水域土地法令
ດໍາລັດວ່າດ້ວຍ ທີ່ດິນບໍລິເວນນໍ້າ
Water Land Act
简介
该法令规定了水域土地的定义、分类、管理原则及确定程序,旨在实现可持续利用、生态保护与气候变化适应。
Summary
This decree defines the definition, classification, management principles, and determination procedures of water land, aiming for sustainable use, ecological protection, and climate change adaptation.
ບົດສະຫຼຸບ
ດຳລັດສະບັບນີ້ກຳນົດນິຍາມ, ການຈັດປະເພດ, ຫຼັກການຄຸ້ມຄອງ ແລະ ຂັ້ນຕອນການກຳນົດດິນແດນທີ່ມີນ້ຳ, ເພື່ອແນໃສ່ການນຳໃຊ້ແບບຍືນຍົງ, ການອະນຸລັກລະບົບນິເວດ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.
条文
第ມາດຕາ 1条
第1条 目的
本法令规定了关于水域土地管理和监测的原则、规章和措施,旨在使该工作高效、有效,着眼于管理、保护、开发和利用水域土地以实现可持续性,维护生态系统的平衡、生物多样性,同时作为水质净化场所,减少洪水、干旱,吸收碳以及适应气候变化,为国家的绿色和可持续发展做出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານທີ່ດິນບໍລິເວນນ້ຳ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ທີ່ດິນບໍລິເວນນ້ຳ ໃຫ້ມີຄວາມຍືນຍົງ, ຮັກສາຄວາມສົມດຸນຂອງລະບົບນິເວດ, ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ພ້ອມທັງເປັນບ່ອນບຳບັດຄຸນນະພາບນ້ຳ, ຫຼຸດຜ່ອນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ດູດຊັບທາດກາກບອນ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
第ມາດຕາ 2条
第2条 水域土地
水域土地是指位于水面或水源周边范围内的土地,位于其他类型的土地中,例如沼泽地、池塘或湖泊、洪泛草原、出水地、河岸地、水中地、洼地、干涸或岛屿土地、因改造或改道而形成的土地、积水或流经的土地,无论是自然形成还是人工建造,具有永久或临时性质。各类水域土地可能包含泥炭土、黑土、粘土、沙土等。
ພາສາລາວ (老挝语原文)
ມາດຕາ 2 ທີດິນບໍລິເວນນຳ
ທີດິນບໍລິເວນນຳ ແມ່ນ ທີ່ດິນທີ່ຢູ່ພື້ນນຳ ຫຼື ຢູ່ຂອບເຂດອ້ອມແອ້ມແຫຼ່ງນຳ ຊຶ່ງນອນຢູ່ໃນພື້ນທີ່ທີ່ດິນປະເພດອື່ນ ເປັນຕົ້ນ ເຂດພື້ນທີ່ດິນທາມ, ຫ້ອງ ຫຼື ບຶງ, ທົ່ງຫຍ້ານຳຖ້ວມ, ທີ່ດິນນຳອອກບໍ່, ທີດິນແຄມນຳ, ທີ່ດິນກາງນຳ, ທີດິນປົງໃຫ, ທີດິນນຳບົກປະ ຫຼື ກຸດ, ທີດິນທີ່ເກີດຈາກການດັດແປງ ຫຼື ອວ່າຍແລວນຳ, ນຳຂັງ ຫຼື ໄຫຼຜ່ານ ທີ່ເກີດຂຶ້ນໂດຍທຳມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງມີລັກສະນະຖາວອນ ຫຼື ຊົ່ວຄາວ. ຢູ່ໃນທີດິນບໍລິເວນນຳແຕ່ລະປະເພດ ອາດປະກອບມີ ດິນຖ່ານຕົມ, ດິນດຳ, ດິນດາກ, ດິນຊາຍ ແລະ
