土地用途变更协议
ຂໍ້ຕົກລົງວ່າດ້ວຍ ການຫັນປ່ຽນປະເພດທີ່ດິນ
Land Use Change Agreement
简介
该法规调整土地用途变更行为,规定变更须符合国家规划、维持70%森林覆盖率,并明确临时与永久变更程序及申请文件要求。
Summary
This regulation governs land use change, requiring that changes comply with national plans, maintain 70% forest cover, and specifies procedures and document requirements for temporary and permanent changes.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນ, ກຳນົດວ່າການປ່ຽນແປງຕ້ອງສອດຄ່ອງກັບແຜນການຂອງຊາດ, ຮັກສາປ່າໄມ້ 70%, ແລະລະບຸຂັ້ນຕອນການປ່ຽນແປງຊົ່ວຄາວ ແລະຖາວອນ ພ້ອມທັງເອກະສານທີ່ຕ້ອງຍື່ນ.
条文
第ມາດຕາ 1条
第2条 土地用途变更
土地用途变更是指将土地从一种类型变更为另一种类型,只有在认为有必要用于其他目的,以服务于国家和人民生活的最高利益时,方可进行,且须符合土地分配总体规划、战略规划以及部门和地方的土地使用规划,这些规划是国家经济社会发展计划的一部分,并对社会环境和自然环境造成最小负面影响。
土地用途变更必须确保保留和保护土地面积,以维持70%的森林覆盖率,包括该区域内的水域面积,以及全国范围内30%的使用和开发土地面积,包括该区域内的水域面积,按照全国土地分配总体规划和地方土地分配规划的规定。如有必要变更某一土地类型以用于其他目的,服务于国家和人民生活的最高利益,则必须有储备土地以替代该类型土地。
ພາສາລາວ (老挝语原文)
ມາດຕາ 2 ການຫັນປ່ຽນປະເພດທີ່ດິນ
ການຫັນປ່ຽນປະເພດທີ່ດິນ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດໜຶ່ງ ໄປເປັນທີ່ດິນປະເພດອື່ນ ຊຶ່ງຈະດຳເນີນໄດ້ກໍຕໍ່ເມື່ອຫາກເຫັນວ່າມີຄວາມຈຳເປັນນຳໃຊ້ເຂົ້າໃນເປົ້າໝາຍອື່ນ ເພື່ອຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ ແລະ ແຜນການນຳໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ ຊຶ່ງເປັນສ່ວນໜຶ່ງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ໃຫ້ມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ.
ການຫັນປ່ຽນປະເພດທີ່ດິນ ຕ້ອງຮັບປະກັນຮັກສາເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ ເຈັດສິບ ເປີເຊັນ ລວມທັງທີ່ດິນບໍລິເວນນ້ຳ ທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດ ແລະ ເນື້ອທີ່ດິນທີ່ນຳໃຊ້ ແລະ ພັດທະນາ ສາມສິບ ເປີເຊັນ ລວມທັງທີ່ດິນບໍລິເວນນ້ຳ ທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດ ຕາມທີ່ໄດ້ກຳນົດໄວ້ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ. ຖ້າມີຄວາມຈຳເປັນຫັນປ່ຽນປະເພດທີ່ດິນໃດໜຶ່ງ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຕ້ອງມີດິນແຮໄວ້ ເພື່ອປ່ຽນແທນທີ່ດິນປະເພດດັ່ງກ່າວ.
第ມາດຕາ 2条
第2条 适用范围
本协议适用于个人、法人或组织,包括无国籍人、外国人、老挝裔外国人以及上述个人和组织在老挝人民民主共和国境内生活和活动的范围。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງບຸກຄົນດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ໃນດິນແດນ ສປປ ລາວ.
