ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການປະກັນໄພ ( ສະບັບປັບປຸງ )
保险法(修订)实施指南
Implementation Guidelines for the Amended Insurance Law
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງພັນທະການປະກັນໄພບັງຄັບ ແລະການຄຸ້ມຄອງໃບອະນຸຍາດນາຍໜ້າປະກັນໄພ, ເນື້ອໃນຫຼັກແມ່ນກຳນົດວ່າກິດຈະກຳ ຫຼືຊັບສິນສະເພາະຕ້ອງໄດ້ຮັບການປະກັນໄພ, ແລະກຳນົດວ່າທຸລະກິດນາຍໜ້າຕ້ອງຍື່ນຂໍໃບອະນຸຍາດພາຍໃນ 30 ວັນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ການປະກັນໄພແບບບັງຄັບ
ກົດໝາຍ ວ່າດ້ວຍ ການປະກັນໄພ (ສະບັບປັບປຸງ) ໄດ້ກຳນົດໃຫ້ມີການປະກັນໄພແບບບັງຄັບ ສຳລັບບາງປະເພດກິດຈະກຳ ຫຼື ຊັບສິນ ດັ່ງຕໍ່ໄປນີ້:
ກ. ກົດໝາຍ ວ່າດ້ວຍ ການຄຸ້ມຄອງໄພພິບັດ ສະບັບເລກທີ 7/ສພຊ, ລົງວັນທີ 24 ມິຖຸນາ 2019 ໃນມາດຕາ 6 ໄດ້ກຳນົດໃຫ້ພົນລະເມືອງທຸກຄົນມີພັນທະໃນການຊື້ປະກັນໄພອຸບັດຕິເຫດ ແລະ ໄພພິບັດ;
ຂ. ກົດໝາຍ ວ່າດ້ວຍ ການລົດໄຟ ສະບັບເລກທີ 62/ສພຊ, ລົງວັນທີ 17 ທັນວາ 2018 ໃນມາດຕາ 68 ໄດ້ກຳນົດໃຫ້ພາຫະນະທຸກຊະນິດ ກ່ຽວກັບການຂົນສົ່ງທາງລົດໄຟ ຕ້ອງມີການປະກັນໄພ;
ຄ. ກົດໝາຍ ວ່າດ້ວຍ ການຂົນສົ່ງຫຼາຍຮູບແບບ ສະບັບເລກທີ 28/ສພຊ, ລົງວັນທີ 18 ທັນວາ 2012 ມາດຕາ 26 ໄດ້ກຳນົດໃຫ້ມີການປະກັນໄພສຳລັບການໃຊ້ຈ່າຍຄ່າເສຍຫາຍ ຫຼື ການຊັກຊ້າໃນການຂົນສົ່ງມອບສິນຄ້າ.
ຂະແໜງການລັດທີ່ກ່ຽວຂ້ອງ ເປັນເຈົ້າການຕິດຕາມ, ຄຸ້ມຄອງ, ກວດກາ ແລະ ປະຕິບັດມາດຕະການຕໍ່ເປົ້າໝາຍ ທີ່ຢູ່ໃນລາຍການທີ່ຕ້ອງຊື້ປະກັນໄພທົ່ວໄປແບບບັງຄັບ, ສຳລັບ ກະຊວງການເງິນ ແມ່ນເປັນເຈົ້າການປະສານສົມທົບ ກັບ ຜູ້ປະກັນໄພ ເພື່ອຄົ້ນຄວ້າກຳນົດເງື່ອນໄຂຂອງສັນຍາປະກັນໄພແບບບັງຄັບ ເປັນຕົ້ນ ເງື່ອນໄຂການຄຸ້ມຄອງ, ການບໍ່ຄຸ້ມຄອງ, ຄ່າປະກັນໄພ ແລະ ສິນປະກັນໄພ ແບບເດັດຖານ ທີ່ເໝາະສົມກັບສະພາບການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ແລະ ຕະຫຼາດປະກັນໄພໃນແຕ່ລະໄລຍະ. ແຕ່ລະປະເພດປະກັນໄພແບບບັງຄັບແມ່ນມີລະບຽບການສະເພາະ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 2 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