工厂经营违规罚款措施协议
ຂໍ້ຕົກລົງວ່າດ້ວຍ ມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດໍາເນີນກິດຈະການໂຮງງານ
Factory Operation Violation Fines Measures Agreement
简介
该法规调整老挝境内工厂经营违规行为,规定对个人、法人和组织的罚款措施及原则,并列出15种违规情形及按工厂规模分级的罚款金额。
Summary
This regulation governs violations of factory operations in Laos, stipulating penalty measures and principles for individuals, legal entities, and organizations, and listing 15 types of violations and penalty amounts graded by factory size.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການກະທຳຜິດກ່ຽວກັບການດຳເນີນທຸລະກິດໂຮງງານໃນລາວ, ກຳນົດມາດຕະການ ແລະ ຫຼັກການປັບໃໝຕໍ່ບຸກຄົນ, ນິຕິບຸກຄົນ ແລະ ອົງກອນ, ລະບຸ 15 ກໍລະນີຜິດ ແລະ ຈຳນວນເງິນປັບໃໝຕາມຂະໜາດໂຮງງານ.
条文
第ມາດຕາ 1条
第2条 罚款措施
罚款措施是针对在老挝人民民主共和国境内经营工厂活动中违反行政规定者,根据工厂规模而采取的经济措施。
ພາສາລາວ (老挝语原文)
ມາດຕາ 2 ມາດຕະການປັບໃໝ
ມາດຕະການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ກ່ຽວກັບການດຳເນີນກິດຈະການໂຮງງານ ຢູ່ ສປປ ລາວ ໂດຍອີງຕາມຂະໜາດຂອງໂຮງງານ.
第ມາດຕາ 2条
第2条 关于罚款的原则
对违反工厂经营活动规定者适用罚款措施,必须遵循以下原则:
1. 符合相关法律法规;
2. 在全国范围内实行集中统一管理;
3. 必须有关于对违反工厂经营活动规定者进行罚款的记录;
4. 确保透明、公正和可核查。
ພາສາລາວ (老挝语原文)
ມາດຕາ 2 ຫຼັກການກ່ຽວກັບການປັບໃໝ
ການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ຕ້ອງປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຕ້ອງມີບົດບັນທຶກ ກ່ຽວກັບການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ;
4. ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 3条
第3条 适用范围
本协议适用于在老挝人民民主共和国境内违反有关工厂经营活动的法律和规章的所有类型工厂经营活动的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານທຸກປະເພດ ທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການດຳເນີນກິດຈະການໂຮງງານ ຢູ່ ສປປ ລາວ.
第ມາດຕາ 4条
第4条 违反工厂运营规定的行为
构成违反工厂运营规定的行为如下:
1. 未经许可设立工厂、搬迁工厂、运营工厂或扩建工厂;
2. 未经许可在不符合规定的地点或在禁止区域内设立工厂;
3. 未持有企业登记证设立家庭式工厂(对于需要企业登记的经营活动);
4. 未向县、市工商办公室申报而运营家庭式工厂;
5. 未经许可安装超过工厂规模的机器或搬迁机器;
6. 未经许可变更工厂名称、转让、出售、出租或变更工厂经营者;
7. 经营活动不符合工厂运营许可证;
8. 未经许可将原材料、机器、设备或外国劳动力带入工厂;
9. 未经许可在工厂内进口或使用危险化学品;
10. 阻碍或不遵守官员的命令,例如切断官员在检查工厂时用于夹住机器以停止工厂运营的锁或链条;
11. 在获得废物处理系统的技术认证之前,建造、修改或安装废物处理系统的机器;
12. 排放污染物或丢弃未经处理或处理未达到法律和法规规定标准的废物;
13. 不遵守工厂技术标准;
14. 在工厂运营许可证到期后申请续期;
15. 使用已过期的工厂运营许可证。
ພາສາລາວ (老挝语原文)
ມາດຕາ 4 ພຶດຕິກຳການລະເມີດລະບຽບການດຳເນີນກິດຈະການໂຮງງານ