第ມາດຕາ 3条
第4条 为实施投资项目和各类活动而改变土地用途
为实施投资项目和各类活动而改变土地用途,是指将土地从一种用途转变为另一种用途,依据法律和法规的规定,经批准租赁或特许使用国有土地。此类土地用途改变分为两种性质:临时性质和永久性质。
临时性质的土地用途改变,是指将土地从一种用途转变为另一种用途,以实施某项活动,在该活动结束后,该土地必须恢复原用途,例如将林地转变为工业用地以开采矿产。
永久性质的土地用途改变,是指将土地从一种用途转变为另一种用途,以服务于长期性的目的,例如将农业用地转变为交通用地以修建道路。
土地用途变更的计算,由省级自然资源与环境厅下属的土地局负责计算相关费用和服务费,并与相关土地用途管理部门协商一致。对于将林地转变为其他用途的土地,由农业与林业部门计算费用和服务费,并与自然资源与环境部门协商一致。
ພາສາລາວ (老挝语原文)
ມາດຕາ 4 ການຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ
ການຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ ແມ່ນ ການຫັນປ່ຽນປະເພດທີ່ດິນຈາກປະເພດໜຶ່ງໄປເປັນທີ່ດິນປະເພດອື່ນ ຕາມທີ່ໄດ້ຮັບອານຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ການຫັນປ່ຽນປະເພດທີ່ດິນດັ່ງກ່າວ ມີສອງລັກສະນະ ຄື ລັກສະນະຊົ່ວຄາວ ແລະ ລັກສະນະຖາວອນ.
ການຫັນປ່ຽນປະເພດທີ່ດິນລັກສະນະຊົ່ວຄາວ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດໜຶ່ງໄປເປັນທີ່ດິນປະເພດອື່ນ ເພື່ອດຳເນີນກິດຈະການໃດໜຶ່ງ ພາຍຫຼັງກິດຈະການດັ່ງກ່າວສິ້ນສຸດແລ້ວ ທີ່ດິນດັ່ງກ່າວນັ້ນກໍຕ້ອງກັບຄືນມາເປັນທີ່ດິນປະເພດເດີມ ເຊັ່ນ ການຫັນປ່ຽນທີ່ດິນປ່າໄມ້ໄປເປັນທີ່ດິນອຸດສາຫະກຳ ເພື່ອຂຸດຄົ້ນແຮ່ທາດ.
ການຫັນປ່ຽນປະເພດທີ່ດິນລັກສະນະຖາວອນ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດໜຶ່ງໄປເປັນທີ່ດິນປະເພດອື່ນ ເພື່ອຮັບໃຊ້ຈຸດປະສົງໃດໜຶ່ງທີ່ມີລັກສະນະຍາວນານ ເຊັ່ນ ການຫັນປ່ຽນທີ່ດິນກະສິກຳໄປເປັນທີ່ດິນຄົມມະນາຄົມ ເພື່ອສ້າງຖະໜົນຫົນທາງ.
ການຄິດໄລ່ການຫັນປ່ຽນປະເພດທີ່ດິນມອບໃຫ້ກົມທີ່ດິນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ດຳເນີນການຄິດໄລ່ ຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບການຫັນປ່ຽນປະເພດທີ່ດິນ ໂດຍເປັນເອກະພາບກັບຂະແໜງການຄຸ້ມຄອງນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ. ສຳລັບການຫັນປ່ຽນປະເພດທີ່ດິນປ່າໄມ້ ໄປເປັນທີ່ດິນປະເພດອື່ນ ແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການ ໂດຍເປັນເອກະພາບກັບຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
第ມາດຕາ 4条
第5条 申请变更土地用途以实施投资项目和各项活动的文件
申请变更土地用途以实施投资项目和各项活动,必须提交以下文件:
1. 变更土地用途申请书;
2. 土地勘测测量证明书;
3. 来自各类土地使用管理部门和相关地方行政机关的证明文件;
4. 项目开发合同;
5. 经济技术分析报告批准证明书;
6. 环境证明书;
7. 其他相关文件。
ພາສາລາວ (老挝语原文)
ມາດຕາ 5 ເອກະສານປະກອບການຂໍຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ
ການຂໍຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕ້ອງປະກອບເອກະສານ ດັ່ງນີ້:
1. ໃບຄຳຮ້ອງຂໍຫັນປ່ຽນປະເພດທີ່ດິນ;
2. ໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ;
3. ເອກະສານຢັ້ງຢືນຈາກຂະແໜງການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ແລະ ອົງການປົກຄອງຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ;
4. ສັນຍາພັດທະນາໂຄງການ;
5. ໃບຢັ້ງຢືນຮັບຮອງບົດວິເຄາະເສດຖະກິດ-ເຕັກນິກ;
6. ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ;
7. ເອກະສານອື່ນ ທີ່ກ່ຽວຂ້ອງ.
