ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ
企业登记工作实施指导意见
Guidelines for Implementation of Enterprise Registration Work
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງວຽກງານການຈົດທະບຽນວິສາຫະກິດ, ກຳນົດການແບ່ງບົດບາດໜ້າທີ່ຂອງອົງການຈົດທະບຽນແຕ່ລະຂັ້ນ, ວິທີການຍື່ນຄຳຮ້ອງ ແລະ ເອກະສານທີ່ຕ້ອງການ, ເພື່ອແນໃສ່ການລວມ ແລະ ງ່າຍດາຍຂັ້ນຕອນການຈົດທະບຽນ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 240/ອຄ
ນະຄອນຫຼວງວຽງຈັນ, ວັນທີ 2 ກັນຍາ 2024
ຄຳແນະນຳ
ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ
- ອີງຕາມ ກົດໝາຍ ວ່າດ້ວຍວິສາຫະກິດ ສະບັບເລກທີ 33/ສພຊ, ລົງວັນທີ 29 ທັນວາ 2022;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023;
- ອີງຕາມ ໜັງສືສະເໜີຂອງກົມທະບຽນວິສາຫະກິດ ສະບັບເລກທີ 1866/ກທວ, ລົງວັນທີ 14 ທັນວາ 2023.
ເພື່ອຈັດຕັ້ງຜັນຂະຫຍາຍບັນດາ ຫຼັກການ, ວິທີການ ແລະ ຂັ້ນຕອນ ກ່ຽວກັບວຽກງານທະບຽນວິສາຫະກິດ
ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ມີຄວາມສະດວກ, ວ່ອງໄວ, ລະອຽດ, ຊັດເຈນ ແລະ ເອກະພາບໃນຂອບເຂດທົ່ວປະເທດ.
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ:
1. ການຂຶ້ນທະບຽນວິສາຫະກິດ
1. ການຂຶ້ນທະບຽນວິສາຫະກິດ ມີດັ່ງນີ້:
1) ກົມທະບຽນວິສາຫະກິດ ໃຫ້ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງ;
2) ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໃຫ້ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ ທີ່ມີສຳນັກງານຕັ້ງຢູ່ໃນແຂວງ, ນະຄອນຫຼວງ ຂອງຕົນ;
3) ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໃຫ້ຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ທີ່ມີສຳນັກງານຕັ້ງຢູ່ໃນເມືອງ, ນະຄອນ ຂອງຕົນ.
ນັກງານຕັ່ງຢູ່ໃນເມືອງ, ນະຄອນ ຂອງຕົນ;
4) ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ, ນະຄອນຫຼວງ ໃຫ້ຂຶ້ນທະບຽນວິສາຫະກິດ ໃນທຸກຮູບການ ຫຼື ຮູບແບບວິສາຫະກິດ ຕາມທີໄດ້ກຳນົດໄວ້ໃນກົດໝາຍ ວາດ້ວຍວິສາຫະກິດ ທີມີສຳນັກງານຕັ່ງຢູ່ໃນເຂດ ເສດຖະກິດພິເສດ ພາຍໃນແຂວງ, ນະຄອນຫຼວງ ຂອງຕົນ.
ສຳລັບ ທຸລະກິດທີບໍ່ຈຳເປັນຕ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຊຶງເປັນກິດຈະການທີຢູ່ພາຍໃຕ້ການຄຸ້ມຄອງ, ຕິດຕາມ, ກວດກາ ຂອງຂະແໜງງການທີກຽວຂ້ອງ ຕາມທີໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ເພືອດຳເນີນ ທຸລະກິດທົ່ວໄປ ແລະ ເປັນການສ້າງເງືອນໄຂສະດວກໃຫ້ປະຊາຊົນລາວບັນດາເຜົ່າ ຮຽນຮູ້ໃນການປະກອບທຸລະກິດ ດ້ວຍຕົນເອງຈາກນ້ອຍໄປຫາໃຫຍ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ທີຫັ້ນຄົງ ເພືອຫຼຸດຜອນຄວາມທຸກຍາກ ແລະ ຫັນໄປສູແນວຄິດຄ້າຂາຍ ໃຫ້ມີຄວາມເຂັມແຂງເທືອລະກ້າວ.
ສຳລັບ ກຸ່ມບໍລິສັດ ແມ່ນການລວມຫຼາຍບໍລິສັດທີ່ມີສາຍພົວພັນກັນໃນຖານະນິຕິບຸກຄົນ ເພື່ອຮ່ວມກັນດຳເນີນ
ທຸລະກິດຕາມສັນຍາ ໃນກິດຈະການໃດໜຶ່ງ ແຕ່ບໍ່ຕ້ອງຂຶ້ນທະບຽນວິສາຫະກິດໃໝ່ ຊຶ່ງຄຳວ່າ: “ກຸ່ມ” ແມ່ນສາມາດນຳ
ໃຊ້ເປັນຊື່ວິສາຫະກິດ ເພື່ອແຈ້ງຂຶ້ນ ຫຼື ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດໄດ້ ຕາມທີ່ໄດ້ກຳນົດໄວ້ໃນໂຄງຮ່າງ
1/ ຂອງຄຳແນະນຳສະບັບນີ້. ສຳລັບ ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງບໍລິສັດ ທີ່ປະກອບໃນກຸ່ມ ແມ່ນໃຫ້
ປະຕິບັດຄືກັນກັບບໍລິສັດທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
2. ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ
ຜູ້ທີ່ມີຈຸດປະສົງແຈ້ງຂຶ້ນທະບຽນວິສາຫະກິດ ສາມາດຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະ
ບຽນວິສາຫະກິດ ດ້ວຍ ສອງ ວິທີ ດັ່ງນີ້:
1) ຍື່ນຄຳຮ້ອງ ແລະ ປະກອບເອກະສານ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ;
2) ຍືນຄຳຮ້ອງ ແລະ ປະກອບເອກະສານ ຜ່ານທາງເອເລັກໂຕຣນິກ.
3. ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ
ກ. ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ
ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ ແມ່ນການຍື່ນຄຳຮ້ອງຕາມແບບພິມ ແລະ ເອກະສານປະກອບແຈ້ງຂຶ້ນທະບຽນວິສາຫະກິດ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ.
ຂ. ເອກະສານປະກອບແຈ້ງຂຶ້ນທະບຽນວິສາຫະກິດ ມີດັ່ງນີ້:
1) ເອກະສານແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ:
(1) ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ຕາມແບບພິມ;
(2) ສຳເນົາ ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ແລະ ສຳເນົາ ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນຳໃຊ້.
ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:
ຈັດການ ຫຼື ເຈົ້າຂອງວິສາຫະກິດ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມດ້ວຍ ສຳເນົາບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາຫັງສືຜຝານແດນ ສຳລັບຄົນຕາງປະເທດ ທີ່ຍັງມີອາຍຸການນຳໃຊ້ ຂອງຜູ້ທີຖືກມອບບນາຍໃຫ້ພົວພັນ ກຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ;
- ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ຫັງສືແຕ່ງຕັ່ງຜູ້ຈັດການ.
ເອກະສານແຈ້ງຂຶ້ນທະບຽນວິສາຫະກິດຮຸ່ນສ່ວນ ແລະ ບໍລິສັດ:
(1) ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕາມແບບພິມ;
(2) ສັນຍາສ້າງຕັ່ງວິສາຫະກິດ ຕາມແບບພິມ ຍົກເວັນ ບໍລິສັດຈຳກັດຜູ້ດຽວ;
(3) ສຳເນົາ ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ແລະ ສຳເນົາ ຫັງສືຜ້ານແດນ ສຳລັບຄົນຕາງປະເທດ ທີ່ຍັງມີອາຍຸການນຳໃຊ້.
ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ແມ່ນໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:
- ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ຖ້າຜູ້ຈັດການ ຫຼື ຜູ້ອຳນວຍການຂອງນິຕິບຸກຄົນນັ້ນ ຫາກບໍ່ໄດ້ລົງລາຍເຊັນໃນສັນຍາສ້າງຕັ້ງວິສາຫະກິດ ຕ້ອງມີໜັງສືຕົກລົງແຕ່ງຕັ້ງໃຫ້ຜູ້ຕາງໜ້າເຊັນມີສິດເຊັນແທນໃນນາມຜູ້ຈັດການ ຫຼື ຜູ້ອຳນວຍການຂອງນິຕິບຸກຄົນນັ້ນ. ສຳລັບ ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ທີ່ສ້າງຕັ້ງພາຍໃຕ້ກົດໝາຍຕ່າງປະເທດ ຕ້ອງມີສຳເນົາໃບທະບຽນວິສາຫະກິດ ຫຼື ເອກະສານຢັ້ງຢືນການສ້າງຕັ້ງນິຕິບຸກຄົນ ລວມທັງລາຍຊື່ຜູ້ຈັດການ, ຜູ້ຖືຮຸ້ນຂອງນິຕິບຸກຄົນດັ່ງກ່າວ;
- ຜູ້ຈັດການ, ຜູ້ອຳນວຍການ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສິດທິ ຫຼື ໃບ
ມອບສິດ ພ້ອມດ້ວຍ ສຳເນົາ ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ຫຼັງສືຜ່ານແດນ ສຳລັບ
ຄົນຕ່າງປະເທດ ທີ່ຍັງມີອາຍຸການນຳໃຊ້ ຂອງຜູ້ທີ່ຖືກມອບໝາຍໃຫ້ພົວພັນກ່ຽວກັບການແຈ້ງຂຶ້ນ
ທະບຽນວິສາຫະກິດ;
- ບໍລິສັດຈຳກັດຜູ້ດຽວ ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ຫັງສື
ແຕ່ງຕັ້ງຜູ້ຈັດການ;
ດລົງທຶນ ຕ້ອງມີຂໍ້ຕົກລົງກ່ຽວກັບການລົງທຶນຂອງລັດ ຕາມລະບຽບການຂອງຂະແໜງການເງິນ
ກເວັນ ວິສາຫະກິດຮ່ວມສວນ.
ານວຍການ, ຂາຮຸ້ນ ຫຼື ຜູ້
ຄ. ຂັ້ນຕອນ ແລະ ກຳນົດເວລາການພິຈາລະນາຂຶ້ນທະບຽນວິສາຫະກິດ ໃຫ້ປະຕິບັດ ດັ່ງນີ້:
1) ຜູ້ທີ່ມີຈຸດປະສົງແຈ້ງຂຶ້ນທະບຽນວິສາຫະກິດ ແມ່ນໃຫ້ຍື່ນຄຳຮ້ອງ ພ້ອມດ້ວຍເອກະສານປະກອບ ຕໍ່
ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ຕາມຄຳແນະນຳສະບັບນີ້;
2) ພາຍຫຼັງ ໄດ້ຮັບເອກະສານແຈ້ງຂຶ້ນທະບຽນວິສາຫະກິດແລ້ວ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງກວດກາ ຈຳນວນ, ປະເພດເອກະສານ, ຄົບຖ້ວນ ແລະ ຄວາມຖືກຕ້ອງຂອງເນື້ອໃນເອກະສານ ຕາມຄຳແນະນຳສະບັບນີ້ ໃຫ້ສຳເລັດພາຍໃນ ໜຶ່ງ ຊົ່ວໂມງ ພ້ອມລົງລາຍເຊັນຜູ້ຮັບ ແລະ ຜູ້ຍື່ນຄຳຮ້ອງ ໃສ່ໃບກວດເອກະສານ ແລະ ໃຫ້ປະຕິບັດ ດັ່ງນີ້:
- ຫຼັງຈາກ ເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕ້ອງແຈ້ງຜູ້ຍື່ນຄຳຮ້ອງ ຊຳລະຄ່າທຳນຽມ ແລະ ຄ່າບໍລິການ ແລະ ມອບໃບຕິດຕາມວັນນັດໝາຍມາຮັບໃບທະບຽນວິສາຫະກິດ, ຊຶ່ງເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງອອກໃບທະບຽນວິສາຫະກິດ ພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນອອກໃບຕິດຕາມ ເປັນຕົ້ນໄປ;
- ໃນກໍລະນີ ເອກະສານບໍ່ຄົບຖ້ວນ ແລະ/ຫຼື ບໍ່ຖືກຕ້ອງ ຕ້ອງແນະນຳໃຫ້ຜູ້ຍື່ນຄຳຮ້ອງຊາບ ເພື່ອປັບປຸງແກ້ໄຂ ໂດຍຕ້ອງແນະນຳຈຸດທີ່ຕ້ອງປັບປຸງແກ້ໄຂຢ່າງຈະແຈ້ງ ໃສ່ໃນໃບກວດກາເອກະສານ.
ດັ່ງກ່າວ. ພາຍຫຼັງ ປັບປຸງແກ້ໄຂຄົບຖ້ວນ ແລະ ຖືກຕ້ອງແລ້ວ ແມ່ນໃຫ້ປະຕິບັດຕາມຂັ້ນຕອນ ແລະ ເວລາ ຕາມທີ່ກຳນົດໄວ້ໃນຂໍ້ຫ້າຂ້າງເທິງນີ້.
4. ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດຜ່ານທາງເອເລັກໂຕຣນິກ
ກ. ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ
ການຍື່ນແຈ້ງຂຶ້ນທະບຽນວິສາຫະກິດ ຜ່ານທາງເອເລັກໂຕຣນິກ ຜູ້ລົງທຶນສາມາດຍື່ນຄຳຮ້ອງ ແລະ ເອກະສານ ປະກອບຜ່ານລະບົບທະບຽນວິສາຫະກິດທາງເອເລັກໂຕຣນິກ.
