企业登记官员协议

ຂໍ້ຕົກລົງວ່າດ້ວຍ ເຈົ້າໜ້າທີ່ທະບຽນວິສາຫະກິດ

Enterprise Registration Officials Agreement

简介

该法规调整企业登记官员的任命、免职、条件、权利与义务,核心是规范老挝企业登记官员的任职资格、职责范围及职务终止情形。

Summary

This regulation governs the appointment, removal, conditions, rights, and obligations of enterprise registration officials, with core content standardizing the qualifications, scope of duties, and circumstances of termination of office for Lao enterprise registration officials.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການແຕ່ງຕັ້ງ, ການປົດ, ເງື່ອນໄຂ, ສິດ ແລະ ໜ້າທີ່ຂອງພະນັກງານທະບຽນວິສາຫະກິດ, ເນື້ອໃນຫຼັກແມ່ນການກຳນົດຄຸນສົມບັດ, ຂອບເຂດໜ້າທີ່ ແລະ ກໍລະນີສິ້ນສຸດຕຳແໜ່ງຂອງພະນັກງານທະບຽນວິສາຫະກິດໃນລາວ.

条文

第ມາດຕາ 1条

第2条 企业登记官员
企业登记官员是指由工业和贸易部门任命或免去企业登记职务的公务员。
企业登记官员包括:隶属于企业登记司、省和首都工业和贸易厅、县和市工业和贸易办公室以及经济特区管理委员会的企业登记官员。

ພາສາລາວ (老挝语原文)

ມາດຕາ 2 ເຈົ້າໜ້າທີ່ທະບຽນວິສາຫະກິດ
ເຈົ້າໜ້າທີ່ທະບຽນວິສາຫະກິດ ແມ່ນພະນັກງານ-ລັດຖະກອນ ທີ່ໄດ້ຮັບການແຕ່ງຕັ້ງ ຫຼື ປົດ ການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ.
ເຈົ້າໜ້າທີ່ທະບຽນວິສາຫະກິດ ມີຄື: ເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ກົມທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ.

第ມາດຕາ 2条

第2条 适用范围
本协议适用于在老挝人民民主共和国执行企业登记工作的企业登记官员。

ພາສາລາວ (老挝语原文)

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ເຈົ້າໜ້າທີ່ທະບຽນວິສາຫະກິດ ທີ່ປະຕິບັດໜ້າທີ່ໃນວຽກງານທະບຽນວິສາຫະກິດ ຢູ່ ສປປ ລາວ.

第ມາດຕາ 3条

第4条 企业登记官员的条件

企业登记官员应具备以下条件:
是完整的国家公务员至少三年;
具有坚定的政治素质、革命道德品质、职业道德;
人际关系良好,在企业登记工作中真诚、廉洁;
具备企业登记工作的知识并经过培训;
从未因履行职务受到纪律处分。

ພາສາລາວ (老挝语原文)

ມາດຕາ 4 ເງື່ອນໄຂຂອງເຈົ້າໜ້າທີ່ທະບຽນວິສາຫະກິດ

ເຈົ້າໜ້າທີ່ທະບຽນວິສາຫະກິດ ມີເງື່ອນໄຂ ດັ່ງນີ້:
ເປັນພະນັກງານ-ລັດຖະກອນສົມບູນ ຢ່າງໜ້ອຍ ສາມ ປີ;
ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ;
ມີມະນຸດສຳພັນດີ, ຄວາມຈິງໃຈ ແລະ ສັດຊື່ບໍລິສຸດ ໃນການບໍລິການວຽກງານທະບຽນວິສາຫະກິດ;
ມີຄວາມຮູ້ ແລະ ໄດ້ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທະບຽນວິສາຫະກິດ;
ບໍ່ເຄີຍຖືກລົງວິໄນໃນການຈັດຕັ້ງປະຕິບັດໜ້າທີ່ຜ່ານມາ.

