ດຳລັດວ່າດ້ວຍ ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ
矿产违法罚款及其他措施法令
Mining Offences Fines and Other Measures Act
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ມາດຕະຖານ ແລະ ຂັ້ນຕອນການປະຕິບັດການປັບໃໝ ແລະ ມາດຕະການເພີ່ມເຕີມ (ເຊັ່ນ: ການຍຶດອຸປະກອນ, ການພັກໃບອະນຸຍາດ) ສຳລັບການກະທຳຜິດທາງປົກຄອງໃນຂະແໜງແຮ່ທາດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ ເພື່ອເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ ໃນການປັບໃໝ ແລະ ການນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ ເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີສະຕິຕື່ນຕົວເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການ ຮັບປະກັນການດຳເນີນທຸລະກິດກ່ຽວກັບແຮ່ທາດ ໃຫ້ສອດຄ່ອງຕາມກົດໝາຍ, ສັນຍາ, ລະບຽບການ ແລະ ມີປະສິດທິຜົນສູງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ ມາດຕາ 2
ມາດຕາ 2 ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ທີ່ບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ຕາມອັດຕາຄ່າປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ການນຳໃຊ້ມາດຕະການອື່ນ ແມ່ນ ການນຳໃຊ້ມາດຕະການເພີ່ມ ຈາກມາດຕະການປັບໃໝ ຕໍ່ຜູ້ລະເມີດທາງດ້ານບໍລິຫານ ທີ່ບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບກົດໝາຍ ແລະ ລະບຽບການກ່ຽວກັບແຮງງານ ເປັນຕົ້ນ ການສຶກສາອົບຮົມ, ການຍຶດອຸປະກອນ, ເຄື່ອງມື, ໂຈະ ຫຼື ຖອນໃບອະນຸຍາດດຳເນີນກິດຈະການ.
ມາດຕາ ມາດຕາ 3
ມາດຕາ 3 ຫຼັກການກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ;
4. ຮັບປະກັນການປະຕິບັດອັດຕາປັບໃໝເປັນເອກະພາບ, ຖືກຕ້ອງ, ເປັນທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