ຂ. ເອກະສານປະກອບແຈ້ງຂຶ້ນທະບຽນວິສາຫະກິດ
ເອກະສານປະກອບແຈ້ງຂຶ້ນທະບຽນວິສາຫະກິດທາງເອເລັກໂຕຣນິກ ແມ່ນເອກະສານໃນຮູບແບບ PDF ຫຼື ຮູບຖ່າຍ ຫຼື ເອກະສານເອເລັກໂຕຣນິກ ຊຶ່ງເອກະສານດັ່ງກ່າວ ໃຫ້ປະກອບເອກະສານຄົບຊຸດ ຄືກັນກັບເອກະສານ ປະກອບແຈ້ງຂຶ້ນທະບຽນວິສາຫະກິດຢູ່ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ.
ຄ. ຂັ້ນຕອນ ແລະ ກຳນົດເວລາໃນການພິຈາລະນາອອກໃບທະບຽນວິສາຫະກິດ ມີດັ່ງນີ້:
1) ຜູ້ທີ່ມີຈຸດປະສົງແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງຢັ້ງຢືນຕົວຕົນ ຜ່ານລະບົບທະບຽນວິສາຫະກິດທາງເອເລັກໂຕຣນິກ ເພື່ອຮັບລະຫັດການນຳໃຊ້ລະບົບແຈ້ງຂຶ້ນທະບຽນວິສາຫະກິດ (ID).
2) ພາຍຫຼັງໄດ້ຮັບ ID ແລ້ວ, ຜູ້ຍື່ນຄຳຮ້ອງ ຕ້ອງນຳໃຊ້ ID ເຂົ້າລະບົບທະບຽນວິສາຫະກິດທາງເອເລັກໂຕຣນິກ ເພື່ອປະກອບຂໍ້ມູນ ພ້ອມດ້ວຍເອກະສານປະກອບ ຕາມຄຳແນະນຳສະບັບນີ້.
3) ພາຍຫຼັງປະກອບຂໍ້ມູນສຳເລັດແລ້ວ, ຜູ້ຍື່ນຄຳຮ້ອງ ຕ້ອງຊຳລະຄ່າທຳນຽມ ຜ່ານລະບົບການຊຳລະທາງເອເລັກໂຕຣນິກ. ຫຼັງຈາກໄດ້ຊຳລະຄ່າທຳນຽມແລ້ວ ຜູ້ຍື່ນຄຳຮ້ອງ ຕ້ອງຢືນຢັນການສົ່ງຂໍ້ມູນດັ່ງກ່າວ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ.
4) ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງກວດສອບເນື້ອໃນເອກະສານແຈ້ງຂຶ້ນທະບຽນວິສາຫະກິດ ດັ່ງນີ້:
- ຫຼັງຈາກ ເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕ້ອງແຈ້ງເຕືອນຜ່ານລະບົບ ຫຼື ທາງອີເມວ ຫຼື ຂໍ້ຄວາມຜ່ານເລກໂທລະສັບ (8115) ໃຫ້ຜູ້ຍື່ນຄຳຮ້ອງຊາບ ແລະ ແຈ້ງວັນອອກໃບທະບຽນວິສາຫະກິດ ຊ້າສຸດບໍ່ໃຫ້ເກີນ ສາມ ວັນລັດຖະການ ນັບແຕ່ວັນແຈ້ງເຕືອນ ເປັນຕົ້ນໄປ.
- ໃນກໍລະນີ ເອກະສານບໍ່ຄົບຖ້ວນ ແລະ/ຫຼື ບໍ່ຖືກຕ້ອງ ຕ້ອງແຈ້ງເຕືອນ ຜ່ານລະບົບ ຫຼື ທາງອີເມວ ຫຼື ຂໍ້ຄວາມຜ່ານເລກໂທລະສັບ (8115) ໃຫ້ ຜູ້ຍື່ນຄຳຮ້ອງຊາບ ເພື່ອປັບປຸງແກ້ໄຂ ໂດຍຕ້ອງແນະນຳຈຸດທີ່ຕ້ອງປັບປຸງແກ້ໄຂຢ່າງຈະແຈ້ງ. ພາຍຫຼັງ ປັບປຸງແກ້ໄຂຄົບຖ້ວນ ແລະ ຖືກຕ້ອງແລ້ວ ໃຫ້ປະຕິບັດຕາມຂັ້ນຕອນ ແລະ ເວລາ ຕາມທີ່ກຳນົດໄວ້ໃນຂໍ້ກຳນົດຖັດເທິງນີ້.
ສຳລັບ ວິທີການການຍື່ນແຈ້ງຂຶ້ນທະບຽນວິສາຫະກິດທາງເອເລັກໂຕຣນິກ ໃຫ້ປະຕິບັດຕາມປຶ້ມຄູ່ມືການນຳໃຊ້ລະບົບທະບຽນວິສາຫະກິດທາງເອເລັກໂຕຣນິກ.
11. ນິຍາມ ແລະ ເນື້ອໃນໃບທະບຽນວິສາຫະກິດ
1. ນິຍາມໃບທະບຽນວິສາຫະກິດ
ໃບທະບຽນວິສາຫະກິດ ແມ່ນເອກະສານຮັບຮອງການສ້າງຕັ້ງວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ສາມາດນຳໃຊ້ໄດ້ໃນຂອບເຂດທົ່ວປະເທດ ຊຶ່ງໃບທະບຽນວິສາຫະກິດ ບໍ່ແມ່ນໃບອະນຸຍາດດຳເນີນທຸລະກິດ.
ໃບທະບຽນວິສາຫະກິດ ທີ່ອອກໂດຍເຈົ້າໜ້າທີ່ທະບຽນວິສາຫະກິດ ໃນແຕ່ລະຈຸດບໍລິການ ສາມາດນຳໃຊ້ໄດ້ໃນຮູບແບບເອເລັກໂຕຣນິກ ຫຼື ສາມາດພິມອອກມານຳໃຊ້ເປັນຮູບແບບເຈ້ຍ ຊຶ່ງທັງສອງຮູບແບບ ແມ່ນມີຄຸນຄາທາງດ້ານກົດໝາຍເທົ່າກັນ ແລະ ຖືກຈັດເກັບໄວ້ໃນລະບົບທະບຽນວິສາຫະກິດ.
2. ເນື້ອໃນໃບທະບຽນວິສາຫະກິດ
ໃບທະບຽນວິສາຫະກິດ ມີເນື້ອໃນ ດັ່ງນີ້:
1) ຊື່ວິສາຫະກິດ ເປັນພາສາລາວ ແລະ ເປັນພາສາອັງກິດ;
2) ເລກປະຈຳຕົວວິສາຫະກິດ;
3) ຮູບການ ແລະ/ຫຼື ຮູບແບບ ວິສາຫະກິດ;
4) ທີ່ຕັ້ງສຳນັກງານ ລວມທັງສາຂາ;
ວທຶນຈົດທະບຽນວິສາຫະກິດ ລວມທັງຈຳນວນຮຸ້ນທັງໝົດ ແລະ ມູນຄ່າແຕ່ລະຮຸ້ນ;
6) ຜູ້ອຳນວຍການ ຫຼື ຜູ້ຈັດການ;
7) ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ລວມທັງສັດສ່ວນການຖືຮຸ້ນ.
ສຳລັບເລກປະຈຳຕົວວິສາຫະກິດ ແມ່ນເລກປະຈຳຕົວດຽວກັນກັບເລກປະຈຳຕົວຜູ້ເສຍອາກອນ ທີ່ໄດ້ສ້າງຂຶ້ນຜ່ານລະບົບການເຊື່ອມຕໍ່ລະຫວ່າງລະບົບທະບຽນວິສາຫະກິດ ແລະ ລະບົບຖານຂໍ້ມູນສ່ວຍສາອາກອນ (13ໄ1115), ການອອກເລກປະຈຳຕົວວິສາຫະກິດ ມີພຽງເລກດຽວເທົ່ານັ້ນ ແລະ ບໍ່ອອກຊໍ້າກັບເລກປະຈຳຕົວວິສາຫະກິດອື່ນ.
111. ການເຄື່ອນໄຫວທຸລະກິດພາຍຫຼັງຂຶ້ນທະບຽນວິສາຫະກິດ
ວິສາຫະກິດ ທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວ ກ່ອນຈະດຳເນີນທຸລະກິດຕາມວັດຖຸປະສົງຂອງຕົນ ຕ້ອງສະເໜີຂໍອະນຸຍາດນຳຂະແໜງການທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ ດັ່ງນີ້:
1. ກິດຈະການໃນບັນຊີຄວບຄຸມ ໃຫ້ຂໍອະນຸຍາດລົງທຶນນຳຂະແໜງການແຜນການ ແລະ ການລົງທຶນ
ຂໍອະນຸຍາດດຳເນີນທຸລະກິດ ນຳຂະແໜງການທີ່ກ່ຽວຂ້ອງຕາມກົດໝາຍ ແລະ ລະບຽບການ ຈຶ່ງສາມາດດຳເນີນທຸລະກິດໄດ້ ;
2. ກິດຈະການບໍ່ຢູ່ໃນບັນຊີຄວບຄຸມ ໃຫ້ຂໍອະນຸຍາດດຳເນີນທຸລະກິດ ນຳຂະແໜງການທີ່ກ່ຽວຂ້ອງຕາມກົດໝາຍ ແລະ ລະບຽບການ ຈຶ່ງສາມາດດຳເນີນທຸລະກິດ ໄດ້.
ສຳລັບ ກິດຈະການທີ່ສາມາດດຳເນີນທຸລະກິດໄດ້ເລີຍ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ເງື່ອນໄຂ ກ່ຽວກັບທຸລະກິດນັ້ນຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ສຳລັບ ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ອອກໃບອະນຸຍາດ, ປ່ຽນແປງ, ໂຈະ ຫຼື ຖອນໃບອະນຸຍາດລົງທຶນ ແລະ/ຫຼື ໃບອະນຸຍາດດຳເນີນທຸລະກິດແລ້ວ ຂະແໜງການດັ່ງກ່າວ ຕ້ອງສົ່ງສຳເນົາເອກະສານໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ປະຈຳທີ່ອອກໃບທະບຽນວິສາຫະກິດ ດ້ວຍຮູບແບບເຈ້ຍ ຫຼື ຜ່ານລະບົບເອເລັກໂຕຣນິກ ພາຍໃນ ຫ້າວັນລັດຖະການ ນັບແຕ່ວັນໄດ້ອອກເອກະສານດັ່ງກ່າວ ເປັນຕົ້ນໄປ.
ສຳລັບ ບໍລິສັດມະຫາຊົນ ທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວ ນອກຈາກຂໍອະນຸຍາດລົງທຶນ ແລະ/ຫຼື ຂໍອະນຸຍາດດຳເນີນທຸລະກິດ ຕາມຂໍ້ 1 ແລະ ຂໍ້ 2 ຖັດເທິງນີ້ແລ້ວ ຕ້ອງຂໍອະນຸຍາດລະດົມທຶນຜ່ານຕະຫຼາດທຶນ ກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕາມກົດໝາຍ ແລະ ລະບຽບການກ່ຽວກັບຫຼັກຊັບ. ພາຍຫຼັງໄດ້ຮັບອະນຸຍາດລະດົມທຶນແລ້ວ ຈຶ່ງສາມາດລະດົມທຶນໄດ້.
ວິສາຫະກິດໜຶ່ງ ສາມາດຂໍອະນຸຍາດລົງທຶນ ແລະ/ຫຼື ຂໍອະນຸຍາດດຳເນີນທຸລະກິດ ໄດ້ໃນຫຼາຍກິດຈະການຈາກຂະແໜງການກ່ຽວຂ້ອງ, ເວັ້ນເສຍແຕ່ກົດໝາຍໄດ້ກຳນົດໄວ້ເປັນຢ່າງອື່ນ.
1. ຊື່ວິສາຫະກິດ ແລະ ປ້າຍຊື່ວິສາຫະກິດ
1. ຊື່ວິສາຫະກິດ
ຊື່ວິສາຫະກິດ ແມ່ນຊື່ທີ່ວິສາຫະກິດ ນຳໃຊ້ແຕ່ວັນທີ່ໄດ້ຮັບການສ້າງຕັ້ງວິສາຫະກິດຕາມກົດໝາຍ ຈົນຮອດວັນສິ້ນສຸດການເປັນວິສາຫະກິດ.
ຊື່ຂອງວິສາຫະກິດສ່ວນບຸກຄົນ ຕ້ອງມີຮູບແບບວິສາຫະກິດ ຕິດນຳທຸກຄັ້ງ.
ຊື່ຂອງວິສາຫະກິດຮຸ້ນສ່ວນ, ບໍລິສັດ ຕ້ອງມີຮູບການ ແລະ ຮູບແບບນັ້ນ ຕິດນຳທຸກຄັ້ງ.
ຊື່ວິສາຫະກິດ ຕ້ອງມີຊື່ເປັນພາສາລາວ ແລະ ພາສາອັງກິດ ຍົກເວັ້ນ ວິສາຫະກິດສ່ວນບຸກຄົນ ອາດຈະມີຊື່ເປັນພາສາອັງກິດ ຫຼື ບໍ່ ກໍໄດ້.
