ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ທະບຽນສານ
法院登记法实施指导意见
Guidelines for Implementation of the Court Registration Act
ບົດສະຫຼຸບ
ຄຳແນະນຳນີ້ຄຸ້ມຄອງການຍື່ນຄຳຮ້ອງຂໍແລະການປະຕິບັດການຈົດທະບຽນຢູ່ສານ, ກຳນົດວິທີການຍື່ນໂດຍກົງຫຼືທາງເອເລັກໂຕຣນິກ, ແລະລະບຸເອກະສານສະເພາະທີ່ຕ້ອງການສຳລັບການຮັບຮອງສັນຍາປະເພດຕ່າງໆ (ເຊັ່ນ: ຊື້ຂາຍ, ເຊົ່າ, ກູ້ຢືມ ແລະອື່ນໆ).
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ເລກທີ......,... /ກຍ ,
ກະຊວງ
ນະຄອນຫຼວງວຽງຈັນ, ວັນທີ 30 ທັນວາ 2012
ຄຳແນະນຳ
ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ທະບຽນສານ
- ອີງຕາມ ກົດໝາຍ ວ່າດ້ວຍທະບຽນສານ ສະບັບເລກທີ 24/ສພຊ, ລົງວັນທີ 29 ທັນວາ 2022;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຍຸຕິທຳ ສະບັບເລກທີ 601/ນຍ, ລົງວັນທີ 14 ຕຸລາ 2021;
- ອີງຕາມ ຫັງສືສະເໜີຂອງກົມທະບຽນສານ ສະບັບເລກທີ 255/ກຍ.ກທສ, ລົງວັນທີ 13 ພະຈິກ 2023.
ລັດຖະມົນຕີ ອອກຄຳແນະນຳ:
1. ຈຸດປະສົງ
ຄຳແນະນຳສະບັບນີ້ ເພື່ອຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທະບຽນສານ ສະບັບເລກທີ 24/ສພຊ, ລົງວັນທີ 29
ທັນວາ 2022 ໃຫ້ມີຄວາມເຂົ້າໃຈງາຍ, ເປັນປອນອີງໃນການຈັດຕັ່ງປະຕິບັດວຽກງານທະບຽນສານ ຢ່າງເປັນເອກະພາບ, ສະດວກ, ວອງໄວ, ຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍ ແນໃສເຟີມທະວີນິຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີມາຂໍຢັ້ງຢືນທະບຽນສານ, ປະກອບສວນເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
11. ແນະນຳການຈັດຕັ້ງປະຕິບັດບາງເນື້ອໃນ
1. ການຍືນຄຳຮ້ອງ
ການຂໍຢັງຢືນທະບຽນສານ ສາມາດຍືນຄຳຮ້ອງດ້ວຍ ສອງ ວິທີ ດັ່ງນີ້: ໂດຍກົງ ແລະ ຜານທາງເອເລັກໂຕຣນິກ.
1.1. ການຍືນຄຳຮ້ອງໂດຍກົງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີມີຈຸດປະສົງຂໍຢັ້ງຢືນທະບຽນສານ ໃຫ້ນຳເອົາສັນຍາ ແລະ ເອກະສານຂອງຕົນ ເຂົາມາຂຽນຄຳຮ້ອງຕາມແບບພິມ ແລະ ຍືນຕໍ່ອົງການທະບຽນສານປອນຕົນອາໄສ
ຢູ່ ຫຼື ປອນໃກ້ຄຽງ ຫຼື ປອນປະຕິບັດສັນຍາ ຫຼື ປອນອະສັງຫາລິມະຊັບ ຕັ່ງຢູ່.
1.2. ການຍືນຄຳຮ້ອງຜານທາງເອເລັກໂຕຣນິກ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີ່ມີຈຸດປະສົງຍືນຄຳຮ້ອງຜານທາງເອເລັກໂຕຣນິກ ໃຫ້ເຂົາໄປເວັບໄຊຂອງອົງການທະບຽນສານ ເພື່ອປະກອບຄຳຮ້ອງຕາມແບບຟອມ, ປ້ອນສັນຍາ ແລະ ເອກະສານ ທີ່ກ່ຽວຂ້ອງ ແລ້ວສົ່ງໄປຍັງອົງການທະບຽນສານ ປອນທີ່ຂໍຢັ້ງຢືນ.
2. ເອກະສານປະກອບການຢັ້ງຢືນສັນຍາ
2.1. ສັນຍາຊື້ຂາຍ
ສັນຍາຊື້ຂາຍ ໃຫ້ປະກອບເອກະສານ ດັ່ງນີ້:
- ສັນຍາຊື້ຂາຍ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
- ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ບຶ້ມສຳມະໂນຄົວ ຫຼື ຫັງສືຜ້ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ຊື້ຂາຍ;
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ຢູ່ຂໍ້ ສອງ ຫຼື ສາມ ເທິງນີ້;
ເອກະສານອື່ນທີ່ກ່ຽວຂ້ອງ.
2.2. ສັນຍາແລກປ່ຽນ
ສັນຍາແລກປ່ຽນ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາແລກປ່ຽນ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ແລກປ່ຽນ;
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ຢູ່ຂີດໜ້າ ສອງ ຫຼື ສາມ ເທິງນີ້;
ເອກະສານອືນທີກ່ຽວຂ້ອງ.
2.3. ສັນຍາເຊົ່າຊື້
ສັນຍາເຊົ່າຊື້ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາເຊົ່າຊື້ ສະບັບຕົ້ນ ຢ່າງຫ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມື ໃບທະບຽນວິສາຫະກິດ ແລະ ໃບຢັ້ງສັນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີເຊົ່າຊື້;
ໃນກໍລະນີ ສັນຍາມີການຄ້າປະກັນ ໃຫ້ປະກອບເອກະສານຕາມທີກຳນົດໄວ້ຢູ່ຂີດໜ້າ ສອງ ຫຼື ສາມ ເທິງນີ້;
ເອກະສານອື່ນທີ່ກ່ຽວຂ້ອງ.
2.4. ສັນຍາມອບຊັບ
ສັນຍາມອບຊັບ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາມອບຊັບ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ມອບໃຫ້;
ເອກະສານອື່ນທີ່ກ່ຽວຂ້ອງ.
2.5. ສັນຍາຍົກຊັບ
ສັນຍາຍົກຊັບ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຍົກຊັບ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບທີ່ຍົກໃຫ້;
ເອກະສານອື່ນທີ່ກ່ຽວຂ້ອງ.
ໜັງສືຜ່ານແດນ ຫຼື ເອກະ
2.6. ສັນຍາຂາຍຝາກ
ສັນຍາຂາຍຝາກ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຂາຍຝາກ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ຂາຍຝາກ;
ໃນກໍລະນີ ສັນຍາມີການຄ້ຳປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ຢູ່ຂໍ້ສອງ ຫຼື ສາມ ເທິງນີ້;
ເອກະສານອື່ນທີ່ກ່ຽວຂ້ອງ.
2.7. ສັນຍາກູ້ຢືມ
ສັນຍາກູ້ຢືມ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາກູ້ຢືມ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຫຼື ເອກະສານອືນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ນຳມາຄຳປະກັນ ຫຼື ໃບຢັ້ງຢືນການເຄື່ອນໄຫວຂອງຕອນດິນ (ຖ້າມີການຈຳນອງດ້ວຍທີ່ດິນ);
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ໃນຂໍ້ຫ້າ ສອງ ຫຼື ສາມ ເທິງນີ້;
ເອກະສານອືນທີ່ກ່ຽວຂ້ອງ.
2.8. ສັນຍາຢືມຊັບໄປໃຊ້
ສັນຍາຢືມຊັບໄປໃຊ້ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຢືມຊັບໄປໃຊ້ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຫຼື ເອກະສານອືນ ທີຢັ້ງຢືນຕົວຕົນຂອງຄູສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ຍືມໄປໃຊ້;
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີກຳນົດໄວ້ໃນຂີດຫ້າ ສອງ ຫຼື ສາມ ເທິງນີ້;
ເອກະສານອືນທີກ່ຽວຂ້ອງ.
2.9. ສັນຍາເຊົ່າຊັບ
ສັນຍາເຊົາຊັບ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາເຊົ່າຊັບ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳນະໂນຄົວ ຫຼື ຫັງສືຜ່ານແດນ ຫຼື ເອກະສານອືນ ທີຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນນອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ໃຫ້ເຊົ່າ;
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ໃນຂໍ້ ສອງ ຫຼື ສາມ ເທິງນີ້;
ເອກະສານອື່ນທີ່ກ່ຽວຂ້ອງ.
2.10. ສັນຍາສຳປະທານ
ສັນຍາສຳປະທານ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາສຳປະທານ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນນອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບຊັບທີ່ສຳປະຫານ ຈາກຂະແໜງການທີ່ກ່ຽວຂ້ອງ;
ໃນກໍລະນີ ສັນຍາມີການຄໍ້າປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ໃນຂໍ້ ສອງ ຫຼື ສາມ ເທິງນີ້;
ເອກະສານອື່ນທີ່ກ່ຽວຂ້ອງ.
2.11. ສັນຍາຝາກຊັບສິ່ງຂອງ
ສັນຍາຝາກຊັບສິ່ງຂອງ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຝາກຊັບສິ່ງຂອງ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
- ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການຊຳລະອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
- ໃບຢັ້ງຢືນກ່ຽວກັບກຳມະສິດ ຫຼື ໃບຢັ້ງຢືນກ່ຽວກັບສິດ ຕໍ່ຊັບສິ່ງຂອງທີ່ນຳມາຝາກ;
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີກຳນົດໄວ້ໃນຂີດຫ້າ ສອງ ຫຼື ສາມ ເທິງນີ້;
- ເອກະສານອືນທີກ່ຽວຂ້ອງ.
2.12. ສັນຍາມອບບນາຍ
ສັນຍາມອບບນາຍ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາມອບໜາຍ ສະບັບຕົ້ນ ຢ່າງຫ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັັງສືຝານແດນ ຫຼື ເອກະສານອືນ ທີຢັ້ງຢືນຕົວຕົນຂອງຄຸສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ເອກະສານອື່ນທີ່ກ່ຽວຂ້ອງ.
2.13. ສັນຍາບໍລິການ
ສັນຍາບໍລິການ ໃຫ້ປະກອບເອກະສານ ດັງນີ້:
ສັນຍາບໍລິການ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອືນ ທີຢັ້ງຢືນຕົວຕົນຂອງຄູສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ເອກະສານອືນທີ່ກ່ຽວຂ້ອງ.
2.14. ສັນຍາຮັບເຫົາກໍ່ສ້າງ
ສັນຍາຮັບເຫົາກໍ່ສ້າງ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຮັບເຫົາກໍ່ສ້າງ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອຶນ ທີຢັ້ງຢືນຕົວຕົນຂອງຄຸສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັງ ໃຫ້ມີ ໃບທະບຽນວິສາຫະກົດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບອະນຸຍາດປຸກສ້າງ, ໃບຕາດິນ, ແຜນຜັງ ແລະ ໃບປະເມີນລາຄາ;
ໃນກໍລະນີ ສັນຍາມີການຄຳປະກັນ ໃຫ້ປະກອບເອກະສານຕາມທີກຳນົດໄວ້ໃນຂີດໜ້າ ສອງ ຫຼື ສາມ ເທິງນີ້. ສຳລັບ ການຄຳປະກັນດ້ວຍຊັບ ຕ້ອງມີໃບຢັ້ງຢືນກ່ຽວກັບກຳມະສິດ ຫຼື ໃບຢັ້ງຢືນກຽວກັບສິດ ຕໍ່ຊັບດັ່ງກາວ;
ເອກະສານອືນທີກ່ຽວຂ່ອງ.
