出口木材、藤条及木制品清单确定协议

ຂໍ້ຕົກລົງວ່າດ້ວຍ ການກໍານົດລາຍການຜະລິດຕະພັນໄມ້, ຫວາຍ ແລະ ໄມ້ປ່ອງເພື່ອສົ່ງອອກ

Agreement on Determining the List of Exported Wood, Rattan, and Wood Products

简介

该法规调整木材、藤条及竹制品的出口管理,核心内容是按产品类型(天然、半成品、种植林、藤竹成品)分类制定出口清单及加工要求。

Summary

This regulation adjusts the export management of timber, rattan, and bamboo products, with the core content being the classification of export lists and processing requirements by product type (natural, semi-finished, plantation, rattan/bamboo finished products).

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການສົ່ງອອກໄມ້, ໄມ້ໄຜ່ ແລະ ຜະລິດຕະພັນໄມ້ໄຜ່, ເນັ້ນໃສ່ການຈັດປະເພດຕາມປະເພດຜະລິດຕະພັນ (ໄມ້ທຳມະຊາດ, ໄມ້ເຄິ່ງສຳເລັດຮູບ, ໄມ້ປູກ, ຜະລິດຕະພັນໄມ້ໄຜ່ສຳເລັດຮູບ) ແລະ ກຳນົດບັນຊີສິນຄ້າສົ່ງອອກ ແລະ ຂໍ້ກຳນົດການປຸງແຕ່ງ.

条文

第ມາດຕາ 1条

第1条 木材、藤条和竹制品出口清单的确定
木材、藤条和竹制品出口清单的确定包括如下:
1. 天然木材产品出口清单“列入清单I、II和III的木材”;
2. 半成品天然木材产品出口清单;
3. 种植木材产品出口清单;
4. 藤条和竹制品出口清单。

ພາສາລາວ (老挝语原文)

ມາດຕາ 1 ການກຳນົດລາຍການຜະລິດຕະພັນໄມ້, ຫວາຍ ແລະ ໄມ້ປ່ອງ ເພື່ອສົ່ງອອກ
ການກຳນົດລາຍການຜະລິດຕະພັນໄມ້, ຫວາຍ ແລະ ໄມ້ປ່ອງ ເພື່ອສົ່ງອອກ ປະກອບມີ ດັ່ງນີ້:
1. ລາຍການຜະລິດຕະພັນໄມ້ທຳມະຊາດ ເພື່ອສົ່ງອອກ “ໄມ້ໃນບັນຊີ I, II ແລະ III”;
2. ລາຍການຜະລິດຕະພັນໄມ້ທຳມະຊາດ ເຄິ່ງສຳເລັດຮູບ ເພື່ອສົ່ງອອກ;
3. ລາຍການຜະລິດຕະພັນໄມ້ປູກ ເພື່ອສົ່ງອອກ;
4. ລາຍການຜະລິດຕະພັນຫວາຍ ແລະ ໄມ້ປ່ອງ ເພື່ອສົ່ງອອກ.

第ມາດຕາ 2条

第2条 出口半成品天然木制品清单

属于清单I和II的半成品天然木制品必须经过二次生产或加工工序,即从经过烘干或晒干、切割尺寸、成型、刨光和打磨的初始阶段继续生产,这些工序无法分离并立即按照设计组装成一个套装或一个整体。

出口属于清单I和II的半成品天然木制品,应按照相关法律和法规执行,并基于政府各时期的批准。

对于属于清单III的半成品天然木制品,禁止出口。

ພາສາລາວ (老挝语原文)

ມາດຕາ 2 ລາຍການຜະລິດຕະພັນໄມ້ທຳມະຊາດເຄິ່ງສຳເລັດຮູບເພື່ອສົ່ງອອກ

ຜະລິດຕະພັນໄມ້ທຳມະຊາດເຄິ່ງສຳເລັດຮູບທີ່ນອນໃນບັນຊີ I ແລະ II ຕ້ອງຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນສອງ ໂດຍສືບຕໍ່ຜະລິດຈາກຂັ້ນຕົ້ນ ທີ່ໄດ້ຜ່ານຂະບວນການອົບ ຫຼື ຕາກແດດ, ຕັດຂະໜາດ, ຂຶ້ນຮູບ, ປາດໂຄ່ງ ແລະ ກົບ ຊຶ່ງບໍ່ສາມາດແຍກອອກ ແລະ ປະກອບເຂົ້າກັນໄດ້ທັນທີ ຕາມການອອກແບບເປັນໜຶ່ງຊຸດ ຫຼື ໜຶ່ງຫຼັງ.

ການສົ່ງອອກຜະລິດຕະພັນໄມ້ທຳມະຊາດເຄິ່ງສຳເລັດຮູບທີ່ນອນໃນບັນຊີ I ແລະ II ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ບົນພື້ນຖານການຕົກລົງເຫັນດີຂອງລັດຖະບານໃນແຕ່ລະໄລຍະ.

ສຳລັບຜະລິດຕະພັນໄມ້ທຳມະຊາດເຄິ່ງສຳເລັດຮູບທີ່ນອນໃນບັນຊີ III ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ.

