ຂໍ້ຕົກລົງວ່າດ້ວຍ ເຈົ້າໜ້າທີ່ທະບຽນວິສາຫະກິດ
企业登记官员协议
Enterprise Registration Officials Agreement
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການແຕ່ງຕັ້ງ, ການປົດ, ເງື່ອນໄຂ, ສິດ ແລະ ໜ້າທີ່ຂອງພະນັກງານທະບຽນວິສາຫະກິດ, ເນື້ອໃນຫຼັກແມ່ນການກຳນົດຄຸນສົມບັດ, ຂອບເຂດໜ້າທີ່ ແລະ ກໍລະນີສິ້ນສຸດຕຳແໜ່ງຂອງພະນັກງານທະບຽນວິສາຫະກິດໃນລາວ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ເຈົ້າໜ້າທີ່ທະບຽນວິສາຫະກິດ
ເຈົ້າໜ້າທີ່ທະບຽນວິສາຫະກິດ ແມ່ນພະນັກງານ-ລັດຖະກອນ ທີ່ໄດ້ຮັບການແຕ່ງຕັ້ງ ຫຼື ປົດ ການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ.
ເຈົ້າໜ້າທີ່ທະບຽນວິສາຫະກິດ ມີຄື: ເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ກົມທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ.
ມາດຕາ ມາດຕາ 2
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ເຈົ້າໜ້າທີ່ທະບຽນວິສາຫະກິດ ທີ່ປະຕິບັດໜ້າທີ່ໃນວຽກງານທະບຽນວິສາຫະກິດ ຢູ່ ສປປ ລາວ.
ມາດຕາ ມາດຕາ 3
ມາດຕາ 4 ເງື່ອນໄຂຂອງເຈົ້າໜ້າທີ່ທະບຽນວິສາຫະກິດ
ເຈົ້າໜ້າທີ່ທະບຽນວິສາຫະກິດ ມີເງື່ອນໄຂ ດັ່ງນີ້:
ເປັນພະນັກງານ-ລັດຖະກອນສົມບູນ ຢ່າງໜ້ອຍ ສາມ ປີ;
ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ;
ມີມະນຸດສຳພັນດີ, ຄວາມຈິງໃຈ ແລະ ສັດຊື່ບໍລິສຸດ ໃນການບໍລິການວຽກງານທະບຽນວິສາຫະກິດ;
ມີຄວາມຮູ້ ແລະ ໄດ້ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທະບຽນວິສາຫະກິດ;
ບໍ່ເຄີຍຖືກລົງວິໄນໃນການຈັດຕັ້ງປະຕິບັດໜ້າທີ່ຜ່ານມາ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