第ມາດຕາ 5条
第5条 根据国会决定变更土地类别的程序
将一类土地变更为另一类土地,根据国会的决定,应按以下程序进行:
1. 旨在租赁或特许国家土地的投资项目和各种活动,在完成经济技术可行性研究后,在进入签署特许合同之前,公司必须向自然资源与环境部提交意向书,请求其就土地类别变更进行审议,并由自然资源与环境部办公厅向省级自然资源与环境厅发出通知,进行实地检查和勘察测量土地面积,根据土地类别变更申请,与相关土地用途管理部门及地方政府协调,与土地类别变更申请人共同进行;
2. 省级自然资源与环境厅报告勘察测量结果,与相关土地用途管理部门、县级政府和相关村委会达成一致,以报告并由省长、市长确认。对于各类土地用途管理部门,应按照其垂直系统向主管土地用途的部委报告,以便主管土地用途的部长确认将该土地变更为其他类别,并报自然资源与环境部作为依据,供上级审议;在尚未获得地方和主管土地用途部委确认的情况下,自然资源与环境部办公厅应以自然资源与环境部部长的名义起草文件,征求省级政府和相关土地用途类别主管部委部长的同意确认;
3. 在获得省级政府和相关土地用途类别主管部委的同意后,自然资源与环境部办公厅与部内相关司局协调,由土地司进行技术检查和认证,之后,土地司向自然资源与环境部办公厅报告,以便向自然资源与环境部部长报告,由部长审议后向政府报告,继续提交国会审议决定土地类别变更,依法进行。
ພາສາລາວ (老挝语原文)
ມາດຕາ 5 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາແຫ່ງຊາດ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາແຫ່ງຊາດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ໂຄງການລົງທືນ ແລະ ກິດຈະການຕ່າງໆ ທີ່ມີຈຸດປະສົງເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ພາຍຫຼັງສຳເລັດບົດວິພາກເສດຖະກິດ-ເຕັກນິກ ກ່ອນຈະກ້າວໄປສູ່ການເຊັນສັນຍາສຳປະທານ ບໍລິສັດ ຕ້ອງເຮັດຫັງສຶສະແດງເຈດຈຳນົງສະເຫີຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາກ່ຽວກັບການຫັນປ່ຽນປະເພດທີ່ດິນກ່ອນ ແລະ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການຫາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການລົງກວດກາ ແລະ ສຳຫຼວດ ວັດແທກພື້ນທີ່ດິນ ຕາມການສະເຫຼີຂໍຫທັນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັງກ່າວ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເຫຼີຂໍຫັນປ່ຽນປະເພດທີ່ດິນ;
2. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ລາຍງານຜົນການສຳຫຼວດ ວັດແທກ ໂດຍເປັນເອກະພາບກັບພະແນກຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ເພື່ອລາຍງານ ແລະ ຢັ້ງຢືນຈາກເຈົ້າແຂວງ, ເຈົ້າຄອງນະຄອນ. ສຳລັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ໃຫ້ລາຍງານຫາກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຕາມສາຍຕັ້ງຂອງຕົນ ເພື່ອໃຫ້ລັດຖະມົນຕີກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຢັ້ງຢືນການຫັນປ່ຽນປະເພດທີ່ດິນດັ່ງກ່າວໄປເປັນທີ່ດິນປະເພດອື່ນ ຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນບ່ອນອີງລາຍງານໃຫ້ຂັ້ນເທີ່ງພິຈາລະນາ, ໃນກໍລະນີ ຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກທ້ອງຖິ່ນ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າງຫັງສືໃນນາມລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຂໍການຢັ້ງຢືນເຫັນດີ ຈາກອົງການປົກຄອງຂັ້ນແຂວງ ແລະ ລັດຖະມົນຕີ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ;
3. ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງ ພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນ ລາຍງານມາຍັງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ລາຍງານຕໍ່ລັດຖະບານ ເພື່ອສືບຕໍ່ນຳສະເຫພືສະພາແຫ່ງຊາດ ພິຈາລະນາຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດບນາຍ.
