保险公司治理结构协议
ຂໍ້ຕົກລົງວ່າດ້ວຍ ໂຄງປະກອບການບໍລິຫານຄຸ້ມຄອງບໍລິສັດປະກັນໄພ
Insurance Company Governance Structure Agreement
简介
该法规调整老挝境内保险公司的治理结构,规定股东大会、董事会等机构的组成、职责及股东权利义务,确保公司规范运营。
Summary
This regulation governs the governance structure of insurance companies in Laos, specifying the composition and duties of the general meeting of shareholders and the board of directors, as well as the rights and obligations of shareholders, to ensure standardized operations.
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດໂຄງສ້າງການປົກຄອງຂອງບໍລິສັດປະກັນໄພໃນລາວ, ລວມທັງອົງປະກອບ ແລະ ໜ້າທີ່ຂອງທີ່ປະຊຸມໃຫຍ່ຜູ້ຖືຫຸ້ນ, ຄະນະກຳມະການ ແລະ ສິດ ແລະ ໜ້າທີ່ຂອງຜູ້ຖືຫຸ້ນ ເພື່ອຮັບປະກັນການດຳເນີນງານທີ່ຖືກຕ້ອງ.
条文
第ມາດຕາ 1条
第2条 适用范围
本协议适用于在老挝人民民主共和国境内经营和活动的所有一般保险公司和人寿保险公司。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ ສຳລັບ ບັນດາບໍລິສັດ ປະກັນໄພທົ່ວໄປ, ບໍລິສັດປະກັນຊີວິດ ທີ່ດຳເນີນທຸລະກິດ ແລະ ເຄື່ອນໄຫວ ໃນ ສປປ ລາວ.
第ມາດຕາ 2条
第2条 保险公司的治理结构
保险公司的治理结构包括:
- 股东大会(如果是合资公司);
- 董事会;
- 执行委员会;
- 部门、处和办公室;
- 省级分支机构或销售办公室。
1. 股东大会
股东大会在以下情况下召开:
1) 年度股东大会应按照企业法执行;
2) 临时股东大会可在任何时间召开,在紧急和必要的情况下,经股东同意;
3) 年度或临时股东大会的法定人数必须有股东出席。
2. 董事会
保险公司必须由5、7或9名成员组成董事会,每位成员的任期为3年或一届,并且可以连任不超过3届,基于股东大会的同意。
ພາສາລາວ (老挝语原文)
ມາດຕາ 2 ໂຄງປະກອບການບໍລິຫານຄຸ້ມຄອງບໍລິສັດປະກັນໄພ
ໂຄງປະກອບການບໍລິຫານຄຸ້ມຄອງບໍລິສັດປະກັນໄພ ປະກອບມີດັ່ງນີ້:
- ກອງປະຊຸມຜູ້ຖືຮຸ້ນ (ກໍລະນີເປັນບໍລິສັດຮ່ວມທຶນ);
- ສະພາບໍລິຫານ;
- ຄະນະອຳນວຍການ;
- ພະແນກການ, ຂະແໜງການ ແລະ ຫ້ອງງານ;
- ສາຂາປະຈຳແຂວງ ຫຼື ຫ້ອງຂາຍ.
1. ກອງປະຊຸມຜູ້ຖືຮຸ້ນ
ກອງປະຊຸມຜູ້ຖືຮຸ້ນ ຈະຈັດຂຶ້ນໃນກໍລະນີຕ່າງໆ ດັ່ງລຸ່ມນີ້:
1) ກອງປະຊຸມສາມັນຜູ້ຖືຮຸ້ນ ແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍວິສາຫະກິດ;
2) ກອງປະຊຸມວິສາມັນຜູ້ຖືຮຸ້ນ ຈະຈັດຂຶ້ນເວລາໃດກໍໄດ້ ໃນກໍລະນີຮີບດ່ວນ ແລະ ຈຳເປັນ ຕາມການຕົກລົງຂອງບັນດາຜູ້ຖືຮຸ້ນ;
3) ອົງປະຊຸມຂອງກອງປະຊຸມສາມັນ ຫຼື ວິສາມັນ ຕ້ອງມີຜູ້ຖືຮຸ້ນເຂົ້າຮ່ວມ.
