ຄຳສັ່ງກ່ຽວກັບ ການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງການນຳເຂົ້າ, ສົ່ງອອກ, ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ຕາມດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ

关于加强国际口岸、地方口岸及传统口岸动物及动物产品进出口过境管理责任令

Decree on Strengthening Responsibility for Import, Export, and Transit of Animals and Animal Products at International, Local, and Traditional Ports

ບົດສະຫຼຸບ

ກົດໝາຍນີ້ຮຽກຮ້ອງໃຫ້ເພີ່ມທະວີການຄຸ້ມຄອງດ່ານຊາຍແດນສາກົນ, ທ້ອງຖິ່ນ ແລະ ພື້ນເມືອງຂອງລາວ ສຳລັບການນຳເຂົ້າ, ສົ່ງອອກ ແລະ ຜ່ານແດນສັດ ແລະ ຜະລິດຕະພັນສັດ, ກຳນົດໃຫ້ກົມລ້ຽງສັດ ແລະ ປະມົງເປັນຜູ້ອອກໃບອະນຸຍາດ, ແລະ ເພີ່ມຄວາມຮັບຜິດຊອບໃນການກວດກາ, ປ້ອງກັນການລັກລອບ ແລະ ຄວບຄຸມພະຍາດ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ປ່າໄມ້ ເລກທີ. 5../ .[. [, .7ກປ໊

2 ! 110] 2023

ນະຄອນຫຼວງວຽງຈັນ, ວັນທີ. <....... ດ...

- -

ຄຳສັ່ງ
" ຄກາ < - > ມ > +
ກຽວກັບການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງການ ນຳເຂົ້າ, ສົ່ງອອກ, ສົ່ງ
ຜານ ສັດ ແລະ ຜະລິດຕະພັນສັດ ຕາມດ້ານສາກົນ, ດານທ້ອງຖິນ ແລະ ດານປະເພນີ

ເຖິງ: - ຫ້ອງການ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້;
- ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ .

- ອີງຕາມ ກົດໝາຍວາດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບ ປັບປຸງ) ສະບັບເລກທີ
08/ສພຊ, ລົງວັນທີ 11 ພະຈິກ 2016;
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງກະຊວງ
ກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

-. ອີງຕາມ ຫັງສືສະເຫີ ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 4382/ກລປ, ລົງວັນທີ 01 ພະຈິກ 2023;

-. ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີ ຂອງຫ້ອງການກະຊວງກະສິກຳ ແລະ ປາໄມ້, ຄັງວັນທີ 06 ພະຈິກ 2025.