第ມາດຕາ 6条
第6条 根据政府决定变更土地类别的程序
根据政府决定将土地变更为其他类别的,应按照本决定第6条第1款和第2款规定的相同程序执行。对于第3步,在获得省级管理机关和相关土地使用类别管理部门的批准后,自然资源与环境部办公室与部内相关部门协调,由土地司负责技术检查和认证,之后,土地司向自然资源与环境部办公室报告,以便向自然资源与环境部部长报告,由部长审议并起草政府公文,提交政府审议决定依法变更土地类别。
ພາສາລາວ (老挝语原文)
ມາດຕາ 6 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງລັດຖະບານ
ການຫັນປ່ຽນປະເພດທີ່ດິນພຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງລັດຖະບານ ໃຫ້ປະຕິບັດຕາມຂັ້ນຕອນຄືກັນກັບຂໍ້ 1 ແລະ ຂໍ້ 2 ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້. ສຳລັບຂັ້ນຕອນທີ 3 ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງ ພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນ ລາຍງານມາຍັງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ແລະ ຮ່າງຫັງສືທາງລັດຖະການ ສະເຫຼີລັດຖະບານ ພິຈາລະນາ ຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 7条
第7条 根据省级人民议会决定变更土地类别的程序
将一类土地变更为另一类土地,根据省级人民议会的决定,应按以下程序进行:
1. 旨在租赁或特许国有土地的投资项目和各种活动,在完成经济技术可行性研究后,在进入签署特许合同之前,根据省级人民议会的责任范围,公司必须向自然资源和环境厅提交意向书,由其协调相关土地用途管理部门、县级自然资源和环境办公室、县级行政机关及相关村级行政机关,与申请变更土地类别的人员一起进行实地检查、勘察和测量申请变更类别的土地面积;
2. 在与相关土地用途管理部门、县级自然资源和环境办公室、县级行政机关及相关村级行政机关达成一致后,省级自然资源和环境厅必须向省长、首都市长报告,由其审议并提交省级人民议会审议决定依法变更土地类别。
ພາສາລາວ (老挝语原文)
ມາດຕາ 7 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
1. ໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ມີຈຸດປະສົງ ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ພາຍຫຼັງສຳເລັດບົດວິພາກເສດຖະກິດ-ເຕັກນິກ ກ່ອນຈະກ້າວໄປສູ່ການເຊັນສັນຍາສຳປະທານຕາມຂອບເຂດຄວາມຮັບຜິດຊອບ ການຕົກລົງຂອງສະພາປະຊາຊົນຂັ້ນແຂວງ ບໍລິສັດ ຕ້ອງເຮັດຫັງສືສະແດງເຈດຈຳນົງ ສະເຫີຫາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດຳເນີນການລົງກວດກາ ແລະ ສຳຫຼວດ ວັດແທກພື້ນທີ່ດິນ ທີ່ສະເຫີຂໍຫັ້ນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັ່ງກ່າວ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເຫຼີຂໍຫັນປ່ຽນປະເພດທີ່ດິນ;
2. ພາຍຫຼັງມີຄວາມເອກະພາບ ກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕ້ອງໄດ້ລາຍງານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ ແລະ ນຳສະເຫີ ສະພາປະຊາຊົນຂັ້ນແຂວງ ພິຈາລະນາ ຕົກລົງຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 8条
第8条 土地用途变更
土地用途变更为用于其他目的,是指将一种土地类型变更为另一种土地类型,根据土地使用权人的请求,该土地并非投资项目的土地及各项活动的土地。
ພາສາລາວ (老挝语原文)
ມາດຕາ 8 ການຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ
ການຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ແມ່ນ ການຫັນປ່ຽນປະເພດທີ່ດິນໜຶ່ງໄປເປັນປະເພດທີ່ດິນອື່ນ ຕາມການຮ້ອງຂໍຂອງເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ໄດ້ກຳນົດໄວ້ ໃນກົດໝາຍ ຊຶ່ງທີ່ດິນດັ່ງກ່າວ ບໍ່ແມ່ນທີ່ດິນຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ.