2.15. ສັນຍາແຮງງານ
ສັນຍາແຮງງານ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາແຮງງານ ສະບັບຕົ້ນ ຢ່າງຫ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ຫັງສືຝານແດນ ຫຼື ເອກະສານອືນ ທີຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມື ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃນກໍລະນີ ມີການນຳໃຊ້ແຮງງານຕາງປະເທດ ຕ້ອງມີ ໃບອະນຸຍາດໂກຕານຳໃຊ້ແຮງງານຕາງປະເທດ, ບັດ
ອະນຸຍາດພັກເຊົາ, ບັດອະນຸຍາດເຮັດວຽກ;
ໃນກໍລະນີ ສັນຍາມີການຄໍ້າປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ໃນຂໍ້ຫ້າ ສອງ ຫຼື ສາມ ເທິງນີ້. ສຳລັບ ການຄໍ້າປະກັນດ້ວຍຊັບ ຕ້ອງມີໃບຢັ້ງຢືນກ່ຽວກັບກຳມະສິດ ຫຼື ໃບຢັ້ງຢືນກ່ຽວກັບສິດ ຕໍ່ຊັບດັ່ງກ່າວ;
ເອກະສານອື່ນທີ່ກ່ຽວຂ້ອງ.
2.16. ສັນຍາຂົນສົ່ງ
ສັນຍາຂົນສົ່ງ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຂົນສົ່ງ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນອອນອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃນກໍລະນີ ສັນຍາມີການຄໍ້າປະກັນ ໃຫ້ປະກອບເອກະສານຕາມທີ່ກຳນົດໄວ້ໃນຂໍ້ຫ້າ ສອງ ຫຼື ສາມ ເທິງນີ້.
ນີ້. ສຳລັບ ການຄຳປະກັນດ້ວຍຊັບ ຕ້ອງມີໃບຢັ້ງຢືນກ່ຽວກັບກຳມະສິດ ຫຼື ໃບຢັ້ງຢືນກ່ຽວກັບສິດ ຕໍ່ຊັບ
ດັ່ງກ່າວ;
ເອກະສານອື່ນທີ່ກ່ຽວຂ້ອງ.
2.17. ສັນຍາປະກັນໄພ
ສັນຍາປະກັນໄພ ໃຫ້ປະກອບເອກະສານ ດັ່ງນີ້:
- ສັນຍາປະກັນໄພ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
- ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານ
ອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
- ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸ
ຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
- ໃບຢັ້ງຢືນກ່ຽວກັບກຳມະສິດຕໍ່ຊັບສິ່ງຂອງ ທີ່ປະກັນໄພ;
- ເອກະສານອື່ນທີ່ກ່ຽວຂ້ອງ.
2.18. ສັນຍາຮຸ້ນສ່ວນ
ສັນຍາຮຸ້ນສ່ວນ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຮຸ້ນສ່ວນ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ໃບຢັ້ງຢືນກ່ຽວກັບກຳມະສິດຂອງຊັບ ທີ່ນຳມາປະກອບເປັນຮຸ້ນ;
ເອກະສານອື່ນທີ່ກ່ຽວຂ້ອງ.
2.19. ສັນຍາຄຳປະກັນ
ສັນຍາຄຳປະກັນ ໃຫ້ປະກອບເອກະສານ ດັ່ງນີ້:
ສັນຍາຄໍ້າປະກັນ ສະບັບຕົ້ນ ຢ່າງໜ້ອຍ ສາມ ສະບັບ;
ສຳລັບ ບຸກຄົນ ໃຫ້ມີ ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຫຼື ເອກະສານອື່ນ ທີ່ຢັ້ງຢືນຕົວຕົນຂອງຄູ່ສັນຍາ;
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ;
ຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກົດ;
ໃບຢັ້ງຢືນກຽວກັບກຳມະສິດຂອງຊັບ ທີນຳມາຄຳປະກັນ ຫຼື ໃບຢັ້ງຢືນການເຄື່ອນໄຫວຂອງຕອນດິນ (ຖ້າມີການຈຳນອງດ້ວຍທີດິນ);
ເອກະສານອື່ນທີກຽວຂ້ອງ.
3. ເອກະສານປະກອບການຢັ້ງຢືນເອກະສານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີຈຸດປະສົງຂໍຍັງຢືນເອກະສານ ນຳອົງການທະບຽນສານ ໃຫ້ປະກອບເອກະສານ ດັ່ງນີ້:
3.1. ການຢັ້ງຢືນພິໄນກຳ
ກ) ພິໄນກຳເປັນລາຍລັກອັກສອນ
- ພິໄນກຳ ຕ້ອງໃສ່ຊອງຕິດໃຫ້ແຫ້ນ ຫຼື ຕິດດ້ວຍຄັ່ງ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຂອງເຈົ້າຂອງພິໄນກຳ;
- ເອກະສານອື່ນທີກ້ຽວຂ້ອງ.
ຂ) ພິໄນກຳທາງປາກເປົາ
- ບົດບັນທຶກການແຈ້ງຂໍ້ຄວາມຂອງພະຍານຕາມທີເຈົ້າມູນມໍຣະດົກສັງໄວ່;
- ໃບຢັ້ງຢືນທີຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຂອງພະຍານ;
ເອກະສານອື່ນທີ່ກ່ຽວຂ້ອງ.
3.2. ການຢັ້ງຢືນກຳມະສິດ ກ່ຽວກັບຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ
- ບັນຊີ ຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ;
- ໃບຢັ້ງຢືນການໄດ້ມາເປັນກຳມະສິດ ກ່ຽວກັບຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຂອງເຈົ້າກຳມະສິດ ກ່ຽວກັບຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ;
- ເອກະສານອື່ນທີ່ກ່ຽວຂ້ອງ.
3.3. ການຢັ້ງຢືນເອກະສານສຳເນົາຖ່າຍ
- ເອກະສານສະບັບຕົ້ນ ຫຼື ສະບັບທີ່ໄດ້ຮັບການຢັ້ງຢືນສຳເນົາຖ່າຍຈາກອົງການທະບຽນສານ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຂອງຜູ້ຂໍຢັ້ງຢືນ.
3.4. ການຢັ້ງຢືນ ລາຍເຊັນ ຫຼື ລາຍໂປ້ມື
- ລາຍເຊັນ ຫຼື ລາຍໂປ້ມື ທີ່ຕ້ອງການຢັ້ງຢືນ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຂອງເຈົ້າຂອງລາຍເຊັນ ຫຼື ລາຍໂປ້ມື;
- ເອກະສານອື່ນທີ່ກ່ຽວຂ້ອງ.
3.5. ການຢັ້ງຢືນຮູບຖ່າຍທຽບກັບຕົວບຸກຄົນ
- ຮູບຖ່າຍທີ່ຕ້ອງການຢັ້ງຢືນ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຂອງເຈົ້າຂອງຮູບຖ່າຍທີ່ຕ້ອງການຢັ້ງຢືນ;
- ເອກະສານອື່ນທີ່ກ່ຽວຂ້ອງ.
3.6. ການຢັ້ງຢືນເວລາ ແລະ ສະຖານທີ່ຍື່ນເອກະສານ
- ໃບຢັ້ງຢືນ ຫຼື ໃບຕິດຕາມການຮັບເອກະສານ ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຂອງຜູ້ຂໍຢັ້ງຢືນ;
- ເອກະສານອື່ນທີ່ກ່ຽວຂ້ອງ.
3.7. ການຢັ້ງຢືນການແປພາສາ
- ເອກະສານສະບັບຕົ້ນ ຫຼື ສະບັບສຳເນົາຖ່າຍ ທີ່ຕ້ອງການແປ;
- ເອກະສານສະບັບແປ ຈາກພາສາລາວເປັນພາສາຕ່າງປະເທດ ຫຼື ຈາກພາສາຕ່າງປະເທດເປັນພາສາລາວ ທີ່ຕ້ອງການຢັ້ງຢືນ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ ຂອງຜູ້ຂໍຢັ້ງຢືນ;
- ໃນກໍລະນີ ຜູ້ແປພາສາຫາກເປັນບຸກຄົນ ໃຫ້ປະກອບ ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ, ປະກາສະນິຍະບັດ ຫຼື ໃບຢັ້ງຢືນວຸດທິການສຶກສາດ້ານພາສາທີ່ກ່ຽວຂ້ອງ;
- ໃນກໍລະນີ ຜູ້ແປພາສາຫາກເປັນນິຕິບຸກຄົນ ໃຫ້ປະກອບ ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນມອບອາກອນ, ໃບອະນຸຍາດການແປພາສາ;
- ເອກະສານອື່ນທີ່ກ່ຽວຂ້ອງ.
3.8. ການຢັ້ງຢືນເອກະສານກ່ຽວກັບມູນມໍລະດົກ
- ບັນຊີມູນມໍລະດົກ, ການຮັບມູນມໍລະດົກ, ການສະລະມູນມໍລະດົກ, ບົດບັນທຶກການແບ່ງປັນມູນມໍລະດົກ ແລະ ເອກະສານອື່ນ ກ່ຽວກັບມູນມໍລະດົກ ສະບັບຕົ້ນ;
- ໃບຢັ້ງຢືນກ່ຽວກັບກຳມະສິດຂອງມູນມໍລະດົກ;
- ພິໄນກຳທີ່ໄດ້ເປີດຊອງແລ້ວ (ຖ້າມີ);
- ໃບຢັ້ງຢືນການເສຍຊີວິດຂອງເຈົ້າມູນມໍລະດົກ;
- ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ຫັງສືຜ່ານແດນ ຂອງຜູ້ຂໍຢັ້ງຢືນ;
- ເອກະສານອື່ນທີ່ກ່ຽວຂ້ອງ.
4. ການພິຈາລະນາຢັ້ງຢືນ
4.1. ການພິຈາລະນາຢັ້ງຢືນສັນຍາ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນສັນຍາແລ້ວ ນາຍທະບຽນສານ ຕ້ອງກວດກາວ່າສັນຍານັ້ນ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຫຼື ບໍ່, ຖ້າບໍ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ກໍຕ້ອງແນະນຳໃຫ້ໄປສະເໜີຂໍຢັ້ງຢືນ ນຳອົງການທະບຽນສານອື່ນທີ່ກ່ຽວຂ້ອງ.
