老挝人民民主共和国保险协会管理协议

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງສະມາຄົມປະກັນໄພແຫ່ງ ສປປ ລາວ

Agreement on Management of the Lao Insurance Association

简介

该协议调整老挝保险协会的设立、运作及与财政部、会员的关系,核心是规定协会作为非营利社会组织,在财政部指导下代表保险公司,保护会员权益并促进保险业发展。

Summary

This agreement adjusts the establishment, operation, and relationship of the Lao Insurance Association with the Ministry of Finance and its members, with the core being to stipulate that the association, as a non-profit social organization, represents insurance companies under the guidance of the Ministry of Finance, protects members' rights, and promotes the development of the insurance industry.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ, ການດຳເນີນງານ ແລະຄວາມສຳພັນຂອງສະມາຄົມປະກັນໄພລາວກັບກະຊວງການເງິນ ແລະສະມາຊິກ, ເນັ້ນໃສ່ການກຳນົດສະມາຄົມເປັນອົງກອນສັງຄົມທີ່ບໍ່ຫວັງຜົນກຳໄລ, ພາຍໃຕ້ການຊີ້ນຳຂອງກະຊວງການເງິນ, ເປັນຕົວແທນບໍລິສັດປະກັນໄພ, ປົກປ້ອງສິດຜົນປະໂຫຍດຂອງສະມາຊິກ ແລະສົ່ງເສີມການພັດທະນາອຸດສາຫະກຳປະກັນໄພ.

条文

第ມາດຕາ 1条

第2条 老挝保险协会
老挝保险协会缩写为:LIA,英文为:Lao Insurance Association (LIA)。老挝保险协会根据老挝法律成立,是一个专业、技术-学术和创新的协会,代表在老挝获准经营业务的保险公司。
老挝保险协会是一个社会组织,具有研究、支持、促进团结、会员之间互助解决与保险工作相关问题的角色,同时根据国家法律和法规帮助社会;保护协会及协会会员的合法权利和利益;为国家建设和发展做出重要贡献。

ພາສາລາວ (老挝语原文)

ມາດຕາ 2 ສະມາຄົມປະກັນໄພແຫ່ງ ສປປ ລາວ
ສະມາຄົມປະກັນໄພແຫ່ງ ສປປ ລາວ ຂຽນເປັນຕົວຫຍໍ້ວ່າ: ສປລ, ຂຽນເປັນພາສາອັງກິດ: ລາວ ອິນຊູແຣນສ໌ ອັສໂຊຊີເອຊັນ (LIA). ສະມາຄົມປະກັນໄພແຫ່ງ ສປປ ລາວ ຖືກສ້າງຕັ້ງຂຶ້ນຕາມກົດໝາຍ ຂອງ ສປປ ລາວ ເປັນສະມາຄົມວິຊາຊີບ, ເຕັກນິກ-ວິຊາການ ແລະ ປະດິດຄິດແຕ່ງ ເພື່ອເປັນຕົວແທນໃຫ້ແກ່ ບໍລິສັດປະກັນໄພທີ່ໄດ້ຮັບ ອະນຸຍາດດຳເນີນທຸລະກິດໃນ ສປປ ລາວ.
ສະມາຄົມປະກັນໄພແຫ່ງ ສປປ ລາວ ເປັນການຈັດຕັ້ງສັງຄົມ, ມີພາລະບົດບາດຄົ້ນຄວ້າ, ສະໜັບສະໜູນ, ສົ່ງເສີມຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສະມາຊິກ ໃນການແກ້ໄຂບັນຫາທີ່ຕິດພັນກັບວຽກງານປະກັນໄພ, ພ້ອມນີ້ກໍ່ຊ່ວຍເຫຼືອສັງຄົມບົນພື້ນຖານກົດໝາຍ ແລະ ລະບຽບການຂອງລັດ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຄົມ, ສະມາຊິກສະມາຄົມ; ປະກອບສ່ວນສຳຄັນໃນການສ້າງສາ ພັດທະນາປະເທດຊາດ.

第ມາດຕາ 2条

第2条 适用范围
本协议适用于财政部(国有企业改革与保险司)、个人和法人与老挝保险协会有关联的。

ພາສາລາວ (老挝语原文)

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ກະຊວງການເງິນ (ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ), ບຸກຄົນ ແລະ ນິຕິບຸກຄົນ ທີ່ກ່ຽວພັນກັບ ສະມາຄົມປະກັນໄພ ແຫ່ງ ສປປ ລາວ.

