່ຽງ, ຫຼຸດຜ່ອນ ແລະ ຟື້ນຟູ ຢ່າງເໝາະສົມ;

ການທົດແທນຊີວະນານາພັນເທົ່າເດີມ ໝາຍເຖິງ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ຈາກໂຄງການລົງທຶນ ຊຶ່ງຜົນໄດ້ຮັບດັ່ງກ່າວ ໄດ້ບັນລຸຈຸດທີ່ຜົນກະທົບທາງລົບຕໍ່ຊີວະນານາພັນ ຖືກດຸ່ນຕ່ຽງ ໂດຍຜົນກະທົບທາງບວກຕໍ່ຊີວະນານາພັນ ຢ່າງເໝາະສົມ;

ການເພີ່ມຊີວະນານາພັນ ໝາຍເຖິງ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ຈາກໂຄງການພັດທະນາ ຊຶ່ງຜົນໄດ້ຮັບດັ່ງກ່າວ ໄດ້ບັນລຸຈຸດທີ່ຜົນກະທົບທາງບວກ ຕໍ່ຊີວະນານາພັນ ມີລະດັບລື່ນຜົນກະທົບທາງລົບ.

第ມາດຕາ 5条

第5条 生产林的划定
生产林的划定是指将森林和林地确定为生产林,包括生产林的登记和面积变更。
不包括已分配给人民管理和使用的森林、林地及农业用地;
距离国际边界至少五公里;
面积至少五千公顷。

ພາສາລາວ (老挝语原文)

ມາດຕາ 5 ການກຳນົດປ່າຜະລິດ
ການກຳນົດປ່າຜະລິດ ແມ່ນ ການກຳນົດເອົາປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນປ່າຜະລິດ ລວມທັງການຈົດທະບຽນ ແລະ ການປ່ຽນແປງເນື້ອທີ່ປ່າຜະລິດ.
ບໍ່ລວມເອົາເນື້ອທີ່ປ່າໄມ້, ທີ່ດິນປ່າໄມ້ ແລະ ທີ່ດິນກະສິກຳ ທີ່ໄດ້ຈັດສັນໃຫ້ປະຊາຊົນຄຸ້ມຄອງ ແລະ ນຳໃຊ້;
ຫ່າງຈາກຊາຍແດນລະຫວ່າງຊາດ ຢ່າງຫ້ອຍ ຫ້າ ກິໂລແມັດ;
ມີເນື້ອທີ່ ຢ່າງຫ້ອຍ ຫ້າພັນ ເຮັກຕາ.

第ມາດຕາ 6条

第6条
生产林的确定按以下规定执行:
进行调查,收集关于拟确定为生产林区域的地块特征、森林状况、土地利用和森林资源以及地方经济社会发展情况的信息;
制作显示位置边界和调查数据的地图,包括地块状况、森林、土地利用和森林资源;
召开与相关部门、地方政府和民众的协商会议,以达成共识;
提交有权机关审议批准;
登记生产林土地。
生产林的批准
政府根据农林部的提议批准生产林,并与自然资源和环境部以及相关省级政府达成一致。

ພາສາລາວ (老挝语原文)

ມາດຕາ 6
ການກຳນົດປ່າຜະລິດ ໃຫ້ປະຕິບັດ ດັ່ງນີ້:
ດຳເນີນການ ສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບ ຄຸນລັກສະນະຂອງພື້ນທີ່, ສະພາບປ່າໄມ້, ການນຳໃຊ້ທີ່ດິນ ແລະ ຊັບພະຍາກອນປ່າໄມ້ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ເຂດທີ່ຈະກຳນົດເປັນປ່າຜະລິດ;
ສ້າງແຜນທີ່ສະແດງ ຂອບເຂດທີ່ຕັ້ງ ແລະ ຂໍ້ມູນຈາກການສຳຫຼວດ ເປັນຕົ້ນ ສະພາບພື້ນທີ່, ປ່າໄມ້, ການນຳໃຊ້ທີ່ດິນ ແລະ ຊັບພະຍາກອນປ່າໄມ້;
ເປີດກອງປະຊຸມປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນ ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ເພື່ອຄວາມເປັນເອກະພາບ;
ສະເໜີອົງການທີ່ມີສິດອຳນາດ ພິຈາລະນາຮັບຮອງ;
ຈົດທະບຽນທີ່ດິນປ່າຜະລິດ.
ການຮັບຮອງປ່າຜະລິດ
ລັດຖະບານ ເປັນຜູ້ຮັບຮອງປ່າຜະລິດ ຕາມການສະເໜີຂອງກະຊວງກະສິກຳ ແລະ ປ່າໄມ້ ໂດຍເປັນເອກະພາບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງຂັ້ນແຂວງທີ່ກ່ຽວຂ້ອງ.