第ມາດຕາ 4条

第4条 企业登记官员的任命和免职

企业登记官员的任命和免职如下:

1. 隶属于企业登记司的企业登记官员,由工业与贸易部部长任命或免去其企业登记官员职务;

2. 隶属于省、首都工业与贸易厅的企业登记官员,由省、首都工业与贸易厅厅长任命或免去其企业登记官员职务;

3. 隶属于县、市工业与贸易办公室的企业登记官员,由县、市工业与贸易办公室主任任命或免去其企业登记官员职务;

4. 隶属于省、首都经济特区管理委员会的企业登记官员,由工业与贸易部部长任命或免去其企业登记官员职务。

ພາສາລາວ (老挝语原文)

ມາດຕາ 4 ການແຕ່ງຕັ້ງ ແລະ ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ

ການແຕ່ງຕັ້ງ ແລະ ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ມີດັ່ງນີ້:

1. ເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ກົມທະບຽນວິສາຫະກິດ ຖືກແຕ່ງຕັ້ງ ຫຼື ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ໂດຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ;

2. ເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຖືກແຕ່ງຕັ້ງ ຫຼື ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ໂດຍຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;

3. ເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຖືກແຕ່ງຕັ້ງ ຫຼື ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ໂດຍຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ;

4. ເຈົ້າໜ້າທີ່ທະບຽນວິສາຫະກິດ ສັງກັດຢູ່ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ, ນະຄອນຫຼວງ ຖືກແຕ່ງຕັ້ງ ຫຼື ປົດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ ໂດຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

第ມາດຕາ 5条

第5条 企业登记官员职务的终止
企业登记官员的职务在下列任一情况下终止:
1. 根据法律和法规终止作为公务员的身份;
2. 被免职或辞去企业登记官员职务;
3. 根据法律和法规的规定丧失劳动能力;
4. 死亡。

ພາສາລາວ (老挝语原文)

ມາດຕາ 5 ການສິ້ນສຸດການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ
ເຈົ້າໜ້າທີ່ທະບຽນວິສາຫະກິດ ຈະສິ້ນສຸດລົງໃນກໍລະນີໃດໜຶ່ງ ດັ່ງນີ້:
1. ສິ້ນສຸດການເປັນພະນັກງານ-ລັດຖະກອນ ຕາມກົດໝາຍ ແລະ ລະບຽບການ;
2. ຖືກປົດ ຫຼື ລາອອກ ຈາກການເປັນເຈົ້າໜ້າທີ່ທະບຽນວິສາຫະກິດ;
3. ເສຍກຳລັງແຮງງານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
4. ເສຍຊີວິດ.

第ມາດຕາ 6条

第6条 企业登记官员的权利和义务

企业登记官员享有以下权利和履行以下义务:

1. 向投资者或企业提供关于设立企业、变更企业登记证内容以及解散企业的建议;

2. 审议签发、变更其负责的企业登记证内容和解散企业,若提交的文件不正确和/或不完整,必须以书面形式通知拒绝签发或变更企业登记证,作为申请人的依据;

3. 企业登记官员有权按照优先顺序签署,至少须有两名官员;

4. 通知企业按照相关部门的提议和法院的判决,在其负责范围内变更企业名称以符合法律法规;

5. 管理其负责的所有类型企业的经营活动,涉及企业设立、企业登记证内容变更和企业解散,依照《企业法》、企业登记工作组织实施指导意见及相关规定;

6. 收集、保存并向公众提供其负责的企业信息;

7. 在企业登记工作存在争议或案件时,向相关部门提供业务单位信息;

8. 根据《企业法》规定的情形,撤销或提议撤销企业登记证;

9. 根据税务部门的提议,暂停使用企业登记证;

10. 在其负责范围内,按照《企业法》、企业登记工作组织实施指导意见及相关规定规定的程序,发布企业解散通知并从国家企业数据库中删除企业名称;

11. 接受培训,提升知识能力,以专业原则满足企业登记工作服务的需求;

12. 向上级提议审议企业登记官员工作运行的便利条件,包括预算、办公场所、车辆、设备、现代技术及其他必要的便利设施;

13. 行使法律和法规规定的其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 6 ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ທະບຽນວິສາຫະກິດ