第ມາດຕາ 3条

第3条 实施原则
老挝人民民主共和国保险协会运作的基本原则:

1. 定期或按所委托的议程运作;
2. 所有运作均在财政部的指导下进行,由国有企业改革与保险司担任顾问;
3. 财务上自负盈亏;
4. 非营利性运作;
5. 透明、公开并在法律面前平等。

ພາສາລາວ (老挝语原文)

ມາດຕາ 3 ຫຼັກການຈັດຕັ້ງປະຕິບັດ
ຫຼັກການພື້ນຖານໃນການເຄື່ອນໄຫວ ຂອງ ສະມາຄົມປະກັນໄພ ແຫ່ງ ສປປ ລາວ:

1. ເຄື່ອນໄຫວເປັນປະຈຳ ຫຼື ຕາມວາລະທີ່ໄດ້ຮັບມອບໝາຍ;
2. ທຸກການເຄື່ອນໄຫວ ແມ່ນຢູ່ພາຍໃຕ້ການຊີ້ນຳຂອງ ກະຊວງການເງິນ, ໂດຍແມ່ນກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ເປັນເສນາທິການ;
3. ກຸ້ມຕົນເອງທາງດ້ານການເງິນ;
4. ເຄື່ອນໄຫວບໍ່ຫວັງຜົນກຳໄລ;
5. ໂປ່ງໃສ, ເປີດເຜີຍ ແລະ ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.

第ມາດຕາ 4条

第5条 老挝保险协会执行委员会
老挝保险协会执行委员会必须是老挝保险协会正式会员的代表,在协会会员大会上选举产生,具有领导、指导协会一切活动和处理协会重要事务的职责。老挝保险协会执行委员会由5至9人(必须为奇数)组成,包括:主席1人,副主席和若干委员,其中必须包括来自人寿保险公司或非人寿保险公司的代表至少占40%。老挝保险协会执行委员会的任期为2年。

ພາສາລາວ (老挝语原文)

ມາດຕາ 5 ຄະນະບໍລິຫານສະມາຄົມປະກັນໄພ ແຫ່ງ ສປປ ລາວ
ຄະນະບໍລິຫານ ສປລ ຕ້ອງແມ່ນຜູ້ຕາງໜ້າຂອງສະມາຊິກສາມັນ ຂອງ ສປລ ເຊິ່ງຖືກເລືອກຕັ້ງໃນກອງປະຊຸມໃຫຍ່ ຂອງສະມາຄົມ, ມີພາລະບົດບາດນຳພາ, ຊີ້ນຳ ທຸກການເຄື່ອນໄຫວ ແລະ ຕົກລົງບັນຫາສຳຄັນຂອງສະມາຄົມ. ຄະນະບໍລິຫານ ສປລ ມີຈຳນວນ 05-09 ທ່ານ (ເຊິ່ງຕ້ອງປະກອບເປັນຈຳນວນຄີກ) ປະກອບມີ: ປະທານ 01 ທ່ານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງ, ໃນນີ້ຕ້ອງປະກອບມີຜູ້ຕາງໜ້າຈາກບໍລິສັດ ປະກັນຊີວິດ ຫຼື ບໍລິສັດປະກັນໄພທົ່ວໄປຢ່າງໜ້ອຍ 40%. ສຳລັບອາຍຸການຂອງຄະນະບໍລິຫານ ສປລ ແມ່ນ 02 ປີ.

第ມາດຕາ 5条

第5条 老挝保险协会会员
老挝保险协会的会员是经批准在老挝人民民主共和国境内经营业务的保险公司,这些公司具有稳定性、对保险工作负责,并有意愿缴纳会费并诚心参与活动。

ພາສາລາວ (老挝语原文)

ມາດຕາ 5 ສະມາຊິກສະມາຄົມປະກັນໄພ ແຫ່ງ ສປປ ລາວ
ສະມາຊິກຂອງ ສປລ ແມ່ນບັນດາ ຜູ້ປະກັນໄພ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ໃນ ສປປ ລາວ ທີ່ມີຄວາມໝັ້ນຄົງ, ມີຄວາມຮັບຜິດຊອບຕໍ່ວຽກງານປະກັນໄພ ແລະ ມີຄວາມຕັ້ງໃຈໃນການຈ່າຍເງິນບຳລຸງ ຂອງສະມາຊິກ ແລະ ເຂົ້າຮ່ວມເຄື່ອນໄຫວ ດ້ວຍຄວາມສະອາດໃຈ.

