职业教育发展基金令

ດໍາລັດວ່າດ້ວຍ ກອງທຶນພັດທະນາອາຊີວະສຶກສາ

Vocational Education Development Fund Decree

简介

该法规调整老挝职业教育发展基金的设立、管理、资金来源与使用,核心是规范基金用于教学、助学金、创新及职业培训等活动。

Summary

This regulation adjusts the establishment, management, funding sources, and use of the Lao Vocational Education Development Fund, with the core being to regulate the fund's use for teaching, scholarships, innovation, and vocational training activities.

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການສ້າງຕັ້ງ, ການຄຸ້ມຄອງ, ແຫຼ່ງທຶນ ແລະ ການນຳໃຊ້ກອງທຶນພັດທະນາການສຶກສາວິຊາຊີບລາວ, ເນັ້ນໃສ່ການນຳໃຊ້ທຶນເຂົ້າໃນການສິດສອນ, ທຶນການສຶກສາ, ນະວັດຕະກຳ ແລະ ການຝຶກອົບຮົມວິຊາຊີບ.

条文

第ມາດຕາ 1条

第2条 职业技术教育发展基金
职业技术教育发展基金,缩写为“职教基金”,英文称为“Technical and Vocational Education and Training Development Fund”,缩写为“TVETDF”,是为用于组织教学、向弱势群体和贫困者提供助学金、促进创新以及与职业技术教育和职业培训工作相关的其他活动而设立的基金,须符合法律和法规。

ພາສາລາວ (老挝语原文)

ມາດຕາ 2 ກອງທຶນພັດທະນາອາຊີວະສຶກສາ
ກອງທຶນພັດທະນາອາຊີວະສຶກສາ ຂຽນຫຍໍ້ວ່າ "ກພອ" ແລະ ຂຽນເປັນພາສາອັງກິດວ່າ "Technical and Vocational Education and Training Development Fund" ຂຽນຫຍໍ້ວ່າ "TVETDF" ແມ່ນກອງທຶນ ທີ່ສ້າງຂຶ້ນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງ ການຮຽນ-ການສອນ, ການສົ່ງເສີມເບ້ຍລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ, ຜູ້ທຸກຍາກ, ສົ່ງເສີມ ນະວັດຕະກຳ ແລະ ກິດຈະກຳອື່ນ ທີ່ກ່ຽວພັນກັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.

第ມາດຕາ 2条

第2条 词语解释
本政令中使用的词语具有以下含义:
1. “弱势群体”指贫困者或无法接受职业教育的人;
2. “贫困者”指无收入者、收入低于政府各时期公布的最低工资标准的劳动者;
3. “问题学生”指残疾人、残障者、接受治疗、拘留或改造的人;
4. “创新”指将知识、能力应用于教学管理、生产方法管理、服务、产品开发,以新形式向社会推广。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ດ້ອຍໂອກາດ ໝາຍເຖິງ ຜູ້ທຸກຍາກ ຫຼື ຜູ້ບໍ່ມີເງື່ອນໄຂເຂົ້າເຖິງ ອາຊີວະສຶກສາ;
2. ຜູ້ທຸກຍາກ ໝາຍເຖິງ ຜູ້ທີ່ບໍ່ມີລາຍຮັບ, ຜູ້ທີ່ມີລາຍຮັບຕໍ່າກວ່າຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານ ທີ່ລັດຖະບານ ປະກາດໃຊ້ໃນແຕ່ລະໄລຍະ;
3. ຜູ້ຮຽນທີ່ມີບັນຫາ ໝາຍເຖິງ ຜູ້ພິການ, ຜູ້ເສຍອົງຄະ, ຜູ້ຖືກບຳບັດ, ຄຸມຂັງ ຫຼື ດັດສ້າງ;
4. ນະວັດຕະກຳ ໝາຍເຖິງ ການນຳໃຊ້ຄວາມຮູ້, ຄວາມສາມາດເຂົ້າໃນການຈັດ ການຮຽນ-ການສອນ, ການຈັດການວິທີການຜະລິດ, ການບໍລິການ, ການພັດທະນາຜະລິດຕະພັນ ໃນຮູບແບບໃໝ່ອອກສູ່ສັງຄົມ.