ໃນໄລຍະຜ່ານມາ, ຂະແໜງການກະສິກຳ ແລະ ປ່າໄມ້ແຕລະຂັ້ນ ໄດ້ເອົາໃຈໃສຄຸ້ມຄອງການ ນຳເຂົ້າ, ສົ່ງອອກ, ສົ່ງຜານສັດ ແລະ ຜະລິດຕະພັນສັດ ຕາມດ້ານສາກົນ, ດານທ້ອງຖິນ ແລະ ດານປະເພນີ ຕາມລະບຽບກົດບນາຍ ກຽວຂ້ອງໄດ້ດີພໍສົມຄວນ ອັນໄດ້ປະກອບສວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ແມນການພັດທະນາເສດຖະກິດຂອງທ້ອງຖິນ ໃຫ້ມີການເຕີບໃຫຢຂະຫຍາຍຕົວເປັນກ້າວໆມາ. ສະເພາະ ໃນໄລຍະ 9 ເດືອນ ຂອງປີ 2023 ໄດ້ມີການອະນຸຍາດສົ່ງອອກສັດປະເພດ ງົວ, ຄວາຍ, ຫູ ແລະ ແບ້ ຈຳນວນ
151.790 ໂຕ, ສັດປີກຫຼາຍກວ່າ 2.590.000 ໂຕ; ອະນຸຍາດສົ່ງອອກສັດໃຫຍ່ ຫຼາຍກວ່າ 44.700 ໂຕ, ສັດປີກ 861.000 ໂຕ ສ້າງລາຍຮັບໄດ້ຫຼາຍກວ່າ 61 ລ້ານໂດລາສະຫະລັດ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບດ້ານດັ່ງກ່າວ ກໍຍັງມີປະກົດການ ລັກລອບນຳເຂົ້າສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ຍັງມີບາງທ້ອງຖິ່ນອະນຸຍາດໃຫ້ນຳເຂົ້າສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໂດຍບໍ່ຖືກຕ້ອງຕາມພາລະບົດບາດ ແລະ ລະບຽບການທີ່ກຳນົດໄວ້ ຊຶ່ງເຮັດໃຫ້ມີຄວາມສ່ຽງສູງ ຕໍ່ການແຜ່ລະບາດຂອງພະຍາດສັດ ເປັນຕົ້ນແມ່ນ ພະຍາດໄຂ້ຫວັດສັດປີກ, ພະຍາດອະຫິວາໝູອາຟຣິກາ, ພະຍາດປາກເປື່ອຍລົງເລັບ, ພະຍາດຜິວໜັງອັກເສບຕິດຕໍ່ ງົວ, ຄວາຍ ແລະ ອື່ນໆ ລວມທັງການຈຳໜ່າຍຜະລິດຕະພັນສັດຢູ່ຕາມທ້ອງຕະຫຼາດ ທີ່ຍັງກວດພົບເຫັນສານຕົກຄ້າງຫຼາຍຊະນິດ ເກີນມາດຕະຖານທີ່ກຳນົດໄວ້ ທັງເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກອີກດ້ວຍ.
ເພື່ອເຮັດໃຫ້ການຄຸ້ມຄອງການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ມີຄວາມຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ແນໃສ່ຫຼຸດຜ່ອນຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດສັດ ເຂົ້າມາໃນປະເທດ, ຮັບປະກັນດ້ານຄຸນນະພາບຂອງອາຫານ ແລະ ມີຄວາມປອດໄພຕໍ່ຜູ້ບໍລິໂພກ ພ້ອມທັງເປັນການປົກປ້ອງ ແລະ ສົ່ງເສີມການລ້ຽງສັດ ຢູ່ພາຍໃນປະເທດໃຫ້ມີການຂະຫຍາຍຕົວ ແລະ ສາມາດທົດແທນການນຳເຂົ້າຈາກຕ່າງປະເທດນັ້ນ,

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ:

1. ໃຫ້ ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາ, ເຜີຍແຜ່ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016, ດຳລັດ ວ່າດ້ວຍ
ການຄຸ້ມຄອງການເຄືອນຍ້າຍສັດ ແລະ ຜະລິດຕະພັນສິນຄ້າກຽວກັບສັດ ສະບັບເລກທີ 230/ລບ, ລົງວັນທີ 04 ມີນາ 2012 ແລະ ຂໍຕົກລົງ ວາດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜຝານສັດ ແລະ ຜະລິດຕະພັນສັດ ສະບັບເລກທີ 0795/ກປ, ລົງວັນທີ 18 ເມສາ 2019 ລວມທັງນິຕິກຳ ແລະ ຄູມືອືນທີກ່ຽວຂ້ອງ ໃຫ້ການຈັດຕັ້ງພາກລັດ ແລະ ພາກເອກະຊົນ ທີດຳເນີນທຸລະກິດກຽວກັບສັດ ໃນຂອບເຂດທົ່ວປະເທດໃຫ້ຊາບທົ່ວເຖິງກັນ ຕິດພັນກັບການເອົາໃຈໃສຄູ້ມຄອງການ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜານສັດ ແລະ ຜະລິດຕະພັນສັດ ຢ່າງເຂັ້ມງວດ;

2. ໃຫ້ ກົມລ້ຽງສັດ ແລະ ການປະມົງ ປະສານສົບທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ, ດານກວດກາສັດຕະວະແພດ ແລະ ພາກສວນກຽວຂອງ ເອົາໃຈໃສເກັບກຳຂໍ້ມູນ, ຕິດຕາມ, ກວດກາ ແລະ
ສະກັດກັນ ການລັກລອບນຳເຂົ້າສັດ ແລະ ຜະລິດຕະພັນສັດ. ຖ້າຫາກພົບເຫັນມີການລັກລອບນຳເຂົ້າສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ໃຫ້ນຳໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ທີ່ວາງອອກຢ່າງເຂັ້ມງວດ;