第ມາດຕາ 3条

第4条 出口种植林产品清单

已按照关于种植林登记和认证的第2492/MAF号指南(2020年12月23日)进行种植林登记或获得种植林证书的种植林,可以以任何加工或未加工的形式出口。

对于第0448/MAF号协议(2021年4月6日)规定的树种清单中的种植林,例如:紫檀、花梨、柚木、黑檀、铁刀木和柚木,必须按照出口天然林产品清单中规定的形式和特性进行加工,该清单载于附件02,方可允许出口。

ພາສາລາວ (老挝语原文)

ມາດຕາ 4 ລາຍການຜະລິດຕະພັນໄມ້ປູກເພື່ອສົ່ງອອກ

ໄມ້ປູກທີ່ໄດ້ຂຶ້ນທະບຽນປ່າປູກ ຫຼື ໃບຢັ້ງຢືນໄມ້ປູກ ຕາມຄຳແນະນຳກ່ຽວກັບການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ສະບັບເລກທີ 2492/ກປ, ລົງວັນທີ 23 ທັນວາ 2020 ສາມາດສົ່ງອອກໄດ້ ໃນທຸກຮູບແບບທີ່ມີການປຸງແຕ່ງ ຫຼື ບໍ່ປຸງແຕ່ງ.

ສຳລັບໄມ້ປູກຊະນິດທີ່ກຳນົດຢູ່ໃນບັນຊີ ຕາມຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ ແລະ ສະບັບເລກທີ 0448/ກປ, ລົງວັນທີ 06 ເມສາ 2021 ເຊັ່ນ: ໄມ້ຂະຍຸງ, ໄມ້ດູລາຍ, ໄມ້ຄຳພີ້, ໄມ້ດູ, ໄມ້ແຕ້ຂາ ແລະ ໄມ້ສັກ ໃຫ້ປຸງແຕ່ງຕາມຮູບແບບ ແລະ ຄຸນລັກສະນະ ທີ່ກຳນົດໃນລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍ ທີ 02 ຈຶ່ງອະນຸຍາດໃຫ້ສົ່ງອອກໄດ້.

第ມາດຕາ 4条

第4条 出口用藤条和竹条产品

允许出口的藤制成品包括:藤制家具、藤制编织品及其他藤制成品(根据HS编码94.03及子编码9403.81.00),不允许出口未经加工成成品的藤条。

允许出口的竹制成品包括:竹制家具和竹制器具、竹制编织品及其他竹制成品(根据HS编码94.03及子编码9403.81.00),不允许出口未经加工成成品的竹条。

各类出口用藤条和竹条成品清单载于附件03。

ພາສາລາວ (老挝语原文)

ມາດຕາ 4 ລາຍການຜະລິດຕະພັນ ຫວາຍ ແລະ ໄມ້ປ່ອງ ເພື່ອສົ່ງອອກ

ຜະລິດຕະພັນຫວາຍສຳເລັດຮູບ ທີ່ອະນຸຍາດໃຫ້ສົ່ງອອກໄດ້ ປະກອບມີ ເຄື່ອງເຟີນີເຈີທີ່ເຮັດດ້ວຍຫວາຍ, ເຄື່ອງຈັກສານທີ່ເຮັດດ້ວຍຫວາຍ ແລະ ຜະລິດຕະພັນຫວາຍສຳເລັດຮູບອື່ນ (ຕາມລະຫັດ ເຄົາ 94.03 ແລະ ລະຫັດຍ່ອຍ 9403.81.00), ບໍ່ອະນຸຍາດສົ່ງອອກ ຫວາຍ ທີ່ບໍ່ໄດ້ຜ່ານການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ.

ຜະລິດຕະພັນໄມ້ປ່ອງສຳເລັດຮູບ ທີ່ອະນຸຍາດໃຫ້ສົ່ງອອກໄດ້ ປະກອບມີ ເຄື່ອງເຟີນີເຈີ ແລະ ເຄື່ອງໃຊ້ສອຍເຮັດດ້ວຍໄມ້ປ່ອງ, ເຄື່ອງຈັກສານເຮັດດ້ວຍໄມ້ປ່ອງ ແລະ ຜະລິດຕະພັນໄມ້ປ່ອງສຳເລັດຮູບອື່ນ (ຕາມລະຫັດ ເຄົາ 94.03 ແລະ ລະຫັດຍ່ອຍ 9403.81.00), ບໍ່ອະນຸຍາດສົ່ງອອກ ໄມ້ປ່ອງ ທີ່ບໍ່ໄດ້ຜ່ານການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ.

ບັນດາລາຍການຜະລິດຕະພັນ ຫວາຍ ແລະ ໄມ້ປ່ອງ ສຳເລັດຮູບ ເພື່ອສົ່ງອອກ ໄດ້ກຳນົດໄວ້ ໃນ ເອກະສານຊ້ອນທ້າຍ ທີ 03.

第ມາດຕາ 5条

第5条 组织实施
交由林业局、省级农林厅、县级农林办公室负责协调相关部门,宣传、指导并严格执行本协议。

ພາສາລາວ (老挝语原文)

ມາດຕາ 5 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

第ມາດຕາ 6条

第6条 效力
本协议自签署之日起生效,并载入官方公报。
本协议取代2021年9月14日第0851/ອຄ.ກອຫ号关于批准出口木制品清单的协议。

ພາສາລາວ (老挝语原文)

ມາດຕາ 6 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ.
ຂໍ້ຕົກລົງສະບັບນີ້ ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ສະບັບເລກທີ 0851/ອຄ.ກອຫ, ລົງວັນທີ 14 ກັນຍາ 2021.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译