第ມາດຕາ 3条
第3条 术语解释
本法令中使用的术语定义如下:
1. “湿地”指沼泽地、湿润地、洪泛草地、雨季有积水的天然池塘,旱季无水;
2. “牛轭湖”指改变流向的池塘或溪流,且常年积水;
3. “池塘或沼泽”指常年或季节性积水的区域,自然形成或人工建造;
4. “滨水土地”指水源周边的土地,如河岸、溪流、沟渠、沼泽、水库;
5. “新生地”指因沉积物淤积、河道改道或变迁而形成的土地,自然或人工造成,在某一区域暂时或永久形成新生地;
6. “水中土地”指自然形成或人工建造的岛屿、沙洲、礁石;
7. “泥炭地”指水域地区的一种重要土壤,是由植物残体长期堆积腐烂形成的有机土壤,呈棕色或黑色,是碳汇;
8. “拉姆萨尔公约”指关于具有国际重要性的水域地区的国际公约,涵盖五项工作;
9. “减缓措施层级”指国际公认的减少投资项目对生物多样性和生态系统服务影响的方法,必须采用避免、减少、恢复和完全补偿生物多样性的措施,旨在实现生物多样性净零损失或生物多样性净增益;
10. “完全补偿生物多样性”指在适当采取避免、减少和恢复措施后,对开发项目产生并持续存在的生物多样性负面影响进行补偿的行动;
11. “生物多样性净零损失”指通过实施开发项目的减缓措施层级所取得的结果,该结果使生物多样性的负面影响被生物多样性的正面影响适当抵消;
12. “生物多样性净增益”指通过实施开发项目的减缓措施层级所取得的结果,该结果使生物多样性的正面影响程度适当超过生物多样性的负面影响;
13. “水域土地管理部门”指管理各类含有水域土地的用途的部门。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ດິນນໍ້າບົກ ໝາຍເຖິງ ດິນທາມ, ດິນຊຸ່ມນໍ້າ, ທົ່ງຫຍ້ານໍ້າຖ້ວມ, ໜອງທຳມະຊາດທີ່ມີນໍ້າຂັງໃນຊ່ວງລະດູຝົນ, ລະດູແລ້ງບໍ່ມີນໍ້າ;
2. ກຸດ ໝາຍເຖິງ ໜອງນ້ຳ ຫຼື ສາຍນ້ຳ ທີ່ປ່ຽນທິດທາງການໄຫຼ ແລະ ມີນ້ຳຂັງຕະຫຼອດປີ;
3. ໜອງ ຫຼື ບຶງ ໝາຍເຖິງ ພື້ນທີ່ ທີ່ມີນໍ້າຂັງຕະຫຼອດປີ ຫຼື ບາງລະດູການ ທີ່ເກີດຂຶ້ນໂດຍທຳມະຊາດ ຫຼື ມະນຸດສ້າງຂຶ້ນ;
4. ທີ່ດິນແຄມນໍ້າ ໝາຍເຖິງ ທີ່ດິນຢູ່ອ້ອມແອ້ມແຫຼ່ງນໍ້າ ເປັນຕົ້ນ ຕາມແຄມນໍ້າ, ຫ້ວຍ, ຮ່ອງ, ບຶງ, ອ່າງເກັບນໍ້າ;
5. ທີ່ດິນປ່ອງໃໝ່ ໝາຍເຖິງ ທີ່ດິນເກີດຈາກການທັບຖົມຂອງຕະກອນ, ການອ້ວາຍ ຫຼື ປ່ຽນແລວນໍ້າ ຊຶ່ງເກີດໂດຍທຳມະຊາດ ຫຼື ມະນຸດສ້າງຂຶ້ນ ເຮັດໃຫ້ມີທີ່ດິນປ່ອງຂຶ້ນ ຊົ່ວຄາວ ຫຼື ຖາວອນໃນພື້ນທີ່ໃດໜຶ່ງ;
