ຂໍ້ຕົກລົງວ່າດ້ວຍ ມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ

工厂经营违规罚款措施协议

Factory Operation Violation Fines Measures Agreement

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການກະທຳຜິດກ່ຽວກັບການດຳເນີນທຸລະກິດໂຮງງານໃນລາວ, ກຳນົດມາດຕະການ ແລະ ຫຼັກການປັບໃໝຕໍ່ບຸກຄົນ, ນິຕິບຸກຄົນ ແລະ ອົງກອນ, ລະບຸ 15 ກໍລະນີຜິດ ແລະ ຈຳນວນເງິນປັບໃໝຕາມຂະໜາດໂຮງງານ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ມາດຕະການປັບໃໝ
ມາດຕະການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ກ່ຽວກັບການດຳເນີນກິດຈະການໂຮງງານ ຢູ່ ສປປ ລາວ ໂດຍອີງຕາມຂະໜາດຂອງໂຮງງານ.

ມາດຕາ ມາດຕາ 2

ມາດຕາ 2 ຫຼັກການກ່ຽວກັບການປັບໃໝ
ການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ຕ້ອງປະຕິບັດຕາມຫຼັກການດັ່ງນີ້:

1. ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຕ້ອງມີບົດບັນທຶກ ກ່ຽວກັບການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ;
4. ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.

ມາດຕາ ມາດຕາ 3

ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານທຸກປະເພດ ທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການດຳເນີນກິດຈະການໂຮງງານ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