第ມາດຕາ 3条

第4条 职业教育发展基金管理和使用原则

职业教育发展基金的管理和使用应遵循以下原则:

1. 符合国家人力资源开发方针、政策、法律、计划以及国家经济社会发展计划;

2. 按照国家预算法集中统一;

3. 确保基金的管理和使用正确、有目标、节约、高效;

4. 确保实施按照计划、方案、项目进行,做到快速、公正、透明;

5. 确保按照法律和规章进行定期检查、监督和跟踪。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການຄຸ້ມຄອງ ແລະ ນຳໃຊ້ ກອງທຶນພັດທະນາອາຊີວະສຶກສາ

ການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາອາຊີວະສຶກສາ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄອງກັບແນວທາງ ນະໂຍບາຍ, ກົດໝາຍ, ແຜນການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ;

2. ລວມສູນ ແລະ ເປັນເອກະພາບ ຕາມກົດໝາຍງົບປະມານແຫ່ງລັດ;

3. ຮັບປະກັນ ການຄຸ້ມຄອງ ແລະ ນຳໃຊ້ ກອງທຶນ ໃຫ້ຖືກຕ້ອງຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ;

4. ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ໄປຕາມແຜນການ, ແຜນງານ, ໂຄງການ ໃຫ້ມີຄວາມວ່ອງໄວ, ຍຸຕິທຳ ແລະ ໂປ່ງໃສ;

5. ຮັບປະກັນ ໃຫ້ມີການກວດສອບ, ກວດກາ ແລະ ຕິດຕາມ ຢ່າງເປັນປົກກະຕິ ຕາມກົດໝາຍ ແລະ ລະບຽບການ.

第ມາດຕາ 4条

第4条 法令适用范围
本法令适用于在老挝人民民主共和国境内与职业技术教育发展基金工作相关的个人、法人、国内外组织,包括公共和私营部门。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ທັງພາກລັດ ແລະ ເອກະຊົນ ທີ່ພົວພັນກັບວຽກງານກອງທຶນພັດທະນາອາຊີວະສຶກສາ ຢູ່ ສປປ ລາວ.

第ມາດຕາ 5条

第5条 职业技术教育发展基金的资金来源
职业技术教育发展基金来源于以下来源:
1. 国家的出资;
2. 个人、法人、国内组织和外国组织的出资和援助;
3. 技术活动和其他创收活动;
4. 职业技术教育发展基金在商业银行的存款利息;
5. 根据法律法规的其他合法收入。

ພາສາລາວ (老挝语原文)

ມາດຕາ 5 ແຫຼ່ງລາຍຮັບ ກອງທຶນພັດທະນາອາຊີວະສຶກສາ
ກອງທຶນພັດທະນາອາຊີວະສຶກສາ ໄດ້ມາຈາກແຫຼ່ງ ດັ່ງນີ້:
1. ການປະກອບສ່ວນຂອງລັດ;
2. ການປະກອບສ່ວນ ແລະ ການຊ່ວຍເຫຼືອ ຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ;
3. ການເຄື່ອນໄຫວທາງດ້ານວິຊາການ ແລະ ການສ້າງກິດຈະກຳອື່ນ;
4. ດອກເບ້ຍເງິນຝາກຂອງ ກອງທຶນພັດທະນາອາຊີວະສຶກສາ ຢູ່ທະນາຄານທຸລະກິດ;
5. ລາຍຮັບອື່ນ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

第ມາດຕາ 6条

第6条 职业教育发展基金的使用目标

职业教育发展基金用于以下目标:
1. 支持职业教育机构组织教学;
2. 支持职业教师的培训和提高,针对职业教育机构和用工单位的专业领域;
3. 支持对有问题的学生进行职业培训;
4. 支持用工单位组织实际操作的培训;
5. 为弱势群体和贫困者提供助学金,使其能够接受职业教育和职业培训;
6. 支持创新思维和创新的发展;
7. 职业教育发展基金的管理和运营。

ພາສາລາວ (老挝语原文)