ຖ້າເຫັນວ່າ ຢູ່ໃນຄວາມຮັບຜິດຊອບຂອງຕົນແລ້ວ ນາຍທະບຽນສານ ຕ້ອງຄົ້ນຄວ້າ ແລະ ກວດກາ ສັນຍາຢ່າງລະອຽດ, ໃນກໍລະນີ ເນື້ອໃນສັນຍາ ແລະ ເອກະສານປະກອບ ຄົບຖ້ວນ, ຈະແຈ້ງ, ມີຈິງ ແລະ ສອດຄ່ອງຕາມກົດໝາຍ
ແລະ ຮີດຄອງປະເພນີອັນດີງາມຂອງຊາດແລ້ວ ໃຫ້ນາຍທະບຽນສານ ສະເຫີຫົວຫ້າອົງການທະບຽນສານ ພິຈາລະນາຢັ້ງຢືນ. ໃນກໍລະນີ ເນື້ອໃນສັນຍາ ບໍ່ຈະແຈ້ງ ຫຼື ເອກະສານປະກອບ ບໍ່ຄົບຖ້ວນ ນາຍທະບຽນສານ ຕ້ອງແຈ້ງໃຫ້ຄຸສັນຍາໄປປັບປຸງແກ້ໄຂ ຖ້າບໍ່ປັບປຸງແກ້ໄຂຕາມການແນະນຳ ນາຍທະບຽນສານ ຕ້ອງສະເໜີຫົວຫ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ. ໃນກໍລະນີ ສັນຍາບໍ່ມີຈິງ, ມີການບັງຄັບນາບຊູ, ໃຊ້ຄວາມຮຸນແຮງ, ຕົ໋ວະຍົວະຫຼອກລວງ, ເຊື່ອງອຳ, ມີການປອມແປງ, ຄຸສັນຍາຝ່າຍໃດໜຶງ ບໍ່ມີຄວາມສາມາດທາງດ້ານການປະພຶດ, ສັນຍາຍັງມີຂໍ້ຂັດແຢງ, ບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍ ນາຍທະບຽນສານ ຕ້ອງສະເໜີຫົວຫ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
4.2. ການພິຈາລະນາຢັ້ງຢືນພິໄນກຳ
4.2.1. ການຢັ້ງຢືນພິໄນກຳເປັນລາຍລັກອັກສອນ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນພິໄນກຳແລ້ວ ນາຍທະບຽນສານ ຕ້ອງກວດກາຢ່າງລະອຽດ, ຖ້າເຫັນວ່າ ຊອງພິໄນກຳນັ້ນ ຢູ່ໃນສະພາບສົມບູນ, ຕິດແໜ້ນ, ບໍ່ມີຮອຍຈີກຂາດ ແລະ ຜູ້ຂໍຢັ້ງຢືນກໍເປັນເຈົ້າຂອງຊອງພິໄນກຳແທ້ ນາຍທະບຽນສານ ຕ້ອງສະເໜີໃຫ້ ຫົວໜ້າອົງການທະບຽນສານ ພິຈາລະນາອອກໃບຢັ້ງຢືນການຂຶ້ນທະບຽນການເກັບຮັກສາຊອງພິໄນກຳຕາມແບບພິມຂອງອົງການທະບຽນສານ ເປັນ ສອງສະບັບ, ໜຶ່ງສະບັບ ມອບໃຫ້ເຈົ້າຂອງພິໄນກຳ ແລະ ອີກໜຶ່ງສະບັບ ຕິດໃສ່ຊອງພິໄນກຳ ເກັບຮັກສາໄວ້ຢູ່ອົງການທະບຽນສານທີ່ກ່ຽວຂ້ອງ. ໃນກໍລະນີ ເຫັນວ່າຊອງພິໄນກຳນັ້ນ ຢູ່ໃນສະພາບທີ່ບໍ່ສົມບູນ, ບໍ່ຕິດແໜ້ນ, ມີຮອຍຈີກຂາດ ແລະ ຜູ້ຂໍຢັ້ງຢືນນັ້ນບໍ່ແມ່ນເຈົ້າຂອງພິໄນກຳ ນາຍທະບຽນສານ ຕ້ອງແນະນຳໃຫ້ປັບປຸງ, ແກ້ໄຂ. ຖ້າຜູ້ຂໍຢັ້ງຢືນຫາກບໍ່ປັບປຸງ, ແກ້ໄຂ
ຕາມການແນະນຳ ນາຍທະບຽນສານ ຕ້ອງສະເຫີຫົວຫ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢາງເປັນລາຍລັກອັກສອນ.
4.2.2. ການຢັ້ງຢືນພິໄນກຳທາງປາກເປົ່າ
ການຢັ້ງຢືນພິໄນກຳທາງປາກເປົ໋າ ຈະມີຂຶ້ນໄດ້ກໍຕໍ່ເມື່ອມີພະຍານ ໄດ້ເຂົ້າມາແຈ້ງຂໍ້ຄວາມທັງໝົດທີ່ເຈົ້າມູນມໍຣະດົກສັ່ງໄວ້ ຕໍ່ອົງການທະບຽນສານໃນທັນທີ ພ້ອມທັງຊີ້ແຈງສາເຫດທີ່ພາໃຫ້ເຈົ້າຂອງຊັບບໍ່ສາມາດເຮັດພິໄນກຳເປັນລາຍລັກອັກສອນໄດ້. ນາຍທະບຽນສານ ຕ້ອງກວດກາຂໍ້ມູນຂອງພະຍານ ຖ້າເຫັນວ່າ ພະຍານ ບໍ່ມີສ່ວນກ່ຽວຂ້ອງ ຫຼື ໄດ້ຮັບຜົນປະໂຫຍດກ່ຽວກັບພິໄນກຳນັ້ນ, ນາຍທະບຽນສານ ຕ້ອງເຮັດບົດບັນທຶກຂໍ້ຄວາມທີ່ເຈົ້າມູນມໍຣະດົກສັ່ງໄວ້ ຮວມກັບພະຍານ ພ້ອມທັງ ລົງລາຍເຊັນ ແລະ ແປະໂປ້ມືໃສ່ບົດບັນທຶກດັ່ງກ່າວ. ຈາກນັ້ນ ນາຍທະບຽນສານ ຈຶ່ງສະເຫີໃຫ້ຫົວຫ້າອົງການທະບຽນສານ ພິຈາລະນາອອກໃບຢັ້ງຢືນການຂຶ້ນທະບຽນການເກັບຮັກສາພິໄນກຳຕາມແບບພິມ.
ຂອງອົງການທະບຽນສານ ແລ້ວມອບໃຫ້ພະຍານຜູ້ລະສະບັບ ແລະ ອີກໜຶ່ງສະບັບ ເກັບຮັກສາໄວ້ຢູ່ອົງການທະບຽນສານທີ່ກ່ຽວຂ້ອງ.
ໃນກໍລະນີ ພະຍານໄດ້ນຳເອົາບົດບັນທຶກທີ່ແຈ້ງຕໍ່ອົງການປົກຄອງບ້ານຕາມທີ່ເຈົ້າມູນໄດ້ສັ່ງໄວ້ ມາສະເໜີຂໍຢັ້ງຢືນການຂຶ້ນທະບຽນເກັບຮັກສາພິໄນກຳ ນຳອົງການທະບຽນສານ ນາຍທະບຽນສານ ຕ້ອງກວດກາບົດບັນທຶກ ແລະ ຂໍ້ມູນຂອງພະຍານ, ຖ້າເຫັນວ່າ ບົດບັນທຶກໄດ້ສ້າງຂຶ້ນຢ່າງຖືກຕ້ອງ ແລະ ພະຍານ ບໍ່ມີສ່ວນກ່ຽວຂ້ອງ ຫຼື ໄດ້ຮັບຜົນປະໂຫຍດກ່ຽວກັບພິໄນກຳນັ້ນ ແລະ ພະຍານ ກໍໄດ້ຊີ້ແຈງສາເຫດທີ່ເຈົ້າຂອງຊັບບໍ່ສາມາດເຮັດພິໄນກຳເປັນລາຍລັກອັກສອນ ນາຍທະບຽນສານ ຕ້ອງສະເໜີໃຫ້ຫົວໜ້າອົງການທະບຽນສານ ພິຈາລະນາອອກໃບຢັ້ງຢືນການຂຶ້ນທະບຽນການເກັບຮັກສາພິໄນກຳຕາມແບບພິມຂອງອົງການທະບຽນສານ ແລ້ວມອບໃຫ້ພະຍານຜູ້ລະສະບັບ ແລະ ອີກໜຶ່ງສະບັບ ເກັບຮັກສາໄວ້ຢູ່ອົງການທະບຽນສານທີ່ກ່ຽວຂ້ອງ.
ຖ້າເຫັນວ່າ ບົດບັນທຶກຂໍ້ຄວາມທີ່ເຈົ້າມູນມໍລະດົກສັ່ງໄວ້ ຫາກສ້າງຂຶ້ນໂດຍບໍ່ຖືກຕ້ອງ ແລະ ພະຍານ ມີສ່ວນກ່ຽວຂ້ອງ ຫຼື ໄດ້ຮັບຜົນປະໂຫຍດກ່ຽວກັບພິໄນກຳນັ້ນ ນາຍທະບຽນສານ ຕ້ອງສະເໜີໃຫ້ຫົວໜ້າອົງການທະບຽນສານປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
4.2.3. ການເປີດພິໄນກຳ
ພາຍຫຼັງໄດ້ຮັບຊາບກ່ຽວກັບການເສຍຊີວິດຂອງເຈົ້າມູນມໍລະດົກ ຫຼື ໄດ້ຮັບການສະເໜີຂໍເປີດພິໄນກຳ ອົງການທະບຽນສານທີ່ເກັບຮັກສາພິໄນກຳ ຕ້ອງດຳເນີນການເປີດພິໄນກຳ ພາຍໃນເວລາ ສິບຫ້າວັນ.
ຫົວໜ້າອົງການທະບຽນສານ ຕ້ອງນອບງານໃຫ້ ນາຍທະບຽນສານ ຂຶ້ນແຜນ ແລະ ປະສານສົມທົບກັບອົງການປົກຄອງບ້ານບ່ອນທີ່ເຈົ້າມູນມໍລະດົກເສຍຊີວິດ ເພື່ອກຳນົດ ສະຖານທີ່, ວັນເວລາ ແລະ ເປົ້າໝາຍຜູ້ເຂົ້າຮ່ວມໃນການເປີດພິໄນກຳ.
ໃນເວລາເປີດພິໄນກຳ ຕ້ອງເຮັດບົດບັນທຶກໂດຍຊ້ອງຫ້າ ອົງການປົກຄອງບ້ານ ແລະ ຜູ້ສືບທອດມູນມໍລະດົກ
ຕາມແບບພິມຂອງອົງການທະບຽນສານ ພ້ອມທັງອານໃຫ້ຜູ້ເຂົ້າຮ່ວມທັງຫົດຮັບຟັງ ເມືອເຫັນວາຖືກຕ້ອງຄົບຖ້ວນ
ແລ້ວ ຈຶງພ້ອມກັນລົງລາຍເຊັນເພືອເປັນຫຼັກຖານ.
ຜູ້ນີສິດສືບທອດມູນມໍຣະດົກຕາມພິໄນກຳ ຕ້ອງສະແດງເຈດຈຳນົງຂອງຕົນ ໃນການຮັບ ຫຼື ສະລະມູນມໍຣະດົກ
ຕໍ່ອົງການທະບຽນສານທີກ່ຽວຂ້ອງຢ່າງເປັນລາຍລັກອັກສອນ ພາຍໃນເວລາ ຫົກເດືອນ ນັບແຕ່ວັນເປີດພິໄນກຳເປັນຕົ້ນ
ໄປ ເພື່ອໃຫ້ອົງການທະບຽນສານອອກໃບຢັ້ງຢືນການຮັບ ຫຼື ສະລະມູນມໍຣະດົກ ໄວ້ເປັນຫຼັກຖານ.