6. ທີ່ດິນກາງນໍ້າ ໝາຍເຖິງ ເກາະ, ດອນ, ແກ້ງ ຊຶ່ງເກີດຂຶ້ນໂດຍທຳມະຊາດ ຫຼື ມະນຸດສ້າງຂຶ້ນ;
7. ດິນຖ່ານຕົມ ໝາຍເຖິງ ດິນຊະນິດໜຶ່ງຂອງພື້ນທີ່ດິນບໍລິເວນນໍ້າ ທີ່ມີຄວາມສຳຄັນ, ເປັນດິນອິນຊີ ທີ່ເກີດຈາກການເນົ່າເປື່ອຍຂອງຊາກພືດທັບຖົມກັນເປັນເວລາດົນນານ, ມີລັກສະນະເປັນສີນໍ້າຕານ ຫຼື ດຳ ແລະ ເປັນບ່ອນດູດຊັບທາດກາກບອນ;
8. ສົນທິສັນຍາຣາມຊາ ໝາຍເຖິງ ສົນທິສັນຍາສາກົນ ກ່ຽວກັບ ພື້ນທີ່ດິນບໍລິເວນນໍ້າ ທີ່ມີຄວາມສຳຄັນໃນລະດັບສາກົນ ທີ່ກຳນົດກວບຫ້າວຽກ;
9. ລຳດັບມາດຕະການຫຼຸດຜ່ອນຜົນກະທົບ ໝາຍເຖິງ ວິທີການຫຼຸດຜ່ອນຜົນກະທົບຈາກໂຄງການລົງທຶນ ຕໍ່ຊີວະນານາພັນ ແລະ ການບໍລິການລະບົບນິເວດທີ່ໄດ້ຮັບການຍອມຮັບຈາກສາກົນ ຊຶ່ງຕ້ອງນຳໃຊ້ມາດຕະການ ການຫຼີກລ່ຽງ, ຫຼຸດຜ່ອນ, ຟື້ນຟູ ແລະ ການທົດແທນຊີວະນານາພັນແບບຄົບຖ້ວນ ແນໃສ່ການທົດແທນຊີວະນານາພັນເທົ່າເດີມ ຫຼື ການເພີ່ມຊີວະນານາພັນ;
10. ການທົດແທນຊີວະນານາພັນແບບຄົບຖ້ວນ ໝາຍເຖິງ ການດຳເນີນການ ເພື່ອຊົດເຊີຍຜົນກະທົບທາງລົບທີ່ຍັງເຫຼືອຄ້າງຕໍ່ຊີວະນານາພັນທີ່ເກີດຂຶ້ນ ແລະ ສືບຕໍ່ມີຈາກໂຄງການພັດທະນາ ຫຼັງຈາກໄດ້ດຳເນີນມາດຕະການຫຼີກລ່ຽງ, ຫຼຸດຜ່ອນ ແລະ ຟື້ນຟູຄືນ ຢ່າງເໝາະສົມແລ້ວ;
11. ການທົດແທນຊີວະນານາພັນເທົ່າເດີມ ໝາຍເຖິງ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດລຳດັບມາດຕະການຫຼຸດຜ່ອນຜົນກະທົບ ຂອງໂຄງການພັດທະນາ ຊຶ່ງຜົນໄດ້ຮັບດັ່ງກ່າວ ໄດ້ບັນລຸຈຸດທີ່ຜົນກະທົບທາງລົບຕໍ່ຊີວະນານາພັນ ຖືກດຸ່ນດ່ຽງໂດຍຜົນກະທົບທາງບວກຕໍ່ຊີວະນານາພັນຢ່າງເໝາະສົມ;
12. ການເພີ່ມຊີວະນານາພັນ ໝາຍເຖິງ ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດລຳດັບມາດຕະການຫຼຸດຜ່ອນຜົນກະທົບຂອງໂຄງການພັດທະນາ ຊຶ່ງຜົນໄດ້ຮັບດັ່ງກ່າວ ໄດ້ບັນລຸຈຸດທີ່ຜົນກະທົບທາງບວກຕໍ່ຊີວະນານາພັນ ມີລະດັບລື່ນຜົນກະທົບທາງລົບຕໍ່ຊີວະນານາພັນ ຢ່າງເໝາະສົມ;
13. ຂະແໜງການຄຸ້ມຄອງທີ່ດິນບໍລິເວນນໍ້າ ໝາຍເຖິງ ຂະແໜງການທີ່ຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ທີ່ມີທີ່ດິນບໍລິເວນນໍ້າ.