2. ສະພາບໍລິຫານ
ບໍລິສັດປະກັນໄພ ຕ້ອງປະກອບມີສະມາຊິກສະພາບໍລິຫານ 5 ຫຼື 7 ຫຼື 9 ທ່ານ, ເຊິ່ງແຕ່ລະທ່ານ ມີກຳນົດເວລາປະຕິບັດໜ້າທີ່ 3 ປີ ຫຼື ສະໄໝ ແລະ ສາມາດຕໍ່ໄດ້ບໍ່ເກີນ 3 ສະໄໝ ບົນພື້ນຖານການເຫັນດີຂອງກອງປະຊຸມຜູ້ຖືຮຸ້ນ.
第ມາດຕາ 3条
第4条 股东的权利和义务
1. 股东的权利如下:
1.1 参与股东大会重要事项的决策,例如:
- 修改公司章程或被视为公司治理规章的谅解备忘录;
- 批准增资或减资以及经营中的重要事项。
1.2 亲自在股东大会投票或委托他人代其投票;
1.3 了解股东大会的议程、规则和投票程序;
1.4 向董事会提问并要求进行年度外部审计;
1.5 在股东大会议程中增加议题;
1.6 合理提出解决股东大会上提出的各种问题的方案;
1.7 有权按照规定获得股息;
1.8 行使《企业法》规定的其他权利。
2. 股东的义务如下:
2.1 在股东大会上维护、保护和充分行使权利;
2.2 选拔有能力的人担任董事会成员;
2.3 监督董事会在公司治理中的履职效果;
2.4 提议更换被认为缺乏能力的董事会成员;
2.5 根据提议批准董事会成员适当的薪酬和补贴政策;
2.6 明确界定董事会的角色和职责;
2.7 尊重董事会中受委托人履行职责;
2.8 规定股东大会的程序,确保对所有股东的公平;
2.9 遵守法律及其他相关规定。
ພາສາລາວ (老挝语原文)
ມາດຕາ 4 ສິດ ແລະ ຫ້າທີ່ຂອງຜູ້ຖືຮຸ້ນ
1. ສິດຂອງຜູ້ຖືຮຸ້ນ ມີດັ່ງນີ້:
1.1 ເຂົ້າຮ່ວມໃນການຕັດສິນບັນຫາສຳຄັນຕ່າງໆ ໃນກອງປະຊຸມຜູ້ຖືຮຸ້ນ ເຊັ່ນ:
- ການດັດແກ້ກົດລະບຽບບໍລິສັດ ຫຼື ບົດບັນທຶກຄວາມເຂົ້າໃຈທີ່ຖືເປັນລະບຽບການບໍລິຫານຄຸ້ມຄອງບໍລິສັດ;
- ການອະນຸມັດ ເພີ່ມ ຫຼື ຫຼຸດຮຸ້ນ ແລະ ບັນຫາສຳຄັນຕ່າງໆ ໃນການດຳເນີນທຸລະກິດ.
1.2 ລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນດ້ວຍຕົນເອງ ຫຼື ມອບສິດໃຫ້ຄົນອື່ນລົງຄະແນນສຽງແທນຕົນ;
1.3 ຮັບຮູ້ຂໍ້ມູນ ກ່ຽວກັບວາລະ, ລະບຽບການ ແລະ ຂັ້ນຕອນການລົງຄະແນນໃນກອງປະຊຸມຜູ້ຖືຮຸ້ນ;
1.4 ຕັ້ງຄຳຖາມຕໍ່ສະພາບໍລິຫານ ແລະ ຮຽກຮ້ອງໃຫ້ມີການກວດສອບພາຍນອກປະຈຳປີ;
1.5 ເພີ່ມຫົວຂໍ້ໃນວາລະກອງປະຊຸມຜູ້ຖືຮຸ້ນ;
1.6 ສະເໜີວິທີແກ້ໄຂບັນຫາຕ່າງໆ ທີ່ຕັ້ງຂຶ້ນໃນກອງປະຊຸມຜູ້ຖືຮຸ້ນ ຢ່າງສົມເຫດສົມຜົນ;
1.7 ມີສິດໄດ້ຮັບເງິນປັນຜົນ ຕາມລະບຽບການ;
1.8 ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍວິສາຫະກິດ.