ຊື່ວິສາຫະກິດ ປະກອບດ້ວຍ ຮູບການ ແລະ/ຫຼື ຮູບແບບວິສາຫະກິດ ແລະ ຊື່ສະເພາະຂອງວິສາຫະກິດ ດັ່ງນີ້:
1) ຮູບການວິສາຫະກິດ ແລະ ຮູບແບບວິສາຫະກິດ
- ຊື່ຮູບການວິສາຫະກິດ: ວິສາຫະກິດສ່ວນບຸກຄົນ, ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ;
- ຊື່ຮູບແບບວິສາຫະກິດ: ວິສາຫະກິດຮຸ້ນສ່ວນສາມັນ, ວິສາຫະກິດຮຸ້ນສ່ວນຈຳກັດ, ບໍລິສັດຈຳກັດ, ບໍລິສັດຈຳກັດຜູ້ດຽວ ແລະ ບໍລິສັດມະຫາຊົນ.
2) ຊື່ສະເພາະຂອງວິສາຫະກິດ ແມ່ນຊື່ທີ່ຜູ້ລົງທຶນ ເຫັນດີ ຫຼື ຕົກລົງກັນໃສ່ເປັນຊື່ວິສາຫະກິດ ຊຶ່ງອາດຈະ
ໃສ່ຊື່ ຫຼື ນາມສະກຸນຂອງຜູ້ໜຶ່ງ ຫຼື ຫຼາຍຄົນກໍໄດ້ ຫຼື ຈະໃສ່ຊື່ໃດໜຶ່ງກໍໄດ້ຕາມການຕົກລົງກັນ. ພ້ອມນັ້ນ, ຍັງສາມາດເລືອກຊື່ສະເພາະຂອງວິສາຫະກິດ ຕາມວັດຖຸປະສົງທີ່ສະເໜີປະກອບທຸລະກິດ ແຕ່ຊື່ດັ່ງກ່າວ ບໍ່ແມ່ນການອະນຸຍາດດຳເນີນທຸລະກິດ ແລະ ບໍ່ສາມາດເຄື່ອນໄຫວທຸລະກິດຕາມຊື່ດັ່ງກ່າວໄດ້.
ສຳລັບ ຊື່ສະເພາະຂອງວິສາຫະກິດ ທີ່ເປັນພາສາອັງກິດ ຕ້ອງອ່ານອອກສຽງ ແລະ/ຫຼື ມີຄວາມໝາຍຄືກັນກັບພາສາລາວ.
ຊື່ສາຂາ ຂອງວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ຕ້ອງຂຽນຊື່ວິສາຫະກິດທີ່ສ້າງຕັ້ງສາຂາ ຂຶ້ນໜ້າ ແລະ ຕາມດ້ວຍຄຳວ່າ “ສາຂາ” ພ້ອມດ້ວຍ ຊື່ສະຖານທີ່ຕັ້ງຂອງສາຂານັ້ນ ຕັ້ງຢູ່.
2. ຊື່ວິສາຫະກິດທີ່ຫ້າມ
ຊື່ວິສາຫະກິດທີ່ຫ້າມ ມີດັ່ງນີ້:
1) ຊື່ທີ່ຊ້ຳຊ້ອນກັບຊື່ວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວ ຊຶ່ງຂຽນເປັນພາສາດຽວກັນ ແລະ ມີ
ຕົວອັກສອນຄືກັນໜົດທຸກຢ່າງ ທັງພາສາລາວ ແລະ/ຫຼື ພາສາອັງກິດ ຍົກເວັນຊືວິສາຫະກິດສວນບຸກຄົນ;
2) ຊືທີຂັດກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ຫຼື ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີກຽວຂ່ອງ;
ຊືເຕັມ ຫຼື ຊືຫາງການຂອງປະເທດ. ຕົວຢ່າງ: ບໍລິສັດ ສປປ ລາວ ຈຳກັດ; ບໍລິສັດ ສສ. ຫວຽດນາມ ຈຳກັດ;
ອົງການການຄ້າໂລກ (WTO) ຈຳກັດ; ບໍລິສັດ ອົງການສະຫະປະຊາຊົນ (UN) ຈຳກັດ;
ຄືກັບຮູບການ ຫຼື ຮູບແບບວິສາຫະກິດ. ຕົວຢ່າງ: ບໍລິສັດ ຈຳກັດຜູ້ດຽວ ຈຳກັດ; ບໍລິສັດ ມະຫາຊົນສາຫະກິດຮຸ້ນສ່ວນ ຈຳກັດ; ບໍລິສັດ ວິສາຫະກິດສວນບຸກຄົນ ຈຳກັດ;
ຊື່ຂອງອົງການລັດ ແລະ ຊື່ອົງການຈັດຕັ້ງສັງຄົມ. ຕົວຢ່າງ: ບໍລິສັດ ກະຊວງອຸດສາຫະກຳ ແລະ ການຄ້າ ຈຳກັດ; ບໍລິສັດ ອົງການແນວລາວສ້າງຊາດ ຈຳກັດ; ບໍລິສັດ ສະຫະພັນແມ່ຍິງລາວ ຈຳກັດ;
7) ຊື່ພາສາລາວ ທີ່ປົນກັນກັບຊື່ພາສາອັງກິດ ຫຼື ຊື່ຕ່າງປະເທດອື່ນ. ຕົວຢ່າງ: ບໍລິສັດ ສົມມີ ໄຊ 119 ຈຳກັດ; ວິສາຫະກິດຮ່ວມສ່ວນ ໄກນ້ອຍ ມີ+0ຼ19835 ສາມັນ;
8) ຊື່ວິສາຫະກິດທີ່ເປັນຮູບພາບຕ່າງໆ;
9) ຊື່ວິສາຫະກິດທີ່ເກືອດຫ້າມ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
3. ການກວດຊື່ວິສາຫະກິດ
ຊື່ວິສາຫະກິດ ຂອງວິສາຫະກິດຮ່ວມສ່ວນ ແລະ ບໍລິສັດ ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງກວດຊື່ ເພື່ອບໍ່ໃຫ້ເປັນຊື່ວິສາຫະກິດທີ່ເກືອດຫ້າມ ຜ່ານລະບົບທະບຽນວິສາຫະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນເວລາພິຈາລະນາຂຶ້ນ ຫຼື ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ.
ສຳລັບ ຊື່ວິສາຫະກິດສ່ວນບຸກຄົນ ໃຫ້ພິຈາລະນາຂຶ້ນທະບຽນວິສາຫະກິດ ຫຼື ປ່ຽນແປງເນື້ອໃນທະບຽນວິສາຫະກິດໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງກວດສອບຜ່ານລະບົບທະບຽນວິສາຫະກິດ.
4. ການຂຽນຊື່ວິສາຫະກິດແຕ່ລະຮູບການ ແລະ ຮູບແບບວິສາຫະກິດ
ການຂຽນຊື່ວິສາຫະກິດແຕ່ລະຮູບການ ແລະ ຮູບແບບວິສາຫະກິດ ຕ້ອງປະຕິບັດ ດັ່ງນີ້:
4.1 ຊື່ວິສາຫະກິດຂອງວິສາຫະກິດສ່ວນບຸກຄົນ
ຊື່ວິສາຫະກິດສ່ວນບຸກຄົນທີ່ເປັນພາສາລາວ ໃຫ້ຂຽນຊື່ຮູບການວິສາຫະກິດສ່ວນບຸກຄົນ ຂຶ້ນຕົ້ນ ຕາມດ້ວຍຊື່ສະເພາະ. ສຳລັບ ພາສາອັງກິດ ໃຫ້ຂຽນຊື່ສະເພາະຂຶ້ນຕົ້ນ ຕາມດ້ວຍຮູບການວິສາຫະກິດສ່ວນບຸກຄົນ (Sole Proprietorship).
ຕົວຢ່າງ:
- ຊື່ວິສາຫະກິດພາສາລາວ: ວິສາຫະກິດສ່ວນບຸກຄົນ ອຸດອນ ພັດທະນາອະສັງຫາລິມະຊັບ
- ຊື່ວິສາຫະກິດພາສາອັງກິດ: Oudone Phatthana A-sanghalimmasap Sole Proprietorship
4.2 ຊື່ວິສາຫະກິດຂອງວິສາຫະກິດຮຸ້ນສ່ວນ
ຊື່ວິສາຫະກິດຂອງວິສາຫະກິດຮຸ້ນສ່ວນທີ່ເປັນພາສາລາວ ໃຫ້ຂຽນຊື່ຮູບການວິສາຫະກິດຮຸ້ນສ່ວນສາມັນ ຂຶ້ນໜ້າ ຕາມດ້ວຍຊື່ສະເພາະ ແລະ ລົງທ້າຍດ້ວຍຮູບແບບ: ສາມັນ, ຈຳກັດ. ສຳລັບ ພາສາອັງກິດ ໃຫ້ຂຽນຊື່ສະເພາະ ຂຶ້ນໜ້າ ຕາມດ້ວຍຮູບແບບ ວິສາຫະກິດຮຸ້ນສ່ວນສາມັນ (Public Limited Company), ວິສາຫະກິດຮຸ້ນສ່ວນຈຳກັດ (Private Limited Company). ຕົວຢ່າງ: - ຊື່ວິສາຫະກິດພາສາລາວ: ວິສາຫະກິດຮຸ້ນສ່ວນ ອຸດອນ ຣຽວ ເອັສເຕັສ ດີວີລອັບເມັນ ສາມັນ - ຊື່ວິສາຫະກິດພາສາອັງກິດ: Udon Riew Estate Development Public Limited Company
4.3 ຊື່ວິສາຫະກິດຂອງບໍລິສັດ ຊື່ວິສາຫະກິດຂອງບໍລິສັດທີ່ເປັນພາສາລາວ ໃຫ້ຂຽນຊື່ຮູບການບໍລິສັດ ຂຶ້ນໜ້າ ຕາມດ້ວຍຊື່ສະເພາະ ແລະ ລົງທ້າຍດ້ວຍ ຊື່ຮູບແບບບໍລິສັດ: ຈຳກັດ, ຈຳກັດຜູ້ດຽວ, ມະຫາຊົນ. ສຳລັບ ພາສາອັງກິດ ໃຫ້ຂຽນຊື່ສະເພາະຂຶ້ນ
ຫ້າ ຕາມດ້ວຍຮູບແບບບໍລິສັດ: ຈຳກັດ (00.11ໃ ຫຼື (00010ເພພ/ 1ນົນ1ໄອໃ, ຈຳກັດຜູ້ດຽວ ( 5016 (70.,1.ໄເ ຫຼື 5016 (701ານຼວຫຟູ 1]]ກາໄ່ໄອ(), ມະຫາຊົນ (4 ]ເຟ້ງ16 (?0ການວໜູ).
ຕົວຢ່າງ:
- ຊີວິສາຫະກິດພາສາລາວ: ບໍລິສັດ ອຸດອນ ພັດທະນາ ຣຽວ ເອັສເຕັສ ຈຳກັດ
- ຊືວິສາຫະກິດພາສາອັງກິດ: (0 0ຝ016 [ໄ6ຟ[ ມີ5ໄຊໄອ 1ມ67ຝ[00116ກ1ໄ້ (?0..1.ໄປ[
4.4 ຊືສາຂາວິສາຫະກິດ
ຊືສາຂາຂອງວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ ໃຫ້ຂຽນຊືວິສາຫະກິດຮຸ່ນສ່ວນ ຫຼື ບໍລິສັດທີສ່າງຕັ່ງ
ສາຂາ ຂຶ້ນຫາ ແລະ ລົງທ້າຍດ້ວຍຄ່າວາ: ສາຂາ ຕາມດ້ວຍຊື້ສະຖານທີ່ຕັ້ງຂອງສາຂານັ້ນ ຕັ້ງຢູ່. ສຳລັບ ພາສາ
ອັງກິດ ໃຫ້ຂຽນຊືວິສາຫະກິດຮຸ່ນສ່ວນ ຫຼື ບໍລິສັດ ທີ່ສ້າງຕັ່ງສາຂາ ຂຶ້ນໜ້າ ຕາມດ້ວຍຊືສະຖານທີຕັ້ງຂອງສາຂາ
ແລະ ລົງທ້າຍດ້ວຍຄຳວາ ສາຂາ (819ກເ1) .