第ມາດຕາ 9条
第9条 申请变更土地用途以用于其他目的的文件
申请变更土地用途以用于其他目的,必须提交以下文件:
1. 土地用途变更申请书;
2. 土地证或土地证附图复印件;
3. 土地使用费(土地税)缴纳通知单复印件;
4. 身份证或居住证明及户籍证明复印件;
5. 其他相关文件。
对于法人或组织,必须提供营业执照、企业登记证或社会组织设立许可证的复印件。
ພາສາລາວ (老挝语原文)
ມາດຕາ 9 ການປະກອບເອກະສານ ຂໍຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ
ການຂໍຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ຕ້ອງປະກອບມີເອກະສານ ດັ່ງນີ້:
1. ໃບຄຳຮ້ອງຂໍຫັນປ່ຽນປະເພດທີ່ດິນ;
2. ສຳເນົາໃບຕາດິນ ຫຼື ໃບແຜນທີ່ຕາດິນ;
3. ສຳເນົາໃບແຈ້ງເສຍຄ່າທຳນຽມການນຳໃຊ້ທີ່ດິນ (ອາກອນທີ່ດິນ);
4. ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳມະໂນຕົວ;
5. ເອກະສານອື່ນ ທີ່ກ່ຽວຂ້ອງ.
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມີສຳເນົາໃບອານຸຍາດດຳເນີນທຸລະກິດ, ໃບທະບຽນວິສາຫະກິດ ຫຼື ໃບອານຸຍາດສ້າງຕັ້ງອົງການຈັດຕັ້ງສັງຄົມ.
第ມາດຕາ 10条
第10条 根据国会决定的土地类别变更程序
将一类土地变更为另一类土地,根据国会决定,应按以下程序进行:
1. 有意变更土地类别以用于其他目的者,须先向自然资源与环境部提交意向书,由其审议土地类别变更事宜,并由自然资源与环境部办公厅向省级自然资源与环境厅发出通知,由其会同相关土地用途管理部门及地方政府,与土地类别变更申请人一起,对申请变更的土地进行实地检查和勘测测量;
2. 省级自然资源与环境厅报告勘测测量结果,与相关土地用途管理部门、县级政府和相关村委会达成一致,报告并由省长、万象市长确认。对于各类土地用途管理部门,应按照其垂直系统向主管土地用途的部委报告,以便主管土地用途的部长确认该土地类别变更为其他类别,并报自然资源与环境部作为上级审议的依据;若尚未获得地方和主管土地用途部委的确认,自然资源与环境部办公厅应以自然资源与环境部部长的名义起草文件,征求省级政府和相关土地用途类别主管部长的同意;
3. 在获得省级政府和相关土地用途类别主管部长的同意后,自然资源与环境部办公厅与部内相关司局协调,由土地司进行技术检查和认证,之后,土地司向自然资源与环境部办公厅报告,以便向自然资源与环境部部长报告,由其审议后向政府报告,继续提交国会审议决定土地类别变更,依法进行。
ພາສາລາວ (老挝语原文)
ມາດຕາ 10 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາແຫ່ງຊາດ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາແຫ່ງຊາດ ໃຫ້ປະຕິບັດຕາມຂັ້ນຕອນ ດັງນີ້:
1. ຜູ້ທີ່ມີຈຸດປະສົງຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ຕ້ອງເຮັດໜັງສືສະແດງເຈດຈຳນົງສະເໜີຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາກ່ຽວກັບການຫັນປ່ຽນປະເພດທີ່ດິນກ່ອນ ແລະ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການຫາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການລົງກວດກາ ແລະ ສຳຫຼວດ ວັດແທກພື້ນທີ່ດິນ ຕາມການສະເໜີຂໍຫັນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັ່ງກ່າວ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເໜີຂໍຫັນປ່ຽນປະເພດທີ່ດິນ;
2. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ລາຍງານຜົນການສຳຫຼວດວັດແທກ ໂດຍເປັນເອກະພາບກັບພະແນກຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ເພື່ອລາຍງານ ແລະ ຢັ້ງຢືນຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ. ສຳລັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ໃຫ້ລາຍງານຫາກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຕາມສາຍຕັ້ງຂອງຕົນ ເພື່ອໃຫ້ລັດຖະມົນຕີກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຢັ້ງຢືນການຫັນປ່ຽນປະເພດທີ່ດິນດັ່ງກ່າວ ໄປເປັນທີ່ດິນປະເພດອື່ນ ຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນບ່ອນອີງລາຍງານໃຫ້ຂັ້ນເທິງພິຈາລະນາ, ໃນກໍລະນີ ຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກທ້ອງຖິ່ນ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າງໜັງສືໃນນາມລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຂໍການຢັ້ງຢືນເຫັນດີ ຈາກອົງການປົກຄອງຂັ້ນແຂວງ ແລະ ລັດຖະມົນຕີ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ;
3. ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງ ພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນ ລາຍງານມາຍັງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ລາຍງານຕໍ່ລັດຖະບານ ເພື່ອສືບຕໍ່ນຳສະເໜີສະພາແຫ່ງຊາດ ພິຈາລະນາຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 11条
第11条 根据政府决定变更土地类别的程序
根据政府决定将土地从一种类别变更为其他类别的,应按照本决定第11条第1款和第2款规定的相同程序执行。对于第3步,在获得省级行政机关和相关土地使用管理部门的同意后,自然资源与环境部办公室与部内相关司局协调,由土地司负责技术检查和认证。之后,土地司向自然资源与环境部办公室报告,以便向自然资源与环境部部长报告,供其审议并起草政府公文,提交政府审议决定土地类别变更,依法进行。
ພາສາລາວ (老挝语原文)
ມາດຕາ 11 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງລັດຖະບານ
ການຫັນປ່ຽນປະເພດທີ່ດິນຈາກປະເພດໜຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງລັດຖະບານ ໃຫ້ປະຕິບັດຕາມຂັ້ນຕອນຄືກັນກັບຂໍ້ 1 ແລະ ຂໍ້ 2 ມາດຕາ 11 ຂອງຂໍ້ຕົກລົງສະບັບນີ້. ສຳລັບຂັ້ນຕອນທີ 3 ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ. ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນລາຍງານມາຍັງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາ ແລະ ຮ່າງຫັງສືທາງລັດຖະການ ສະເຫຼີລັດຖະບານ ພິຈາລະນາຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 12条
第12条 根据省级人民议会决定变更土地类别的程序
将一类土地变更为另一类土地,根据省级人民议会的决定,应按照以下程序进行:
1. 有意变更土地类别用于其他目的的人,必须向省级自然资源与环境厅厅长提交变更土地类别的申请书,以供审议并指导土地部门研究、进行实地检查和勘测测量申请变更土地类别的土地面积,通过与相关土地用途管理部门、县级自然资源与环境办公室、县级行政机关及相关村级行政机关协调,与申请变更土地类别的人共同进行。
2. 在与相关土地用途管理部门、县级自然资源与环境办公室、县级行政机关及相关村级行政机关达成一致后,省级自然资源与环境厅必须向省长、首都市长报告,供其审议并提交省级人民议会审议决定依法变更土地类别。
ພາສາລາວ (老挝语原文)
ມາດຕາ 12 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ຜູ້ທີ່ມີຈຸດປະສົງຫັນປ່ຽນປະເພດທີ່ດິນ ເພື່ອເປົ້າໜາຍອື່ນ ຕ້ອງໄດ້ຍື່ນໜັງສືສະເໜີຂໍຫັນປ່ຽນປະເພດດິນ ຫາຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນຳຂະແໜງທີ່ດິນ ຄົ້ນຄວ້າ, ດຳເນີນການລົງກວດກາ ແລະ ສຳຫຼວດ ວັດແທກພື້ນທີ່ດິນ ທີ່ສະເໜີຂໍຫັນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັ່ງກ່າວ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເໜີຂໍຫັນປ່ຽນປະເພດທີ່ດິນ.
2. ພາຍຫຼັງມີຄວາມເອກະພາບ ກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕ້ອງໄດ້ລາຍງານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ ແລະ ນຳສະເໜີສະພາປະຊາຊົນຂັ້ນແຂວງ ພິຈາລະນາຕົກລົງຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
本页展示前 12 条,全文共 19 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读