矿产违法罚款及其他措施法令
ດຳລັດວ່າດ້ວຍ ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ
Mining Offences Fines and Other Measures Act
简介
该法令针对矿产领域行政违法行为,规定了罚款与附加措施(如没收设备、暂停许可证)的适用原则、标准及执行程序。
Summary
This decree stipulates the principles, standards, and enforcement procedures for fines and additional measures (e.g., equipment confiscation, license suspension) for administrative violations in the mineral sector.
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ມາດຕະຖານ ແລະ ຂັ້ນຕອນການປະຕິບັດການປັບໃໝ ແລະ ມາດຕະການເພີ່ມເຕີມ (ເຊັ່ນ: ການຍຶດອຸປະກອນ, ການພັກໃບອະນຸຍາດ) ສຳລັບການກະທຳຜິດທາງປົກຄອງໃນຂະແໜງແຮ່ທາດ.
条文
第ມາດຕາ 1条
第1条 宗旨
本法令规定关于对违反矿产法律和法规者处以罚款和采取其他措施的原则、规章和措施,作为官员正确、严格地罚款和采取其他措施的依据,旨在使个人、法人和组织自觉尊重、遵守法律和法规,确保矿产经营符合法律、合同、法规并高效,为国家经济社会发展做出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ ເພື່ອເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ ໃນການປັບໃໝ ແລະ ການນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ ເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີສະຕິຕື່ນຕົວເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການ ຮັບປະກັນການດຳເນີນທຸລະກິດກ່ຽວກັບແຮ່ທາດ ໃຫ້ສອດຄ່ອງຕາມກົດໝາຍ, ສັນຍາ, ລະບຽບການ ແລະ ມີປະສິດທິຜົນສູງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
第ມາດຕາ 2条
第2条 罚款和其他措施
罚款是对违反劳动法律和法规但不构成刑事犯罪的行政违法行为采取的经济措施,按照本法令规定的罚款金额执行。
其他措施是在罚款措施之外对违反劳动法律和法规但不构成刑事犯罪的行政违法行为采取的附加措施,例如:教育、没收设备、工具、暂停或吊销经营许可证。
ພາສາລາວ (老挝语原文)
ມາດຕາ 2 ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ທີ່ບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ຕາມອັດຕາຄ່າປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ການນຳໃຊ້ມາດຕະການອື່ນ ແມ່ນ ການນຳໃຊ້ມາດຕະການເພີ່ມ ຈາກມາດຕະການປັບໃໝ ຕໍ່ຜູ້ລະເມີດທາງດ້ານບໍລິຫານ ທີ່ບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບກົດໝາຍ ແລະ ລະບຽບການກ່ຽວກັບແຮງງານ ເປັນຕົ້ນ ການສຶກສາອົບຮົມ, ການຍຶດອຸປະກອນ, ເຄື່ອງມື, ໂຈະ ຫຼື ຖອນໃບອະນຸຍາດດຳເນີນກິດຈະການ.
第ມາດຕາ 3条
第3条 关于罚款和其他措施的原则
对违反劳动法律和法规者处以罚款和采取其他措施,必须遵循以下原则:
1. 符合法律和法规;
2. 在全国范围内实行集中统一管理;
3. 确保秩序和安全;
4. 确保罚款标准的执行统一、正确、公正、透明且可核查。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ;
4. ຮັບປະກັນການປະຕິບັດອັດຕາປັບໃໝເປັນເອກະພາບ, ຖືກຕ້ອງ, ເປັນທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.
第ມາດຕາ 4条
第4条 适用范围
本令适用于涉及劳动工作的个人、法人及组织,无论其在国内或国外。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວກ່ຽວກັບວຽກງານແຮງງານ.
第ມາດຕາ 5条
第5条 开采、买卖、运输和清除矿渣
个人、法人及组织在进行开采、买卖、运输和清除矿渣时,未按照能源和矿业部门的程序及规定正确、完整执行的,将被处以罚款如下:
1) 第一次违规处以300,000,000基普;
2) 第二次违规处以600,000,000基普;
3) 第三次及以上违规处以900,000,000基普。
ພາສາລາວ (老挝语原文)
ມາດຕາ 5 ການຂຸດຄົ້ນ, ຊື້ຂາຍ, ເຄື່ອນຍ້າຍ ແລະ ເກັບກູ້ແຮທາດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການ ຂຸດຄົ້ນ, ຊື້ຂາຍ, ເຄື່ອນຍ້າຍ ແລະ ເກັບກູ້ແຮທາດ ໂດຍບໍ່ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ຢ່າງຖືກຕ້ອງ, ຄົບຖ້ວນ ຈາກຂະແໜງການພະລັງງານ ແລະ ບໍ່ແຮ ຈະຖືກປັບໃໝ ດັ່ງນີ້:
1) 300.000.000 ກີບ ສຳລັບການລະເມີດຄັ້ງທີ່ໜຶ່ງ;
2) 600.000.000 ກີບ ສຳລັບການລະເມີດຄັ້ງທີສອງ;
3) 900.000.000 ກີບ ສຳລັບການລະເມີດຄັ້ງທີສາມຂຶ້ນໄປ.