2. ໜ້າທີ່ຂອງຜູ້ຖືຮຸ້ນ ມີດັ່ງນີ້:
2.1 ຮັກສາ, ປົກປ້ອງ ແລະ ນຳໃຊ້ສິດຢ່າງເຕັມສ່ວນໃນກອງປະຊຸມຜູ້ຖືຮຸ້ນ;
2.2 ເລືອກເຟັ້ນເອົາບຸກຄົນທີ່ມີຄວາມຮູ້ຄວາມສາມາດ ເຂົ້າເປັນສະມາຊິກສະພາບໍລິຫານ;
2.3 ຕິດຕາມການປະຕິບັດໜ້າທີ່ຂອງສະພາບໍລິຫານ ໃນການບໍລິຫານຄຸ້ມຄອງບໍລິສັດ ໃຫ້ມີປະສິດທິຜົນ;
2.4 ສະເໜີປັບປຸງປ່ຽນແປງສະມາຊິກສະພາບໍລິຫານທີ່ເຫັນວ່າຂາດຄວາມຮູ້ຄວາມສາມາດ;
2.5 ຮັບຮອງນະໂຍບາຍເງິນເດືອນ ແລະ ເງິນອຸດໜູນທີ່ເໝາະສົມຂອງສະມາຊິກສະພາບໍລິຫານ ຕາມການສະເໜີ;
2.6 ກຳນົດພາລະບົດບາດ ແລະ ໜ້າທີ່ຂອງສະພາບໍລິຫານ ໃຫ້ຈະແຈ້ງ;
2.7 ເຄົາລົບການປະຕິບັດໜ້າທີ່ຂອງຜູ້ທີ່ໄດ້ຮັບມອບໝາຍແທນໜ້າໃນສະພາບໍລິຫານ;
2.8 ກຳນົດຂັ້ນຕອນຕ່າງໆ ໃນການດຳເນີນກອງປະຊຸມຜູ້ຖືຮຸ້ນໃຫ້ມີຄວາມເປັນທຳ ແກ່ບັນດາຜູ້ຖືຮຸ້ນ;
2.9 ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງອື່ນໆ.
第ມາດຕາ 4条
第4条 董事会的组成和职责
1. 保险公司的董事会组成如下:
1.1 每位董事会成员必须得到股东大会的正式批准;
1.2 董事会由至少5人组成,其中必须至少有2人为独立董事;
1.3 如果公司董事会成员辞职或终止成员身份,无论何种情况,保险公司必须执行以下规定:
1.3.1 在辞职或劳动合同终止后10天内向财政部报告或通知;
1.3.2 在辞职或工作终止之日起40天内任命新成员接替。
1.4 除第5条第1.3.2款规定外,财政部可以指示保险公司在收到保险公司报告后40天内补足董事会成员;
1.5 董事会主席不得是以下人员:
1.5.1 执行董事(或公司执行委员会);
1.5.2 执行董事或保险公司总经理的家庭成员。
2. 董事会的职责如下:
2.1 每年至少召开3次董事会会议,或根据董事会决定,且每次会议必须有会议记录;
2.2 监督保险公司的管理,确保良好运行;
2.3 批准财务报表中使用的会计规定和精算原则以及公司的其他规定;
2.4 不得取消董事会委托的职责或任务,例如:
2.4.1 授权;
2.4.2 监督授权任务的执行情况。
2.5 选拔具有知识、能力、经验并理解法律职责的执行委员会和高级管理人员,以管理公司使其良好运行。
ພາສາລາວ (老挝语原文)
ມາດຕາ 4 ໂຄງປະກອບ ແລະ ໜ້າທີ່ຂອງສະພາບໍລິຫານ
1. ໂຄງປະກອບຂອງສະພາບໍລິຫານບໍລິສັດປະກັນໄພ ປະກອບມີ ດັ່ງນີ້:
1.1 ສະມາຊິກສະພາບໍລິຫານແຕ່ລະຄົນ ຕ້ອງຖືກຮັບຮອງຢ່າງເປັນທາງການຈາກກອງປະຊຸມຜູ້ຖືຮຸ້ນ;
1.2 ສະມາຊິກສະພາບໍລິຫານ ປະກອບມີຢ່າງໜ້ອຍ 5 ຄົນ, ເຊິ່ງໃນນີ້ ຕ້ອງມີຢ່າງໜ້ອຍ 2 ຄົນ ທີ່ເປັນສະມາຊິກບໍ່ປະຈຳການ (independent directors);
1.3 ກໍລະນີທີ່ສະມາຊິກສະພາບໍລິຫານຂອງບໍລິສັດ ລາອອກ ຫຼື ສິ້ນສຸດການເປັນສະມາຊິກ ບໍ່ວ່າໃນກໍລະນີໃດກໍ່ຕາມ, ບໍລິສັດປະກັນໄພ ຕ້ອງປະຕິບັດ ດັ່ງນີ້:
1.3.1 ລາຍງານ ຫຼື ແຈ້ງໃຫ້ ກະຊວງການເງິນ ຮັບຊາບພາຍໃນ 10 ວັນ ຫຼັງຈາກການລາອອກ ຫຼື ການສິ້ນສຸດສັນຍາເຮັດວຽກ;
1.3.2 ແຕ່ງຕັ້ງສະມາຊິກຄົນໃໝ່ ປ່ຽນແທນ ພາຍໃນ 40 ວັນ ນັບແຕ່ວັນທີ່ລາອອກ ຫຼື ວັນທີ່ສິ້ນສຸດການເຮັດວຽກ.