4.3. ການພິຈາລະນາຢັ້ງຢືນກຳມະສິດກຽວກັບ ຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ
ເມືອໄດ້ຮັບຄຳຮ່້ອງຂໍຢັງຢືນກຳມະສິດ ກຽວກັບ ຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວນ ນາຍທະບຽນສານ ຕ້ອງ
ຄົ້ນຄວ້າ ແລະ ກວດກາ ບັນຊີຊັບສິນ, ຂໍ້ມູນຫຼັກຖານ ການໄດ້ມາເປັນກຳມະສິດຂອງ ຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ
ຮວມນັ້ນ ຖ້າເຫັນວ່າ ຂໍ້ມູນຫຼັກຖານຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍແລ້ວ ນາຍທະບຽນສານ ຕ້ອງສະເໜີ
ໃຫ້ຫົວໜ້າອົງການທະບຽນສານ ພິຈາລະນາຢັ້ງຢືນ. ໃນກໍລະນີຈຳເປັນ ນາຍທະບຽນສານ ອາດຈະປະສານສົມທົບກັບ
ອົງການປົກຄອງບ້ານ ຫຼື ພາກສ່ວນທີ່ກ່ຽວຂ້ອງກ່ອນການພິຈາລະນາຢັ້ງຢືນ.
ຖ້າເຫັນວ່າ ຂໍ້ມູນຫຼັກຖານ ບໍ່ຊັດເຈນ, ບໍ່ຈະແຈ້ງ ແລະ ບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍແລ້ວ
ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
4.4. ການພິຈາລະນາຢັ້ງຢືນເອກະສານສຳເນົາຖ່າຍ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນເອກະສານສຳເນົາຖ່າຍ ນາຍທະບຽນສານ ຕ້ອງກວດກາ ເອກະສານສະບັບຕົ້ນ ວ່າມີ
ເນື້ອໃນຄົບຖ້ວນ, ຈະແຈ້ງ, ບໍ່ມີຂໍ້ຄວາມເພີ່ມເຕີມ, ບໍ່ມີຮອຍລຶບ ຫຼື ຂີດຂ້າ ແລະ ເປັນເອກະສານບໍ່ຂັດກັບກົດໝາຍ
ນັ້ນ ນາຍທະບຽນສານ ຈະນຳເອກະສານດັ່ງກ່າວມາສຳເນົາຖ່າຍ ແລ້ວສະເໜີຫົວໜ້າອົງການທະບຽນສານ ພິຈາລະນາຢັ້ງຢືນ.
ໃນກໍລະນີ ຜູ້ຂໍຍື່ນ ໄດ້ນຳເອກະສານສະບັບຕົ້ນ ແລະ ສະບັບສຳເນົາຖ່າຍ ມາຂໍຢັ້ງຢືນຕໍ່ອົງການທະບຽນສານ, ນອກຈາກ ໄດ້ກວດກາຄວາມຖືກຕ້ອງຕາມທີ່ກ່າວມາຂ້າງເທິງນີ້ແລ້ວ ນາຍທະບຽນສານ ຕ້ອງໄດ້ກວດກາເອກະສານສະບັບສຳເນົາຖ່າຍ ໂດຍການສົມທຽບກັບ ເອກະສານສະບັບຕົ້ນ ຖ້າເຫັນວ່າ ຖືກຕ້ອງສອດຄ່ອງກັນແລ້ວ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ພິຈາລະນາຢັ້ງຢືນ.
ໃນກໍລະນີ ເອກະສານທີ່ຂໍຢັ້ງຢືນສຳເນົາຖ່າຍມີເນື້ອໃນບໍ່ຄົບຖ້ວນ, ບໍ່ຈະແຈ້ງ, ມີຂໍ້ຄວາມເພີ່ມເຕີມ, ມີຮອຍລຶບ ຫຼື ຂີດຂ້າ ແລະ ເປັນເອກະສານທີ່ຂັດກັບກົດໝາຍ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
4.5. ການພິຈາລະນາຢັ້ງຢືນ ລາຍເຊັນ ຫຼື ລາຍໂປ້ມື
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນ ລາຍເຊັນ ຫຼື ລາຍໂປ້ມື ນາຍທະບຽນສານ ຕ້ອງຄົ້ນຄວ້າ, ກວດກາ ແລ້ວໃຫ້ບຸກຄົນທີ່ຂໍຢັ້ງຢືນເຂົ້າມາອົງການທະບຽນສານດ້ວຍຕົນເອງ ເພື່ອສອບຖາມ ຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ ລາຍເຊັນ ຫຼື ລາຍໂປ້ມືດັ່ງກ່າວ, ຖ້າເຫັນວ່າ ການນຳໃຊ້ ມີຄວາມຖືກຕ້ອງ ແລະ ບໍ່ຂັດກັບກົດໝາຍ ນາຍທະບຽນສານ ຕ້ອງໃຫ້ຜູ້ຂໍຢັ້ງຢືນ ລົງລາຍເຊັນ ຫຼື ແປະໂປ້ມືດ້ວຍຕົນເອງ ໃສ່ເອກະສານຂອງຜູ້ຂໍຢັ້ງຢືນ ຫຼື ແບບພິມຂອງອົງການທະບຽນສານ ຕໍ່ໜ້ານາຍທະບຽນສານ.
ນາຍທະບຽນສານ ຕ້ອງລະບຸແຈ້ງວ່າ ແມ່ນ ລາຍໂປ້ມືເບື້ອງຂວາ ຫຼື ຊ້າຍ, ກໍລະນີ ບຸກຄົນທີ່ບໍ່ສາມາດນຳໃຊ້ໂປ້ທັງສອງເບື້ອງໄດ້ ແມ່ນໃຊ້ນີ້ວມືໃດກໍ່ໄດ້ ແຕ່ຕ້ອງບອກແຈ້ງວ່າແມ່ນນີ້ວໃດ, ເບື້ອງໃດໃຫ້ຊັດເຈນ ຖ້າຖືກຕ້ອງຄົບຖ້ວນແລ້ວ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ພິຈາລະນາຢັ້ງຢືນ.
ຖ້າເຫັນວ່າ ຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ ລາຍເຊັນ ຫຼື ລາຍນິ້ວມືດັ່ງກ່າວ ບໍ່ມີຄວາມຖືກຕ້ອງ ຫຼື ຂັດ
ກັບກົດໝາຍ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກ
ອັກສອນ.
ມື
ຖ້
4.6. ການພິຈາລະນາຢັ້ງຢືນຮູບຖ່າຍທຽບກັບຕົວບຸກຄົນ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນ ຮູບຖ່າຍທຽບກັບຕົວບຸກຄົນ ນາຍທະບຽນສານ ຕ້ອງຄົ້ນຄວ້າ, ກວດກາ ແລ້ວໃຫ້
ບຸກຄົນທີ່ຂໍຢັ້ງຢືນເຂົ້າມາອົງການທະບຽນສານດ້ວຍຕົນເອງ ເພື່ອສອບຖາມ ຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ຮູບ
ຖ່າຍດັ່ງກ່າວ ພ້ອມທັງກວດກາເບິ່ງຮູບຖ່າຍທຽບກັບຕົວບຸກຄົນທີ່ມາຂໍຢັ້ງຢືນ ວ່າມີລັກສະນະຮູບປະພັນ, ຮອງຮອຍ
ແລະ ຈຸດພິເສດ ເຊັ່ນ ຮູບຮ່າງ, ໜ້າຕາ, ສີຜິວ, ຮອຍແປ້ວ, ຂີ້ແມງວັນ, ໄຝ, ປານ ຖືກຕ້ອງກົງກັນ ຫຼື ບໍ່. ຖ້າເຫັນວ່າ
ຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ ບໍ່ຂັດກັບກົດໝາຍ ແລະ ຮູບຖ່າຍຖືກຕ້ອງກັບຕົວບຸກຄົນທີ່ຂໍຢັ້ງຢືນ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ພິຈາລະນາອອກໃບຢັ້ງຢືນຕາມແບບພິມຂອງອົງການທະບຽນສານ ເປັນ ສອງສະບັບ, ໜຶ່ງສະບັບມອບໃຫ້ຜູ້ຂໍຢັ້ງຢືນ ແລະ ອີກໜຶ່ງສະບັບ ເກັບຮັກສາໄວ້ອົງການທະບຽນສານທີ່ກ່ຽວຂ້ອງ.
11
ຖ້າວ່າ ຈຸດປະສົງ ແລະ ເປົ້າໝາຍ ບໍ່ຖືກຕ້ອງ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ, ໃນກໍລະນີຮູບຖ່າຍບໍ່ກົງກັບຕົວບຸກຄົນທີ່ຂໍຢັ້ງຢືນ ນາຍທະບຽນສານ ຕ້ອງສະເໜີປ່ຽນຮູບໃໝ່, ຖ້າຜູ້ຂໍຢັ້ງຢືນ ບໍ່ໃຫ້ການຮ່ວມມື ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
4.7. ການພິຈາລະນາຢັ້ງຢືນ ເວລາ ແລະ ສະຖານທີ່ຍື່ນເອກະສານ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນ ເວລາ ແລະ ສະຖານທີ່ຍື່ນເອກະສານ ນາຍທະບຽນສານ ຕ້ອງຄົ້ນຄວ້າ ແລະ ກວດກາ ໃບຢັ້ງຢືນ ຫຼື ໃບຕິດຕາມການຮັບເອກະສານ ທີ່ອົງການຈັດຕັ້ງກ່ຽວຂ້ອງໄດ້ອອກໃຫ້ນັ້ນຢ່າງລະອຽດ ເຊັ່ນ ເວລາ, ວັນທີ, ເດືອນ, ປີ, ສະຖານທີ່ຮັບເອກະສານ, ຊື່ ແລະ ເລື່ອງເອກະສານທີ່ຍື່ນຕໍ່ອົງການທີ່ກ່ຽວຂ້ອງ ຖ້າເຫັນວ່າ ການຮັບເອກະສານຖືກຕ້ອງແລ້ວ ນາຍທະບຽນສານ ຕ້ອງສະເໜີຫົວໜ້າອົງການທະບຽນສານ ພິຈາລະນາອອກ ໃບຢັ້ງຢືນຕາມແບບພິມຂອງອົງການທະບຽນສານ ເປັນ ສອງສະບັບ. ໜຶ່ງສະບັບ ມອບໃຫ້ຜູ້ຂໍຢັ້ງຢືນ ແລະ ອີກໜຶ່ງ ສະບັບ ເກັບຮັກສາໄວ້ອົງການທະບຽນສານທີ່ກ່ຽວຂ້ອງ.