第ມາດຕາ 6条
第6条 使用暴力和冒用他人名义
个人、法人或组织使用暴力和冒用他人名义,以恐吓工作人员、矿产检查官员、矿产工作检查官员和投资者的,将被处以如下罚款:
1) 第一次违法,罚款5,000,000基普;
2) 第二次违法,罚款30,000,000基普;
3) 第三次及以上违法,罚款45,000,000基普。
ພາສາລາວ (老挝语原文)
ມາດຕາ 6 ການໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ ພະນັກງານ, ເຈົ້າໜ້າທີ່ກວດກາບໍ່ແຮ່, ເຈົ້າໜ້າທີ່ກວດກາວຽກງານແຮ່ທາດ ແລະ ຜູ້ລົງທຶນ ຈະຖືກປັບໃໝ ດັ່ງນີ້:
1) 5.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 30.000.000 ກີບ ສຳລັບການລະເມີດຄັ້ງທີສອງ;
3) 45.000.000 ກີບ ສຳລັບການລະເມີດຄັ້ງທີສາມຂຶ້ນໄປ.
第ມາດຕາ 7条
第7条 鼓励、破坏或买卖矿物标本
个人、法人或组织鼓励、破坏或买卖来自天然的矿物标本,将被处以如下罚款:
1) 第一次违法,罚款5,000,000基普;
2) 第二次违法,罚款10,000,000基普;
3) 第三次及以上违法,罚款15,000,000基普。
ພາສາລາວ (老挝语原文)
ມາດຕາ 7 ການຊຸກເຊືອງ, ທຳລາຍ ຫຼື ຊື້ຂາຍຕົວຢ່າງແຮທາດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊຸກເຊືອງ, ທຳລາຍ ຫຼື ຊື້ຂາຍ ຕົວຢ່າງແຮທາດ ທີ່ໄດ້ມາຈາກທຳມະຊາດ ຈະຖືກປັບໃໝ ດັ່ງນີ້:
1) 5.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 10.000.000 ກີບ ສຳລັບການລະເມີດຄັ້ງທີສອງ;
3) 15.000.000 ກີບ ສຳລັບການລະເມີດຄັ້ງທີສາມຂຶ້ນໄປ.
第ມາດຕາ 8条
第8条 移动、变更或毁坏许可标志
个人、法人或组织移动、变更或毁坏特许许可标志,将被处以罚款如下:
1) 第一次违规,罚款5,000,000基普;
2) 第二次违规,罚款10,000,000基普;
3) 第三次及以上违规,罚款5,000,000基普。
ພາສາລາວ (老挝语原文)
ມາດຕາ 8 ການຍ້າຍ, ປ່ຽນແປງ ຫຼື ທຳລາຍ ເຄື່ອງໝາຍເຂດອະນຸຍາດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຍ້າຍ, ປ່ຽນແປງ ຫຼື ທຳລາຍ ເຄື່ອງໝາຍເຂດອະນຸຍາດສຳປະທານ ຈະຖືກປັບໃໝ ດັ່ງນີ້:
1) 5.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 10.000.000 ກີບ ສຳລັບການລະເມີດຄັ້ງທີ່ສອງ;
3) 5.000.000 ກີບ ສຳລັບການລະເມີດຄັ້ງທີສາມຂຶ້ນໄປ.
第ມາດຕາ 9条
第9条 探矿、勘探、采矿、加工或买卖矿产
投资者进行探矿、勘探、采矿、加工或买卖矿产,但未按照能源和矿产部门的程序和规定正确、完整地执行的,将被处以以下罚款:
1) 10亿基普,用于违反探矿和勘探矿产;
2) 20亿基普,用于违反采矿和加工矿产;
3) 30亿基普,用于违反买卖矿产。
ພາສາລາວ (老挝语原文)
ມາດຕາ 9 ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ຫຼື ຊື້ຂາຍແຮ່ທາດ
ຜູ້ລົງທຶນ ທີ່ດຳເນີນການ ຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ຫຼື ຊື້ຂາຍແຮ່ທາດ ໂດຍບໍ່ປະຕິບັດ ຕາມຂັ້ນຕອນ ແລະ ລະບຽບການ ຢ່າງຖືກຕ້ອງ, ຄົບຖ້ວນ ຈາກຂະແໜງການພະລັງງານ ແລະ ບໍ່ແຮ່ ຈະຖືກປັບໃໝ ດັ່ງນີ້:
1) 1.000.000.000 ກີບ ສຳລັບການລະເມີດການຊອກຄົ້ນ ແລະ ສຳຫຼວດແຮ່ທາດ;
2) 2.000.000.000 ກີບ ສຳລັບການລະເມີດການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ;
3) 3.000.000.000 ກີບ ສຳລັບການລະເມີດການຊື້ຂາຍແຮ່ທາດ.
