ຂໍ້ຕົກລົງວ່າດ້ວຍ ໂຄງປະກອບການບໍລິຫານຄຸ້ມຄອງບໍລິສັດປະກັນໄພ
保险公司治理结构协议
Insurance Company Governance Structure Agreement
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດໂຄງສ້າງການປົກຄອງຂອງບໍລິສັດປະກັນໄພໃນລາວ, ລວມທັງອົງປະກອບ ແລະ ໜ້າທີ່ຂອງທີ່ປະຊຸມໃຫຍ່ຜູ້ຖືຫຸ້ນ, ຄະນະກຳມະການ ແລະ ສິດ ແລະ ໜ້າທີ່ຂອງຜູ້ຖືຫຸ້ນ ເພື່ອຮັບປະກັນການດຳເນີນງານທີ່ຖືກຕ້ອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ ສຳລັບ ບັນດາບໍລິສັດ ປະກັນໄພທົ່ວໄປ, ບໍລິສັດປະກັນຊີວິດ ທີ່ດຳເນີນທຸລະກິດ ແລະ ເຄື່ອນໄຫວ ໃນ ສປປ ລາວ.
ມາດຕາ ມາດຕາ 2
ມາດຕາ 2 ໂຄງປະກອບການບໍລິຫານຄຸ້ມຄອງບໍລິສັດປະກັນໄພ
ໂຄງປະກອບການບໍລິຫານຄຸ້ມຄອງບໍລິສັດປະກັນໄພ ປະກອບມີດັ່ງນີ້:
- ກອງປະຊຸມຜູ້ຖືຮຸ້ນ (ກໍລະນີເປັນບໍລິສັດຮ່ວມທຶນ);
- ສະພາບໍລິຫານ;
- ຄະນະອຳນວຍການ;
- ພະແນກການ, ຂະແໜງການ ແລະ ຫ້ອງງານ;
- ສາຂາປະຈຳແຂວງ ຫຼື ຫ້ອງຂາຍ.
1. ກອງປະຊຸມຜູ້ຖືຮຸ້ນ
ກອງປະຊຸມຜູ້ຖືຮຸ້ນ ຈະຈັດຂຶ້ນໃນກໍລະນີຕ່າງໆ ດັ່ງລຸ່ມນີ້:
1) ກອງປະຊຸມສາມັນຜູ້ຖືຮຸ້ນ ແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ;
2) ກອງປະຊຸມວິສາມັນຜູ້ຖືຮຸ້ນ ຈະຈັດຂຶ້ນເວລາໃດກໍໄດ້ ໃນກໍລະນີຮີບດ່ວນ ແລະ ຈຳເປັນ ຕາມການຕົກລົງຂອງບັນດາຜູ້ຖືຮຸ້ນ;
3) ອົງປະຊຸມຂອງກອງປະຊຸມສາມັນ ຫຼື ວິສາມັນ ຕ້ອງມີຜູ້ຖືຮຸ້ນເຂົ້າຮ່ວມ.
2. ສະພາບໍລິຫານ
ບໍລິສັດປະກັນໄພ ຕ້ອງປະກອບມີສະມາຊິກສະພາບໍລິຫານ 5 ຫຼື 7 ຫຼື 9 ທ່ານ, ເຊິ່ງແຕ່ລະທ່ານ ມີກຳນົດເວລາປະຕິບັດໜ້າທີ່ 3 ປີ ຫຼື ສະໄໝ ແລະ ສາມາດຕໍ່ໄດ້ບໍ່ເກີນ 3 ສະໄໝ ບົນພື້ນຖານການເຫັນດີຂອງກອງປະຊຸມຜູ້ຖືຮຸ້ນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