ພຶດຕິກຳທີ່ເປັນການລະເມີດລະບຽບການດຳເນີນກິດຈະການໂຮງງານ ມີດັ່ງນີ້:
1. ສ້າງຕັ້ງໂຮງງານ, ຍົກຍ້າຍໂຮງງານ, ດຳເນີນກິດຈະການໂຮງງານ ແລະ ຂະຫຍາຍໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;
2. ສ້າງຕັ້ງໂຮງງານບໍ່ຖືກຕາມສະຖານທີ່ກຳນົດ ຫຼື ຕັ້ງຢູ່ໃນເຂດຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ;
3. ສ້າງຕັ້ງໂຮງງານແບບຄອບຄົວ ໂດຍບໍ່ມີໃບທະບຽນວິສາຫະກິດ (ສຳລັບກິດຈະການທີ່ຕ້ອງຂຶ້ນທະບຽນວິສາຫະກິດ);
4. ດຳເນີນກິດຈະການໂຮງງານແບບຄອບຄົວ ໂດຍບໍ່ແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຊາບ;
5. ຕິດຕັ້ງເຄື່ອງຈັກເກີນຂະໜາດໂຮງງານ, ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບອະນຸຍາດ;
6. ປ່ຽນຊື່ໂຮງງານ, ໂອນ, ຂາຍ, ໃຫ້ເຊົ່າ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;
7. ເຄື່ອນໄຫວກິດຈະການ ໂດຍບໍ່ສອດຄ່ອງກັບໃບຢັ້ງຢືນດຳເນີນກິດຈະການໂຮງງານ;
8. ນຳວັດຖຸດິບ, ເຄື່ອງຈັກ, ອຸປະກອນ ຫຼື ແຮງງານຕ່າງປະເທດ ເຂົ້າມາໃນໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;
9. ນຳເຂົ້າ ຫຼື ນຳໃຊ້ ເຄມີອັນຕະລາຍຢູ່ໃນໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;
10. ຂັດຂວາງ ຫຼື ບໍ່ປະຕິບັດຕາມຄຳສັ່ງຂອງເຈົ້າໜ້າທີ່ ເປັນຕົ້ນ ຕັດກະແຈ ຫຼື ໂສ້ ທີ່ເຈົ້າໜ້າທີ່ກວດກາໂຮງງານໄດ້ນຳໃຊ້ໜີບໃສ່ເຄື່ອງຈັກ ເພື່ອໃຫ້ຢຸດເຊົາການດຳເນີນກິດຈະການໂຮງງານ;
11. ກໍ່ສ້າງ, ດັດແກ້ ຫຼື ຕິດຕັ້ງເຄື່ອງຈັກ ລະບົບບຳບັດສິ່ງເສດເຫຼືອ ກ່ອນໄດ້ຮັບໃບຢັ້ງຢືນດ້ານເຕັກນິກກ່ຽວກັບລະບົບບຳບັດສິ່ງເສດເຫຼືອ;
12. ປ່ອຍມົນລະພິດ ຫຼື ຖິ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບຳບັດ ຫຼື ບຳບັດບໍ່ໄດ້ມາດຕະຖານ ຕາມກົດໝາຍ ແລະ ລະບຽບການ;
13. ບໍ່ປະຕິບັດຕາມມາດຕະຖານເຕັກນິກໂຮງງານ;
14. ຕໍ່ອາຍຸໃບຢັ້ງຢືນດຳເນີນກິດຈະການໂຮງງານ ເກີນມື້ໝົດອາຍຸ;
15. ນຳໃຊ້ໃບຢັ້ງຢືນດຳເນີນກິດຈະການໂຮງງານ ທີ່ໝົດອາຍຸ.
第ມາດຕາ 5条
第5条 未经许可设立工厂、搬迁工厂、经营工厂业务和扩建工厂
未经许可设立工厂、搬迁工厂和经营工厂业务的工厂经营者将被处以罚款如下:
1. 小型工厂每次罚款5,000,000基普;
2. 中型工厂每次罚款10,000,000基普;
3. 大型工厂每次罚款15,000,000基普。
ພາສາລາວ (老挝语原文)
ມາດຕາ 5 ສ້າງຕັ້ງໂຮງງານ, ຍົກຍ້າຍໂຮງງານ, ດຳເນີນກິດຈະການໂຮງງານ ແລະ ຂະຫຍາຍໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ
ຜູ້ດຳເນີນກິດຈະການໂຮງງານ ທີ່ສ້າງຕັ້ງໂຮງງານ, ຍົກຍ້າຍໂຮງງານ ແລະ ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 5.000.000 ກີບ/ຄັ້ງ;
2. ໂຮງງານຂະໜາດກາງ ຈະຖືກປັບໃໝ 10.000.000 ກີບ/ຄັ້ງ;
3. ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 15.000.000 ກີບ/ຄັ້ງ.