ເຈົ້າໜ້າທີ່ທະບຽນວິສາຫະກິດ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ໃຫ້ຄຳແນະນຳ ໃນການສ້າງຕັ້ງວິສາຫະກິດ, ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ ໃຫ້ແກ່ຜູ້ລົງທຶນ ຫຼື ວິສາຫະກິດ;

2. ພິຈາລະນາ ອອກ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ໃນກໍລະນີ ເອກະສານປະກອບ ບໍ່ຖືກຕ້ອງ ແລະ/ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງຕອບປະຕິເສດ ເປັນລາຍລັກອັກສອນ ໃນການອອກ ຫຼື ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ເພື່ອເປັນຫຼັກອີງໃຫ້ແກ່ຜູ້ຍື່ນຄຳຮ້ອງ;

3. ເຈົ້າໜ້າທີ່ທະບຽນວິສາຫະກິດ ມີສິດເຊັນ ຕາມການຈັດລຽງບຸລິມະສິດ ຢ່າງຫ້ອຍຕ້ອງມີຈຳນວນ ສອງ ທ່ານ ຂຶ້ນໄປ;

4. ແຈ້ງໃຫ້ວິສາຫະກິດ ມາປ່ຽນແປງຊື່ວິສາຫະກິດທີ່ສອດຄ້ອງກັບກົດໝາຍ ແລະ ລະບຽບການ ຕາມການສະເໜີຂອງຂະແໜງການກ່ຽວຂ້ອງ ແລະ ຕາມຄຳຕັດສິນຂອງສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;

5. ຄຸ້ມຄອງການຈັດຕັ້ງທຸລະກິດ ຂອງທຸກປະເພດວິສາຫະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກ່ຽວກັບການສ້າງຕັ້ງວິສາຫະກິດ, ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ, ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ;

6. ເກັບກຳ, ປົກປັກຮັກສາ ແລະ ບໍລິການສະໜອງຂໍ້ມູນ ກ່ຽວກັບວິສາຫະກິດ ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ແກ່ສາທາລະນະຊົນ;

7. ສະໜອງຂໍ້ມູນ ກ່ຽວກັບຫົວໜ່ວຍທຸລະກິດ ໃຫ້ຂະແໜງການກ່ຽວຂ້ອງ ໃນກໍລະນີ ມີຂໍ້ຂັດແຍ່ງ ຫຼື ມີຄະດີກ່ຽວກັບວຽກງານທະບຽນວິສາຫະກິດ;

8. ລົບລ້າງ ຫຼື ສະເໜີລົບລ້າງ ໃບທະບຽນວິສາຫະກິດ ຕາມແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍວິສາຫະກິດ;

9. ໂຈະການນຳໃຊ້ໃບທະບຽນວິສາຫະກິດ ຕາມການສະເໜີຂອງຂະແໜງສວຍສາອາກອນ;

10. ອອກແຈ້ງການ ກ່ຽວກັບການຍຸບເລີກວິສາຫະກິດ ແລະ ລຶບຊື່ວິສາຫະກິດອອກຈາກຖານຂໍ້ມູນວິສາຫະກິດແຫ່ງຊາດ ໃນຄວາມຮັບຜິດຊອບຂອງຕົນ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ, ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ;

11. ໄດ້ຮັບການຝຶກອົບຮົມ ຍົກລະດັບຄວາມຮູ້ຄວາມສາມາດ ຕາມຫຼັກວິຊາການ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການບໍລິການວຽກງານທະບຽນວິສາຫະກິດ ໃນແຕ່ລະໄລຍະ;

12. ສະເໜີຂັ້ນເທິງພິຈາລະນາ ກ່ຽວກັບການອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ເປັນຕົ້ນ ງົບປະມານ, ສະຖານທີ່ເຮັດວຽກ, ຍານພາຫະນະ, ວັດຖຸປະກອນ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກອື່ນທີ່ຈຳເປັນ;

13. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

第ມາດຕາ 7条

第7条 禁止行为
禁止企业登记官员有下列行为:
1. 滥用权力、职责、职务,使用暴力、胁迫和恐吓以谋取自身、家庭、亲属和同伙的利益;
2. 与投资者或企业串通或为其提供便利,以获取不符合法律和规章的利益;
3. 向投资者或他人索取、要求或收受贿赂;
4. 在企业登记、变更企业登记证内容和注销企业时,非法阻碍拖延和要求额外文件;
5. 无正当理由拒绝企业登记、变更企业登记证内容和注销企业;
6. 不按照法律和规章进行企业登记、变更企业登记证内容和注销企业;
7. 在发放企业登记证之前,拒绝在企业登记系统和企业登记档案中披露企业登记信息;
8. 延长企业登记证的使用期限;
9. 充当中间人或伪造企业登记、变更企业登记证内容和注销企业的文件;
10. 有其他违反法律和规章的行为。

ພາສາລາວ (老挝语原文)

ມາດຕາ 7 ຂໍ້ຫ້າມ
ຫ້າມ ເຈົ້າໜ້າທີ່ທະບຽນວິສາຫະກິດ ມີພຶດຕິກຳ ດັ່ງນີ້:
1. ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ ແລະ ນາບຂູ່ ເພື່ອຫາຜົນປະໂຫຍດ ແກ່ຕົນ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກຂອງຕົນ;
2. ສົມຮູ້ຮ່ວມຄິດ ຫຼື ເອື້ອອຳນວຍຄວາມສະດວກ ແກ່ຜູ້ລົງທຶນ ຫຼື ວິສາຫະກິດ ເພື່ອໃຫ້ໄດ້ມາເຊິ່ງຜົນປະໂຫຍດ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
3. ທວງເອົາ, ຂໍເອົາ ແລະ ຮັບເອົາ ສິນບົນ ຈາກຜູ້ລົງທຶນ ຫຼື ຜູ້ອື່ນ;
4. ກົດຂວາງຖີ່ວງດຶງ ແລະ ຮຽກເອົາເອກະສານເພີ່ມເຕີມ ໃນການຈົດທະບຽນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ ໂດຍບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
5. ປະຕິເສດ ການຈົດທະບຽນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ ໂດຍບໍ່ມີເຫດຜົນ;
6. ຈົດທະບຽນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ ໂດຍບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
7. ປະຕິເສດການເປີດເຜີຍຂໍ້ມູນທະບຽນວິສາຫະກິດ ໃນລະບົບທະບຽນວິສາຫະກິດ ແລະ ຊຸດເອກະສານທະບຽນວິສາຫະກິດ ຢູ່ໃນຫ້ອງການຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ກ່ອນທີ່ຈະອອກໃບທະບຽນວິສາຫະກິດໃຫ້;
8. ຕໍ່ອາຍຸການນຳໃຊ້ໃບທະບຽນວິສາຫະກິດ;
9. ເປັນນາຍໜ້າ ຫຼື ປອມແປງເອກະສານ ຈົດທະບຽນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ການຍຸບເລີກວິສາຫະກິດ;
10. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 8条

第8条 印章
企业登记官员有专用印章,用于企业登记工作。

ພາສາລາວ (老挝语原文)

ມາດຕາ 8 ຕາປະທັບ
ເຈົ້າໜ້າທີ່ທະບຽນວິສາຫະກິດ ມີຕາປະທັບສະເພາະ ເພື່ອນຳໃຊ້ເຂົ້າໃນວຽກງານທະບຽນວິສາຫະກິດ.

第ມາດຕາ 9条

第9条 组织实施
交由企业登记司、省和首都的工业与商业厅、县和市的工业与商业办公室、经济特区管理委员会,按照各自的职责,严格认识和共同组织实施本协议。

ພາສາລາວ (老挝语原文)

ມາດຕາ 9 ການຈັດຕັ້ງປະຕິບັດ
ມອບໃຫ້ກົມທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົດບາດຂອງຕົນ ຢ່າງເຂັ້ມງວດ.

第ມາດຕາ 10条

第10条 效力
本协议自签署之日起生效。

ພາສາລາວ (老挝语原文)

ມາດຕາ 10 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译