第ມາດຕາ 6条

第6条 老挝保险协会章程
老挝保险协会必须制定其章程,主要包括以下内容:
宗旨;
老挝保险协会的规章、组织结构及人事;
会员注册登记及退出会员资格的条件;
老挝保险协会会员的权利、义务和责任范围;
关于老挝保险协会会议召开的规章;
行政管理规章(包括管理委员会的设立、管理委员会委员人数);
关于行政、会计工作运作及资产管理的规章;
协会财务规章,如:会员会费、基金及其他收入来源;
老挝保险协会章程的制定和修改必须经协会会员同意,由协会执行委员会批准,并得到财政部的同意。

ພາສາລາວ (老挝语原文)

ມາດຕາ 6 ກົດລະບຽບຂອງສະມາຄົມປະກັນໄພ ແຫ່ງ ສປປ ລາວ
ສປລ ຕ້ອງກຳນົດກົດລະບຽບຂອງຕົນຂຶ້ນ, ເຊິ່ງປະກອບເນື້ອໃນຕົ້ນຕໍດັ່ງລຸ່ມນີ້:
ຈຸດປະສົງ;
ລະບຽບການ, ໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງ ສປລ;
ລະບຽບການລົງທະບຽນເປັນສະມາຊິກ ແລະ ເງື່ອນໄຂການອອກຈາກການເປັນສະມາຊິກ ສປລ;
ຂອບເຂດສິດ, ໜ້າທີ່ ແລະ ພັນທະ ຂອງສະມາຊິກ ສປລ;
ລະບຽບກ່ຽວກັບການດຳເນີນກອງປະຊຸມຂອງ ສປລ;
ລະບຽບການຄຸ້ມຄອງບໍລິຫານ (ລວມທັງການຈັດຕັ້ງຄະນະຄຸ້ມຄອງ, ຈຳນວນຄະນະກຳມະການຄຸ້ມຄອງ);
ລະບຽບກ່ຽວກັບການບໍລິຫານ, ການເຄື່ອນໄຫວວຽກງານດ້ານການບັນຊີ ແລະ ການຄຸ້ມຄອງຊັບສົມບັດ;
ລະບຽບການເງິນຂອງສະມາຄົມ ເຊັ່ນ: ເງິນບຳລຸງຄ່າທຳນຽມສະມາຊິກ, ທຶນ ແລະ ແຫຼ່ງລາຍຮັບອື່ນໆ;
ການສ້າງ ແລະ ປັບປຸງ ກົດລະບຽບຂອງ ສປລ ຕ້ອງຜ່ານການເຫັນດີ ຈາກ ສະມາຊິກຂອງສະມາຄົມ, ຮັບຮອງໂດຍ ຄະນະບໍລິຫານສະມາຄົມ ແລະ ໄດ້ຮັບການເຫັນດີ ຈາກກະຊວງການເງິນ.

第ມາດຕາ 7条

第7条 老挝保险协会的会议类型
老挝保险协会的会议包括三种类型:全体会议、年度会议和协会执行委员会会议。

ພາສາລາວ (老挝语原文)

ມາດຕາ 7 ປະເພດກອງປະຊຸມ ຂອງ ສະມາຄົມປະກັນໄພ ແຫ່ງ ສປປ ລາວ
ກອງປະຊຸມ ຂອງ ສະມາຄົມປະກັນໄພ ແຫ່ງ ສປປ ລາວ ປະກອບ ສາມ ປະເພດ ຄື: ກອງປະຊຸມໃຫຍ່, ກອງປະຊຸມປະຈຳປີ ແລະ ກອງປະຊຸມຄະນະບໍລິຫານສະມາຄົມ.

