ກົດໝາຍວ່າດ້ວຍ ທະນາຍຄວາມ (ສະບັບປັບປຸງ)

律师法(修订版)

Lawyers Law (Revised)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການສ້າງຕັ້ງອາຊີບທະນາຍຄວາມ, ເງື່ອນໄຂການປະກອບອາຊີບ ແລະ ມາດຕະຖານການປະພຶດ, ນຳໃຊ້ກັບທະນາຍຄວາມ ແລະ ບຸກຄົນທີ່ກ່ຽວຂ້ອງທີ່ປະກອບອາຊີບບໍລິການດ້ານກົດໝາຍຢູ່ພາຍໃນປະເທດລາວ. ບົດກຳນົດຕ່າງໆໄດ້ລະບຸຄຳນິຍາມຂອງທະນາຍຄວາມຢ່າງຊັດເຈນ ແລະ ອະທິບາຍຄຳສັບທີ່ສຳຄັນ, ເພື່ອຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ຄວາມເປັນມືອາຊີບຂອງການບໍລິການດ້ານກົດໝາຍ.

ມາດຕາ

ມາດຕາ 1

ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ
ການເຄື່ອນໄຫວວຽກງານທະນາຍຄວາມ ເພື່ອໃຫ້ມີຄວາມຖືກຕ້ອງ, ເປັນທຳ, ມີປະສິດທິພາບ ແລະ ປະສິດ
ທິຜົນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລູກຄວາມ ທັງຮັບປະກັນ ຄວາມຍຸຕິທຳໃຫ້ແກ່
ຄູ່ຄວາມ, ສະຫອງຫຼັກຖານໃຫ້ແກ່ການແກ້ໄຂຄະດີ, ສ້າງຄວາມເຂັມແຂງແກ່ຂະບວນການຍຸຕິທຳ, ສ້າງເງື່ອນໄຂ
ໃນການເຂົ້າເຖິງຂະບວນການຍຸຕິທຳ, ສ້າງຄວາມເຊື່ອປັ້ນແກ່ປະຊາຊົນ ແລະ ນັກລົງທຶນ ທັງພາຍໃນ ແລະ
ຕ່າງປະເທດ, ສາມາດເຊືອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-
ສັງຄົມ ເຮັດໃຫ້ສັງຄົມມີຄວາມສະຫງໍບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.

ມາດຕາ 2

ມາດຕາ 2 (ປັບປຸງ) ທະນາຍຄວາມ
ທະນາຍຄວາມ ແມ່ນ ບຸກຄົນທີ່ໄດ້ຮັບອະນຸຍາດຈາກກະຊວງຍຸຕິທຳ ໃຫ້ເຄື່ອນໄຫວວິຊາຊີບທະນາຍ
ຄວາມ ໃນການໃຫ້ບໍລິການທາງດ້ານກົດໝາຍ ແກ່ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ສັງຄົມ ເພື່ອປົກປ້ອງ
ສິດ ແລະ ຜົນປະໂຫຍດອັນຊອບທຳຂອງລູກຄວາມ ທັງຮັບປະກັນຄວາມຍຸຕິທຳໃຫ້ແກ່ຄູ່ຄວາມ ຕາມທີ່ໄດ້
ກຳນົດໄວ້ໃນກົດໝາຍ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 88 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