1.4 ນອກຈາກລະບຸໃນມາດຕາ 5 ຂໍ້ 1.3.2, ກະຊວງການເງິນ ສາມາດຊີ້ນຳໃຫ້ບໍລິສັດປະກັນໄພ ແຕ່ງຕັ້ງສະມາຊິກສະພາບໍລິຫານໃຫ້ຄົບຖ້ວນກ່ອນ 40 ວັນພາຍຫຼັງໄດ້ຮັບການລາຍງານຈາກບໍລິສັດປະກັນໄພ;
1.5 ປະທານສະພາບໍລິຫານ ຕ້ອງບໍ່ແມ່ນບຸກຄົນດັງຕໍ່ໄປນີ້:
1.5.1 ສະມາຊິກສະພາບໍລິຫານທີ່ປະຈຳການ (ຫຼື ຄະນະອຳນວຍການບໍລິສັດ);
1.5.2 ບຸກຄົນທີ່ເປັນສະມາຊິກຄອບຄົວຂອງ ສະມາຊິກສະພາບໍລິຫານທີ່ປະຈຳການ ຫຼື ຜູ້ອຳນວຍການໃຫຍ່ຂອງບໍລິສັດປະກັນໄພ.
2. ໜ້າທີ່ຂອງສະພາບໍລິຫານ ມີດັ່ງນີ້:
2.1 ຈັດກອງປະຊຸມສະພາບໍລິຫານ ຢ່າງໜ້ອຍ 3 ຄັ້ງຕໍ່ປີ ຫຼື ຕາມການຕົກລົງຂອງສະພາບໍລິຫານ ແລະ ຕ້ອງມີກອງເລຂາບັນທຶກກອງປະຊຸມທຸກຄັ້ງ;
2.2 ຕິດຕາມການບໍລິຫານບໍລິສັດປະກັນໄພ ໃຫ້ດຳເນີນໄປດ້ວຍດີ;
2.3 ຮັບຮອງລະບຽບການບັນຊີ ແລະ ຫຼັກການຄະນິດສາດປະກັນໄພ ທີ່ນຳໃຊ້ໃນບົດລາຍງານການເງິນ ແລະ ລະບຽບການອື່ນໆຂອງບໍລິສັດ;
2.4 ບໍ່ໃຫ້ມີການຍົກເລີກ ໜ້າທີ່ ຫຼື ວຽກງານ ທີ່ມີການມອບໝາຍຈາກສະພາບໍລິຫານ ເຊັ່ນ:
2.4.1 ການມອບສິດ;
2.4.2 ການຕິດຕາມການປະຕິບັດວຽກງານຕາມການມອບສິດ.
2.5 ຄັດເລືອກຄະນະອຳນວຍການ ແລະ ຜູ້ບໍລິຫານອາວຸໂສ ທີ່ມີຄວາມຮູ້ຄວາມສາມາດ, ປະສົບການ ແລະ ເຂົ້າໃຈໜ້າທີ່ທາງດ້ານກົດໝາຍ ເພື່ອບໍລິຫານບໍລິສັດໃຫ້ດຳເນີນໄປດ້ວຍດີ.
