ດຳລັດວ່າດ້ວຍ ທີ່ດິນບໍລິເວນນໍ້າ
水域土地法令
Water Land Act
ບົດສະຫຼຸບ
ດຳລັດສະບັບນີ້ກຳນົດນິຍາມ, ການຈັດປະເພດ, ຫຼັກການຄຸ້ມຄອງ ແລະ ຂັ້ນຕອນການກຳນົດດິນແດນທີ່ມີນ້ຳ, ເພື່ອແນໃສ່ການນຳໃຊ້ແບບຍືນຍົງ, ການອະນຸລັກລະບົບນິເວດ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານທີ່ດິນບໍລິເວນນ້ຳ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ທີ່ດິນບໍລິເວນນ້ຳ ໃຫ້ມີຄວາມຍືນຍົງ, ຮັກສາຄວາມສົມດຸນຂອງລະບົບນິເວດ, ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ພ້ອມທັງເປັນບ່ອນບຳບັດຄຸນນະພາບນ້ຳ, ຫຼຸດຜ່ອນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ດູດຊັບທາດກາກບອນ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 ທີດິນບໍລິເວນນຳ
ທີດິນບໍລິເວນນຳ ແມ່ນ ທີ່ດິນທີ່ຢູ່ພື້ນນຳ ຫຼື ຢູ່ຂອບເຂດອ້ອມແອ້ມແຫຼ່ງນຳ ຊຶ່ງນອນຢູ່ໃນພື້ນທີ່ທີ່ດິນປະເພດອື່ນ ເປັນຕົ້ນ ເຂດພື້ນທີ່ດິນທາມ, ຫ້ອງ ຫຼື ບຶງ, ທົ່ງຫຍ້ານຳຖ້ວມ, ທີ່ດິນນຳອອກບໍ່, ທີດິນແຄມນຳ, ທີ່ດິນກາງນຳ, ທີດິນປົງໃຫ, ທີດິນນຳບົກປະ ຫຼື ກຸດ, ທີດິນທີ່ເກີດຈາກການດັດແປງ ຫຼື ອວ່າຍແລວນຳ, ນຳຂັງ ຫຼື ໄຫຼຜ່ານ ທີ່ເກີດຂຶ້ນໂດຍທຳມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງມີລັກສະນະຖາວອນ ຫຼື ຊົ່ວຄາວ. ຢູ່ໃນທີດິນບໍລິເວນນຳແຕ່ລະປະເພດ ອາດປະກອບມີ ດິນຖ່ານຕົມ, ດິນດຳ, ດິນດາກ, ດິນຊາຍ ແລະ
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 51 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