ໃນກໍລະນີເຫັນວ່າ ໃບຢັ້ງຢືນ ຫຼື ໃບຕິດຕາມການຮັບເອກະສານ ຂອງອົງການທີ່ກ່ຽວຂ້ອງ ບໍ່ຈະແຈ້ງ ນາຍ ທະບຽນສານ ຕ້ອງໃຫ້ຜູ້ຂໍຢັ້ງຢືນອະທິບາຍຊີ້ແຈງ, ຖ້າບໍ່ສາມາດຊີ້ແຈງໄດ້ ນາຍທະບຽນສານ ຕ້ອງສະເໜີຫົວໜ້າ
ອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
ໃນກໍລະນີຈຳເປັນ ນາຍທະບຽນສານ ອາດຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
4.8. ການພິຈາລະນາຢັ້ງຢືນການແປພາສາ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢັນການແປພາສາ ນາຍທະບຽນສານ ຕ້ອງກວດກາເອກະສານສະບັບແປ ໂດຍສົມທຽບກັບສະບັບທີ່ຕ້ອງການແປ ວ່າມີເນື້ອໃນຄວາມໝາຍຖືກຕ້ອງສອດຄ່ອງກັນ ແລະ ບໍ່ຂັດກັບກົດໝາຍ ຫຼື ບໍ່. ຖ້າເຫັນວ່າຖືກຕ້ອງແລ້ວ ນາຍທະບຽນສານຕ້ອງກວດກາ ກ່ຽວກັບ ວຸດທິການສຶກສາຂອງ ບຸກຄົນ ທີ່ແປພາສາ ວ່າມີຄວາມຮູ້, ຄວາມສາມາດທາງດ້ານພາສາທີ່ກ່ຽວຂ້ອງ ຫຼື ບໍ່ ແລະ ເອກະສານສະບັບແປນັ້ນ ໄດ້ຂຽນຊື່, ເບີໂທລະສັບ, ອີເມວ, ມີລາຍເຊັນຂອງບຸກຄົນທີ່ແປພາສານັ້ນ ໃສ່ໜ້າສຸດທ້າຍຂອງເອກະສານແລ້ວ ຫຼື ບໍ່, ສຳລັບ ນິຕິບຸກຄົນ ຕ້ອງກວດກາກ່ຽວ
ກັບ ໃບອະນຸຍາດການແປພາສາ ແລະ ໄດ້ຂຽນຂໍ້ມູນທີຢູ່, ເບີໂທລະສັບ, ອີເມວ, ມີລາຍເຊັນ ແລະ ປະທັບຕາໃສ່ຫ້າສຸດທ້າຍຂອງເອກະສານສະບັບທີແປແລ້ວ ຫຼື ບໍ່. ໃນກໍລະນີ ເອກະສານສະບັບແປມີຫຼາຍຫ້າ ບຸກຄົນທີແປນັ້ນ ໄດ້ເຊັນກຳຖຖ້າເຫັນວ້າຖືກຕ້ອງຄົບຖ້ວນຕາມທີກ້າວມາຂ້າງເທິງນັ້ນແລ້ວ ນາຍທະບຽນສານ ຕ້ອງສະເໜີຫົວຫ້າອົງການທະບຽນສານ ພິຈາລະນາຢັ້ງຢືນ. ໃນກໍລະນີ ເຫັນວ່າ ບໍ່ຖືກຕ້ອງ ນາຍທະບຽນສານ ຕ້ອງແນະນຳໃຫ້ປັບປຸງແກ້ໄຂ, ຖ້າບໍ່ປັບປຸງແກ້ໄຂ ນາຍທະບຽນສານ ຕ້ອງສະເໜີຫົວຫ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
ບຸກຄົນ, ນິຕິບຸກຄົນ ທີແປພາສາ ຕ້ອງຮັບຜິດຊອບໂດຍກົງຕໍ່ເນື້ອໃນການແປພາສາຂອງຕົນ.
4.9. ການພິຈາລະນາຢັ້ງຢືນເອກະສານກ່ຽວກັບມູນມໍລະດົກ
ເມື່ອໄດ້ຮັບຄຳຮ້ອງຂໍຢັ້ງຢືນ ເອກະສານກ່ຽວກັບມູນມໍລະດົກ ນາຍທະບຽນສານ ຕ້ອງຄົ້ນຄວ້າ ແລະ ກວດກາ
ເອກະສານກຽວກັບ ບັນຊີມູນມໍຣະດົກ, ການຮັບມູນມໍຣະດົກ, ການສະລະມຸນມໍຣະດົກ, ບົດບັນທຶກການແປງປັນມູນມໍຣະດົກ ແລະ ເອກະສານອື່ນທີກ່ຽວກັບມຸນມໍຣະດົກ ວາ ໄດ້ເຮັດຂຶ້ນຖືກຕ້ອງ, ມີຈິງ ແລະ ມີເອກະສານປະກອບເປັນຂໍ້ມູນຫຼັກຖານຄົບຖ້ວນແລ້ວ ຫຼື ບໍ່, ຖ້າເຫັນວາ ຖືກຕ້ອງຄົບຖ້ວນ ນາຍທະບຽນສານ ຕ້ອງສະເຫີຫົວຫ້າອົງການທະບຽນສານ ພິຈາລະນາຢັ້ງຢືນ.
ໃນກໍລະນີ ເອກະສານບໍ່ຈະແຈ້ງ, ບໍ່ຊັດເຈນ ແລະ ບໍ່ຄົບຖ້ວນ ນາຍທະບຽນສານ ຕ້ອງໃຫ້ຜູ້ຂໍຢັ້ງຢືນ ເຂົາມາຊີແຈງ ແລະ ປະກອບເອກະສານໃຫ້ຄົບຖ້ວນ, ຖ້າຜູ້ຂໍຢັ້ງຢືນ ບໍ່ໃຫ້ການຮວມມື ນາຍທະບຽນສານ ຕ້ອງສະເໜີຫົວຫ້າອົງການທະບຽນສານ ປະຕິເສດການຢັ້ງຢືນຢ່າງເປັນລາຍລັກອັກສອນ.
4.10. ການພິຈາລະນາຢັ້ງຢືນເອກະສານອືນ
ການພິຈາລະນາຢັ້ງຢືນເອກະສານອື່ນ ເປັນຕົ້ນ ໃບມອບສັນທະ, ບົດບັນທຶກ, ກົດລະບຽບບໍລິສັດ ແລະ ອື່ນໆ
ໃຫ້ປະຕິບັດຕາມຂັ້ນຕອນການຢັ້ງຢືນ ສັນຍາ ແລະ ເອກະສານ ຕາມທີ່ໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້.
4.11. ການພິຈາລະນາຢັ້ງຢືນການປ່ຽນແປງ, ເພີ່ມເຕີມ ຫຼື ຍົກເລີກ ສັນຍາ ຫຼື ເອກະສານ ທີ່ໄດ້ຮັບການຢັ້ງຢືນແລ້ວ
ການປ່ຽນແປງ, ເພີ່ມເຕີມ ຫຼື ຍົກເລີກ ສັນຍາ ຫຼື ເອກະສານ ທີ່ໄດ້ຮັບການຢັ້ງຢືນທະບຽນສານຜ່ານມາແລ້ວ
ຈະເຮັດໄດ້ກໍຕໍ່ເມື່ອໄດ້ຮັບການເຫັນດີຂອງຄູ່ສັນຍາ ຫຼື ຜູ້ຮ້ອງຂໍ ໂດຍສະແດງເຈດຈຳນົງຂອງຕົນເປັນລາຍລັກອັກສອນ
ຕໍ່ອົງການທະບຽນສານທີ່ກ່ຽວຂ້ອງ ພ້ອມທັງປະກອບ ສັນຍາ ຫຼື ເອກະສານ ທີ່ໄດ້ຮັບການຢັ້ງຢືນ ແລະ ສັນຍາ ຫຼື
ເອກະສານທີ່ຕ້ອງການປ່ຽນແປງ, ເພີ່ມເຕີມ ຫຼື ຍົກເລີກ ຄັດຕິດມາພ້ອມ.
ການພິຈາລະນາຢັ້ງຢືນ ການປ່ຽນແປງ, ເພີ່ມເຕີມ ຫຼື ຍົກເລີກ ສັນຍາ ຫຼື ເອກະສານ ໃຫ້ປະຕິບັດຕາມຂັ້ນຕອນການຢັ້ງຢືນ ສັນຍາ ແລະ ເອກະສານ ຕາມທີ່ໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້.
ຈ້. ການຊ້ອງຫ້ານາຍທະບຽນສານ
5.1. ການຊ້ອງຫ້າໂດຍກົງ
ຄູສັນຍາ, ຜູ້ຂໍຢັ້ງຢືນ ຫຼື ຜູ້ກຽວຂ້ອງ ຕ້ອງເຂົ້າມາດ້ວຍຕົນເອງ ເພືອຊ້ອງຫ້າກັບນາຍທະບຽນສານ ຢູ່ອົງການທະບຽນສານປອນຂໍຢັ້ງຢືນ, ໃນກໍລະນີ ເຈັບເປັນ, ເຖົ້າແກ, ສຸຂະພາບອອນເພຍ ຫຼື ຖືກກັກຂັງ ແລະ ກໍລະນີອືນ ຊຶ່ງບໍ່ສາມາດເຂົ້າມາຊ້ອງຫ້າຝູ່ອົງການທະບຽນສານໄດ້ ຫົວຫ້າອົງການທະບຽນສານ ທີກຽວຂ້ອງ ສາມາດແຕງຕັ່ງນາຍທະບຽນສານລົງຊ້ອງໜ້າຢູ່ກັບທີກໍໄດ້.
ການຊ້ອງຫ້າໂດຍກົງ ໃຫ້ປະຕິບັດ ດັ່ງນີ້:
-. ນາຍທະບຽນສານ ໃຫ້ ຄຸສັນຍາ, ຜູ້ຂໍຢັ້ງຢືນ ຫຼື ຜູ້ກຽວຂ້ອງ ຊື້ແຈງ ແລະ ຢືນຢັນ, ຮັບຮຸ້ ກ່ຽວກັບເນື້ອໃນຂອງ ສັນຍາ ແລະ ເອກະສານທີ່ຂໍຍິງຍືນ,
- ນາຍທະບຽນສານ ຊີ້ແຈງ ກ່ຽວກັບ ສິດ ແລະ ພັນທະ, ຜົນປະໂຫຍດ ແລະ ຜົນສະທ້ອນ ທາງດ້ານກົດໝາຍຂອງ ສັນຍາ ແລະ ເອກະສານ ເພື່ອໃຫ້ຜູ້ເຂົ້າຮ່ວມຊ້ອງຫ້າ ຮັບຮູ້ ແລະ ເຂົ້າໃຈ;
- ນາຍທະບຽນສານ ເຮັດບົດບັນທຶກຊ້ອງຫ້າ ແລ້ວອ່ານໃຫ້ຜູ້ເຂົ້າຮ່ວມຟັງ, ຈາກນັ້ນ ໃຫ້ຄູ່ສັນຍາ, ຜູ້ຂໍຢັ້ງຢືນ ຫຼື ຜູ້ກ່ຽວຂ້ອງ ລົງລາຍເຊັນ ແລະ ປ້ອມນິ້ວມື;
- ໃນກໍລະນີ ຄູ່ສັນຍາ, ຜູ້ຮ້ອງຂໍ ຫຼື ຜູ້ກ່ຽວຂ້ອງ ຢູ່ແຂວງ ຫຼື ເມືອງອື່ນທີ່ຫ່າງໄກກັນ ຫຼື ຢູ່ຕ່າງປະເທດ, ອົງການທະບຽນສານທີ່ກ່ຽວຂ້ອງ ສາມາດສະເໜີໃຫ້ອົງການທະບຽນສານ ບ່ອນບຸກຄົນດັ່ງກ່າວອາໄສຢູ່ ຊ້ອງຫ້າແທນກໍໄດ້ ແຕ່ອົງການທະບຽນສານທີ່ກ່ຽວຂ້ອງນັ້ນ ຕ້ອງສະໜອງຂໍ້ມູນ, ກຳນົດເນື້ອໃນການຊ້ອງຫ້າແທນຢ່າງລະອຽດຈະແຈ້ງ ແລະ ໃຫ້ສົ່ງບົດບັນທຶກຊ້ອງຫ້າດັ່ງກ່າວ ໃຫ້ອົງການທະບຽນສານບ່ອນ
ຢັ້ງຢືນ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ວັນເຮັດບົດບັນທຶກຊ້ອງຫ້າເປັນຕົ້ນໄປ. ສຳລັບໜ່ວຍງານທະບຽນສານຜູ້ຕາງໜ້າການທູດ ຫຼື ສຳນັກງານຜູ້ຕາງໜ້າກົງສຸນ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ໃຫ້ສົ່ງບົດບັນທຶກຊ້ອງຫ້າໃຫ້ອົງການທະບຽນສານປະຈຳຢັ້ງຢືນ ພາຍໃນເວລາ ສິບຫ້າວັນ ລັດຖະການ ນັບແຕ່ວັນເຮັດບົດບັນທຶກຊ້ອງຫ້າເປັນຕົ້ນໄປ.