第ມາດຕາ 5条
第5条 董事会委员会
1. 保险公司的董事会必须包括内部审计委员会和风险管理委员会。此外,董事会还可以根据需要设立其他委员会,每个委员会由三名(03)成员组成,其中一名为主席,两名委员。一名董事会成员可以隶属于多个委员会,但只能担任一个委员会的主席;
2. 所有委员会必须制定经董事会批准的具体管理规章,并每季度向董事会报告活动结果。
ພາສາລາວ (老挝语原文)
ມາດຕາ 5 ຄະນະກຳມະການສະພາບໍລິຫານ
1. ຄະນະກຳມະການສະພາບໍລິຫານ ຂອງບໍລິສັດ ປະກັນໄພ ຕ້ອງປະກອບມີ ຄະນະກຳມະການກວດກາພາຍໃນ ແລະ ຄະນະກຳມະການຄຸ້ມຄອງຄວາມສ່ຽງ. ນອກຈາກນັ້ນ ສະພາບໍລິຫານ ຍັງສາມາດສ້າງຕັ້ງຄະນະກຳມະການອື່ນ ຕາມຄວາມຈຳເປັນ, ເຊິ່ງ ແຕ່ລະຄະນະກຳມະການ ປະກອບມີສະມາຊິກສາມ (03) ທ່ານ ໂດຍມີ ຫົວໜ້າໜຶ່ງທ່ານ ແລະ ຄະນະສອງທ່ານ. ຄະນະກຳມະການສະພາບໍລິຫານ ຜູ້ໜຶ່ງສາມາດສັງກັດຢູ່ ຫຼາຍຄະນະກຳມະການໄດ້ ແຕ່ສາມາດເປັນຫົວໜ້າຄະນະໄດ້ພຽງຄະນະດຽວ;
2. ຄະນະກຳມະການຍ່ອຍທັງໝົດ ຕ້ອງມີລະບຽບການຄຸ້ມຄອງສະເພາະທີ່ຖືກຮັບຮອງຈາກສະພາບໍລິຫານ ແລະ ມີການລາຍງານຜົນການເຄື່ອນໄຫວ ຕໍ່ສະພາບໍລິຫານ ເປັນແຕ່ລະໄຕມາດ.
第ມາດຕາ 6条
第6条 内部审计委员会
1. 除董事会授权和相关法律规定外,内部审计委员会应主动负责内部和外部审计工作,包括审查工作职责、业务审计结果,并确保外部审计公司的独立性;
2. 内部审计委员会的具体职责包括:
2.1 选择、任命、审查内部和外部审计师的业绩和报酬;
2.2 审查内部和外部审计报告以及董事会对该报告的说明;
2.3 审查保险人的季度和年度报告;
2.4 对照财务报表检查业务运营的准确性;
2.5 审查并确保保险人按照规章有效运营;
2.6 审查各项政策和程序,以确保符合法规、法律条件和保险行业实践原则;
2.7 审查保险人用于打击金融犯罪的政策和程序,包括反洗钱、欺诈、贿赂和腐败;
2.8 监督、检查保险业务活动、法律法规遵守情况、董事会业务管理的准确性、透明度;
2.9 系统性地监督、检查公司内部使用的会计和审计系统,并确保符合会计法;
2.10 检查会计和财务工作绩效,提供建议以改进不符合相关法律法规的问题;
2.11 跟踪内部和外部审计师建议的整改和改善进展。
ພາສາລາວ (老挝语原文)
ມາດຕາ 6 ຄະນະກຳມະການກວດສອບພາຍໃນ
1. ນອກຈາກຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍຈາກສະພາບໍລິຫານ ແລະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງແລ້ວ, ຄະນະກຳມະການກວດສອບພາຍໃນ ຕ້ອງເປັນເຈົ້າການຮັບຜິດຊອບຕໍ່ການປະຕິບັດໜ້າທີ່ໃນການກວດສອບພາຍໃນ ແລະ ພາຍນອກ ລວມທັງ ທົບທວນໜ້າວຽກ, ຜົນການກວດສອບການດຳເນີນທຸລະກິດ ແລະ ຮັບປະກັນຄວາມເປັນເອກະລາດຂອງບໍລິສັດກວດສອບພາຍນອກ;
2. ຄວາມຮັບຜິດຊອບສະເພາະຂອງຄະນະກຳມະການກວດສອບພາຍໃນ ລວມມີ:
2.1 ຄັດເລືອກ, ແຕ່ງຕັ້ງ, ທົບທວນຜົນການປະຕິບັດງານ ແລະ ຄ່າຕອບແທນຂອງຜູ້ກວດສອບພາຍໃນ ແລະ ພາຍນອກ;
2.2 ທົບທວນບົດລາຍງານຜົນການກວດສອບພາຍໃນ ແລະ ພາຍນອກ ແລະ ຄຳຊີ້ແຈງຂອງຄະນະອຳນວຍການ ຕໍ່ບົດລາຍງານດັ່ງກ່າວ;