ຕົວຢ່າງ:
- ຊື່ວິສາຫະກິດພາສາລາວ: ບໍລິສັດ ອຸດອນ ພັດທະນາອະສັງຫາລິມະຊັບ ຈຳກັດ ສາຂາ ຈຳປາສັກ
- ຊື່ວິສາຫະກິດພາສາອັງກິດ: (ບໍລິສັດ ອຸດອນ ພັດທະນາ ອະສັງຫາລິມະຊັບ ຈຳກັດ ສາຂາ ຈຳປາສັກ)
5. ການຄຸ້ມຄອງຊື່ວິສາຫະກິດ
ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ຫາກຊື່ວິສາຫະກິດໃດໜຶ່ງ ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ ແລະ/ຫຼື ອາດຈະສ້າງຜົນເສຍຫາຍຕໍ່ທຸລະກິດ ຫຼື ຊື່ສຽງຂອງວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວ ໃຫ້ຈັດຕັ້ງປະຕິບັດ ຕາມແຕ່ລະກໍລະນີ ດັ່ງນີ້:
5.1 ເມື່ອໄດ້ຮັບການສະເໜີຈາກຂະແໜງການກ່ຽວຂ້ອງ ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ຕ້ອງແຈ້ງວິສາຫະກິດ ມາປ່ຽນແປງຊື່ວິສາຫະກິດດັ່ງກ່າວ ພາຍໃນ ສາມ ວັນລັດຖະການ. ໃນກໍລະນີ ວິສາຫະກິດບໍ່ມາປ່ຽນແປງຊື່ວິສາຫະກິດພາຍໃນເວລາທີ່ກຳນົດ ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງໂຈະການນຳໃຊ້ ໃບທະບຽນວິສາຫະກິດ
ສາຫະກິດດັ່ງກ່າວ ຈົນກວ່າຈະມີການປ່ຽນແປງ ແລະ ແຈ້ງຜົນການໂຈະ ຫຼື ການປ່ຽນແປງຊື່ດັ່ງກ່າວ ໃຫ້ຂະແໜງການກ່ຽວຂ້ອງ ເພື່ອຊາບ ແລະ ປະຕິບັດມາດຕະການຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
5.2 ຊື່ວິສາຫະກິດໃດໜຶ່ງ ຫາກສ້າງຜົນເສຍຫາຍຕໍ່ທຸລະກິດ ຫຼື ຊື່ສຽງທຸລະກິດຂອງວິສາຫະກິດ ສາມາດຍື່ນຄຳຮ້ອງຕໍ່ ສູນ ຫຼື ຫ້ອງການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຫຼື ຮ້ອງຟ້ອງຕໍ່ສານ ຕາມຂັ້ນຕອນຂອງກົດໝາຍ. ພາຍຫຼັງສິ້ນສຸດຕາມຂັ້ນຕອນຂອງກົດໝາຍແລ້ວ, ວິສາຫະກິດ ຫຼື ອົງການລັດທີ່ກ່ຽວຂ້ອງ ຈຶ່ງສະເໜີມາຍັງເຈົ້າໜ້າທີ່ທະບຽນວິສາຫະກິດຜູ້ທີ່ອອກໃບທະບຽນວິສາຫະກິດໃຫ້ ເພື່ອເປັນຜູ້ອີງໃນການຈັດຕັ້ງປະຕິບັດ.
6. ການນຳໃຊ້ຊື່ວິສາຫະກິດທີ່ຖືກ ປ່ຽນແປງ ຫຼື ລຶບຊື່ວິສາຫະກິດ
ພາຍຫຼັງ ຊື່ວິສາຫະກິດ ຫາກໄດ້ຖືກປ່ຽນແປງເປັນຊື່ໃໝ່ ຕາມການປ່ຽນແປງເນື້ອໃນໃບທະບຽນວິສາຫະ
ກິດ ຫຼື ຖືກລຶບຊື່ ຕາມການຍຸບເລີກວິສາຫະກິດ ອອກຈາກຖານຂໍ້ມູນວິສາຫະກິດແຫ່ງຊາດແລ້ວ, ບຸກຄົນ ຫຼື ນິຕິບຸກຄົນອື່ນ ສາມາດນຳໃຊ້ຊື່ດັ່ງກ່າວ ເພື່ອແຈ້ງຂຶ້ນ ຫຼື ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ນຳເຈົ້າໜ້າທີ່ທະບຽນວິສາຫະກິດ.
7. ປ້າຍຊື່ວິສາຫະກິດ
7.1 ເນື້ອໃນປ້າຍຊື່ວິສາຫະກິດ
ປ້າຍຊື່ວິສາຫະກິດ ຕ້ອງປະກອບດ້ວຍເນື້ອໃນ ດັ່ງນີ້:
- ຊື່ວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນໃບທະບຽນວິສາຫະກິດ;
- ເລກປະຈຳຕົວວິສາຫະກິດ;
- ໝາຍເລກໂທລະສັບທີ່ສາມາດຕິດຕໍ່ໄດ້;
- ໂລໂກ ຫຼື ຄິວອາໂຄດ (ຖ້າມີ).
ສຳລັບ ປ້າຍຊື່ວິສາຫະກິດ ທີ່ຂຽນ ຫຼື ພິມເປັນພາສາລາວ ແລະ ພາສາອັງກິດນັ້ນ ໃຫ້ໃສ່ຊື່ພາສາລາວ ຢູ່ເທິງ ແລະ ຊື່ພາສາອັງກິດ ຢູ່ລຸ່ມ. ຂະໜາດຕົວອັກສອນພາສາອັງກິດ ບໍ່ໃຫ້ໃຫຍ່ກວ່າ ສອງສ່ວນສາມ ຂອງຕົວອັກສອນລາວ.
ໃນກໍລະນີ ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຫາກມີຄວາມຈຳເປັນ ຕ້ອງປ່ຽນແປງເນື້ອ
ໃນປ້າຍຊື່ວິສາຫະກິດ, ວິສາຫະກິດ ຕ້ອງປ່ຽນປ້າຍໃໝ່ໃຫ້ສອດຄ່ອງກັບເນື້ອໃນການປ່ຽນແປງດັ່ງກ່າວ.
7.2 ຂະໜາດ, ສີພື້ນ ແລະ ຕົວອັກສອນ ຂອງປ້າຍຊື່ວິສາຫະກິດ
(1) ຂະໜາດນ້ອຍສຸດ ບໍ່ໃຫ້ຫຼຸດ 30x60 ຊັງຕີແມັດ.
(2) ສີພື້ນ ແລະ ຕົວອັກສອນຂອງປ້າຍວິສາຫະກິດເອກະຊົນ ພື້ນສີເຫຼືອງ ຕົວອັກສອນສີແດງ. ສຳລັບ ປ້າຍລັດວິສາຫະກິດ ພື້ນສີຂາວ ຕົວອັກສອນສີແດງ. (ຕົວຢ່າງ ປ້າຍຊື່ວິສາຫະກິດ ມີເອກະສານຊ້ອນທ້າຍຄັດຕິດມາພ້ອມນີ້).
7.3 ການຕິດປ້າຍຊື່ວິສາຫະກິດ
ວິສາຫະກິດ ແລະ ສາຂາວິສາຫະກິດ ຕ້ອງຕິດປ້າຍຊື່ວິສາຫະກິດຂອງຕົນ ພາຍໃນເວລາ ຫົກສິບ ວັນນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.
ປ້າຍຊື່ວິສາຫະກິດ ສາມາດຕິດຢູ່ທີ່ຕັ້ງສຳນັກງານວິສາຫະກິດ ຕາມຄວາມເໝາະສົມ.
ໝວດ 8. ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ
1. ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ
ວິສາຫະກິດ ຫາກມີການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ເພື່ອອອກໃບທະບຽນວິສາຫະກິດໃໝ່ໃຫ້.
ສຳລັບ ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດຜ່ານທາງເອເລັກໂຕຣນິກ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຜ່ານລະບົບທະບຽນວິສາຫະກິດ ດ້ວຍການນຳໃຊ້ລະຫັດການນຳໃຊ້ລະບົບ (ປະຈຳຕົວຜູ້ໃຊ້) ແລ້ວປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນຂໍ້ 3 ຂອງຄຳແນະນຳສະບັບນີ້.
2. ເອກະສານປະກອບແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ
ການແຈ້ງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ປະກອບມີເອກະສານຕົ້ນຕໍ ດັ່ງນີ້:
(1) ຄຳຮ້ອງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຕາມແບບພິມ;
(2) ໃບທະບຽນວິສາຫະກິດ ຕົ້ນສະບັບ ຍົກເວັ້ນ ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດຜ່ານທາງເອເລັກໂຕຣນິກ ຫຼື ເສຍຫາຍ;
(3) ຫັງສືຕົກລົງ ຕາມແຕ່ລະຮູບການ, ຮູບແບບວິສາຫະກິດ ດັ່ງນີ້:
- ວິສາຫະກິດສ່ວນບຸກຄົນ ຕ້ອງມີຫັງສືຕົກລົງຈາກເຈົ້າຂອງວິສາຫະກິດສ່ວນບຸກຄົນ ໃນກໍລະນີຈ້າງບຸກຄົນພາຍນອກເປັນຜູ້ຈັດການ;
- ສາຫະກິດຮຸ້ນສ່ວນ ຕ້ອງມີຫັງສືຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ. ໃນກໍລະນີ ຜູ້ຖືຮຸ້ນ ທີ່ເປັນນິຕິບຸກຄົນ ທີ່ລົງລາຍເຊັນໃນຫັງສືຕົກລົງຂອງກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ມີຫັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
- ບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ ຕ້ອງມີມະຕິກອງປະຊຸມຜູ້ຖືຮຸ້ນ (ໃນກໍລະນີ ບໍ່ມີສິດລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ). ໃນກໍລະນີ ຜູ້ຖືຮຸ້ນ ທີ່ເປັນນິຕິບຸກຄົນ ທີ່ລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ມີຫັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
ບໍລິສັດຈຳກັດຜູ້ດຽວ ຕ້ອງມີຫັງສືຕົກລົງຈາກຜູ້ຖືຮຸ້ນ ໃນກໍລະນີຈ້າງບຸກຄົນພາຍນອກເປັນຜູ້ຈັດການ;
ລັດວິສາຫະກິດ ຕ້ອງມີຫັງສືຢັ້ງຢືນການປ່ຽນແປງເນືອໃນໃບທະບຽນວິສາຫະກິດ ຕາມລະບຽບການຂອງຂະແໝງການເງິນ.
ນອກຈາກ ເອກະສານທີໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:
(1) ຜູ້ຈັດການ, ຜູ້ອຳນວຍການ, ເຈົ້າຂອງວິສາຫະກິດ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ, ພ້ອມດ້ວຍສຳເນົາ ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ແລະ ຫັງສືຜານແດນ ສຳລັບຄົນຕາງປະເທດ ທີຍັງມີອາຍຸການນຳໃຊ້ ຂອງຜູ້ຮັບມອບສັນທະ ຫຼື ມອບສິດ;
(2) ການປ່ຽນຜູ້ຈັດການ, ຜູ້ອຳນວຍການ, ເຈົ້າຂອງວິສາຫະກິດ, ຂາຮຸ້ນ ຫຼື ຜູ້ຖື
ຫຼື ປຶ້ມສຳມະໂນຄົວ ແລະ ຫັງສືຜ່ານແດນ ສຳລັບຄົນຕ່າງປະເທດ ທີ່ຍັງມີອາຍຸການນຳໃຊ້;
(3) ການປ່ຽນເຈົ້າຂອງວິສາຫະກິດສ່ວນບຸກຄົນ ຕ້ອງມີສັນຍາໂອນກິດຈະການ ຫຼື ຫັງສືມອບໂອນກຳມະສິດ ແລະ ໄດ້ຮັບຢັ້ງຢືນຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ;
(4) ການປ່ຽນ, ເພີ່ມ, ຫຼຸດ ແລະ ປ່ຽນສັດສ່ວນການຖືຮຸ້ນ ຂອງຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ:
ຮຸ້ນ ຕ້ອງສຳເນົາ ບັດປະຈຳຕົວ
- ສັນຍາໂອນຮຸ້ນ ຕ້ອງຢັ້ງຢືນຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ
ຍົກເວັ້ນ ການເພີ່ມຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນໃໝ່ ໂດຍການເພີ່ມທຶນຈົດທະບຽນວິສາຫະກິດ ໃຫ້ປະຕິບັດຕາມຫັງສືຕົກລົງເຫັນດີກອງປະຊຸມຜູ້ຖືຮຸ້ນ ຫຼື ມະຕິກອງປະຊຸມຜູ້ຖືຮຸ້ນ. ໃນກໍລະນີ ຜູ້ຖືຮຸ້ນໃໝ່ ຫຼື ຜູ້ຖືຮຸ້ນໃໝ່ ເປັນນິຕິບຸກຄົນ ຕ້ອງສຳເນົາໃບທະບຽນວິສາຫະກິດ ຫຼື ເອກະສານຢັ້ງຢືນການເປັນ
ນິຕິບຸກຄົນ ລວມທັງລາຍຊື່ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນຂອງນິຕິບຸກຄົນດັ່ງກ່າວ.
- ໃນກໍລະນີ ການເພີ່ມຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ໂດຍການເພີ່ມທຶນຈົດທະບຽນວິສາຫະກິດ, ຜູ້ຖືຮຸ້ນໃໝ່ ຫຼື ຜູ້ຖືຮຸ້ນໃໝ່ ຕ້ອງລົງລາຍເຊັນໃນໜັງສືຕົກລົງເຫັນດີກອງປະຊຸມຜູ້ຖືຮຸ້ນ ຫຼື ມະຕິກອງປະຊຸມຜູ້ຖືຮຸ້ນ.