13
ສຳລັບ ຄູ່ສັນຍາ, ຜູ້ຂໍຢັ້ງຢືນ ຫຼື ຜູ້ກ່ຽວຂ້ອງ ທີ່ບໍ່ຮູ້ພາສາລາວ ຕ້ອງມີຜູ້ແປພາສາ. ຜູ້ແປພາສາ ຕ້ອງຮັບຜິດຊອບຕໍ່ການແປຂອງຕົນ ແລະ ຕ້ອງລົງລາຍເຊັນ, ປະໂປ້ມື ແລະ ຂຽນຊື່ຂອງຕົນໃສ່ບົດບັນທຶກຊ້ອງໜ້າ.
5.2. ການຊ້ອງໜ້າທາງເອເລັກໂຕຣນິກ
ຄູ່ສັນຍາ, ຜູ້ຂໍຢັ້ງຢືນ ຫຼື ຜູ້ກ່ຽວຂ້ອງ ຕ້ອງຊ້ອງຫ້າກັບນາຍທະບຽນສານ ໂດຍຜ່ານເຄື່ອງມືເອເລັກໂຕຣນິກ ດ້ວຍຮູບແບບວິດີໂອຄອນ (ໄອດີ 60 83), ໃຫ້ບັນທຶກພາບການເຄື່ອນໄຫວ ແລະ ສຽງ ໄວ້ໃນລະບົບຂໍ້ມູນ ຂ່າວສານ
ຂອງອົງການທະບຽນສານປອນຂໍຢັ້ງຢືນ.
ການຊ້ອງໜ້າທາງເອເລັກໂຕຣນິກ ໃຫ້ປະຕິບັດຄືກັນກັບການຊ້ອງໜ້າໂດຍກົງ ໃນຂໍ້ 5.1, ວັກສອງ, ຂີດຫ້າ ແລະ ສອງ.
6. ການຕາງໜ້າ
ຄູ່ສັນຍາ, ຜູ້ຂໍຢັ້ງຢືນ ຫຼື ຜູ້ກ່ຽວຂ້ອງ ທີ່ບໍ່ສາມາດເຂົ້າມາຂໍຢັ້ງຢືນ ຫຼື ເຂົ້າສາຊ້ອງໜ້າໂດຍກົງກັບນາຍທະບຽນສານໄດ້ ໃຫ້ແຕ່ງຕັ້ງຜູ້ຕາງໜ້າຕາມກົດໝາຍ ໂດຍການເຫັນດີຂອງ ນາຍທະບຽນສານ ຍົກເວັ້ນ ຜູ້ຂໍຢັ້ງຢືນພິໄນກຳ, ຜູ້ຂໍຢັ້ງຢືນລາຍເຊັນ ຫຼື ລາຍໂປ້ມື ແລະ ຜູ້ຂໍຢັ້ງຢືນຮູບຖ່າຍທຽບກັບຕົວບຸກຄົນ.
ຜູ້ຕາງໜ້າ ຕ້ອງມີ ໜັງສືແຕ່ງຕັ້ງ ຫຼື ໃບມອບສັນທະ ແລະ ບັດປະຈຳຕົວ, ໃບຢັ້ງຢືນທີ່ຢູ່, ປື້ມສຳມະໂນຄົວ, ໜັງສືຜ່ານແດນ ຫຼື ເອກະສານອື່ນທີ່ກ່ຽວຂ້ອງ.
7. ການລົງລາຍເຊັນ, ປະທັບຕາ ແລະ ມອບເອກະສານຢັ້ງຢືນ
7.1. ການລົງລາຍເຊັນ ແລະ ປະທັບຕາ
ການລົງລາຍເຊັນຢັ້ງຢືນ ສັນຍາ ແລະ ເອກະສານ ຂອງຫົວຫ້າອົງການທະບຽນສານ ຕ້ອງເຊັນໃຫ້ຊັດເຈນ ດ້ວຍນໍ້າມຶກສີດຳ ຫຼື ສີຟ້າ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ມີຜົນສັກສິດທາງດ້ານກົດໝາຍ. ການປະທັບຕາ ແມ່ນໃຫ້ປະທັບໃສ່ເອກະສານຢ່າງຊັດເຈນ ແລະ ຊື່ຕົງ, ກວມເອົາຫຼືງສ່ວນສາມຂອງລາຍເຊັນ ມາທາງເບື້ອງຊ້າຍ, ຫ້າມປະທັບຕາກ່ອນລົງລາຍເຊັນ. ຊື່ ແລະ ນາມສະກຸນ ຂອງຜູ້ລົງລາຍເຊັນ ແມ່ນໃຫ້ຂຽນ ແລະ ຄັ້ງສາກກັບລາຍເຊັນ, ເອກະສານພາສາລາວ ໃຫ້ບອກ ຊື່ ແລະ ນາມສະກຸນ ເປັນພາສາລາວ. ສຳລັບເອກະສານທີ່ ກ່ຽວພັນກັບຕ່າງປະເທດ ໃຫ້ບອກ ຊື່ ແລະ ນາມສະກຸນ ເປັນພາສາຕ່າງປະເທດ.
72. ການມອບເອກະສານ
ສັນຍາ ແລະ ເອກະສານ ທີ່ອົງການທະບຽນສານຢັ້ງຢືນແລ້ວ ຕ້ອງມອບໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ
ຕ່າງທີ່ຂໍຢັ້ງຢືນເທົ່ານັ້ນ ໂດຍມີການເຊັນມອບຮັບຮ່ວມກັນ. ໃນກໍລະນີທີ່ຄູສັນຍາ ຫຼື ຜູ້ຮ້ອງຂໍຢັ້ງຢືນບໍ່ສາມາດມາຮັບເອກະສານດ້ວຍຕົນເອງໄດ້ ກໍສາມາດແຕ່ງຕັ້ງຜູ້ຕາງໜ້າຕາມທີ່ກຳນົດໄວ້ໃນຂໍ້ 6 ຂອງຄຳແນະນຳສະບັບນີ້ມາຮັບແທນຕົນ.
8. ຄ່າທຳນຽມ, ຄ່າບໍລິການ ແລະ ຄ່າໃຊ້ຈ່າຍອື່ນ ໃນວຽກງານທະບຽນສານ
ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ລັດວາງອອກໃນແຕ່ລະໄລຍະ ໂດຍໃຫ້ຄູສັນຍາ ຫຼື ຜູ້ຂໍຢັ້ງຢືນ ເປັນຜູ້ຈ່າຍ.
8.1. ການເກັບຄ່າທຳນຽມ
ການເກັບຄ່າທຳນຽມຢັ້ງຢືນທະບຽນສານ ຂອງສັນຍາ ແລະ ເອກະສານ ໃຫ້ເກັບເປັນຊຸດ, ສ່ວນການຢັ້ງຢືນການແປພາສາ ໃຫ້ເກັບຄ່າທຳນຽມຕາມຊື່ຂອງເອກະສານແຕ່ລະປະເພດທີ່ແຕກຕ່າງກັນ.
14
8.2. ການເກັບຄ່າບໍລິການ
ການເກັບຄ່າບໍລິການ ການຢັ້ງຢືນສັນຍາ ໃຫ້ເກັບ ດັ່ງນີ້:
ການຢັ້ງຢືນສັນຍາ ໃຫ້ເກັບຄາບໍລິການ ຕາມຈຳນວນຫ້າເຈ້ຍແຕ່ລະສະບັບຂອງສັນຍາ ແລະ ເອກະສານທີ່ກ່ຽວຂ້ອງ ທີ່ອົງການທະບຽນສານໄດ້ເຊັນຢັ້ງຢືນ ແລະ ປະທັບຕາ, ສ່ວນເອກະສານປະກອບເປັນຂໍ້ມູນ ທີ່ບໍ່ໄດ້ເຊັນຢັ້ງຢືນ ແລະ ປະທັບຕາ ບໍ່ໃຫ້ເກັບຄາບໍລິການ.
ການເກັບຄາບໍລິການ ການຢັ້ງຢືນເອກະສານ ໃຫ້ເກັບ ດັ່ງນີ້:
- ການຢັ້ງຢືນພິໄນກຳ ໃຫ້ເກັບຄາບໍລິການ ເປັນແຕ່ລະຊອງ ຫຼື ສະບັບ. ສຳລັບການເກັບຮັກສາ ໃຫ້ເກັບເປັນແຕ່ລະປີ ນັບແຕ່ວັນຢັ້ງຢືນເປັນຕົ້ນໄປຈົນກວ່າຈະມີການເປີດພິໄນກຳ;
- ການຢັ້ງຢືນກຳມະສິດກ່ຽວກັບ ຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ ໃຫ້ເກັບຕາມແຕ່ລະຫ້າເຈ້ຍຂອງເອກະສານທີ່ຢັ້ງຢືນ;
- ການຢັ້ງຢືນສຳເນົາຖ່າຍ ໃຫ້ເກັບຕາມແຕ່ລະຫ້າເຈ້ຍຂອງເອກະສານທີ່ຢັ້ງຢືນ;
- ການຢັ້ງຢືນລາຍເຊັນ ຫຼື ລາຍໂປ້ມື ໃຫ້ເກັບເປັນແຕ່ລະຄັ້ງຕາມການຢັ້ງຢືນ;
- ການຢັ້ງຢືນຮູບຖ່າຍທຽບກັບຕົວບຸກຄົນ ໃຫ້ເກັບເປັນແຕ່ລະຄັ້ງຕາມການຢັ້ງຢືນ;
- ການຢັ້ງຢືນ ເວລາ ແລະ ສະຖານທີ່ຍື່ນເອກະສານ ໃຫ້ເກັບເປັນແຕ່ລະຄັ້ງຕາມການຢັ້ງຢືນ;
- ການຢັ້ງຢືນການແປພາສາ ໃຫ້ເກັບຕາມແຕ່ລະຫ້າເຈ້ຍຂອງເອກະສານທີ່ຕ້ອງການແປ;
- ການຢັ້ງຢືນເອກະສານກ່ຽວກັບມູນມໍລະດົກ ໃຫ້ເກັບເປັນແຕ່ລະສະບັບຕາມການຢັ້ງຢືນ;
- ການຢັ້ງຢືນເອກະສານອື່ນ ໃຫ້ເກັບຕາມແຕ່ລະຫ້າເຈ້ຍຂອງເອກະສານທີ່ຢັ້ງຢືນ.
ສຳລັບ ເອກະສານປະກອບເປັນຂໍ້ມູນ ທີ່ບໍ່ໄດ້ເຊັນຢັ້ງຢືນ ແລະ ປະທັບຕາ ບໍ່ໃຫ້ເກັບຄ່າບໍລິການ.
8.3. ຄ່າໃຊ້ຈ່າຍອື່ນ
ຄ່າໃຊ້ຈ່າຍອື່ນ ແມ່ນຈຳນວນເງິນທີ່ຜູ້ຮ້ອງຂໍຈ່າຍໃຫ້ນາຍທະບຽນສານ ເພື່ອປະຕິບັດໜ້າທີ່ໃດໜຶ່ງ ຕາມການສະເໜີຂອງຜູ້ກ່ຽວ ໃນກໍລະນີຈຳເປັນ ເຊັ່ນ ການເຂົ້າຮ່ວມເປີດພິນິດກຳ, ການເກັບກຳຂໍ້ມູນກັບທີ, ການຊ່ອງຫາ ຄູສັນ
ຍາ ຫຼື ຜູ້ຂໍຢັ້ງຢືນ ຫຼື ຜູ້ກ່ຽວຂ້ອງ ເຈັບເປັນ, ເຖົ້າແກ, ສຸຂະພາບອອນເພຍ, ຖືກກັກຂັງ ແລະ ກໍລະນີອືນ ຊຶງບໍ່ສາມາດເຂົ້າມາອົງການທະບຽນສານໄດ້.