2.3 ທົບທວນການລາຍງານປະຈຳໄຕມາດ ແລະ ປະຈຳປີຂອງຜູ້ປະກັນໄພ;
2.4 ກວດກາຄວາມຖືກຕ້ອງຂອງການດຳເນີນທຸລະກິດ ທຽບໃສ່ບົດລາຍງານການເງິນ;
2.5 ທົບທວນ ແລະ ຮັບປະກັນປະສິດທິຜົນການປະຕິບັດງານຂອງຜູ້ປະກັນໄພ ຕາມລະບຽບການ;
2.6 ທົບທວນນະໂຍບາຍ ແລະ ຂັ້ນຕອນຕ່າງໆ ເພື່ອຮັບປະກັນໃຫ້ສອດຄ່ອງກັບລະບຽບຫຼັກການ, ເງື່ອນໄຂດ້ານກົດໝາຍ ແລະ ຫຼັກການປະຕິບັດຂອງອຸດສາຫະກຳປະກັນໄພ;
2.7 ທົບທວນບັນດານະໂຍບາຍ ແລະ ຂັ້ນຕອນຕ່າງໆຂອງຜູ້ປະກັນໄພ ທີ່ນຳໃຊ້ໃນການຕ້ານອາດຊະຍາກຳທາງການເງິນ ລວມທັງ ການຕ້ານການຟອກເງິນ, ການສໍ້ໂກງ, ການໃຫ້ສິນບົນ ແລະ ການສໍ້ລາດບັງຫຼວງ;
2.8 ຕິດຕາມ, ກວດກາການເຄື່ອນໄຫວທຸລະກິດປະກັນໄພ, ການປະຕິບັດກົດໝາຍ ແລະ ລະບຽບການ, ຄວາມຖືກຕ້ອງ, ຄວາມໂປ່ງໃສ ໃນການຄຸ້ມຄອງບໍລິຫານທຸລະກິດ ຂອງຄະນະອຳນວຍການ;
2.9 ຕິດຕາມ, ກວດກາ ການວາງລະບົບການບັນຊີ ແລະ ການກວດສອບບັນຊີ ທີ່ນຳໃຊ້ພາຍໃນບໍລິສັດ ຢ່າງເປັນລະບົບ ແລະ ໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການບັນຊີ;
2.10 ກວດກາ ຜົນການປະຕິບັດວຽກງານການບັນຊີ, ການເງິນ, ໃຫ້ຄຳແນະນຳ ເພື່ອປັບປຸງແກ້ໄຂບັນຫາທີ່ເຫັນວ່າປະຕິບັດບໍ່ຖືກຕ້ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2.11 ຕິດຕາມ ຄວາມຄືບໜ້າ ໃນການແກ້ໄຂ ແລະ ປັບປຸງບັນຫາທີ່ຜູ້ກວດສອບພາຍໃນ ແລະ ຜູ້ກວດສອບພາຍນອກໄດ້ແນະນຳ.
第ມາດຕາ 7条
第7条 风险管理委员会
除董事会交办的任务外,风险管理委员会还负有以下职责:
1. 制定风险管理原则并监督实施,确保符合规章制度;
2. 制定并执行独立的风险管理计划,以管理公司的各类风险;
3. 研究投资政策、业务扩展及公司保险承保风险;
4. 确保风险管理工作充分,保证有足够的人员和资源来监控公司各类风险,并确保在执行职责时有独立的报告机制。
ພາສາລາວ (老挝语原文)
ມາດຕາ 7 ຄະນະກຳມະການຄຸ້ມຄອງຄວາມສ່ຽງ
ນອກຈາກມີໜ້າທີ່ຕາມການມອບໝາຍຈາກສະພາບໍລິຫານແລ້ວ, ຄະນະກຳມະການບໍລິຫານຄວາມສ່ຽງ ຍັງມີຄວາມຮັບຜິດຊອບ ດັ່ງນີ້:
1. ພັດທະນາຫຼັກການບໍລິຫານຄວາມສ່ຽງ ແລະ ການກວດກາການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບຫຼັກການ;
2. ສ້າງ ແລະ ປະຕິບັດແຜນການບໍລິຫານຄວາມສ່ຽງອິດສະຫຼະ ເພື່ອບໍລິຫານຄວາມສ່ຽງຕ່າງໆຂອງບໍລິສັດ;
3. ຄົ້ນຄວ້ານະໂຍບາຍການລົງທຶນ, ຂະຫຍາຍກິດຈະການ ແລະ ຄວາມສ່ຽງໃນການຮັບປະກັນໄພຂອງບໍລິສັດ;
4. ຮັບປະກັນໜ້າວຽກການບໍລິຫານຄວາມສ່ຽງໃຫ້ພຽງພໍ, ຮັບປະກັນໃຫ້ມີພະນັກງານ ແລະ ຊັບພະຍາກອນພຽງພໍ ເພື່ອຕິດຕາມບັນດາປະເພດຄວາມສ່ຽງຂອງບໍລິສັດ ແລະ ຮັບປະກັນໃຫ້ມີກົນໄກການລາຍງານທີ່ເປັນອິດສະຫຼະໃນການປະຕິບັດໜ້າທີ່.
