ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ

外国直接投资外汇管理协议

Foreign Direct Investment Foreign Exchange Management Agreement

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການຄຸ້ມຄອງເງິນຕາຕ່າງປະເທດຂອງນັກລົງທຶນຕ່າງປະເທດໃນລາວ, ເນັ້ນໃສ່ການເປີດ, ນຳໃຊ້ ແລະ ການເຄື່ອນຍ້າຍເງິນໃນບັນຊີເງິນຝາກການລົງທຶນ ໃຫ້ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ
ການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ ແມ່ນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການເປີດ ແລະ ນຳໃຊ້ບັນຊີເງິນຝາກກ່ຽວກັບການລົງທຶນ, ການນຳທຶນເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ລົງທຶນຕ່າງປະເທດ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ຕ່າງປະເທດ ທີ່ເຂົ້າມາລົງທຶນ ແລະ ຈົດທະບຽນດຳເນີນທຸລະກິດຕາມກົດໝາຍຂອງ ສປປ ລາວ;
2. ການລົງທຶນໂດຍກົງຈາກຕ່າງປະເທດ ໝາຍເຖິງ ການນຳທຶນເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ ຂອງຜູ້ລົງທຶນຕ່າງປະເທດ ທີ່ມີການຖືຮຸ້ນນັບແຕ່ ສິບສ່ວນຮ້ອຍຂຶ້ນໄປ ໃນຮູບການລົງທຶນຝ່າຍດຽວ ຫຼື ລົງທຶນຮ່ວມກັບພາກລັດ, ລັດວິສາຫະກິດ ຫຼື ເອກະຊົນພາຍໃນ;
3. ບັນຊີເງິນຝາກກ່ຽວກັບການລົງທຶນ ໝາຍເຖິງ ບັນຊີເງິນຝາກສະເພາະທີ່ເປີດນຳທະນາຄານທຸລະກິດ ເພື່ອຮອງຮັບການເຄື່ອນໄຫວທຸລະກຳທາງດ້ານການເງິນ ທີ່ຕິດພັນກັບການລົງທຶນໂດຍກົງຈາກຕ່າງປະເທດ;
4. ບັນຊີເງິນຝາກເພື່ອກະກຽມການລົງທຶນ ໝາຍເຖິງ ບັນຊີເງິນຝາກຂອງ ບຸກຄົນ ຫຼື ນິຕິບຸກຄົນ ຕ່າງປະເທດ ທີ່ເປີດນຳທະນາຄານທຸລະກິດ ເພື່ອຮອງຮັບການໂອນເງິນໃນໄລຍະລໍຖ້າໄດ້ຮັບໃບອະນຸຍາດລົງທຶນ ແລະ/ຫຼື ໃບທະບຽນວິສາຫະກິດ;
5. ທະນາຄານທຸລະກິດ ໝາຍເຖິງ ທະນາຄານທຸລະກິດຢູ່ ສປປ ລາວ ຊຶ່ງໃຫ້ບໍລິການເປີດ ແລະ ດຳເນີນທຸລະກຳ ທີ່ຕິດພັນກັບບັນຊີເງິນຝາກເພື່ອກະກຽມການລົງທຶນ ແລະ/ຫຼື ບັນຊີເງິນຝາກກ່ຽວກັບການລົງທຶນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