第ມາດຕາ 8条

第8条 老挝保险协会全体大会

常会是指关于现任执行委员会任期即将届满的工作总结会议,按照协会章程召开,自上次全体大会结束之日起,且只有在获得财政部书面批准后方可召开。如果全体大会将进行新一届执行委员会的选举,协会必须在大会召开前30天向财政部提交候选人的简历,以便转交公安部进行审查。经审查认为完整、合适后,财政部将发布决议批准召开协会全体大会。该决议的有效期为六十(60)天。

如果在协会章程规定的召开全体大会期限届满时,协会无法召开会议,协会必须在期限届满前30天向财政部提交延期申请。财政部仅允许协会延期一次,且延期时间最长不超过九十(90)天。若在上述期限届满后协会仍无法召开全体大会,财政部将考虑强制任命新一届执行委员会或考虑解散协会。

临时会议是指协会认为有必要且紧急涉及协会活动时,或者有超过半数正式会员,或者有三分之二以上执行委员会成员提出要求时,可以召开临时全体大会。

ພາສາລາວ (老挝语原文)

ມາດຕາ 8 ກອງປະຊຸມໃຫຍ່ ຂອງ ສະມາຄົມປະກັນໄພ ແຫ່ງ ສປປ ລາວ

ກອງປະຊຸມໃຫຍ່ສາມັນ ແມ່ນກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດງານຂອງຄະນະບໍລິຫານ ສປລ ສະໄໝປະຈຸບັນທີ່ພວມຈະໝົດວາລະ, ເປີດຂຶ້ນຕາມກົດລະບຽບຂອງ ສປລ ນັບແຕ່ກອງປະຊຸມໃຫຍ່ສິ້ນສຸດລົງ ແລະ ຈະເປີດຂຶ້ນໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດຢ່າງເປັນລາຍລັກອັກສອນ ຈາກກະຊວງການເງິນ, ກໍລະນີກອງປະຊຸມໃຫຍ່ຈະ ມີການເລືອກຕັ້ງ ຄະນະບໍລິຫານຊຸດໃໝ່ ແມ່ນ ສປລ ຕ້ອງສົ່ງປະຫວັດເປົ້າໝາຍຜູ້ລົງສະໝັກເລືອກຕັ້ງ ໃຫ້ ກະຊວງການເງິນ ຊາບລ່ວງໜ້າ 30 ວັນ ກ່ອນການເປີດກອງປະຊຸມໃຫຍ່ ເພື່ອສົ່ງໃຫ້ກະຊວງປ້ອງກັນຄວາມສະຫງົບ ກວດກາກ່ອນ. ພາຍຫຼັງພິຈາລະນາເຫັນວ່າຄົບຖ້ວນ ແລະ ເໝາະສົມແລ້ວ, ກະຊວງການເງິນ ຈະອອກຂໍ້ຕົກລົງອະນຸຍາດໃຫ້ເປີດກອງປະຊຸມໃຫຍ່ ສປລ ຂຶ້ນ. ຂໍ້ຕົກລົງດັ່ງກ່າວມີຜົນສັກສິດ ພາຍໃນກຳນົດເວລາ ຫົກສິບ (60) ວັນ.

ໃນກໍລະນີ ຄົບກຳນົດເວລາການເປີດກອງປະຊຸມໃຫຍ່ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງ ສປລ, ແຕ່ ສປລ ບໍ່ສາມາດເປີດກອງປະຊຸມໄດ້, ສປລ ຕ້ອງໄດ້ເຮັດໜັງສືຂໍເລື່ອນເຖິງ ກະຊວງການເງິນ ກ່ອນຄົບກຳນົດເວລາ 30 ວັນ. ກະຊວງການເງິນ ຈະພິຈາລະນາເລື່ອນກອງປະຊຸມໃຫຍ່ໃຫ້ສະມາຄົມ ໄດ້ພຽງຄັ້ງດຽວ ແລະ ກຳນົດເວລາເລື່ອນສູງສຸດ ບໍ່ເກີນ ເກົ້າສິບ (90) ວັນ, ຖ້າໝົດກຳນົດເວລາດັ່ງກ່າວແລ້ວ ສປລ ບໍ່ສາມາດເປີດກອງປະຊຸມໃຫຍ່ໄດ້ ກະຊວງການເງິນຈະຄົ້ນຄ້ວາການແຕ່ງຕັ້ງບັງຄັບ ຄະນະບໍລິຫານ ສປລ ຊຸດໃໝ່ ຫຼື ພິຈາລະນາການຍຸບເລີກ ສປລ.