9. ການເກັບຮັກສາ ຂໍ້ມູນຂ່າວສານ ທະບຽນສານ
9.1. ການເກັບຮັກສາ ສັນຍາ ແລະ ເອກະສານ ໃນຮູບແບບເຈ້ຍ
ສັນຍາ ແລະ ເອກະສານ ທີ່ໄດ້ຮັບການຢັ້ງຢືນທະບຽນສານ ພ້ອມດ້ວຍເອກະສານປະກອບ ຕ້ອງໄດ້ຈົດເຂົ້າປຶ້ມບັນທຶກທະບຽນສານ, ຈາກນັ້ນ ໃຫ້ນຳເອກະສານເກັບໃສ່ຊອງ ພ້ອມທັງຂຽນເລກທີ, ວັນ, ເດືອນ, ປີ ຂອງການຢັ້ງຢືນ, ຊື່ສັນຍາ ຫຼື ເອກະສານ, ຊື່ຄູ່ສັນຍາ ແລະ ເຈົ້າຂອງເອກະສານ, ກຳນົດເວລາທຳລາຍຕິດໃສ່ຫ້າຊອງ ແລ້ວນຳໄປເກັບຮັກສາໄວ້ໃນຫ້ອງເກັບຮັກສາຢ່າງເປັນລະບົບ ເພື່ອຮັບປະກັນຄວາມປອດໄພ.
ສັນຍາ ພ້ອມດ້ວຍເອກະສານປະກອບສະບັບເຈ້ຍນັ້ນ ຕ້ອງເກັບຮັກສາສະບັບຕົ້ນໄວ້ ຊາວປີ ນັບແຕ່ກຳນົດເວລາ
ຂອງສັນຍາສິ້ນສຸດເປັນຕົ້ນໄປ. ສ່ວນ ເອກະສານສະບັບເຈ້ຍນັ້ນ ຕ້ອງເກັບຮັກສາສະບັບຕົ້ນໄວ້ ສິບປີ ນັບແຕ່ວັນໄດ້ຮັບການຢັ້ງຢືນທະບຽນສານເປັນຕົ້ນໄປ.
ສຳລັບ ພິໄນກຳ ໃຫ້ເກັບຮັກສາຈົນກວາຈະມີການເປີດພິໄນກຳ.
9.2. ການເກັບຮັກສາ ສັນຍາ ແລະ ເອກະສານ ໃນຮູບແບບເອເລັກໂຕຣນິກ
ສັນຍາ ແລະ ເອກະສານ ທີໄດ້ຮັບການຢັ້ງຢືນທະບຽນສານ ພ້ອມດ້ວຍເອກະສານປະກອບ ຕ້ອງໄດ້ບັນທຶກເຂົ້າໃນຖານຂໍ້ມູນຂອງອົງການທະບຽນສານຢ່າງເປັນລະບົບ, ຖືກຕ້ອງ, ຄົບຖ້ວນ ແລະ ຮັກສາໄວ້ຕະຫຼອດໄປ.
10. ການເຂົ້າເຖິງ ແລະ ການນຳໃຊ້ ຂໍ້ມູນຂາວສານ ທະບຽນສານ
ອົງການທະບຽນສານ ຕ້ອງອິານວຍຄວາມສະດວກ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ້າງປະເທດ ເຂົ້າເຖິງ ແລະ ນຳໃຊ້ ຂໍ້ມູນຂາວສານ ທະບຽນສານ ເປັນຕົ້ນ ກົດພພາຍວາດ້ວຍທະບຽນສານ, ບັນດາ
ນິຕິກຳກ່ຽວກັບວຽກງານທະບຽນສານ, ສະຖິຕິທະບຽນສານ, ແບບພິມສັນຍາ, ແບບພິມເອກະສານຕ່າງໆຂອງອົງການທະບຽນສານແຕ່ລະຂັ້ນ.
ສຳລັບສັນຍາ ແລະ ເອກະສານທີ່ໄດ້ຮັບການຢັ້ງຢືນທະບຽນສານແລ້ວ ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຂົ້າເຖິງ ແລະ ນຳໃຊ້ຢ່າງເດັດຂາດ ເວັ້ນເສຍແຕ່ກົດໝາຍກຳນົດໄວ້ເປັນຢ່າງອື່ນ.
11. ການທຳລາຍ
ການທຳລາຍແມ່ນຂະບວນການນຳເອົາສັນຍາ ແລະ ເອກະສານທີ່ໄດ້ຢັ້ງຢືນທະບຽນສານສະບັບເຈ້ຍທີ່ໝົດກຳນົດການເກັບຮັກສາ ມາທຳລາຍດ້ວຍການໃຊ້ຈັກບົດ, ຈູດ, ຕັດ ແລະ ວິທີການອື່ນທີ່ເໝາະສົມ.
ການທຳລາຍສັນຍາ ແລະ ເອກະສານ ຕ້ອງໄດ້ຮັບອະນຸມັດຈາກຫົວໜ້າການຈັດຕັ້ງແຕ່ລະຂັ້ນ ດັ່ງນີ້:
- ຂັ້ນກະຊວງ ແມ່ນລັດຖະມົນຕີກະຊວງຍຸຕິທຳ ເປັນຜູ້ຕົກລົງອະນຸມັດທຳລາຍ;
- ຂັ້ນແຂວງ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຜູ້ຕົກລົງອະນຸມັດການທຳລາຍ;
- ຂັ້ນເມືອງ ແມ່ນເຈົ້າເມືອງ, ເຈົ້ານະຄອນ ເປັນຜູ້ຕົກລົງອະນຸມັດການທຳລາຍ.
11.1. ຂັ້ນຕອນການທຳລາຍ
ການທຳລາຍສັນຍາ ແລະ ເອກະສານ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
- ແຕ່ງຕັ້ງຄະນະກຳມະການທຳລາຍ;
- ຂຶ້ນບັນຊີເອກະສານ ທີ່ຈະທຳລາຍ;
- ຈັດກອງປະຊຸມປະເມີນສັນຍາ ແລະ ເອກະສານ ທີ່ຈະທຳລາຍ;
- ດຳເນີນການທຳລາຍ;
- ເຮັດບົດບັນທຶກການທຳລາຍ.
11.2. ສຳນວນການທຳລາຍ
ສຳນວນການທຳລາຍ ແມ່ນບັນດາເອກະສານທີ່ບັນທຶກຂໍ້ມູນຫັງໜົດ ກ່ຽວກັບການທຳລາຍສັນຍາ ແລະ ເອກະສານ ຊຶ່ງຕ້ອງໄດ້ເກັບຮັກສາໄວ້ຢູ່ໃນລະບົບຂໍ້ມູນຂ່າວສານຂອງອົງການທະບຽນສານ.
ສຳນວນການທຳລາຍປະກອບມີເອກະສານ ດັ່ງນີ້:
- ຂໍ້ຕົກລົງແຕ່ງຕັ່ງຄະນະກຳມະການທຳລາຍ;
- ບັນຊີເອກະສານ ແລະ ບົດລາຍງານ ກ່ຽວກັບການທຳລາຍ;
- ບົດບັນທຶກກອງປະຊຸມການທຳລາຍ;
- ຫັງສືສະເຫີ ແລະ ຂໍ້ຕົກລົງອະນຸມັດໃຫ້ທຳລາຍ;
- ບົດບັນທຶກການທຳລາຍ.
11.3. ຄະນະກຳມະການ ທຳລາຍ
ຄະນະກຳມະການ ຂັ້ນກະຊວງ ຖືກແຕ່ງຕັ້ງໂດຍ ລັດຖະມົນຕີ ກະຊວງຍຸຕິທຳ ປະກອບດ້ວຍ:
1. ຫົວຫ້າຫ້ອງການ ເປັນປະທານ;
2. ຫົວຫ້າກົມທະບຽນສານ ເປັນຮອງປະທານ;
3. ຜູ້ຕາງຫ້າ ກະຊວງພາຍໃນ ເປັນຄະນະ;
4. ພະແນກຖານຂໍ້ມູນທະບຽນສານ ກົມທະບຽນສານ ເປັນຄະນະ;
5. ພະນັກງານວິຊາການທີກ່ຽວຂ້ອງ ກົມທະບຽນສານ ເປັນຄະນະ.
ຄະນະກຳມະການ ຂັ້ນແຂວງ ຖືກແຕ່ງຕັ້ງໂດຍ ເຈົ້າແຂວງ, ເຈົາຄອງນະຄອນຫຼວງ ປະກອບດ້ວຍ:
1. ຫົວຫ້າຫ້ອງວາການປົກຄອງແຂວງ, ນະຄອນຫຼວງ ເປັນປະທານ;
2. ຫົວຫໍ້າພະແນກຍຸຕິທຳ ເປັນຮອງປະທານ;
3. ຜູ້ຕາງຫ້າພະແນກພາຍໃນ ເປັນຄະນະ;
4. ຫົວໜ້າຂະແໜງທະບຽນສານ ເປັນຄະນະ;
5. ພະນັກງານວິຊາການທີກ່ຽວຂ້ອງ ຂອງຂະແໜງທະບຽນສານ ເປັນຄະນະ.
ຄະນະກຳມະການ ຂັ້ນເມືອງ ຖືກແຕ່ງຕັ້ງໂດຍ ເຈົ້າເມືອງ, ເຈົ້ານະຄອນ ປະກອບດ້ວຍ:
1. ຫົວໜ້າຫ້ອງວ່າການປົກຄອງເມືອງ, ນະຄອນ ເປັນປະທານ;
2. ຫົວໜ້າຫ້ອງການຍຸຕິທຳ ເປັນຮອງປະທານ;
3. ຜູ້ຕາງໜ້າຫ້ອງການພາຍໃນ ເປັນຄະນະ;
4. ຫົວໜ້າຫ່ວຍງານທະບຽນສານ ເປັນຄະນະ;
5. ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງຫ່ວຍງານທະບຽນສານ ເປັນຄະນະ.
ສຳລັບ ການທຳລາຍສັນຍາ ແລະ ເອກະສານ ທີ່ຫຼົດອາຍຸການເກັບຮັກສາຂອງຫ່ວຍງານທະບຽນສານ ປະຈຳ
ສຳນັກງານຜູ້ຕາງໜ້າການທູດ ແລະ ສຳນັກງານຜູ້ຕາງໜ້າກົງສຸນ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ໃຫ້ກະຊວງການ
ຕ່າງປະເທດ ເປັນຜູ້ຈັດຕັ້ງປະຕິບັດ.
