ດຳລັດວ່າດ້ວຍ ກອງທຶນພັດທະນາອາຊີວະສຶກສາ
职业教育发展基金令
Vocational Education Development Fund Decree
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການສ້າງຕັ້ງ, ການຄຸ້ມຄອງ, ແຫຼ່ງທຶນ ແລະ ການນຳໃຊ້ກອງທຶນພັດທະນາການສຶກສາວິຊາຊີບລາວ, ເນັ້ນໃສ່ການນຳໃຊ້ທຶນເຂົ້າໃນການສິດສອນ, ທຶນການສຶກສາ, ນະວັດຕະກຳ ແລະ ການຝຶກອົບຮົມວິຊາຊີບ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ກອງທຶນພັດທະນາອາຊີວະສຶກສາ
ກອງທຶນພັດທະນາອາຊີວະສຶກສາ ຂຽນຫຍໍ້ວ່າ "ກພອ" ແລະ ຂຽນເປັນພາສາອັງກິດວ່າ "Technical and Vocational Education and Training Development Fund" ຂຽນຫຍໍ້ວ່າ "TVETDF" ແມ່ນກອງທຶນ ທີ່ສ້າງຂຶ້ນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງ ການຮຽນ-ການສອນ, ການສົ່ງເສີມເບ້ຍລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ, ຜູ້ທຸກຍາກ, ສົ່ງເສີມ ນະວັດຕະກຳ ແລະ ກິດຈະກຳອື່ນ ທີ່ກ່ຽວພັນກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ດ້ອຍໂອກາດ ໝາຍເຖິງ ຜູ້ທຸກຍາກ ຫຼື ຜູ້ບໍ່ມີເງື່ອນໄຂເຂົ້າເຖິງ ອາຊີວະສຶກສາ;
2. ຜູ້ທຸກຍາກ ໝາຍເຖິງ ຜູ້ທີ່ບໍ່ມີລາຍຮັບ, ຜູ້ທີ່ມີລາຍຮັບຕໍ່າກວ່າຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານ ທີ່ລັດຖະບານ ປະກາດໃຊ້ໃນແຕ່ລະໄລຍະ;
3. ຜູ້ຮຽນທີ່ມີບັນຫາ ໝາຍເຖິງ ຜູ້ພິການ, ຜູ້ເສຍອົງຄະ, ຜູ້ຖືກບຳບັດ, ຄຸມຂັງ ຫຼື ດັດສ້າງ;
4. ນະວັດຕະກຳ ໝາຍເຖິງ ການນຳໃຊ້ຄວາມຮູ້, ຄວາມສາມາດເຂົ້າໃນການຈັດ ການຮຽນ-ການສອນ, ການຈັດການວິທີການຜະລິດ, ການບໍລິການ, ການພັດທະນາຜະລິດຕະພັນ ໃນຮູບແບບໃໝ່ອອກສູ່ສັງຄົມ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