(5) ການສືບທອດມໍລະດົກ ຈາກເຈົ້າຂອງວິສາຫະກິດສ່ວນບຸກຄົນ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ທີ່ເສຍຊີວິດ ຕ້ອງໄດ້ຮັບການຢັ້ງຢືນຮັບມໍລະດົກ ຈາກຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ;
(6) ການປ່ຽນ ຫຼື ຫຼຸດຜູ້ຖືຮຸ້ນ ທີ່ບໍ່ຖອກຮຸ້ນ ຕາມມາດຕາ 102 ຜົນສະທ້ອນຂອງການບໍ່ຖອກຮຸ້ນ ຂອງກົດໝາຍວ່າດ້ວຍວິສາຫະກິດ:
- ໜັງສືຢັ້ງຢືນການບໍ່ຖອກຮຸ້ນ ຈາກຜູ້ອຳນວຍການ ແລະ/ຫຼື ຜູ້ຖືຮຸ້ນທີ່ໄດ້ຖອກຮຸ້ນ ຕ້ອງຢັ້ງຢືນຈາກ
ຂະແໜງການທະບຽນສານ ຕາມກົດໝາຍວ່າດ້ວຍທະບຽນສານ (ຜູ້ຖືຮຸ້ນ ເປັນນິຕິບຸກຄົນ ຜູ້ທີ່ລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນ ຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ມີໜັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ).
- ໃນກໍລະນີ ການປ່ຽນຜູ້ຖືຮຸ້ນ, ຜູ້ຖືຮຸ້ນໃໝ່ ຕ້ອງລົງລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນ.
(7) ການຫຼຸດທຶນຈົດທະບຽນວິສາຫະກິດຂອງບໍລິສັດ ຕ້ອງມີຫຼັກຖານການແຈ້ງຜ່ານທາງສື່ມວນຊົນ (ແຈ້ງຜ່ານໜັງສືພິມ ຫຼື ເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ) ຢ່າງໜ້ອຍ ສາມ ຄັ້ງ ຊຶ່ງສາມາດລົງວັນຕໍ່ວັນ ຫຼື ບໍ່ ກໍໄດ້;
(8) ການປ່ຽນຮູບການວິສາຫະກິດສ່ວນບຸກຄົນ ເປັນ ວິສາຫະກິດຮຸ້ນສ່ວນ ຕ້ອງປະກອບເອກະສານ ຕາມຂໍ້ 2 ຂອງຄຳແນະນຳສະບັບນີ້;
(9) ການປ່ຽນຮູບການວິສາຫະກິດສ່ວນບຸກຄົນ ຫຼື ວິສາຫະກິດຮຸ້ນສ່ວນ ເປັນ ບໍລິສັດ:
- ປະກອບເອກະສານ ຕາມຂໍ້ 2 ໂຣແມງ 1 ຂອງຄຳແນະນຳສະບັບນີ້;
- ໃບປະຕິຍານການຊຳລະສະສາງຫໍ້ສິນຢ່າງຖືກຕ້ອງ ແລະ ຄົບຖ້ວນ ຈາກເຈົ້າຂອງວິສາຫະກິດ ຫຼື ຜູ້ຈັດການ.
(10) ການປ່ຽນຮູບແບບບໍລິສັດມະຫາຊົນ ເປັນ ຮູບການ ແລະ ຮູບແບບວິສາຫະກິດອືນ:
- ຫັງສືແຈ້ງຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນກໍລະນີ ບໍລິສັດມະຫາຊົນ ທີບໍ່ໄດ້ເງືອນໄຂ ຫຼື ບໍ່ມີຈຸດປະສົງລະດົມທຶນຜ່ານຕະຫຼາດທຶນ ຕາມກົດໝາຍ ແລະ ລະບຽບການກຽວກັບວຽກງານຫຼັກຊັບ;
- ຫັງສືແຈ້ງຈາກຕະຫຼາດຊັບລາວ ໃນກໍລະນີ ບໍລິສັດມະຫາຊົນ ທີໄດ້ສິ້ນສຸດສະຖານະການເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ.
(11) ການຄວບ ຫຼື ການແຍກ ວິສາຫະກິດ ຕ້ອງມີຫຼັກຖານການແຈ້ງຜ່ານທາງສືມວນຊົນ (ແຈ້ງຜານຫັງສືພິມ ຫຼື ເວັບໄຊຖານຂໍ້ມູນວິສາຫະກິດແຫງຊາດ) ຢ່າງໜ້ອຍ ໜຶງ ຄັ້ງ;
(12) ການປ່ຽນແປງ ຊື່, ນາມສະກຸນ ຫຼື ສັນຊາດ ຂອງເຈົ້າຂອງວິສາຫະກິດສວນບຸກຄົນ, ຜູ້ຖືຮຸ້ນ, ຜູ້ຈັດການ ແລະ ຜູ້ອຳນວຍການ ມີດັ່ງນີ້:
- ບຸກຄົນລາວ: ສຳເນົາ ປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໃບຢັ້ງຢືນການປ່ຽນແປງຊື່ ແລະ/ຫຼື ນາມສະກຸນ ຈາກຂະແບນງການພາຍໃນ;
- ບຸກຄົນຕາງປະເທດ: ສຳເນົາ ຫັງສືຜ້ານແດນ ຫຼື ໃບຢັ້ງຢືນການໄດ້ສັນຊາດ ຫຼື ໃບຢັ້ງຢືນການປ່ຽນແປງຊື່ ແລະ/ຫຼື ນາມສະກຸນ ຈາກກົງສູນ ຫຼື ສະຖານທູດ ຂອງປະເທດນັ້ນ ປະຈຳ ສປປ ລາວ;
- ຜູ້ຖືຮຸ້ນ ທີເປັນນິຕິບຸກຄົນ: ສຳເນົາ ໃບທະບຽນວິສາຫະກິດ ຫຼື ເອກະສານກຽວຂ່ອງກັບການປ່ຽນແປງຊື່ນິຕິບຸກຄົນດັ່ງກາວ.
3. ຂັ້ນຕອນ ແລະ ກຳນົດເວລາການປ່ຽນແປງເນື້ອໃນທະບຽນວິສາຫະກິດ
ວິສາຫະກິດ ຜູ້ທີມີຈຸດປະສົງປ່ຽນແປງເນື່ອໃນທະບຽນວິສາຫະກິດ ໃຫ້ຍືນຄຳຮ້ອງ ພ້ອມດ້ວຍເອກະສານ
ປະກອບ ຕໍ່ເຈົ້າຫ້າທີທະບຽນວິສາຫະກິດ ປອນທີອອກໃບທະບຽນວິສາຫະກິດໃຫ້ ຊຶງເຈົ້າຫ້າທີ່ທະບຽນວິສາຫະກິດ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ກຳນົດເວລາການພິຈາລະນາອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ ກຳນົດໄວ້ ໃນ ຂໍ້ 3 ແລະ ຂໍ້ 4 ໂຣແມັງ 1 ຂອງຄຳແນະນຳສະບັບນີ້.
ສຳລັບ ການແຈ້ງປ່ຽນແປງເນື່ອໃນໃບທະບຽນວິສາຫະກິດທາງເອເລັກໂຕຣນິກ ໃຫ້ປະຕິບັດຕາມຂັ້ນຕອນ ແລະ ກຳນົດເວລາການພິຈາລະນາອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 4 (ຄ) ໂຣແມັງ [ ຂອງຄຳແນະນຳສະບັບນີ້.
4. ຜົນຂອງການປ່ຽນແປງເນື້ອໃນທະບຽນວິສາຫະກິດ
ພາຍຫຼັງການປ່ຽນແປງເນື່ອໃນທະບຽນວິສາຫະກິດແລ້ວ ຈະບໍ່ພາໃຫ້ຄວາມຮັບຜິດຊອບເກົ່າຕົກໄປ ເປັນຕົ້ນ ພັນທະອາກອນ ແລະ ພັນທະອືນຕາມໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ໃນກໍລະນີ ການປ່ຽນແປງເນື້ອໃນທະບຽນວິສາຫະກິດດັ່ງກ່າວ ຫາກມີຄວາມຈຳເປັນຕ້ອງປ່ຽນແປງເນື່ອໃນໃບ
ອະນຸຍາດ, ວິສາຫະກິດທີ່ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດດັ່ງກ່າວ ຕ້ອງສະເໜີຂໍແບບແຜນການທີ່ກ່ຽວຂ້ອງ ເພື່ອປ່ຽນແປງໃບອະນຸຍາດ ຕາມກົດໝາຍ ແລະ ລະບຽບການ.
ໝວດ 4 ສາຂາຂອງວິສາຫະກິດ
1. ຫຼັກການກ່ຽວກັບສາຂາຂອງວິສາຫະກິດ
ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ສາມາດສ້າງຕັ້ງສາຂາຂອງຕົນໄດ້ ຍົກເວັ້ນ ວິສາຫະກິດສ່ວນບຸກຄົນ.
ວິສາຫະກິດ (ນິຕິບຸກຄົນ) ທີ່ຂຶ້ນທະບຽນວິສາຫະກິດຕາມກົດໝາຍຕ່າງປະເທດ ທີ່ມີຈຸດປະສົງສ້າງຕັ້ງສາຂາຢູ່ ສປປ ລາວ ຕ້ອງຂຶ້ນທະບຽນວິສາຫະກິດເປັນນິຕິບຸກຄົນ ຕາມປະເພດ, ຮູບການ ແລະ ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ.
ສາຂາຂອງວິສາຫະກິດ ເປັນສ່ວນໜຶ່ງໃນໂຄງປະກອບຂອງການຈັດຕັ້ງທຸລະກິດຂອງວິສາຫະກິດ ເຮັດໜ້າທີ່ເປັນຕົວແທນໃນການບໍລິຫານຈັດການ ວຽກງານຊ່ວຍວິສາຫະກິດທີ່ສ້າງຕັ້ງສາຂາ ຊຶ່ງສາຂາດັ່ງກ່າວ ບໍ່ມີຖານະເປັນ
ນິຕິບຸກຄົນ ທີແຍກອອກຈາກວິສາຫະກິດນັ້ນ.
ສາຂາຂອງວິສາຫະກິດ ສາມາດມີໜຶງ ຫຼື ຫຼາຍສາຂາ ໃນແຂວງໜຶງ ຫຼື ຫຼາຍແຂວງ ໃນຂອບເຂດທົ່ວປະເທດ ຂຶ້ນກັບການຕົກລົງຂອງວິສາຫະກິດ ແລະ ສາມາດເຄືອນໄຫວໃນຂອບເຂດທີວິສາຫະກິດທີສ໋າງຕັ່ງສາຂາມອບບນາຍໃຫ້. ການມອບໜາຍນີ້ ຕ້ອງເຮັດເປັນລາຍລັກອັກສອນ ແລະ ຕ້ອງບໍ່ເກີນຂອບເຂດສິດ, ຫ້າທີຂອງວິສາຫະກິດທີສຳງຕັ່ງສາຂານັ້ນ ຕາມທີໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ວິສາຫະກິດທີສ້າງຕັ້ງສາຂາ ຕ້ອງຮັບຜິດຊອບຕໍ່ທຸກການກະທຳຂອງສາຂາຕົນ ຄືກັບເປັນການກະທຳຂອງຕົນເອງ. ໃນກໍລະນີ ມີການຮ້ອງຟ້ອງສາຂາຂອງວິສາຫະກິດ ໃຫ້ຖືວາເປັນການຮ້ອງຟ້ອງວິສາຫະກິດທີສ້າງຕັງສາຂາ.
2. ຂັ້ນຕອນ ແລະ ກຳນົດເວລາການເພີມສາຂາ, ຫຼຸດສາຂາ ແລະ ປ່ຽນແປງຂໍ້ມູນສາຂາ
ວິສາຫະກິດ ທີມີຈຸດປະສົງເພີມສາຂາ, ຫຼຸດສາຂາ ຫຼື ປ່ຽນແປງຂໍ້ມູນສາຂາ ໃຫ້ຍືນຄຳຮ້ອງປຽນແປງເນື້ອ
ໃນທະບຽນວິສາຫະກິດ ພ້ອມດ້ວຍເອກະສານປະກອບ ຕາມຂໍ້ 2 ຂອງຄຳແນະນຳສະບັບນີ້ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຜູ້ທີ່ອອກໃບທະບຽນວິສາຫະກິດໃຫ້ ເພື່ອພິຈາລະນາ ຕາມຂັ້ນຕອນ ແລະ ກຳນົດເວລາການພິຈາລະນາອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 3 ແລະ ຂໍ້ 4 ຂອງຄຳແນະນຳສະບັບນີ້.
ພາຍຫຼັງໄດ້ເພີ່ມສາຂາ, ຫຼຸດສາຂາ ຫຼື ປ່ຽນແປງຂໍ້ມູນສາຂາ ໃນໃບທະບຽນວິສາຫະກິດແລ້ວ ເຈົ້າໜ້າທີ່ທະບຽນວິສາຫະກິດ ຜູ້ທີ່ອອກໃບທະບຽນວິສາຫະກິດ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດຜູ້ທີ່ຕັ້ງສາຂານັ້ນ ເພື່ອຊາບ.
ຂໍ້ມູນສາຂາຂອງວິສາຫະກິດ ທີ່ລະບຸໄວ້ໃນໃບທະບຽນວິສາຫະກິດ ປະກອບມີເນື້ອໃນ:
(1) ຊື່ສາຂາ;
(2) ທີ່ຕັ້ງສຳນັກງານສາຂາ ແລະ ເບີໂທລະສັບ;
(3) ຊື່, ນາມສະກຸນ ແລະ ສັນຊາດ ຂອງຫົວໜ້າສາຂາ.