第ມາດຕາ 4条
第4条 关于水域土地工作的原则
水域土地工作应遵循以下原则:
1. 符合法律、战略、国家经济社会发展计划、国家土地分配总体规划、老挝人民民主共和国作为缔约方的公约及相关国际条约;
2. 确保在全国范围内实行集中统一管理;
3. 将水域土地的保护、开发和恢复作为重要工作;
4. 确保与各部门、机关、地方行政机关及其他部分的协调配合;
5. 确保国家、个人、法人或组织依法依规管理、保护、开发、恢复和使用水域土地的权益。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບວຽກງານທີ່ດິນບໍລິເວນນ້ຳ
ວຽກງານທີ່ດິນບໍລິເວນນ້ຳ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບກົດໝາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ;
2. ຮັບປະກັນການຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ;
3. ເອົາການປົກປັກຮັກສາ, ພັດທະນາ ແລະ ຟື້ນຟູ ທີ່ດິນບໍລິເວນນ້ຳ ເປັນວຽກງານສຳຄັນ;
4. ຮັບປະກັນການປະສານສົມທົບກັບ ຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ;
5. ຮັບປະກັນຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ຟື້ນຟູ ແລະ ນຳໃຊ້ ທີ່ດິນບໍລິເວນນ້ຳ ຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 5条
第5条 水域土地的确定
水域土地的确定,应按照以下步骤进行:
1. 勘察并制作显示位置范围的地图;
2. 水域土地的认可;
3. 水域土地的登记。
ພາສາລາວ (老挝语原文)
ມາດຕາ 5 ການກຳນົດທີ່ດິນບໍລິເວນນໍຳ
ການກຳນົດທີ່ດິນບໍລິເວນນໍຳ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ການສຳຫຼວດ ແລະ ສ້າງແຜນທີ່ສະແດງຂອບເຂດທີ່ຕັ້ງ;
2. ການຮັບຮອງທີ່ດິນບໍລິເວນນ້ຳ;
3. ການຂຶນບັນຊີທີດິນບໍລິເວນນຳ.
第ມາດຕາ 6条
第6条 勘察和绘制位置界线图
水域土地管理部门负责勘察、收集关于区域特征、生物多样性、生态系统以及位于将被确定为水域土地的区域内部和周边村庄的经济社会数据,以显示位置界线、分级或划分管理级别,并与自然资源和环境部门、其他部门、组织和相关地方政府协调配合。
ພາສາລາວ (老挝语原文)
ມາດຕາ 6 ການສຳຫຼວດ ແລະ ສ້າງແຜນທີ່ສະແດງຂອບເຂດທີ່ຕັ້ງ
ຂະແໜງການຄຸ້ມຄອງທີ່ດິນບໍລິເວນນ້ຳ ເປັນເຈົ້າການໃນການສຳຫຼວດ ເກັບກຳຂໍ້ມູນ ກ່ຽວກັບຄຸນລັກສະນະຂອງພື້ນທີ່, ຊີວະນານາພັນ, ລະບົບນິເວດ ແລະ ເສດຖະກິດ-ສັງຄົມຂອງບ້ານ ທີ່ຢູ່ໃນ ແລະ ອ້ອມເຂດທີ່ຈະກຳນົດເປັນທີ່ດິນບໍລິເວນນ້ຳ ເພື່ອສະແດງຂອບເຂດທີ່ຕັ້ງ, ຈັດລະດັບ ຫຼື ແບ່ງຂັ້ນຄຸ້ມຄອງ ໂດຍປະສານສົມທົບກັບ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
第ມາດຕາ 7条
第7条 湿地认定
政府或省级行政机关根据自然资源与环境部门的提议,在与相关部门、组织和有关地方政府达成一致后,负责认定湿地。
对于符合《拉姆萨尔公约》规定的国际重要湿地条件的湿地,由自然资源与环境部协调相关部委、组织和地方政府,研究并报请政府,以便提交给相关国际组织,登记为国际重要湿地。
ພາສາລາວ (老挝语原文)
ມາດຕາ 7 ການຮັບຮອງທີ່ດິນບໍລິເວນນ້ຳ
ລັດຖະບານ ຫຼື ອົງການປົກຄອງຂັ້ນແຂວງ ເປັນຜູ້ຮັບຮອງທີ່ດິນບໍລິເວນນ້ຳ ຕາມການສະເໜີຂອງ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍເປັນເອກະພາບກັບ ຂະແໜງການ, ອົງການ ແລະ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
ສຳລັບທີ່ດິນບໍລິເວນນ້ຳ ທີ່ມີເງື່ອນໄຂເປັນທີ່ດິນບໍລິເວນນ້ຳລະດັບສາກົນ ຕາມສົນທິສັນຍາຣາມຊາ ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຄົ້ນຄວ້າສະເໜີລັດຖະບານ ເພື່ອນຳສະເໜີຕໍ່ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຂຶ້ນທະບຽນເປັນທີ່ດິນບໍລິເວນນ້ຳລະດັບສາກົນ.