ກອງປະຊຸມວິສາມັນ ແມ່ນ ກອງປະຊຸມ ທີ່ ສປລ ສາມາດເປີດກອງປະຊຸມ ເມື່ອເຫັນວ່າ ມີຄວາມຈຳເປັນ ແລະ ຮີບດ່ວນທີ່ກ່ຽວກັບການເຄື່ອນໄຫວຂອງ ສປລ ຫຼື ເມື່ອມີສະມາຊິກສາມັນຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະມາຊິກສາມັນທັງໝົດ ຫຼື ມີສະມາຊິກຂອງຄະນະບໍລິຫານງານ ສປລ ຈຳນວນສອງສ່ວນສາມຂຶ້ນໄປກໍ່ສາມາດເປີດກອງປະຊຸມໃຫຍ່ວິສາມັນໄດ້.

第ມາດຕາ 9条

第9条 老挝人民民主共和国保险协会年度会议
老挝人民民主共和国保险协会年度会议是总结协会过去一年活动成果、确定下一年活动方向计划、表彰活动先进个人以及处理协会其他问题的会议。
协会必须在每年12月初之前召开年度会议,并于每年12月25日之前将年度活动总结报告提交财政部备案。

ພາສາລາວ (老挝语原文)

ມາດຕາ 9 ກອງປະຊຸມປະຈຳປີຂອງສະມາຄົມປະກັນໄພແຫ່ງ ສປປ ລາວ
ກອງປະຊຸມປະຈຳປີຂອງສະມາຄົມປະກັນໄພແຫ່ງ ສປປ ລາວ ແມ່ນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວຂອງ ສປລ ພາຍໃນໜຶ່ງປີຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນປີຕໍ່ໄປ, ຍ້ອງຍໍບຸກຄົນດີເດັ່ນໃນການເຄື່ອນໄຫວວຽກງານ ແລະ ບັນຫາອື່ນໆຂອງ ສປລ.
ສປລ ຕ້ອງຈັດກອງປະຊຸມປະຈຳປີພາຍໃນຕົ້ນເດືອນທັນວາ ແລະ ສົ່ງບົດສະຫຼຸບການເຄື່ອນໄຫວປະຈຳປີໃຫ້ກະຊວງການເງິນ ເພື່ອຊາບ ກ່ອນວັນທີ 25 ທັນວາ ຂອງທຸກປີ.

第ມາດຕາ 10条

第10条 老挝保险协会执行委员会会议
执行委员会会议应按照老挝保险协会的规定召开,但每年至少召开两次,以总结、回顾工作活动并继续执行工作以实现年度计划。
执行委员会会议的规则、通知和出席应遵守老挝保险协会的规定。

ພາສາລາວ (老挝语原文)

ມາດຕາ 10 ກອງປະຊຸມຂອງຄະນະບໍລິຫານສະມາຄົມປະກັນໄພແຫ່ງ ສປປ ລາວ
ກອງປະຊຸມຂອງຄະນະບໍລິຫານ ສປລ ເປີດຂຶ້ນຕາມກົດລະບຽບຂອງ ສປລ ກຳນົດ ແຕ່ຢ່າງໜ້ອຍຕ້ອງເປີດຂຶ້ນປີລະສອງຄັ້ງ ເພື່ອສະຫຼຸບ, ທົບທວນຄືນການເຄື່ອນໄຫວວຽກງານ ແລະ ສືບຕໍ່ປະຕິບັດວຽກງານໃຫ້ບັນລຸຕາມແຜນປະຈຳປີທີ່ວາງໄວ້.
ລະບຽບ, ການແຈ້ງຂ່າວກອງປະຊຸມ, ການເຂົ້າຮ່ວມກອງປະຊຸມຄະນະບໍລິຫານ ແມ່ນປະຕິບັດຕາມກົດລະບຽບຂອງ ສປລ.