3. ການເຄື່ອນໄຫວພາຍຫຼັງການສ້າງຕັ້ງສາຂາວິສາຫະກິດ
ວິສາຫະກິດ ທີ່ໄດ້ເພີ່ມສາຂາໃສ່ໃບທະບຽນວິສາຫະກິດແລ້ວ, ກ່ອນສາຂາດັ່ງກ່າວ ຈະເຄື່ອນໄຫວທຸລະກິດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ.
ມາດຕາ 11. ຕາປະທັບຂອງວິສາຫະກິດ
ວິສາຫະກິດ ແລະ ສາຂາຂອງວິສາຫະກິດ ສາມາດຂໍຄວັດຕາປະທັບຂອງຕົນ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວທຸລະກິດ ຊຶ່ງຂຶ້ນກັບຄວາມສະໝັກໃຈຂອງວິສາຫະກິດ ໂດຍຖືເປັນທາງເລືອກຂອງວິສາຫະກິດ ສາມາດມີ ຫຼື ບໍ່ມີ ກໍໄດ້.
ການຂໍຄວັດຕາປະທັບ ໃຫ້ນຳເອົາສຳເນົາໃບທະບຽນວິສາຫະກິດ ໄປຍື່ນຕໍ່ ຂະແໜງການປ້ອງກັນຄວາມສະຫງົບ ເພື່ອພິຈາລະນາຄວັດຕາປະທັບ ແລະ ອອກໃບອະນຸຍາດນຳໃຊ້ຕາປະທັບ ຕາມລະບຽບການ.
ໃນກໍລະນີ ຊື່ສະເພາະຂອງວິສາຫະກິດ ທີ່ມີວັດຖຸປະສົງ ຫຼື ບົ່ງບອກເຖິງເປົ້າໝາຍໃນການເຄື່ອນໄຫວທຸລະກິດ ເປັນຕົ້ນ ໂຮງຮຽນ, ວິທະຍາໄລ ແມ່ນໃຫ້ວິສາຫະກິດສະເໜີ ຕໍ່ຂະແໜງການປ້ອງກັນຄວາມສະຫງົບ ເພື່ອ
ພິຈາລະນາ ຄວັດ ແລະ ອອກໃບອະນຸຍາດນຳໃຊ້ຕາປະທັບ ຕາມລະບຽບການ.
ນໄ. ການຂໍໃບທະບຽນວິສາຫະກິດໃຫ
ການຂໍໃບທະບຽນວິສາຫະກິດໃໜ ເນືອງຈາກໃບທະບຽນວິສາຫະກິດຮູບແບບເຈ້ຍ ທີເປຶ້ອນ, ຈີກຂາດ ແລະ ເສຍຫາຍ ຊຶງວິສາຫະກິດ ມີຈຸດປະສົງຂໍໃບທະບຽນວິສາຫະກິດຮູບແບບເຈ້ຍໃໜ ໂດຍຕ້ອງຍືນຄຳຮ້ອງ ຕໍ່ເຈົ້າຫ້າທີ ທະບຽນວິສາຫະກິດ ປອນທີອອກໃບທະບຽນວິສາຫະກິດໃຫ້.
ພາຍຫຼັງໄດ້ຮັບຄຳຮ້ອງຈາກວິສາຫະກິດແລ້ວ, ເຈົ້າຫ້າທີທະບຽນວິສາຫະກິດ ຕ້ອງພິຈາລະນາອອກໃບທະ ບຽນວິສາຫະກິດ ພາຍໃນເວລາ ສາມ ວັນລັດຖະການ ນັບແຕວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.
ສຳລັບໃບທະບຽນວິສາຫະກິດທີອອກຄືນໃໜ ຕ້ອງມີເນື້ອໃນຄົບຖ້ວນຄືເກົ່າ ລວມທັງວັນທີອອກໃບທະບຽນວິ ສາຫະກິດ ດຽວກັນກັບ ໃບທະບຽນວິສາຫະກິດຮູບແບບເຈ້ຍ ທີເປື້ອນ, ຈີກຂາດ ແລະ ເສຍຫາຍ ດັ່ງກາວ.
1 ເ. ການໂຈະ ແລະ ຍົກເລີກການໂຈະການນຳໃຊ້ໃບທະບຽນວິສາຫະກິດ ແລະ ການສິ້ນສຸດເລກປະຈຳຕົວຜູ້ເສຍອາກອນ
ການໂຈະການນຳໃຊ້ໃບທະບຽນວິສາຫະກິດ ແມ່ນມາດຕະການຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ນຳໃຊ້ຕໍ່ວິສາຫະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຕາມການສະເໜີຂອງຂະແໜງການສ່ວຍສາອາກອນເທົ່ານັ້ນ ຊຶ່ງເປັນມາດຕະການຮ່ວມມື ລະຫວ່າງ ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດ ເພື່ອຮັບປະກັນໃຫ້ວິສາຫະກິດ ປະຕິບັດຕາມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານສ່ວຍສາອາກອນ.
11
ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງໂຈະ, ຍົກເລີກການໂຈະການນຳໃຊ້ໃບທະບຽນວິສາຫະກິດ ແລະ ການສິ້ນສຸດເລກປະຈຳຕົວຜູ້ເສຍອາກອນ ປະຕິບັດ ດັ່ງນີ້:
1. ພາຍຫຼັງໄດ້ຮັບການສະເໜີໃຫ້ໂຈະການນຳໃຊ້ໃບທະບຽນວິສາຫະກິດ ຈາກເຈົ້າໜ້າທີ່ສ່ວຍສາອາກອນ,
ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ຕ້ອງອອກແຈ້ງການໂຈະການນຳໃຊ້ໃບທະບຽນວິສາຫະກິດ ແລະ ຕ້ອງປ່ຽນແປງສະຖານະຂອງວິສາຫະກິດໃນລະບົບທະບຽນວິສາຫະກິດ ເປັນໂຈະການນຳໃຊ້ໃບທະບຽນວິສາຫະກິດ ພາຍໃນ ສອງ ວັນລັດຖະການ ນັບແຕ່ວັນໄດ້ຮັບການສະເໜີຈາກເຈົ້າໜ້າທີ່ສ່ວຍສາອາກອນເປັນຕົ້ນໄປ. ພາຍຫຼັງວິສາຫະກິດທີ່ຖືກໂຈະການນຳໃຊ້ໃບທະບຽນວິສາຫະກິດແລ້ວ ບໍ່ສາມາດນຳໃຊ້ໃບທະບຽນວິສາຫະກິດດັ່ງກ່າວ ແລະ ບໍ່ສາມາດປ່ຽນແປງເນື້ອໃນທະບຽນວິສາຫະກິດໄດ້ ຈົນກວ່າເຈົ້າໜ້າທີ່ສ່ວຍສາອາກອນ ໄດ້ແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ໃນການຍົກເລີກການໂຈະດັ່ງກ່າວ.
2. ພາຍຫຼັງໄດ້ຮັບການສະເໜີໃຫ້ຍົກເລີກໂຈະການນຳໃຊ້ໃບທະບຽນວິສາຫະກິດຈາກເຈົ້າໜ້າທີ່ສ່ວຍສາອາກອນ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງອອກແຈ້ງການຍົກເລີກການໂຈະການນຳໃຊ້ໃບທະບຽນວິສາຫະກິດ.
ແລະ ຕ້ອງປ່ຽນແປງສະຖານະຂອງວິສາຫະກິດໃນລະບົບທະບຽນວິສາຫະກິດ ເປັນການເຄືອນໄຫວທຸລະກິດຢູ່ ພາຍໃນ ສອງ ວັນລັດຖະການ ນັບແຕວັນໄດ້ຮັບການສະເຫີຈາກເຈົ້າຫ້າທີສ່ວຍສາອາກອນເປັນຕົ້ນໄປ.
3. ພາຍຫຼັງໄດ້ຮັບແຈ້ງຈາກເຈົ້າຫ້າທີສ່ວຍສາອາກອນ ກຽວກັບການສິ້ນສຸດເລກປະຈຳຕົວຜູ້ເສຍອາກອນ ຕາມກົດໝາຍ ແລະ ລະບຽບການແລ້ວ, ເຈົ້າຫ້າທີທະບຽນວິສາຫະກິດ ຕ້ອງປະຕິບັດຕາມຂັ້ນຕອນໃນການຍຸບເລີກ ວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວາດ້ວຍວິສາຫະກິດ ແລະ ຄຳແນະນຳສະບັບ ນີ້.
3%ເ. ການຍຸບເລີກວິສາຫະກິດ
1. ການແຈ້ງຍຸບເລີກວິສາຫະກິດ
ວິສາຫະກິດ ທີມີຈຸດປະສົງຍຸບເລີກວິສາຫະກິດ ໃຫ້ຍືນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າຫ້າທີທະບຽນວິສາຫະກິດ ປອນທີອອກໃບທະບຽນວິສາຫະກິດໃຫ້ຍົກເວັນ ການຍຸບເລີກວິສາຫະກິດຕາມຄຳຕັດສິນຂອງສານ.
ສຳລັບການແຈ້ງຍຸບເລີກວິສາຫະກິດຜ່ານທາງເອເລັກໂຕຣນິກ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຜ່ານລະບົບທະບຽນວິສາຫະກິດ ດ້ວຍການນຳໃຊ້ລະຫັດການນຳໃຊ້ລະບົບ (ປະຈຳຕົວຜູ້ໃຊ້ ແລະ ລະຫັດຜ່ານ) ແລ້ວປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນຂໍ້ 2 ຫຼື ຂໍ້ 3 ໂດຍແມ່ນ ຂອງຄຳແນະນຳສະບັບນີ້.
2. ການຍຸບເລີກວິສາຫະກິດສ່ວນບຸກຄົນ
ເອກະສານປະກອບ:
(1) ຄຳຮ້ອງແຈ້ງຍຸບເລີກວິສາຫະກິດ ຕາມແບບພິມ;
(2) ໃບທະບຽນວິສາຫະກິດ ຕົ້ນສະບັບ ຍົກເວັ້ນ ການຍຸບເລີກວິສາຫະກິດຜ່ານທາງເອເລັກໂຕຣນິກ ຫຼື ເສຍຫາຍ;
(3) ໃບຢັ້ງຢືນການຢຸດເຊົາກິດຈະການຖາວອນ ຫຼື ໃບຢັ້ງຢືນການສິ້ນສຸດເລກປະຈຳຕົວຜູ້ເສຍອາກອນ ຈາກຂະແໜງການສ່ວຍສາອາກອນ ຫຼື ຂໍ້ຕົກລົງວ່າດ້ວຍການລົບລ້າງໜີ້ອາກອນ ຈາກລັດຖະມົນຕີ ກະຊວງການເງິນ;
ນອກຈາກ ເອກະສານທີໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:
- ການຍຸບເລີກຕາມຄຳຕັດສິນຂອງສານ ຕ້ອງມີຄຳສັ່ງປິດການປະຕິບັດຄຳຕັດສິນຂອງສານ ຈາກຂະແໜງການຍຸຕິທຳ;
ຈັດການ ຫຼື ເຈົ້າຂອງວິສາຫະກິດ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມສຳເນົາ ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ແລະ ສຳເນົາ ຫັງສືຝານແດນ ສຳລັບຄົນຕາງປະເທດ ທີຍັງມີອາຍຸການນຳໃຊ້ ຂອງຜູ້ຮັບມອບສັນທະ ຫຼື ມອບສິດ.
2. ຂັນຕອນການຍຸບເລີກວິສາຫະກິດ
ວິສາຫະກິດ ທີມີຈຸດປະສົງຍຸບເລີກວິສາຫະກິດ ຕ້ອງດຳເນີນການຊຳລະສະສາງ ຕາມຂັນຕອນທີໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ພາຍຫຼັງສິ້ນສຸດການຊຳລະສະສາງແລ້ວ ຕ້ອງແຈ້ງເຈົ້າຫ້າທີທະບຽນວິສາຫະກິດ
3. ການຍຸບເລີກວິສາຫະກິດຮຸ່ນສວນ ແລະ ບໍລິສັດ
ເພື່ອພິຈາລະນາອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດ ແລະ ລຶບຊື່ວິສາຫະກິດອອກຈາກຖານຂໍ້ມູນວິສາຫະກິດແຫ່ງຊາດ ພ້ອມທັງແຈ້ງກ່ຽວກັບການລຶບຊື່ນັ້ນ ລົງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ພາຍໃນເວລາ ສາມວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານຍຸບເລີກວິສາຫະກິດ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.
ເອກະສານປະກອບ:
(1) ຄຳຮ້ອງແຈ້ງຍຸບເລີກວິສາຫະກິດ ຕາມແບບພິມ;
(2) ໃບທະບຽນວິສາຫະກິດ ຕົ້ນສະບັບ ຍົກເວັ້ນ ການຍຸບເລີກວິສາຫະກິດຜ່ານທາງເອເລັກໂຕຣນິກ ຫຼື ເສຍຫາຍ;
(3) ໃບຢັ້ງຢືນການຢຸດເຊົາກິດຈະການຖາວອນ ຫຼື ໃບຢັ້ງຢືນການສິ້ນສຸດເລກປະຈຳຕົວຜູ້ເສຍອາກອນ ຈາກຂະແໜງການສວຍສາອາກອນ ຫຼື ຂໍ້ຕົກລົງວ່າດ້ວຍການລົບລ້າງໜີ້ອາກອນ ຈາກລັດຖະມົນຕີກະຊວງການເງິນ;
(4) ຫຼັກຖານການແຈ້ງຜ່ານທາງສື່ມວນຊົນຄື: ແຈ້ງຜ່ານໜັງສືພິມ ຫຼື ເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ.