第ມາດຕາ 8条
第8条 水域土地登记
已获批准的水域土地,水域土地管理部门必须对其管理范围内的水域土地进行登记,然后报送自然资源与环境部门。自然资源与环境部门负责集中汇总水域土地登记,并录入自然资源与环境部门的水域土地管理数据库。
ພາສາລາວ (老挝语原文)
ມາດຕາ 8 ການຂຶ້ນບັນຊີທີ່ດິນບໍລິເວນນ້ຳ
ທີ່ດິນບໍລິເວນນ້ຳ ທີ່ໄດ້ຖືກຮັບຮອງແລ້ວ ຂະແໜງການຄຸ້ມຄອງທີ່ດິນບໍລິເວນນ້ຳ ຕ້ອງຂຶ້ນບັນຊີທີ່ດິນບໍລິເວນນ້ຳ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ແລ້ວສົ່ງໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ສັງລວມການຂຶ້ນບັນຊີທີ່ດິນບໍລິເວນນ້ຳ ຢ່າງລວມສູນ ແລະ ບັນທຶກເຂົ້າໃນຖານຂໍ້ມູນຄຸ້ມຄອງທີ່ດິນບໍລິເວນນ້ຳ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
第ມາດຕາ 9条
第9条 水域土地管理
水域土地管理应执行如下:
1. 水域土地调查;
2. 制定和批准水域土地利用规划;
3. 设置水域土地边界标志和界桩。
ພາສາລາວ (老挝语原文)
ມາດຕາ 9 ການຄຸ້ມຄອງທີດິນບໍລິເວນນຳ
ການຄຸ້ມຄອງທີດິນບໍລິເວນນຳ ໃຫ້ປະຕິບັດ ດັ່ງນີ້:
1. ການສຳຫຼວດທີດິນບໍລິເວນນຳ;
2. ການສ້າງ ແລະ ຮັບຮອງ ແຜນການນຳໃຊ້ທີດິນບໍລິເວນນຳ;
3. ການຕິດປ້າຍຂອບເຂດ ແລະ ປັກຫຼັກຫາຍທີ່ດິນບໍລິເວນນຳ.
第ມາດຕາ 10条
第10条 水域土地调查
水域土地调查是指收集关于地理位置、面积范围、物理特征、水量、水质、生物多样性和生态系统、水生动物物种、野生动物、植物、林产品以及该土地使用状况的数据,以便进行登记和规划水域土地的使用。
水域土地管理部门牵头,与自然资源和环境部门、其他部门、组织和相关地方政府协调,在相关当地居民的参与下进行水域土地调查。
ພາສາລາວ (老挝语原文)
ມາດຕາ 10 ການສຳຫຼວດທີ່ດິນບໍລິເວນນ້ຳ
ການສຳຫຼວດທີ່ດິນບໍລິເວນນ້ຳ ແມ່ນ ການເກັບກຳຂໍ້ມູນກ່ຽວກັບ ທີ່ຕັ້ງພູມສັນຖານ, ຂອບເຂດເນື້ອທີ່, ລັກສະນະກາຍະພາບ, ປະລິມານ, ຄຸນນະພາບນ້ຳ, ຄວາມຫຼາກຫຼາຍຂອງຊີວະນານາພັນ ແລະ ລະບົບນິເວດ, ຊະນິດພັນສັດນ້ຳ, ສັດປ່າ, ພັນພືດ, ເຄື່ອງປ່າຂອງດົງ ແລະ ສະພາບການນຳໃຊ້ທີ່ດິນດັ່ງກ່າວ ເພື່ອຂຶ້ນບັນຊີ ແລະ ການວາງແຜນນຳໃຊ້ທີ່ດິນບໍລິເວນນ້ຳ.
ຂະແໜງການຄຸ້ມຄອງທີ່ດິນບໍລິເວນນ້ຳ ເປັນເຈົ້າການ ປະສານສົມທົບກັບ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ສຳຫຼວດທີ່ດິນບໍລິເວນນ້ຳ ດ້ວຍການເຂົ້າຮ່ວມຂອງປະຊາຊົນໃນທ້ອງຖິ່ນທີ່ກ່ຽວຂ້ອງ.