3. ໃຫ້ ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດຕາມມາດຕາ 23 ແລະ ມາດຕາ 24 ຂອງຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ສະບັບເລກທີ 0795/ກປ, ລົງວັນທີ 18 ເມສາ 2019 ຢ່າງເຂັ້ມງວດ ໂດຍສະເພາະ ການອອກ, ໂຈະ ຫຼື ຖອນໃບອະນຸຍາດ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສັດ ແມ່ນສິດຂອງກົມລ້ຽງສັດ ແລະ ການປະມົງເທົ່ານັ້ນ; ສ່ວນພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ
ເປັນຜູ້ຄົ້ນຄວ້າ ແລະ ສະເໜີຫາ ກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາອອກ, ໂຈະ ຫຼື ຖອນໃບອະນຸຍາດ ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ;

4. ໃຫ້ ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ເພື່ອ ຊີ້ນຳ ແລະ ຊຸກຍູ້ເຈົ້າໜ້າທີ່ສັດຕະວະແພດ ປະຈຳດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທີ່ຢູ່ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຍົກສູງຄວາມຮັບຜິດຊອບໃນການກວດກາການນຳເຂົ້າ, ສົ່ງອອກ ແລະ ສົ່ງ ຜ່ານສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ຢ່າງເຂັ້ມງວດ ຕິດພັນກັບການປັບປຸງລະບົບຄວບຄຸມ, ຕິດ ຕາມ ແລະ ກວດກາການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດຄືນໃໝ່ ໃຫ້ຮັດກຸມ ແລະ ມີການລາຍງານຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;
5. ໃຫ້ ກົມລ້ຽງສັດ ແລະ ການປະມົງ ຄົ້ນຄວ້າອອກແຈ້ງການເຖິງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ, ດ່ານກວດກາສັດຕະວະແພດ ແລະ ຜູ້ປະກອບການ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ຮັບຮູ້ຂໍ້ມູນ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ທາງການສາມາດອະນຸຍາດໃຫ້ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານໄດ້ ໃນແຕ່ລະໄລຍະ ເພື່ອຮັບປະກັນຄວາມຖືກຕ້ອງ, ວ່ອງໄວ ແລະ ທັນການ;

ໃຫ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ແນະນຳໃຫ້ຜູ້ປະກອບການ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ຢູ່ໃນລາຍການທີ່ທາງການອະນຸຍາດ ປະກອບເອກະສານສະເໜີຂໍອະນຸຍາດຢ່າງຖືກຕ້ອງ ແລ້ວສະເໜີຫາ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ເພື່ອຄົ້ນຄວ່າ ແລະ ປະກອບຄຳເຫັນ ກ່ອນທີ່ຈະສະເໜີໄປຫາ ກົມລ້ຽງສັດ ແລະ ການປະມົງ;
ປະມົງ ພິຈາລະນາອະນຸຍາດ ຕາມຂັ້ນຕອນ;

ໃຫ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ ຊີກຍູ້ ສົ່ງເສີມ ຂະບວນການ ລ້ຽງສັດ ຂອງປະຊາຊົນ ຢູ່ໃນພາຍແຂວງຂອງຕົນ ໂດຍເນັ້ນໃສ ປະເພດສັດລ້ຽງທີມີທາແຮງ ແລະ ສົ່ງເສີມການ ລ້ຽງແບບເປັນຟາມ ດ້ວຍການນຳໃຊ້ເຕັກນິກວິຊາການເຂົ້າມາຊ້ວຍ, ແນໃສຍົກສະມັດຕະພາບຂອງການຜະລິດ ເພືອສະໜອງໃຫ້ແກ ການບໍລິໂພກພາຍໃນຢ່າງພຽງພໍ, ທົດແທນການນຳເຂົ້າຈາກຕ້າງປະເທດ ແລະ ຜະລິດເປັນ ສິນຄ້າເພືອສົ່ງອອກຕາງປະເທດ;

ມອບໃຫ້ ກົມລ້ຽງສັດ ແລະ ການປະມົງ ຮີບຮ້ອນປະສານສົບທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະ ຄອນຫຼວງວຽງຈັນ ເພືອຈັດຕັ່ງຜັນຂະຫຍາຍຄາສັ່ງສະບັບນີ້ໃຫ້ໄດ້ຮັບຜົນດີ ພ້ອມທັງມີການສະຫຼຸບລາຍງານ ແລະ ຖອດຖອນບົດຮຽນໃນການຈັດຕັ່ງປະຕິບັດ ເປັນແຕລະໄລຍະ. ຜ່ານການຈັດຕັ່ງປະຕິບັດຕົວຈິງ, ມີຂໍ
ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອຫາວິທີແກ້ໄຂຢ່າງທັນການ.

ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ປອ. ເພັດ ພົມພີພັກ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