ມາດຕາ 6 ເປົ້າໝາຍການນຳໃຊ້ກອງທຶນພັດທະນາອາຊີວະສຶກສາ

ກອງທຶນພັດທະນາອາຊີວະສຶກສາ ໃຫ້ນຳໃຊ້ເຂົ້າໃນເປົ້າໝາຍ ດັ່ງນີ້:
1. ສົ່ງເສີມສະຖານອາຊີວະສຶກສາໃນການຈັດຕັ້ງການຮຽນ-ການສອນ;
2. ສົ່ງເສີມການຝຶກອົບຮົມ ແລະ ຍົກລະດັບຄູວິຊາຊີບ ດ້ານວິຊາສະເພາະຂອງ ສະຖານອາຊີວະສຶກສາ ແລະ ຫົວໜ່ວຍແຮງງານ;
3. ສະໜັບສະໜູນການຝຶກອົບຮົມວິຊາຊີບສຳລັບຜູ້ຮຽນທີ່ມີບັນຫາ;
4. ສົ່ງເສີມຫົວໜ່ວຍແຮງງານ ໃນການຈັດການຝຶກອົບຮົມພາກປະຕິບັດຕົວຈິງ;
5. ສົ່ງເສີມເບ້ຍລ້ຽງໃຫ້ແກ່ ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກ ໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ;
6. ສະໜັບສະໜູນການພັດທະນາ ຫົວຄິດປະດິດສ້າງ ແລະ ນະວັດຕະກຳ;
7. ການບໍລິຫານ ແລະ ຄຸ້ມຄອງ ກອງທຶນພັດທະນາອາຊີວະສຶກສາ.

第ມາດຕາ 7条

第7条 职业教育发展基金存款账户的开立
职业教育发展基金必须在国家金库和商业银行开立存款账户,并经财政部同意,以管理金融交易,职业教育发展基金的所有收入来源必须转入上述账户。

ພາສາລາວ (老挝语原文)

ມາດຕາ 7 ການເປີດບັນຊີເງິນຝາກຂອງກອງທຶນພັດທະນາອາຊີວະສຶກສາ
ກອງທຶນພັດທະນາອາຊີວະສຶກສາ ຕ້ອງເປີດບັນຊີເງິນຝາກ ຢູ່ຄັງເງິນແຫ່ງຊາດ ແລະ ທະນາຄານທຸລະກິດ ໂດຍຜ່ານການເຫັນດີຈາກກະຊວງການເງິນ ເພື່ອບໍລິຫານທຸລະກຳທາງດ້ານການເງິນ, ທຸກແຫຼ່ງລາຍຮັບຂອງກອງທຶນພັດທະນາອາຊີວະສຶກສາ ຕ້ອງໂອນເຂົ້າໃນບັນຊີດັ່ງກ່າວ.

第ມາດຕາ 8条

第8条 职业教育发展基金的资金拨付
从国库和商业银行的存款账户中拨付资金,必须有预算计划、规划、方案、项目和活动,经职业教育发展基金理事会审议批准,并按照《国家预算法》及相关规定正确编制计划。
拨付受援资金,除遵守财务规定外,还必须遵守捐助方的条件。

ພາສາລາວ (老挝语原文)

ມາດຕາ 8 ການເບີກຈ່າຍເງິນ ຂອງກອງທຶນພັດທະນາອາຊີວະສຶກສາ
ການເບີກຈ່າຍເງິນອອກຈາກບັນຊີເງິນຝາກ ຢູ່ຄັງເງິນແຫ່ງຊາດ ແລະ ທະນາຄານທຸລະກິດ ຕ້ອງມີແຜນງົບປະມານ, ແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ ທີ່ຜ່ານການພິຈາລະນາ ແລະ ອະນຸມັດ ຈາກສະພາບໍລິຫານ ກອງທຶນພັດທະນາອາຊີວະສຶກສາ ແລະ ໄດ້ສ້າງແຜນຖືກຕ້ອງ ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ລະບຽບການ ທີ່ກ່ຽວຂ້ອງ.
ການເບີກຈ່າຍເງິນທີ່ໄດ້ຮັບການຊ່ວຍເຫຼືອ ນອກຈາກປະຕິບັດຕາມລະບຽບການ ການເງິນແລ້ວ ຍັງຕ້ອງປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ.