第ມາດຕາ 7条

第7条 生产林地的登记
生产林地的登记是指按照法律规定,向管理和检查生产林工作的机构正确登记并颁发国有土地证,以便于管理和保护生产林。
根据本法令第7条获得认可的生产林,由管理和检查生产林工作的机构向自然资源和环境部门提出登记并颁发生产林土地证。

ພາສາລາວ (老挝语原文)

ມາດຕາ 7 ການຂຶ້ນທະບຽນທີ່ດິນປ່າຜະລິດ
ການຂຶ້ນທະບຽນທີ່ດິນປ່າຜະລິດ ແມ່ນ ການຂຶ້ນທະບຽນອອກໃບຕາດິນລັດ ໃຫ້ແກ່ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ຢ່າງຖືກຕ້ອງຕາມກົດໝາຍ ເພື່ອສະດວກໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າຜະລິດ.
ປ່າຜະລິດ ທີ່ຖືກຮັບຮອງ ຕາມມາດຕາ 7 ຂອງດຳລັດສະບັບນີ້ ໃຫ້ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ສະເໜີຂຶ້ນທະບຽນອອກໃບຕາດິນປ່າຜະລິດ ນຳຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

第ມາດຕາ 8条

第8条
生产林管理
在生产林管理中,除按照《森林法》第19条规定的活动执行外,还有以下补充活动和内容:

ພາສາລາວ (老挝语原文)

ມາດຕາ 8
ການຄຸ້ມຄອງປ່າຜະລິດ
ໃນການຄຸ້ມຄອງປ່າຜະລິດ ນອກຈາກດຳເນີນຕາມກິດຈະການ ທີ່ໄດ້ກຳນົດໄວ້ໃນ ມາດຕາ 19 ຂອງກົດໝາຍວ່າດ້ວຍປ່າໄມ້ແລ້ວ ຍັງມີກິດຈະການ ແລະ ເນື້ອໃນເພີ່ມເຕີມ ດັ່ງນີ້:

第ມາດຕາ 9条

第9条
生产林调查
生产林调查是指收集和分析有关森林状况、土地利用和森林、木材数量、树种和林产品、村庄的社会经济(这些村庄位于生产林内或毗邻生产林)以及其他必要数据,以制定生产林分配计划,确定可采伐区、商品林种植区、森林恢复区、保护区以及环境保护区。
管理和检查生产林工作的机构负责牵头进行生产林调查,并与相关部门和地方行政机构协调。

ພາສາລາວ (老挝语原文)

ມາດຕາ 9
ການສຳຫຼວດປ່າຜະລິດ
ການສຳຫຼວດປ່າຜະລິດ ແມ່ນ ການເກັບກຳ ແລະ ວິເຄາະຂໍ້ມູນກ່ຽວກັບ ສະພາບປ່າໄມ້, ການນຳໃຊ້ທີ່ດິນ ແລະ ປ່າໄມ້, ບໍລິມາດໄມ້, ຊະນິດພັນໄມ້ ແລະ ເຄື່ອງປ່າຂອງດົງ, ເສດຖະກິດ-ສັງຄົມຂອງບ້ານທີ່ມີພື້ນທີ່ຢູ່ໃນ ຫຼື ຕິດກັບປ່າຜະລິດ ແລະ ຂໍ້ມູນອື່ນທີ່ຈຳເປັນ ເພື່ອສ້າງແຜນຈັດສັນປ່າຜະລິດ, ກຳນົດພື້ນທີ່ເປັນເຂດທີ່ສາມາດຂຸດຄົ້ນໄມ້, ເຂດປູກໄມ້ເປັນສິນຄ້າ, ຟື້ນຟູປ່າໄມ້, ເຂດອະນຸລັກ ແລະ ປົກປັກຮັກສາສິ່ງແວດລ້ອມ.
ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ເປັນເຈົ້າການສຳຫຼວດປ່າຜະລິດ ໂດຍສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

