ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງສະມາຄົມປະກັນໄພແຫ່ງ ສປປ ລາວ

老挝人民民主共和国保险协会管理协议

Agreement on Management of the Lao Insurance Association

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ, ການດຳເນີນງານ ແລະຄວາມສຳພັນຂອງສະມາຄົມປະກັນໄພລາວກັບກະຊວງການເງິນ ແລະສະມາຊິກ, ເນັ້ນໃສ່ການກຳນົດສະມາຄົມເປັນອົງກອນສັງຄົມທີ່ບໍ່ຫວັງຜົນກຳໄລ, ພາຍໃຕ້ການຊີ້ນຳຂອງກະຊວງການເງິນ, ເປັນຕົວແທນບໍລິສັດປະກັນໄພ, ປົກປ້ອງສິດຜົນປະໂຫຍດຂອງສະມາຊິກ ແລະສົ່ງເສີມການພັດທະນາອຸດສາຫະກຳປະກັນໄພ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ສະມາຄົມປະກັນໄພແຫ່ງ ສປປ ລາວ
ສະມາຄົມປະກັນໄພແຫ່ງ ສປປ ລາວ ຂຽນເປັນຕົວຫຍໍ້ວ່າ: ສປລ, ຂຽນເປັນພາສາອັງກິດ: ລາວ ອິນຊູແຣນສ໌ ອັສໂຊຊີເອຊັນ (LIA). ສະມາຄົມປະກັນໄພແຫ່ງ ສປປ ລາວ ຖືກສ້າງຕັ້ງຂຶ້ນຕາມກົດໝາຍ ຂອງ ສປປ ລາວ ເປັນສະມາຄົມວິຊາຊີບ, ເຕັກນິກ-ວິຊາການ ແລະ ປະດິດຄິດແຕ່ງ ເພື່ອເປັນຕົວແທນໃຫ້ແກ່ ບໍລິສັດປະກັນໄພທີ່ໄດ້ຮັບ ອະນຸຍາດດຳເນີນທຸລະກິດໃນ ສປປ ລາວ.
ສະມາຄົມປະກັນໄພແຫ່ງ ສປປ ລາວ ເປັນການຈັດຕັ້ງສັງຄົມ, ມີພາລະບົດບາດຄົ້ນຄວ້າ, ສະໜັບສະໜູນ, ສົ່ງເສີມຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສະມາຊິກ ໃນການແກ້ໄຂບັນຫາທີ່ຕິດພັນກັບວຽກງານປະກັນໄພ, ພ້ອມນີ້ກໍ່ຊ່ວຍເຫຼືອສັງຄົມບົນພື້ນຖານກົດໝາຍ ແລະ ລະບຽບການຂອງລັດ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຄົມ, ສະມາຊິກສະມາຄົມ; ປະກອບສ່ວນສຳຄັນໃນການສ້າງສາ ພັດທະນາປະເທດຊາດ.

ມາດຕາ ມາດຕາ 2

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ກະຊວງການເງິນ (ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ), ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວພັນກັບ ສະມາຄົມປະກັນໄພ ແຫ່ງ ສປປ ລາວ.

ມາດຕາ ມາດຕາ 3

ມາດຕາ 3 ຫຼັກການຈັດຕັ້ງປະຕິບັດ
ຫຼັກການພື້ນຖານໃນການເຄື່ອນໄຫວ ຂອງ ສະມາຄົມປະກັນໄພ ແຫ່ງ ສປປ ລາວ:

1. ເຄື່ອນໄຫວເປັນປະຈຳ ຫຼື ຕາມວາລະທີ່ໄດ້ຮັບມອບໝາຍ;
2. ທຸກການເຄື່ອນໄຫວ ແມ່ນຢູ່ພາຍໃຕ້ການຊີ້ນຳຂອງ ກະຊວງການເງິນ, ໂດຍແມ່ນກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ເປັນເສນາທິການ;
3. ກຸ້ມຕົນເອງທາງດ້ານການເງິນ;
4. ເຄື່ອນໄຫວບໍ່ຫວັງຜົນກຳໄລ;
5. ໂປ່ງໃສ, ເປີດເຜີຍ ແລະ ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