第ມາດຕາ 8条
第8条 董事的任命
1. 保险公司的董事任命必须获得财政部的审议批准;
2. 董事任命的申请应包括:
2.1 申请人的姓名、国籍和现住址;
2.2 申请人的身份证、护照或其他身份证明文件的复印件;
2.3 申请人的简历、学历证明复印件及过往工作证明;
2.4 关于申请人的证明:
2.4.1 从未被法院判定有刑事罪行或处于与犯罪或其他违法行为相关的司法程序中;
2.4.2 在任何国家从未有过破产或被提起破产诉讼的历史;以及
2.4.3 财政部认为必要的其他信息,以根据申请进行审议批准。
3. 财政部将审查或检查申请及相关文件,并在10天内书面通知批准或拒绝。
ພາສາລາວ (老挝语原文)
ມາດຕາ 8 ການແຕ່ງຕັ້ງຜູ້ອຳນວຍການ
1. ການແຕ່ງຕັ້ງຜູ້ອຳນວຍການຂອງບໍລິສັດຜູ້ປະກັນໄພ ຕ້ອງໄດ້ຮັບການພິຈາລະນາຮັບຮອງ ຈາກ ກະຊວງການເງິນ;
2. ຄຳຮ້ອງຂໍສະເໜີ ການແຕ່ງຕັ້ງຜູ້ອຳນວຍການ ປະກອບມີ :
2.1 ຊື່ ແລະ ນາມສະກຸນ, ສັນຊາດ ແລະ ທີ່ຢູ່ປະຈຸບັນຂອງຜູ້ສະໝັກ;
2.2 ສຳເນົາບັດປະຈຳຕົວ, ໜັງສືຜ່ານແດນ ຫຼື ເອກະສານຢັ້ງຢືນການມີຕົວຕົນຂອງຜູ້ສະໝັກ;
2.3 ຊີວະປະຫວັດ, ສຳເນົາໃບຢັ້ງຢືນວຸດທິການສຶກສາ ແລະ ໃບຢັ້ງຢືນການເຮັດວຽກຜ່ານມາຂອງຜູ້ສະໝັກ;
2.4 ການຢັ້ງຢືນ ກ່ຽວກັບ ຜູ້ສະໝັກ ວ່າ :
2.4.1 ບໍ່ເຄີຍຖືກສານຕັດສິນໃຫ້ມີຄວາມຜິດທາງອາຍາ ຫຼື ຢູ່ໃນໄລຍະການດຳເນີນຂະບວນການຍຸຕິທຳ ກ່ຽວກັບ ອາດຊະຍາກຳ ຫຼື ການກະທຳຜິດຕ່າງໆ;
2.4.2 ບໍ່ເຄີຍມີປະຫວັດການລົ້ມລະລາຍຫຼືຖືກດຳເນີນຄະດີລົ້ມລະລາຍ ມາກ່ອນໃນປະເທດໃດໆ; ແລະ
2.4.3 ຂໍ້ມູນອື່ນໆທີ່ກະຊວງການເງິນ ເຫັນວ່າ ຈຳເປັນໃນການພິຈາລະນາຮັບຮອງຕາມການສະເໜີ.
3. ກະຊວງການເງິນ ຈະທົບທວນ ຫຼື ກວດກາ ຄຳຮ້ອງ ແລະ ບັນດາເອກະສານກ່ຽວຂ້ອງ ແລ້ວແຈ້ງຕອບ ການອະນຸມັດຮັບຮອງ ຫຼື ປະຕິເສດ ເປັນລາຍລັກອັກສອນພາຍໃນ 10 ວັນ.
