ຂໍ້ຕົກລົງວ່າດ້ວຍ ວົງເງິນປົກປ້ອງ
保证金金额协议
Deposit Amount Agreement
ບົດສະຫຼຸບ
ກົດໝາຍນີ້ກຳນົດວ່າວົງເງິນປົກປ້ອງສູງສຸດຕໍ່ຜູ້ຝາກເງິນໃນແຕ່ລະສະຖາບັນສະມາຊິກແມ່ນ 100 ລ້ານກີບ, ແລະ ກຳນົດວ່າເງິນປົກປ້ອງຈະຈ່າຍເປັນກີບ ແລະ ກົດລະບຽບການປ່ຽນແປງສະກຸນເງິນຕ່າງປະເທດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ວົງເງິນປົກປ້ອງ
ວົງເງິນປົກປ້ອງ ແມ່ນວົງເງິນສູງສຸດ ຈຳນວນ ໜຶ່ງຮ້ອຍລ້ານ (100.000.000) ກີບ ຕໍ່ຜູ້ຝາກເງິນໜຶ່ງລາຍ ຕໍ່ສະມາຊິກໜຶ່ງແຫ່ງ ທີ່ສຳນັກງານປົກປ້ອງເງິນຝາກ ຈ່າຍໃຫ້ຜູ້ຝາກເງິນ ທີ່ຝາກໄວ້ນຳສະມາຊິກໃດໜຶ່ງ ຂອງສຳນັກງານປົກປ້ອງເງິນຝາກ ພາຍຫຼັງທີ່ໄດ້ຮັບໜັງສືທາງລັດຖະການຈາກ ທະນາຄານແຫ່ງ ສປປ ລາວ ໃຫ້ດຳເນີນການຈ່າຍເງິນປົກປ້ອງ.
ເງິນປົກປ້ອງ ຕ້ອງຈ່າຍເປັນສະກຸນເງິນກີບ, ສຳລັບເງິນຝາກເປັນເງິນຕາຕ່າງປະເທດໃຫ້ຄິດໄລ່ ຕາມອັດຕາແລກປ່ຽນ (ອັດຕາຊື້) ທີ່ທະນາຄານແຫ່ງ ສປປ ລາວ ກຳນົດໃນວັນສຸດທ້າຍ ຂອງການດຳເນີນທຸລະກິດ ຂອງສະມາຊິກ.
ມາດຕາ ມາດຕາ 2
ມາດຕາ 2 ການຈັດຕັ້ງປະຕິບັດ
ສຳນັກງານປົກປ້ອງເງິນຝາກ, ສະມາຊິກຂອງສຳນັກງານປົກປ້ອງເງິນຝາກ, ຜູ້ຝາກເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.
ມາດຕາ ມາດຕາ 3
ມາດຕາ 4 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຂໍ້ຕົກລົງວ່າດ້ວຍວົງເງິນປົກປ້ອງ ສະບັບເລກທີ 1197/ທຫລ, ລົງວັນທີ 31 ທັນວາ 2019. ກຳນົດ, ບົດບັນຍັດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