第ມາດຕາ 9条

第9条 申请使用职业教育发展基金
个人、法人、公立和私立职业教育机构有意使用职业教育发展基金的,应向职业教育发展基金秘书处提出申请,以便研究条件、目标,然后提交职业教育发展基金管理委员会审议。
关于申请使用职业教育发展基金的细节,另行规定。

ພາສາລາວ (老挝语原文)

ມາດຕາ 9 ການຂໍອະນຸຍາດນຳໃຊ້ກອງທຶນພັດທະນາອາຊີວະສຶກສາ
ບຸກຄົນ, ນິຕິບຸກຄົນ, ສະຖານອາຊີວະສຶກສາ ພາກລັດ ແລະ ພາກເອກະຊົນ ທີ່ມີຈຸດປະສົງ ນຳໃຊ້ກອງທຶນພັດທະນາອາຊີວະສຶກສາ ໃຫ້ສະເໜີຕໍ່ ກອງເລຂາກອງທຶນພັດທະນາອາຊີວະສຶກສາ ເພື່ອຄົ້ນຄວ້າ ກ່ຽວກັບເງື່ອນໄຂ, ເປົ້າໝາຍ ແລ້ວນຳສະເໜີສະພາບໍລິຫານກອງທຶນພັດທະນາອາຊີວະສຶກສາ ພິຈາລະນາ.
ສຳລັບລາຍລະອຽດກ່ຽວກັບການສະເໜີ ຂໍນຳໃຊ້ກອງທຶນພັດທະນາອາຊີວະສຶກສາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

第ມາດຕາ 10条

第10条 职业教育发展基金的提取
从职业教育发展基金存款账户中提取资金,必须按照已批准的活动计划进行,并须有经管理委员会授权的签字人签字。
从存款账户中提取资金,不得超过基金在每个预算年度的总收入。
基金的提取不得全部提取,必须至少保留职业教育发展基金总额的百分之十(10%)。

ພາສາລາວ (老挝语原文)

ມາດຕາ 10 ການຖອນເງິນກອງທຶນພັດທະນາອາຊີວະສຶກສາ
ການຖອນເງິນຈາກບັນຊີເງິນຝາກກອງທຶນພັດທະນາອາຊີວະສຶກສາ ຕ້ອງໃຫ້ຖືກຕາມແຜນກິດຈະກຳທີ່ໄດ້ຮັບການອະນຸມັດ ແລະ ມີລາຍເຊັນຂອງຜູ້ສັງການທີ່ໄດ້ຮັບມອບສິດຈາກສະພາບໍລິຫານ.
ການຖອນເງິນຈາກບັນຊີເງິນຝາກ ບໍ່ໃຫ້ເກີນລາຍຮັບທັງໝົດຂອງກອງທຶນໃນແຕ່ລະປີງົບປະມານ.
ການຖອນເງິນກອງທຶນ ບໍ່ສາມາດຖອນໄດ້ໝົດ ແລະ ຕ້ອງຮັກສາໄວ້ຢ່າງໜ້ອຍ ສິບສ່ວນຮ້ອຍ (10%) ຂອງຈຳນວນເງິນກອງທຶນພັດທະນາອາຊີວະສຶກສາ.

第ມາດຕາ 11条

第11条 职业技术发展基金的组织结构
职业技术发展基金的组织结构包括:

1. 管理委员会;
2. 秘书处。

ພາສາລາວ (老挝语原文)

ມາດຕາ 11 ໂຄງປະກອບການຈັດຕັ້ງຂອງກອງທຶນພັດທະນາອາຊີວະສຶກສາ
ໂຄງປະກອບການຈັດຕັ່ງຂອງ ກອງທຶນພັດທະນາອາຊີວະສຶກສາ ປະກອບມີ:

1. ສະພາບໍລິຫານ;
2. ກອງເລຂາ.

第ມາດຕາ 12条

第12条 职业教育发展基金管理委员会
职业教育发展基金管理委员会是一个非常设机构,由主席、副主席和若干委员组成,委员来自相关部门和领域,由总理根据教育体育部长的提议任命。职业教育发展基金管理委员会的任期为五年。

ພາສາລາວ (老挝语原文)

ມາດຕາ 12 ສະພາບໍລິຫານ ກອງທຶນພັດທະນາອາຊີວະສຶກສາ
ສະພາບໍລິຫານ ກອງທຶນພັດທະນາອາຊີວະສຶກສາ ແມ່ນການຈັດຕັ້ງໜຶ່ງ ທີ່ບໍ່ປະຈຳການ ຊຶ່ງປະກອບດ້ວຍປະທານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງ ທີ່ມາຈາກຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຖືກແຕ່ງຕັ້ງໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ສະພາບໍລິຫານ ກອງທຶນພັດທະນາອາຊີວະສຶກສາ ມີອາຍຸການ ຫ້າ ປີ.

本页展示前 12 条,全文共 23 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译