ຊາດ ຢ່າງຫ້ອຍ ສອງ ຄັງ (ຄັ້ງທີໜຶງ: ແຈ້ງກຽວກັບການດຳເນີນການຍຸບເລີກວິສາຫະກິດ ແລະ ການແຕງຕັ້ງຜູ້ຊຳລະສະສາງ; ຄັ້ງທີສອງ: ແຈ້ງກຽວກັບການສິ້ນສຸດການແປງປັນຊັບສິນ ແລະ ການຊຳລະສະສາງໜີ່ສິນ);
(5) ຫັງສືຕົກລົງເຫັນດີ ຕາມແຕລະຮູບການ, ຮູບແບບວິສາຫະກິດ ດັ່ງນີ້:
ວິສາຫະກິດຮຸ່ນສວນ ຕ້ອງມີຫັງສືຕົກລົງເຫັນດີຂອງກອງປະຊມຂາຮຸ້ນ. ໃນກໍລະນີ ຂາຮຸ່ນທີເປັນນິຕິບຸກຄົນ ຜູ້ທີລົງລາຍເຊັນໃນຫັງສືຕົກລົງເຫັນດີຂອງກອງປະຊຸມຂາຮຸ່ນດັ່ງກາວ ຕ້ອງແມນຜູ້ເງ ຕ) ແ ຂຼນ, ດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ມີຫັງສືເປັນລາຍລັກອັກສອນ ຂອງນວອງບຸກຄົນນັ້ນ;
ລິສັດຈຳກັດ ແລະ ບໍລິສັດມະຫາຊົນ ຕ້ອງມີມະຕິກອງປະຊມຜູ້ຖືຮຸ່ນ (ໃນກໍລະນີ ຜູ້ຖືຮຸ້ນທີບໍ່ຖອກນ ບໍ່ມີສິດລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ). ໃນກໍລະນີ ຜູ້ຖືຮຸ້ນ ທີເປັນນິຕິບຸກຄົນ ຜູ້ທີລົງ
ລາຍເຊັນໃນມະຕິກອງປະຊຸມຜູ້ຖືຮຸ້ນດັ່ງກ່າວ ຕ້ອງແມ່ນຜູ້ຈັດການ, ຜູ້ອຳນວຍການ ຫຼື ຜູ້ໄດ້ຮັບມອບສິດ ທີ່ມີຫັງສືເປັນລາຍລັກອັກສອນ ຂອງນິຕິບຸກຄົນນັ້ນ;
ບໍລິສັດຈຳກັດຜູ້ດຽວ ຕ້ອງມີຫັງສືຕົກລົງເຫັນດີ ຈາກຜູ້ຖືຮຸ້ນ ໃນກໍລະນີຈ້າງບຸກຄົນພາຍນອກເປັນຜູ້ຈັດການ;
ລັດວິສາຫະກິດ ຕ້ອງມີຫັງສືຢັ້ງຢືນການຍຸບເລີກວິສາຫະກິດ ຕາມລະບຽບການຂອງຂະແໜງການເງິນ.
ນອກຈາກ ເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ແມ່ນໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:
ການຍຸບເລີກຕາມຄຳຕັດສິນຂອງສານ ຕ້ອງມີຄຳສັ່ງປິດການປະຕິບັດຄຳຕັດສິນຂອງສານ ຈາກຂະແໜງການຍຸຕິທຳ;
ຜູ້ຈັດການ, ຜູ້ອຳນວຍການ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບ
ມອບສິດ ພ້ອມດ້ວຍ ສຳເນົາ ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ແລະ ສຳເນົາ ຫຼັງສືຜຝານແດນ ສຳລັບ
ຄົນຕ່າງປະເທດ ທີຍັງມີອາຍຸການນຳໃຊ້ ຂອງຜູ້ຮັບມອບສັນທະ ຫຼື ມອບສິດ.
2) ຂັນຕອນການຍຸບເລີກວິສາຫະກິດ
(1) ວິສາຫະກິດ ທີມີຈຸດປະສົງຍຸບເລີກວິສາຫະກິດ ຕ້ອງແຈ້ງການຍຸບເລີກນຳເຈົ້າໜ້າທີທະບຽນວິສາຫະກິດທີກຽວຂ້ອງ ພາຍໃນ ສິບວັນລັດຖະການ ນັບແຕວັນມີສາເຫດໃຫ້ຍຸບເລີກເປັນຕົ້ນໄປ ໂດຍນຳເອົາໃບທະບຽນວິສາຫະກິດ ຕົ້ນສະບັບ ແລະ ນຫັງສືຕົກລົງເຫັນດີ ຕາມແຕ່ລະຮູບການ, ຮູບແບບວິສາຫະກິດ. ພາຍຫຼັງໄດ້ຮັບແຈ້ງຈາກວິສາຫະກິດແລ້ວ ໃຫ້ເຈົ້າຫ້າທີທະບຽນວິສາຫະກິດ ຕ້ອງປ່ຽນແປງສະຖານະຂອງວິສາຫະກິດ ໃນລະບົບທະບຽນວິສາຫະກິດ ເປັນສະຖານະ ກຳລັງດຳເນີນການຍຸບເລີກວິສາຫະກິດ ພາຍໃນ ໜຶງ ວັນລັດຖະການ ນັບແຕ່ວັນໄດ້ຮັບແຈງເປັນຕົ້ນໄປ.
(2) ວິສາຫະກິດ ດຳເນີນການຊຳລະສະສາງ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
(3) ພາຍຫຼັງວິສາຫະກິດ ແຈ້ງກ່ຽວກັບການສິ້ນສຸດການຊຳລະສະສາງແລ້ວ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດ ແລະ ລຶບຊື່ວິສາຫະກິດອອກຈາກຖານຂໍ້ມູນວິສາຫະກິດແຫ່ງຊາດ ພ້ອມທັງແຈ້ງກ່ຽວກັບການລຶບຊື່ນັ້ນ ລົງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ພາຍໃນເວລາ ສາມວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານຍຸບເລີກວິສາຫະກິດ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.
ໃນກໍລະນີ ວິສາຫະກິດ ຫາກໄດ້ດຳເນີນການຊຳລະສະສາງ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການແລ້ວ ແຕ່ບໍ່ໄດ້ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດເບື້ອງຕົ້ນ ໃຫ້ປະຕິບັດຕາມ ຂໍ້ (3) ຂ້າງເທິງນີ້.
4. ຜົນຂອງການຍຸບເລີກວິສາຫະກິດ
1) ເຈົ້າຂອງວິສາຫະກິດສ່ວນບຸກຄົນ ບໍ່ສາມາດດຳເນີນທຸລະກິດໃນນາມວິສາຫະກິດສ່ວນບຸກຄົນ ນັບແຕ່ວັນທີເຈົ້າໜ້າທີ່ທະບຽນວິສາຫະກິດ ອອກແຈ້ງການຍຸບເລີກວິສາຫະກິດເປັນຕົ້ນໄປ. ໃນກໍລະນີ ການຊຳລະສະສາງບໍ່ຖືກຕ້ອງຕາມຄວາມເປັນຈິງ ຜູ້ຊຳລະສະສາງ, ເຈົ້າຂອງວິສາຫະກິດ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການຊຳລະສະສາງ ຕາມແຕ່ລະກໍລະນີ.
2) ວິສາຫະກິດຫຸ້ນສ່ວນ ແລະ ບໍລິສັດ ສິ້ນສຸດສະພາບຄວາມເປັນນິຕິບຸກຄົນ ນັບແຕ່ວັນເຈົ້າໜ້າທີ່ທະບຽນວິສາຫະກິດ ອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດເປັນຕົ້ນໄປ. ໃນກໍລະນີ ການຊຳລະສະສາງບໍ່ຖືກຕ້ອງຕາມຄວາມເປັນຈິງ ຜູ້ຊຳລະສະສາງ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ທີ່ກ່ຽວຂ້ອງ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການຊຳລະສະສາງ ຕາມແຕ່ລະກໍລະນີ ພາຍໃນ ຫ້າ ປີ ນັບແຕ່ວັນເຈົ້າໜ້າທີ່ທະບຽນວິສາຫະກິດ ອອກແຈ້ງການກ່ຽວກັບການຍຸບເລີກວິສາຫະກິດ ເປັນຕົ້ນໄປ.
3) ຊື່ວິສາຫະກິດ ຈະຖືກຍຸບເລີກພ້ອມດຽວກັນກັບການຍຸບເລີກຂອງວິສາຫະກິດ. ໃນກໍລະນີ ຜູ້ທີ່ມີຈຸດປະສົງໃຊ້ຊື່ດັ່ງກ່າວ ສາມາດນຳໃຊ້ ເພື່ອແຈ້ງຂຶ້ນ ຫຼື ປ່ຽນແປງເນື້ອໃນທະບຽນວິສາຫະກິດໄດ້.
4. ການປະກອບຂໍ້ມູນຕາມແບບພິມ ແລະ ພາສາທີ່ນຳໃຊ້
ການປະກອບຂໍ້ມູນໃນຄຳຮ້ອງ ແຈ້ງຂຶ້ນທະບຽນວິສາຫະກິດ, ປ່ຽນແປງເນື້ອໃນທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ ຕາມແບບພິມ ແມ່ນການຕົກລົງ ແລະ ຄວາມຮັບຜິດຊອບຂອງວິສາຫະກິດ ລວມທັງຜູ້ທີ່ກ່ຽວຂ້ອງກັບວິສາຫະກິດ, ຖ້າຫາກມີຂໍ້ມູນ ແລະ ບັນດາເອກະສານປະກອບ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ຫຼື ມີການລະເມີດກົດໝາຍ, ຜູ້ລະເມີດ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ ລວມທັງຜົນເສຍຫາຍທີ່ເກີດຂຶ້ນ.
ການປະກອບຂໍ້ມູນໃນຄຳຮ້ອງ ແຈ້ງຂຶ້ນທະບຽນວິສາຫະກິດ, ປ່ຽນແປງເນື້ອໃນທະບຽນວິສາຫະກິດ ແລະ ຍຸບເລີກ
ວິສາຫະກິດ ຕາມແບບພິມ ສາມາດຂຽນດ້ວຍມື ຫຼື ພິມດ້ວຍຄອມພິວເຕີ ຊຶ່ງຕ້ອງລົງລາຍເຊັນ, ຊື່ ແລະ ນາມສະກຸນຂອງ ຜູ້ຈັດການ ຫຼື ຜູ້ອຳນວຍການຂອງວິສາຫະກິດ ແລະ ປະທັບຕາ ຫຼື ບໍ່ ປະທັບຕາວິສາຫະກິດດັ່ງກ່າວ ກໍໄດ້.
ເອກະສານປະກອບກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ ແລະ ການປ່ຽນແປງເນື້ອໃນທະບຽນວິສາຫະກິດ ສຳລັບຜູ້ຈັດການ, ຜູ້ອຳນວຍການ, ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນຄົນລາວທັງໝົດ ຕ້ອງປະກອບ ເອກະສານ ລາຍເຊັນແທ້ 1 ຊຸດ ແລະ ສຳເນົາ 1 ຊຸດ. ໃນກໍລະນີ ຜູ້ຈັດການ, ຜູ້ອຳນວຍການ, ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ເປັນຄົນຕ່າງປະເທດ ຕ້ອງປະກອບເອກະສານ ລາຍເຊັນແທ້ 1 ຊຸດ ແລະ ສຳເນົາ 2 ຊຸດ.
ສຳລັບ ເອກະສານປະກອບກ່ຽວກັບການຍຸບເລີກວິສາຫະກິດ ຕ້ອງປະກອບເອກະສານ ລາຍເຊັນແທ້ 1 ຊຸດ.
ສຳລັບ ພາສາທີ່ນຳໃຊ້ໃນການແຈ້ງຂຶ້ນທະບຽນວິສາຫະກິດ, ປ່ຽນແປງເນື້ອໃນທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ ຕາມແບບພິມ ຕ້ອງເປັນພາສາລາວ ຍົກເວັ້ນ ຊື່ ແລະ ທີ່ຢູ່ຂອງບຸກຄົນ ແລະ ນິຕິບຸກຄົນ ຕ່າງປະເທດ ທີ່ເປັນຕົວອັກສອນພາສາອັງກິດ. ໃນກໍລະນີ ເອກະສານປະກອບເປັນພາສາຕ່າງປະເທດ ຕ້ອງແປເປັນພາສາລາວ ໂດຍຢັ້ງຢືນການແປພາສາ ຈາກວິສາຫະກິດທີ່ໄດ້ຮັບອະນຸຍາດແປພາສາ ຫຼື ຂະແໜງທະບຽນສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທະບຽນສານ.
ມາດຕາ 11. ຄ່າທຳນຽມ ແລະ ຄ່າບໍລິການ
ຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບທະບຽນວິສາຫະກິດ ໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ແຕ່ລະໄລຍະ ແລະ ຕ້ອງຊຳລະໃຫ້ຄົບຖ້ວນກ່ອນວັນອອກໃບທະບຽນວິສາຫະກິດ.