第ມາດຕາ 9条
第9条 对违法者的措施
违反本协议的保险公司将根据情节轻重受到教育、警告、纪律处分、罚款。
ພາສາລາວ (老挝语原文)
ມາດຕາ 9 ມາດຕະການຕໍ່ຜູ້ລະເມີດ
ບໍລິສັດ ປະກັນໄພ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ຕາມແຕ່ກໍລະນີເບົາ ຫຼື ໜັກ.
第ມາດຕາ 10条
第10条 罚款
在财政部审议后认为保险公司违反本协议任何条款的条件和规定的情况下,财政部将通知有关方进行纠正,并可根据每次违规情况处以罚款如下:
- 违反或不遵守本协议第5条的保险公司将被处以一百万基普的罚款,如果是持续违规,则每天再处以不超过五十万基普的罚款,直至违规行为停止;
- 违反或不遵守本协议第9条的保险公司将被处以两百万基普的罚款,如果是持续违规,则每天再处以不超过五十万基普的罚款,直至违规行为停止。
ພາສາລາວ (老挝语原文)
ມາດຕາ 10 ການປັບໃໝ
ໃນກໍລະນີທີ່ກະຊວງການເງິນ ພິຈາລະນາແລ້ວ ເຫັນວ່າ ບໍລິສັດ ປະກັນໄພ ຝ່າຝືນການປະຕິບັດເງື່ອນໄຂ ແລະ ຂໍ້ກຳນົດໃນມາດຕາໃດໜຶ່ງຂອງຂໍ້ຕົກລົງສະບັບນີ້, ກະຊວງການເງິນ ຈະແຈ້ງໃຫ້ພາກສ່ວນດັ່ງກ່າວປະຕິບັດໃຫ້ຖືກຕ້ອງ ແລະ ສາມາດດຳເນີນການປັບໃໝ ຕາມແຕ່ລະກໍລະນີຂອງການຝ່າຝືນດັ່ງນີ້:
- ບໍລິສັດ ປະກັນໄພທີ່ຝ່າຝືນ ຫຼື ບໍ່ປະຕິບັດຕາມ ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝ ໜຶ່ງລ້ານກີບ ແລະ ຖ້າເປັນກໍລະນີກະທຳຜິດຕໍ່ເນື່ອງ ຈະຖືກປັບໃໝອີກບໍ່ເກີນວັນລະ ຫ້າແສນກີບ ຕະຫຼອດເວລາທີ່ຍັງຝ່າຝືນຢູ່;
- ບໍລິສັດ ປະກັນໄພທີ່ຝ່າຝືນ ຫຼື ບໍ່ປະຕິບັດຕາມ ມາດຕາ 9 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປັບໃໝ ສອງລ້ານກີບ ແລະ ຖ້າເປັນກໍລະນີກະທຳຜິດຕໍ່ເນື່ອງ ຈະຖືກປັບໃໝອີກບໍ່ເກີນວັນລະ ຫ້າແສນກີບ ຕະຫຼອດເວລາທີ່ຍັງຝ່າຝືນຢູ່.
第ມາດຕາ 11条
第11条 说明
财政部将以书面形式通知保险公司前来协商和说明关于违反或违规的原因,然后才处以罚款或采取本协议第10条和第11条规定的措施。
ພາສາລາວ (老挝语原文)
ມາດຕາ 11 ການຊີ້ແຈງ
ກະຊວງການເງິນ ຈະແຈ້ງເປັນລາຍລັກອັກສອນ ເຖິງ ບໍລິສັດ ປະກັນໄພ ເຂົ້າມາປຶກສາຫາລື ແລະ ຊີ້ແຈງ ກ່ຽວກັບສາເຫດຂອງການຝ່າຝືນ ຫຼື ການລະເມີດ ກ່ອນຈະດຳເນີນການປັບໃໝ ຫຼື ປະຕິບັດມາດຕະການຕາມທີ່ກຳນົດໄວ້ໃນ ມາດຕາ 10 ແລະ 11 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 12条
第12条 组织实施
交由国有企业改革与保险司、各获准在老挝人民民主共和国经营业务的保险公司及相关方知悉并严格遵守本协议。
ພາສາລາວ (老挝语原文)
ມາດຕາ 12 ການຈັດຕັ້ງປະຕິບັດ
ມອບໃຫ້ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ບັນດາບໍລິສັດປະກັນໄພທີ່ໄດ້ຮັບການອະນຸຍາດໃຫ້ດຳເນີນທຸລະກິດຢູ່ໃນ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
本页展示前 12 条,全文共 13 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读