第ມາດຕາ 10条
第10条 勘探、调查、开采和加工矿产不符合已批准的计划、超出特许区
投资者进行勘探、调查不符合已批准的计划,将被处以罚款如下:
1) 第一次违规罚款50,000,000基普;
2) 第二次违规罚款100,000,000基普。
投资者进行开采和加工矿产不符合已批准的计划,将被处以罚款如下:
1) 第一次违规罚款150,000,000基普;
2) 第二次违规罚款300,000,000基普。
投资者在特许区外进行勘探和调查,将被处以罚款如下:
1) 第一次违规罚款100,000,000基普;
2) 第二次违规罚款200,000,000基普。
投资者在特许区外进行开采和加工矿产,将被处以罚款如下:
1) 第一次违规罚款200,000,000基普;
2) 第二次违规罚款400,000,000基普。
ພາສາລາວ (老挝语原文)
ມາດຕາ 10 ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ບໍ່ຖືກຕາມແຜນການທີ່ໄດ້ຮັບຮອງ, ນອກເຂດສຳປະທານ
ຜູ້ລົງທຶນ ທີ່ດຳເນີນການຊອກຄົ້ນ, ສຳຫຼວດ ບໍ່ຖືກຕາມແຜນການທີ່ໄດ້ຮັບຮອງ ຈະຖືກປັບໃໝ ດັ່ງນີ້:
1) 50.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 100.000.000 ກີບ ສຳລັບການລະເມີດຄັ້ງທີສອງ.
ຜູ້ລົງທຶນ ທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ ບໍ່ຖືກຕາມແຜນການທີ່ໄດ້ຮັບຮອງ ຈະຖືກປັບໃໝ ດັ່ງນີ້:
1) 150.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 300.000.000 ກີບ ສຳລັບການລະເມີດຄັ້ງທີສອງ.
ຜູ້ລົງທຶນ ທີ່ດຳເນີນການຊອກຄົ້ນ ແລະ ສຳຫຼວດ ຢູ່ນອກເຂດສຳປະທານ ຈະຖືກປັບໃໝ ດັ່ງນີ້:
1) 100.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 200.000.000 ກີບ ສຳລັບການລະເມີດຄັ້ງທີສອງ.
ຜູ້ລົງທຶນ ທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ ຢູ່ນອກເຂດສຳປະທານ ຈະຖືກປັບໃໝ ດັ່ງນີ້:
1) 200.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 400.000.000 ກີບ ສຳລັບການລະເມີດຄັ້ງທີສອງ.
第ມາດຕາ 11条
第11条 未经认证矿物来源的矿物买卖
投资者进行未经认证矿物来源的矿物买卖,将被处以300,000,000基普的罚款。
ພາສາລາວ (老挝语原文)
ມາດຕາ 11 ການຊື້ຂາຍແຮທາດໂດຍບໍ່ມີການຢັ້ງຢືນແຫຼ່ງທີ່ມາຂອງແຮທາດ
ຜູ້ລົງທຶນທີ່ດຳເນີນການຊື້ຂາຍແຮທາດໂດຍບໍ່ມີການຢັ້ງຢືນແຫຼ່ງທີ່ມາຂອງແຮທາດ ຈະຖືກປັບໃໝ 300.000.000 ກີບ.
第ມາດຕາ 12条
第12条 移动、变更或毁坏特许经营区域标志牌
任何人移动、变更或毁坏特许经营区域标志牌,将被处以如下罚款:
1) 100,000,000基普,对于第一次违规;
2) 100,000,000基普,对于第二次违规。
ພາສາລາວ (老挝语原文)
ມາດຕາ 12 ການຍ້າຍ, ປ່ຽນແປງ ຫຼື ທຳລາຍ ປ້າຍ, ເຄື່ອງໝາຍເຂດສຳປະທານ
ຜູ້ໃດດຳເນີນການຍ້າຍ, ປ່ຽນແປງ ຫຼື ທຳລາຍປ້າຍ, ເຄື່ອງໝາຍເຂດສຳປະທານ ຈະຖືກປັບໃໝດັ່ງນີ້:
1) 100.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2) 100.000.000 ກີບ ສຳລັບການລະເມີດຄັ້ງທີສອງ.
本页展示前 12 条,全文共 38 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读