ສຳລັບ ຄ່າທຳນຽມ ແລະ ຄ່າບໍລິການ ຕ້ອງສະແດງໄວ້ປອນບໍລິການທະບຽນວິສາຫະກິດ.
ໄ. ການຄຸ້ມຄອງຖານຂໍ້ມູນທະບຽນວິສາຫະກິດແຫ່ງຊາດ
ການຄຸ້ມຄອງຖານຂໍ້ມູນທະບຽນວິສາຫະກິດແຫ່ງຊາດ ແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ເປັນຜູ້
ຮັບຜິດຊອບໃນການສ້າງ, ພັດທະນາ, ເກັບກຳ, ປົກປັກຮັກສາ, ນຳໃຊ້, ສະໜອງຂໍ້ມູນກ່ຽວກັບວິສາຫະກິດ ໃຫ້ພາກ
ລັດ ແລະ ເອກະຊົນ ແລະ ເຊື່ອມສານຖານຂໍ້ມູນວິສາຫະກິດແຫ່ງຊາດ ກັບຂະແໜງການກ່ຽວຂ້ອງ.
1. ລະບົບທະບຽນວິສາຫະກິດ
ລະບົບທະບຽນວິສາຫະກິດ ແມ່ນຖານຈັດເກັບຂໍ້ມູນວິສາຫະກິດ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ແລະ ຂໍ້ມູນການ
ອະນຸຍາດດຳເນີນທຸລະກິດຈາກຂະແໜງການກ່ຽວຂ້ອງ ເພື່ອເປັນຂໍ້ມູນ ວິເຄາະ, ວິໄຈ, ປະເມີນສະຖິຕິການເພີ່ມຂຶ້ນ ຫຼື
ຫຼຸດລົງຂອງຫົວໜ່ວຍທຸລະກິດ ແນໃສ່ສົ່ງເສີມ ແລະ ອຳນວຍຄວາມສະດວກແກ່ການສ້າງປະຊາກອນທຸລະກິດ.
ລະບົບທະບຽນວິສາຫະກິດ ປະກອບມີໜ້າທີ່ຄື: ຂຶ້ນທະບຽນວິສາຫະກິດ, ປ່ຽນແປງເນື້ອໃນທະບຽນວິສາຫະກິດ
ກິດ, ຍຸບເລີກວິສາຫະກິດ, ກວດຊືວິສາຫະກິດ, ຈັດເກັບເອກະສານເອເລັກໂຕຣນິກ, ຄຸ້ມຄອງຖານຂໍ້ມູນ, ເຊືອມສານຂໍ້ມູນກັບລະບົບຂໍ້ມູນສ່ວຍສາອາກອນ ແລະ ຂະແບໜງການກຽວຂ້ອງ ເພືອເກັບຂໍ້ມູນກ່ຽວກັບໃບອະນຸຍາດດຳເນີນທຸລະກິດ ຜ່ານລະບົບ ແລະ ໜ້າທີອືນທີຕິດພັນກັບວຽກງານທະບຽນວິສາຫະກິດ.
2. ເວັບໄຊຖານຂໍມຸນວິສາຫະກິດແຫງຊາດ
ເວັບໄຊຖານຂໍມູນວິສາຫະກິດແຫ່ງຊາດ ແມນ ຊອງທາງການຄົນຫາຂໍມູນຫົວຫປວຍທຸລະກິດ, ແຈ້ງການກຽວກັບການຄວບ, ການແຍກ, ການຫຼຸດທຶນ, ການໂຈະການນຳໃຊ້ໃບທະບຽນວິສາຫະກິດ, ກຳລັງຍຸບເລີກ, ວິສາຫະກິດທີຍຸບເລີກແລ້ວ ແລະ ຂໍມູນຂ່າວສານການເຄືອນໄຫວວຽກງານທະບຽນວິສາຫະກິດ.
3. ການສ້າງລະບົບທະບຽນວິສາຫະກິດ
ຂະແບນງການທະບຽນວິສາຫະກິດ ເປັນຜູ້ຮັບຜິດຊອບສ້າງ, ຄຸ້ມຄອງ ແລະ ພັດທະນາລະບົບທະບຽນວິສາຫະກິດ.
ກິດ ໂດຍມີການເກັບກຳ, ບັນທຶກ, ວິເຄາະ, ວິໄຈ ແລະ ແກ້ໄຂຂໍ້ມູນ.
4. ການເຊື່ອມສານຂໍ້ມູນທະບຽນວິສາຫະກິດ
ຂະແໜງການທະບຽນວິສາຫະກິດ ປະສານສົມທົບກັບກະຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການເຊື່ອມສານຂໍ້ມູນ ລະຫວ່າງ ລະບົບທະບຽນວິສາຫະກິດ ກັບ ລະບົບຂໍ້ມູນສ່ວຍສາອາກອນ ແລະ ລະບົບຂອງຂະແໜງການກ່ຽວຂ້ອງ. ໃນກໍລະນີ ຂະແໜງການກ່ຽວຂ້ອງ ບໍ່ມີລະບົບທີ່ສາມາດເຊື່ອມສານຂໍ້ມູນ ຈະໄດ້ເປີດໃຫ້ຂະແໜງການດັ່ງກ່າວ ນຳໃຊ້ລະບົບທະບຽນວິສາຫະກິດ ໂດຍໃຫ້ນຳໃຊ້ລະຫັດສະເພາະ (ປ867]ມົ) ເພື່ອ ແລກປ່ຽນ ແລະ ເກັບກຳຂໍ້ມູນໃນການອອກ, ປ່ຽນແປງ, ໂຈະ, ລົບລ້າງ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ ແລະ ຂໍ້ມູນອື່ນທີ່ຕິດພັນກັບວຽກງານທະບຽນວິສາຫະກິດ ຈາກຂະແໜງການກ່ຽວຂ້ອງ ລວມທັງການແລກປ່ຽນຂໍ້ມູນກັບ ຕ່າງປະເທດ ທີ່ພົວພັນກັບວຽກງານທະບຽນວິສາຫະກິດ.
5. ການລາຍງານຂໍ້ມູນທະບຽນວິສາຫະກິດ
ຂະແໜງການທະບຽນວິສາຫະກິດ ສະຫຼຸບ ແລະ ລາຍງານຂໍ້ມູນທະບຽນວິສາຫະກິດຕໍ່ຂະແໜງສາຍຕັ້ງ ແລະ ສາຍຂວາງຂອງຕົນ ປະຈຳ ອາທິດ, ເດືອນ, ງວດ, ໄຕມາດ ແລະ ປີ ຢ່າງເປັນປົກກະຕິ.
ວິສາຫະກິດ ສາມາດອັບເດດຂໍ້ມູນທະບຽນວິສາຫະກິດຂອງຕົນ ຜ່ານລະບົບທະບຽນວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດ.
6. ການເກັບຮັກສາຂໍ້ມູນ
ຂໍ້ມູນຂອງວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ຖືກເກັບຮັກສາຂໍ້ມູນເອກະສານແບບເຈ້ຍ (ໄຟລ໌ 0001) ໃນຮູບແບບຍື່ນໃນຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ ແລະ ຖືກເກັບຮັກສາຂໍ້ມູນເອກະສານແບບເອເລັກໂຕຣນິກ (ໄຟລ໌ 0007) ໃນຮູບແບບຍື່ນທາງເອເລັກໂຕຣນິກ ຢູ່ໃນລະບົບທະບຽນວິສາຫະກິດ ລວມທັງຢູ່ສຳນັກງານຂອງວິສາຫະກິດເອງ ຊຶ່ງຂໍ້ມູນດັງກ່າວ ຕ້ອງເກັບໄວ້ຕະຫຼອດໄລຍະການເຄື່ອນໄຫວທຸລະກິດຂອງວິສາຫະກິດນັ້ນ.
ຂໍ້ມູນຂອງວິສາຫະກິດທີ່ຖືກຍຸບເລີກວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ລວມທັງການຍຸບເລີກຕາມການລົ້ມລະລາຍຂອງວິສາຫະກິດ ຕ້ອງເກັບຮັກສາຂໍ້ມູນໄວ້ຢູ່ໃນລະບົບທະບຽນວິສາຫະກິດ ພາຍໃນ ຫ້າ ປີ ນັບແຕ່ວັນທີ່ເຈົ້າໜ້າທີ່ທະບຽນວິສາຫະກິດ ໄດ້ອອກແຈ້ງການກ່ຽວກັບ ການຍຸບເລີກວິສາຫະກິດ ຫຼື ການຍຸບເລີກຕາມການລົ້ມລະລາຍຂອງວິສາຫະກິດ ເປັນຕົ້ນໄປ.
7. ການເຂົ້າເຖິງ ແລະ ບໍລິການການສະໜອງຂໍ້ມູນທະບຽນວິສາຫະກິດ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດເບິ່ງ ແລະ ຄົ້ນຫາຂໍ້ມູນທະບຽນວິສາຫະກິດ ຜ່ານທາງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ.
ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຕ້ອງການຂໍ້ມູນວິສາຫະກິດທີ່ເປັນລາຍລັກອັກສອນ ໃຫ້ສະເໜີຂໍສຳເນົາໃບທະບຽນວິສາຫະກິດ ແລະ ເອກະສານທີ່ກ່ຽວຂ້ອງກັບທະບຽນວິສາຫະກິດ ຈາກເຈົ້າໜ້າທີ່ທະບຽນວິສາຫະກິດ.
ກິດປອນທີອອກໃບທະບຽນວິສາຫະກິດ ຢູ່ຫ້ອງການເຈົ້າຫ້າທີທະບຽນວິສາຫະກິດ ແລະ ຜ່ານທາງເອເລັກໂຕຣນິກ
ໂດຍຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ຕາມລະບຽບການ.
ພາຍຫຼັງໄດ້ຮັບການສະເໜີຂໍຂໍ້ມູນທະບຽນວິສາຫະກິດ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງແລ້ວ,
ເຈົ້າຫ້າທີທະບຽນວິສາຫະກິດກ່ຽວຂ້ອງ ຕ້ອງສະໜອງຂໍ້ມູນ ຕາມການສະເໜີ ພາຍໃນ ສາມ ວັນລັດຖະການ.
ໝວດທີ ໔ ການຈັດຕັ້ງປະຕິບັດ
ມອບໃຫ້ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
ໝວດທີ ໕ ຜົນສັກສິດ
ຄຳແນະນຳສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ສີສິບຫ້າ ວັນ ແລະ ລົງຈົດໜາຍເຫດທາງລັດຖະການ.
ວິສາຫະກິດທີຂຶ້ນທະບຽນວິສາຫະກິດກອນຄຳແນະນຳສະບັບນີ້ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ໃນເວລາມີການປ່ຽນແປງເນື່ອໃນໃບທະບຽນວິສາຫະກິດ ໃຫ້ປະຕິບັດຕາມທີໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້ຢ່າງເຂັມງວດ.
ຄຳແນະນຳສະບັບນີ້ ນຳໃຊ້ປຽນແທນ "ກສາ" "ນມະນມະນ່ມາະພມະແມ ທີນຳໃຊ້
ໃນໄລຍະຝ້ານມາກອນຄຳແນະນຳສະບັບນີມີຜົນສັກສິດ.
ມະໄລທອງ ກົມມະສິດ
ເອກະສານຊ້ອນທ້າຍ
|. ຮູບແບບປ້າຍຊືວິສາຫະກິດ ເອກະຊົນ
ໂລໂກ
(ຖ້າມີ)
5 ຂ ພ,
(ຊົວິສາຫະກົດເປັນພາສາລາວ)
ຄິວອາໂຄດ
(ຖ້າມີ)
ແ ບໍລິສັດ ວັນອິນລາວ ບໍລິການທາງກົດບນາຍ ຈຳກັດຜູ້ດຽວ
ກ 0!145 (|! [ 405 ( <6/4. ຣໄ/(06 ຣ0( 6 006. 10
ເລກລະຫັດວິສາຫະກິດ ((ັກໄຣອກວຕຣ6 ກຕເຕາ06ປ): 01-00021575
ເລກປະຕົວຜູ້ເສຍອາກອນ (ທະບຽນຜູ້ເສຍອາກອນ): 123454678998
ໂທລະສັບ (ໂທລະສັບ): 021 475855, 020 55555666, ແຟກ (ແຟກ): 021 346578
ແ. ແລ້ວ
ໂລໂກ (ຊື່ລັດວິສາຫະກິດເປັນພາສາລາວ)
(ຖ້າມີ)
- ໄພນ 5 ະ ແ
ຄິວອາໂຄດ (ຊື່ລັດວິສາຫະກິດເປັນພາສາອັງກິດ)
(ຖ້າມີ)
ລັດວິສາຫະກິດຖືຮຸ້ນລາວ
[ ຊ0 !16[[ກ9 ຣໄຊໄ6 (<ກໄຣ[0[856
ເລກລະຫັດວິສາຫະກິດ (ທະບຽນວິສາຫະກິດ): 01-00021575
ເລກປະຕົວຜູ້ເສຍອາກອນ (ທະບຽນຜູ້ເສຍອາກອນ): 123454678998
ໂທລະສັບ (ໂທລະສັບ): 021 475855, 020 55555666, ແຟກ (ແຟກ): 021 346578
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