第ມາດຕາ 10条

第10条
生产林分配规划的制定和批准
负责管理和监督生产林工作的机构,根据本法令第10条规定的调查数据,研究制定生产林分配规划,并与有关部门、相关地方行政机构以及居住在生产林内和周边的居民进行协调和参与。
生产林分配规划的制定,是确定区域为可采伐区、恢复林区、种植区、保护区以及环境保护区。

ພາສາລາວ (老挝语原文)

ມາດຕາ 10
ການສ້າງ ແລະ ຮັບຮອງ ແຜນຈັດສັນປ່າຜະລິດ
ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ເປັນຜູ້ຄົ້ນຄວ້າ ສ້າງແຜນຈັດສັນປ່າຜະລິດ ບົນພື້ນຖານຂໍ້ມູນສຳຫຼວດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງດຳລັດສະບັບນີ້ ໂດຍມີການປະສານສົມທົບ ກັບ ຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ມີການເຂົ້າຮ່ວມຂອງປະຊາຊົນ ທີ່ຕັ້ງພູມລຳເນົາ ຢູ່ໃນ ແລະ ຕິດກັບ ປ່າຜະລິດ.
ການສ້າງແຜນຈັດສັນປ່າຜະລິດ ແມ່ນ ການກຳນົດພື້ນທີ່ ເປັນເຂດທີ່ສາມາດຂຸດຄົ້ນໄມ້, ເຂດປ່າຟື້ນຟູ, ເຂດປູກໄມ້, ເຂດອະນຸລັກ ແລະ ປົກປັກຮັກສາ ສິ່ງແວດລ້ອມ.

第ມາດຕາ 11条

第11条
生产林分配规划的制定应执行如下:

立木蓄积量超过每公顷六十立方米的区域,应确定为采伐区;
立木蓄积量在每公顷二十至六十立方米的区域,应确定为恢复林,并按规定制定管理和保护措施;
森林土地退化、荒芜、立木蓄积量低于每公顷二十立方米的区域,应确定为种植林木及林产品作为商品的区域;
河岸、水源地、水源区、高陡坡区域、珍稀濒危野生动物栖息地,应确定为保护区及环境保护区。

农林部负责批准生产林分配规划。

生产林分配规划的公布
生产林工作管理和检查机构主动与各部门、地方行政机关及相关方协调,定期并持续地向民众和组织按其职责范围公布生产林分配规划。

ພາສາລາວ (老挝语原文)

ມາດຕາ 11
ການສ້າງແຜນຈັດສັນປ່າຜະລິດ ໃຫ້ປະຕິບັດ ດັ່ງນີ້:

ເຂດທີ່ມີບໍລິມາດໄມ້ຢືນຕົ້ນ ເກີນ ຫົກສິບ ແມັດກ້ອນ ຕໍ່ເຮັກຕາ ໃຫ້ກຳນົດເປັນເຂດຂຸດຄົ້ນໄມ້;
ເຂດທີ່ມີບໍລິມາດໄມ້ ລະຫວ່າງ ຊາວ ຫາ ຫົກສິບ ແມັດກ້ອນ ຕໍ່ເຮັກຕາ ໃຫ້ກຳນົດເປັນປ່າພື້ນຟູ ແລະ ກຳນົດມາດຕະການ ຄຸ້ມຄອງ ແລະ ປົກປັກຮັກສາ ຕາມລະບຽບການ;
ເຂດທີ່ດິນປ່າ ຊຸດໂຊມ ແລະ ປອກໂຫຼ້ນ ບໍລິມາດໄມ້ ຕໍ່າກວ່າ ຊາວ ແມັດກ້ອນ ຕໍ່ເຮັກຕາ ໃຫ້ກຳນົດ ເປັນເຂດປູກ ໄມ້ ແລະ ເຄື່ອງປ່າຂອງດົງ ເປັນສິນຄ້າ;
ເຂດແຄມນໍ້າ, ຍອດນ້ຳ, ແຫຼ່ງນ້ຳ, ເຂດທີ່ມີຄວາມຄ້ອຍຊັນສູງ, ແຫຼ່ງທີ່ຢູ່ອາໄສສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ໃຫ້ກຳນົດເປັນເຂດອະນຸລັກ ແລະ ປົກປັກຮັກສາສິ່ງແວດລ້ອມ.

ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຮອງແຜນຈັດສັນປ່າຜະລິດ.

ການເຜີຍແຜ່ແຜນຈັດສັນປ່າຜະລິດ
ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ເປັນເຈົ້າການປະສານສົມທົບກັບຂະແໜງການ,
ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງການເຜີຍແຜ່ແຜນຈັດສັນປ່າຜະລິດ ດ້ວຍຮູບການຕ່າງໆ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງໃຫ້ແກ່ປະຊາຊົນ ແລະ ການຈັດຕັ້ງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.

第ມາດຕາ 12条

第12条 生产林分配计划的实施
生产林工作的管理和检查机构主动与相关部门和地方有关行政机关协调,组织实施已批准的生产林分配计划如下:

1. 进行挂牌和立标,以使个人、法人或组织以及居住在生产林内和邻近的居民了解生产林边界和必要区域;
2. 在采伐前对木材和林产品进行调查;
3. 选择、标记和编号将要砍伐的树木;
4. 管理木材和林产品的采伐区域;
5. 采伐后对木材和林产品进行调查。

在恢复林区、种植林区、环境保护保留区内实施生产林分配计划,由本法令第2章第3节规定。

ພາສາລາວ (老挝语原文)

ມາດຕາ 12 ການຈັດຕັ້ງປະຕິບັດແຜນຈັດສັນປ່າຜະລິດ
ອົງການຄຸ້ມຄອງ ແລະ ກວດກາ ວຽກງານປ່າຜະລິດ ເປັນເຈົ້າການປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນການຈັດຕັ້ງປະຕິບັດແຜນຈັດສັນປ່າຜະລິດທີ່ໄດ້ຮັບຮອງ ດັ່ງນີ້:

1. ດຳເນີນການ ຕິດປ້າຍ ແລະ ປັກຫຼັກໝາຍ ເພື່ອໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລວມທັງປະຊາຊົນ ທີ່ຕັ້ງພູມລຳເນົາ ຢູ່ໃນ ແລະ ຕິດກັບ ປ່າຜະລິດ ຮັບຮູ້ຂອບເຂດປ່າຜະລິດ ແລະ ເຂດທີ່ຈຳເປັນ;
2. ສຳຫຼວດ ໄມ້ ແລະ ເຄື່ອງປ່າຂອງດົງ ກ່ອນການຂຸດຄົ້ນ;
3. ຄັດເລືອກ, ໝາຍ ແລະ ຕີຕາຕົ້ນໄມ້ທີ່ຈະຕັດ;
4. ຄຸ້ມຄອງເຂດຂຸດຄົ້ນ ໄມ້ ແລະ ເຄື່ອງປ່າຂອງດົງ;
5. ສຳຫຼວດ ຫຼັງການຂຸດຄົ້ນ ໄມ້ ແລະ ເຄື່ອງປ່າຂອງດົງ.

ການຈັດຕັ້ງປະຕິບັດແຜນຈັດສັນປ່າຜະລິດໃນ ເຂດປ່າຟື້ນຟູ, ເຂດປູກໄມ້, ເຂດອະນຸລັກຮັກສາສິ່ງແວດລ້ອມ ໄດ້ກຳນົດໄວ້ໃນໝວດທີ 3 ພາກທີ 2 ຂອງດຳລັດສະບັບນີ້.

本页展示前 12 条,全文共 63 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译