11.4. ສິດ ແລະ ໜ້າທີ່ຂອງຄະນະກຳມະການທຳລາຍ
ຄະນະກຳມະການທຳລາຍ ມີສິດ ແລະ ໜ້າທີ່ດັ່ງນີ້:
- ເລືອກເຟັ້ນສັນຍາ ແລະ ເອກະສານ ທີ່ຫຼົດກຳນົດເວລາເກັບຮັກສາ ແລະ ຂຶ້ນບັນຊີສັນຍາ ແລະ ເອກະສານ
ທີ່ຈະທຳລາຍ;
- ເປີດກອງປະຊຸມເພື່ອປະເມີນສັນຍາ ແລະ ເອກະສານ ທີ່ຫົດກຳນົດການເກັບຮັກສາ ເພື່ອທຳລາຍ;
- ສະເໜີຂັ້ນເທິງທີ່ກ່ຽວຂ້ອງອອກຂໍ້ຕົກລົງວ່າດ້ວຍການອະນຸມັດທຳລາຍ;
- ເຮັດບົດບັນທຶກການທຳລາຍ;
- ສະຫຼຸບ, ປະເມີນ ແລະ ລາຍງານການທຳລາຍ ໃຫ້ຂັ້ນເທິງຂອງຕົນ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ.
12. ຂັ້ນຕອນການພິຈາລະນາ ລົບລ້າງການຢັ້ງຢືນທະບຽນສານ
12.1. ການຍື່ນຄຳຮ້ອງຂໍລົບລ້າງ
ການຍື່ນຄຳຮ້ອງຂໍລົບລ້າງການຢັ້ງຢືນທະບຽນສານ ໃຫ້ປະ
- ກົມທະບຽນສານ ຢັ້ງຢືນບໍ່ຖືກຕ້ອງ ໃຫ້ຍື່ນຕໍ່ ລັດຖະມົນຕີ ກະຊວງຍຸຕິທຳ;
- ຂະແໜງທະບຽນສານ ຢັ້ງຢືນບໍ່ຖືກຕ້ອງ ໃຫ້ຍື່ນຕໍ່ ກົມທະບຽນສານ;
- ຫ້ອງການທະບຽນສານ ຢັ້ງຢືນບໍ່ຖືກຕ້ອງ ໃຫ້ຍື່ນຕໍ່ ຂະແໜງທະບຽນສານ;
- ຫ້ອງການ ທະບຽນສານ ປະຈຳ ສຳນັກງານຜູ້ຕາງໜ້າການທູດ ແລະ ສຳນັກງານຜູ້ຕາງໜ້າກົງສຸນ ແຫ່ງ
ສປປ ລາວ ຢູ່ຕ່າງປະເທດ ຢັ້ງຢືນບໍ່ຖືກຕ້ອງ ໃຫ້ຍື່ນຕໍ່ ເອກອັກຄະລັດຖະທູດ, ກົງສຸນໃຫຍ່ ຫຼື ຫົວໜ້າ
ຫ້ອງການກົງສຸນ.
ເອກະສານປະກອບຄຳຮ້ອງຂໍລົບລ້າງ ມີ ດັ່ງນີ້:
- ສັນຍາ ຫຼື ເອກະສານ ທີ່ຕ້ອງການຂໍລົບລ້າງການຢັ້ງຢືນທະບຽນສານ;
- ເອກະສານປະກອບອື່ນ ທີ່ເປັນຂໍ້ມູນ ແລະ ຜູກພັນ ກັບ ສັນຍາ ຫຼື ເອກະສານ ທີ່ຕ້ອງການຂໍລົບລ້າງການ
ຢັ້ງຢືນ.
12.2. ການພິຈາລະນາການລົບລ້າງ
ພາຍຫຼັງໄດ້ຮັບຄຳຮ້ອງຂໍລົບລ້າງ ອົງການທະບຽນສານທີ່ກ່ຽວຂ້ອງ ຕ້ອງກວດກາສຳນວນຄຳຮ້ອງຂໍລົບລ້າງ ວ່າ
ຢູ່ໃນຄວາມຮັບຜິດຊອບຂອງຕົນບໍ່ ຫຼື ຜູ້ຮ້ອງຂໍລົບລ້າງການຢັ້ງຢືນ ມີສ່ວນກ່ຽວຂ້ອງ ກັບສັນຍາ ແລະ ເອກະສານ ທີ່ໄດ້
ຮັບການຢັ້ງຢືນບໍ ຫຼື ສັນຍາ ແລະ ເອກະສານ ທີ່ໄດ້ຮັບການຢັ້ງຢືນນັ້ນ ມີຄຳສັ່ງຊື້ຂາດ, ຄຳຕັດສິນ ຫຼື ຄຳພິພາກສາຂອງ
ສານປະຊາຊົນ ທີໃຊ້ໄດ້ຢ່າງເດັດຂາດແລ້ວ ຖ້າບໍ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຫຼື ຜູ້ຮ້ອງຂໍລົບລ້າງ ບໍ່ມີສ່ວນກ່ຽວຂ້ອງ ຫຼື ມີຄຳຊີ້ຂາດ, ຄຳຕັດສິນ ຫຼື ຄຳພິພາກສາຂອງສານປະຊາຊົນ ທີໃຊ້ໄດ້ຢ່າງເດັດຂາດແລ້ວ ບໍ່ໃຫ້ນຳມາພິຈາລະນາ ແລະ ຕ້ອງແຈ້ງຕອບຢ່າງເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງຂໍຊາບ ພາຍໃນເວລາ ເຈັດວັນລັດຖະການ ນັບແຕ່ວັນທີໄດ້ຮັບຄຳຮ້ອງ ເປັນຕົ້ນໄປ. ໃນກໍລະນີ ຄຳຮ້ອງຂໍລົບລ້າງຫາກຢູ່ໃນຄວາມຮັບຜິດຊອບຂອງຕົນ ອົງການທະບຽນສານຕ້ອງຄົ້ນຄວ້າ ສັນຍາ ຫຼື ເອກະສານທີ່ໄດ້ຮັບການຢັ້ງຢືນ ແລະ ເກັບກຳຂໍ້ມູນທີ່ກ່ຽວຂ້ອງກັບການຢັ້ງຢືນ, ກໍລະນີຈຳເປັນອາດຈະເຊີນຜູ້ກ່ຽວຂ້ອງເຂົ້າມາຊີ້ແຈງເຫດຜົນ ພ້ອມທັງສະໜອງຂໍ້ມູນ ແລະ ເອກະສານເພີ່ມເຕີມ. ພາຍຫຼັງຄົ້ນຄວ້າຂໍ້ມູນຫັງບນົດແລ້ວ ອົງການ
ທະບຽນສານກ້ອງພິຈາລະນາລົບລ້າງ ຫຼື ບໍ່ລົບລ້າງ ພາຍໃນເວລາ ສາມສິບວັນ ນັບແຕ່ວັນທີໄດ້ຮັບຄຳຮ້ອງເປັນຕົ້ນໄປ ແລ້ວແຈ້ງໃຫ້ຂັ້ນເທິງຂອງຕົນ ແລະ ຜູ້ທີ່ກ່ຽວຂ້ອງຊາບ.
13. ຄວາມຮັບຜິດຊອບຂອງອົງການທະບຽນສານ
ອົງການທະບຽນສານ ແຕ່ລະຂັ້ນມີຄວາມຮັບຜິດຊອບ ຄົ້ນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ດັ່ງນີ້:
- ອົງການທະບຽນສານ ມີຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ຄື:
- ສັນຍາ ທີ່ລັດຖະບານ, ກະຊວງ, ອົງການຂັ້ນສູນກາງ ເຊັນກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
- ສັນຍາ ທີ່ສຳນັກງານໃຫຍ່ທະນາຄານທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ສະຖາບັນການເງິນ, ບໍລິສັດສິນເຊື່ອ ຊຶ່ງດຳເນີນທຸລະກິດຂອງຕົນ ຢູ່ ສປປ ລາວ ເຊັນກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
ນິຕິບຸກຄົນດ້ວຍກັນ ທັງພາຍໃນ ແລະ ຕາງປະເທດ .
2) ຂະແບນງທະບຽນສານ ມີຄວາມຮັບຜິດຊອບ ໃນການຄົນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງສັນຍາຕາມຂອບເຂດການຄຸ້ມຄອງຂອງຕົນ ດັງນີ້:
ສັນຍາ ທີເຈົ້າແຂວງ, ເຈົາຄອງນະຄອນຫຼວງ, ພະແນກການ, ອົງການຂັ້ນແຂວງ ເຊັນກັບ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ຫຼື ຂອງຕາງປະເທດ ;
ສັນຍາ ທີ່ສຳນັກງານໃຫຍ່, ສາຂາທະນາຄານທຸລະກິດ ຫຼື ສະຖາບັນການເງິນ ຫຼື ບໍລິສັດ ເຊົ່າສິນເຊື່ອ ທັງພາຍໃນ ຫຼື ຕາງປະເທດ ເຊັນກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕາງປະເທດ;
ສັນຍາ ລະຫວາງ ບຸກຄົນດ້ວຍກັນ, ບຸກຄົນກັບນິຕິບຸກຄົນ ຫຼື ນິຕິບຸກຄົນດ້ວຍກັນ ທັງພາຍໃນ ແລະ ຕາງປະເທດ .
3) ຫ້ອງງານທະບຽນສານ
ມີຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງສັນຍາຕາມຂອບເຂດການຄຸ້ມຄອງຂອງຕົນ ຄື:
ນາຍອາເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ, ຫ້ອງການ, ອົງການຂັ້ນເມືອງ ເຊັນກັບ ບຸກຄົນ,
29ເ
ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
ສັນຍາ ທີ່ສາຂາ, ຫ້ອງບໍລິການທະນາຄານທຸລະກິດ ຫຼື ສະຖາບັນການເງິນ ຫຼື ບໍລິສັດ ເຊົ່າສິນເຊື່ອ ທັງພາຍໃນ ຫຼື ຕ່າງປະເທດ ເຊັນກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
ສັນຍາ ລະຫວ່າງ ບຸກຄົນດ້ວຍກັນ, ບຸກຄົນກັບນິຕິບຸກຄົນ ຫຼື ນິຕິບຸກຄົນດ້ວຍກັນທັງພາຍໃນ ແລະ ຕ່າງປະເທດ.
ອົງການທະບຽນສານ ແຕ່ລະຂັ້ນມີຄວາມຮັບຜິດຊອບ ຄົ້ນຄວ້າ, ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງ
ເອກະສານ ດັ່ງນີ້:
ພິໄນກຳ;
ກຳມະສິດ ກ່ຽວກັບຊັບເດີມ, ສິນສົມສ້າງ ຫຼື ຊັບຮ່ວມ;
ເອກະສານສະບັບສຳເນົາຖ່າຍ;
ລາຍເຊັນ ຫຼື ລາຍໂປ້ມື;
ຮູບຖ່າຍທຽບກັບຕົວບຸກຄົນ;
ເວລາ ແລະ ສະຖານທີ່ຍື່ນເອກະສານ;
ການແປພາສາ;
ເອກະສານກ່ຽວກັບມູນມໍລະດົກ;
ເອກະສານອື່ນ.
ສຳລັບ ຫ້ອງງານທະບຽນສານ ປະຈຳສະຖານທູດ, ສະຖານກົງສູນ ຫຼື ຫ້ອງການກົງສຸນ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ມີຄວາມຮັບຜິດຊອບຢັ້ງຢືນທະບຽນສານ ຕາມການມອບໝາຍຂອງ ກະຊວງການຕ່າງປະເທດ.
11. ການຈັດຕັ້ງປະຕິບັດ
ມອບໃຫ້ ອົງການທະບຽນສານ ເປັນເຈົ້າການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ.
ໃນການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ຫາກມີຄວາມຫຍຸ້ງຍາກ ໃຫ້ລາຍງານຕໍ່ ຂັ້ນເທິງຂອງຕົນ ເພື່ອມີທິດຊີ້ນຳ ແກ້ໄຂໃຫ້ທັນເວລາ.
ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