第ມາດຕາ 11条
第11条 水域土地使用规划的制定和批准
水域土地管理部门根据调查数据,在与自然资源和环境部门、其他相关部门、有关机构和地方行政机关以及居住在水域土地内和毗邻水域土地的居民的参与下,协调制定和批准水域土地使用规划。水域土地使用规划的制定必须符合国家土地分配总体规划、地方土地分配规划、水资源管理和利用国家战略、部门土地使用规划以及地方经济社会发展规划。
水域土地使用规划的主要内容如下:
1. 水域土地概况;
2. 水域土地使用规划的目标和总体指标;
3. 水域土地管理、保护、开发、恢复和利用的重点任务;
4. 水域土地内的计划、项目和活动;
5. 各相关部门的职责;
6. 指标、时间期限和预算估算;
7. 协调机制和实施措施。
ພາສາລາວ (老挝语原文)
ມາດຕາ 11 ການສ້າງ ແລະ ຮັບຮອງ ແຜນການນຳໃຊ້ທີ່ດິນບໍລິເວນນ້ຳ
ຂະແໜງການຄຸ້ມຄອງທີ່ດິນບໍລິເວນນ້ຳ ສ້າງ ແລະ ຮັບຮອງ ແຜນການນຳໃຊ້ທີ່ດິນບໍລິເວນນ້ຳ ບົນພື້ນຖານຂໍ້ມູນສຳຫຼວດ ໂດຍມີການປະສານສົມທົບກັບ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ການເຂົ້າຮ່ວມຂອງປະຊາຊົນ ທີ່ຕັ້ງພູມລຳເນົາ ຢູ່ໃນ ແລະ ຕິດກັບທີ່ດິນບໍລິເວນນ້ຳ. ການສ້າງແຜນນຳໃຊ້ທີ່ດິນບໍລິເວນນ້ຳ ຕ້ອງສອດຄ່ອງກັບ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຈັດສັນທີ່ດິນທ້ອງຖິ່ນ, ຍຸດທະສາດການຄຸ້ມຄອງ, ການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳແຫ່ງຊາດ, ແຜນການນຳໃຊ້ທີ່ດິນຂອງຂະແໜງການ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ.
ເນື້ອໃນຕົ້ນຕໍຂອງແຜນການນຳໃຊ້ທີ່ດິນບໍລິເວນນ້ຳ ປະກອບດ້ວຍ:
1. ສະພາບລວມຂອງທີ່ດິນບໍລິເວນນ້ຳ;
2. ເປົ້າໝາຍ ແລະ ຄາດໝາຍລວມຂອງແຜນການນຳໃຊ້ທີ່ດິນບໍລິເວນນ້ຳ;
3. ວຽກງານຈຸດສຸມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ຟື້ນຟູ ແລະ ນຳໃຊ້ທີ່ດິນ;
4. ແຜນງານ, ໂຄງການ ແລະ ກິດຈະກຳ ຢູ່ໃນທີ່ດິນບໍລິເວນນ້ຳ;
5. ຄວາມຮັບຜິດຊອບຂອງບັນດາຂະແໜງການທີ່ກ່ຽວຂ້ອງ;
6. ຕົວຊີ້ວັດ, ໄລຍະເວລາ ແລະ ຄາດຄະເນງົບປະມານ;
7. ກົນໄກການປະສານງານ ແລະ ມາດຕະການໃນການຈັດຕັ້ງປະຕິບັດ.
第ມາດຕາ 12条
第12条 边界标志和界桩的设置
边界标志和界桩的设置是为了使个人、法人或组织,包括居住在水域土地内和毗邻水域土地的居民,了解边界、水域土地保护区、道路和其他区域。
水域土地管理部门与自然资源和环境部门、其他部门、相关机构和地方行政机构协调,进行边界标志和界桩的设置。
ພາສາລາວ (老挝语原文)
ມາດຕາ 12 ການຕິດປ້າຍຂອບເຂດ ແລະ ປັກຫຼັກໝາຍທີ່ດິນບໍລິເວນນຳ
ການຕິດປ້າຍຂອບເຂດ ແລະ ປັກຫຼັກໝາຍທີ່ດິນບໍລິເວນນຳ ແມ່ນ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລວມທັງປະຊາຊົນ ທີ່ຕັ້ງພູມລຳເນົາ ຢູ່ໃນ ແລະ ຕິດກັບທີ່ດິນບໍລິເວນນຳ ຮັບຮູ້ຂອບເຂດ, ເຂດສະຫງວນທີ່ດິນບໍລິເວນນຳ, ເສັ້ນທາງ ແລະ ເຂດພື້ນທີ່ອື່ນ.
ຂະແໜງການຄຸ້ມຄອງທີ່ດິນບໍລິເວນນຳ ປະສານສົມທົບກັບ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນການຕິດປ້າຍຂອບເຂດ ແລະ ປັກຫຼັກໝາຍ.
本页展示前 12 条,全文共 51 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读