第ມາດຕາ 11条

第11条 资金来源的管理和使用
资金来源的管理和使用,应按照相关法律、法规和SPL的规定执行,确保日常行政支出总额不超过年度支出计划的百分之二十五。

ພາສາລາວ (老挝语原文)

ມາດຕາ 11 ການຄຸ້ມຄອງ ແລະ ການນຳໃຊ້ ແຫຼ່ງທຶນ
ການຄຸ້ມຄອງ ແລະ ການນຳໃຊ້ແຫຼ່ງທຶນ ຂອງ ສປລ ໃຫ້ປະຕິບັດຕາມກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ກົດລະບຽບຂອງ ສປລ ຮັບປະກັນລວມຍອດລາຍຈ່າຍບໍລິຫານປົກກະຕິ ບໍ່ໃຫ້ເກີນ ຊາວຫ້າສ່ວນຮ້ອຍ ຂອງແຜນລາຍຈ່າຍປະຈຳປີ.

第ມາດຕາ 12条

第12条 解散
老挝人民民主共和国保险协会的解散有两种情况:第一种情况:财政部在下列任一情况下通知解散:
1. 违反本协议第6条的禁止规定;
2. 严重违反党的方针政策、国家法律和法规进行活动;
3. 连续不活动已至少一年,或活动期限已满,但在收到财政部通知后仍未提交续期或继续活动的文件;
4. 未按规定向财政部提交关于其组织、活动和财务状况的年度报告,如第14条所规定。
第二种情况:保险协会自愿解散,应按以下规定执行:
1. 保险协会的普通会员中超过半数要求解散;
2. 没有资金继续活动;
3. 其章程规定的活动期限已满;
4. 已实现其章程规定的目标。

ພາສາລາວ (老挝语原文)

ມາດຕາ 12 ການຍຸບເລີກ
ການຍຸບເລີກ ສະມາຄົມປະກັນໄພ ແຫ່ງ ສປປ ລາວ ມີ ສອງ ກໍລະນີຄື: ກໍລະນີທີໜຶ່ງ: ກະຊວງການເງິນ ແຈ້ງໃຫ້ຍຸບເລີກໃນກໍລະນີໃດໜຶ່ງດັ່ງລຸ່ມນີ້:
1. ລະເມີດຂໍ້ຫ້າມຕາມ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້;
2. ເຄື່ອນໄຫວລະເມີດແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ນິຕິກຳຂອງລັດ ຢ່າງຮ້າຍແຮງ;
3. ບໍ່ເຄື່ອນໄຫວຢ່າງຕໍ່ເນື່ອງ ເປັນເວລາຢ່າງໜ້ອຍ 01 ປີມາແລ້ວ ຫຼື ໝົດກຳນົດວາລະເຄື່ອນໄຫວແລ້ວ ແຕ່ຍັງບໍ່ຍື່ນເອກະສານຂໍຕໍ່ທະບຽນສະມາຄົມ ຫຼື ຜືນສືບຕໍ່ເຄື່ອນໄຫວ ພາຍຫຼັງທີ່ໄດ້ຮັບການແຈ້ງເຕືອນຈາກ ກະຊວງການເງິນ;
4. ບໍ່ມີການລາຍງານປະຈຳປີ ກ່ຽວກັບ ສະພາບການຈັດຕັ້ງ, ການເຄື່ອນໄຫວ ແລະ ການເງິນຂອງຕົນ ໃຫ້ ກະຊວງການເງິນ ຕາມທີ່ໄດ້ກຳນົດຢູ່ໃນມາດຕາ 14.
ກໍລະນີທີສອງ: ສປລ ສະໝັກໃຈຍຸບເລີກເອງ ໃຫ້ປະຕິບັດດັ່ງລຸ່ມນີ້:
1. ສະມາຊິກສາມັນຂອງ ສປລ ຫຼາຍກວ່າເຄິ່ງໜຶ່ງຂອງສະມາຊິກທັງໝົດຮຽກຮ້ອງໃຫ້ຍຸບເລີກ;
2. ບໍ່ມີທຶນເພື່ອເຄື່ອນໄຫວຕໍ່ໄປ;
3. ໝົດກຳນົດເວລາການເຄື່ອນໄຫວຕາມທີ່ໄດ້ກຳນົດໄວ້ຢູ່ໃນກົດລະບຽບຂອງຕົນ;
4. ໄດ້ບັນລຸຈຸດປະສົງທີ່ໄດ້ກຳນົດໄວ້ ຢູ່ໃນກົດລະບຽບຂອງຕົນແລ້ວ.

本页展示前 12 条,全文共 19 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译