第ມາດຕາ 6条
第6条 未经许可在指定地点以外或禁区设立工厂
工厂经营者未经许可在指定地点以外或禁区设立工厂的,将被处以罚款如下:
1. 小型工厂、家庭式工厂,每次罚款5,000,000基普;
2. 中型工厂,每次罚款10,000,000基普;
3. 大型工厂,每次罚款15,000,000基普。
ພາສາລາວ (老挝语原文)
ມາດຕາ 6 ສ້າງຕັ້ງໂຮງງານບໍ່ຖືກຕາມສະຖານທີ່ກຳນົດ ຫຼື ຕັ້ງຢູ່ໃນເຂດຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ
ຜູ້ດຳເນີນກິດຈະການໂຮງງານ ທີ່ສ້າງຕັ້ງໂຮງງານບໍ່ຖືກຕາມສະຖານທີ່ກຳນົດ ຫຼື ຕັ້ງຢູ່ໃນເຂດຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ, ໂຮງງານແບບຄອບຄົວ ຈະຖືກປັບໃໝ 5.000.000 ກີບ/ຄັ້ງ;
2. ໂຮງງານຂະໜາດກາງ ຈະຖືກປັບໃໝ 10.000.000 ກີບ/ຄັ້ງ;
3. ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 15.000.000 ກີບ/ຄັ້ງ.
第ມາດຕາ 7条
第7条 设立家庭式工厂而无企业登记证
设立家庭式工厂而无企业登记证(对于需要办理企业登记的业务)的工厂经营者,将被处以每次2,000,000基普的罚款。
ພາສາລາວ (老挝语原文)
ມາດຕາ 7 ສ້າງຕັ້ງໂຮງງານແບບຄອບຄົວ ໂດຍບໍ່ມີໃບທະບຽນວິສາຫະກິດ
ຜູ້ດຳເນີນກິດຈະການໂຮງງານ ທີ່ສ້າງຕັ້ງໂຮງງານແບບຄອບຄົວ ໂດຍບໍ່ມີໃບທະບຽນວິສາຫະກິດ (ສຳລັບກິດຈະການທີ່ຕ້ອງຂຶ້ນທະບຽນວິສາຫະກິດ) ຈະຖືກປັບໃໝ 2.000.000 ກີບ/ຄັ້ງ.
第ມາດຕາ 8条
第8条 家庭式工厂经营未向县、市工商办公室申报 家庭式工厂经营者未向县、市工商办公室申报而经营家庭式工厂的,将被处以每次1,000,000基普的罚款。
ພາສາລາວ (老挝语原文)
ມາດຕາ 8 ດຳເນີນກິດຈະການໂຮງງານແບບຄອບຄົວ ໂດຍບໍ່ແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຜູ້ດຳເນີນກິດຈະການໂຮງງານ ທີ່ດຳເນີນກິດຈະການໂຮງງານແບບຄອບຄົວ ໂດຍບໍ່ແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຊາບ ຈະຖືກປັບໃໝ 1.000.000 ກີບ/ຄັ້ງ.
第ມາດຕາ 9条
第9条 安装超规模机器、未经许可迁移机器
工厂经营者安装超规模机器、未经许可迁移机器,将被处以罚款如下:
1. 小型工厂、家庭式工厂,每次罚款2,000,000基普;
2. 中型工厂,每次罚款4,000,000基普;
3. 大型工厂,每次罚款6,000,000基普。
ພາສາລາວ (老挝语原文)
ມາດຕາ 9 ຕິດຕັ້ງເຄື່ອງຈັກເກີນຂະໜາດໂຮງງານ, ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບອະນຸຍາດ
ຜູ້ດຳເນີນກິດຈະການໂຮງງານ ທີ່ຕິດຕັ້ງເຄື່ອງຈັກເກີນຂະໜາດໂຮງງານ, ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ, ໂຮງງານແບບຄອບຄົວ ຈະຖືກປັບໃໝ 2.000.000 ກີບ/ຄັ້ງ;
2. ໂຮງງານຂະໜາດກາງ ຈະຖືກປັບໃໝ 4.000.000 ກີບ/ຄັ້ງ;
3. ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 6.000.000 ກີບ/ຄັ້ງ.
第ມາດຕາ 10条
第10条 未经许可变更工厂名称、转让、出售、出租或变更工厂经营者
未经许可变更工厂名称、转让、出售、出租或变更工厂经营者的工厂经营者,将被处以罚款如下:
1. 小型工厂,每次罚款1,000,000基普;
2. 中型工厂,每次罚款2,000,000基普;
3. 大型工厂,每次罚款3,000,000基普。
ພາສາລາວ (老挝语原文)
ມາດຕາ 10 ປ່ຽນຊື່ໂຮງງານ, ໂອນ, ຂາຍ, ໃຫ້ເຊົ່າ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ
ຜູ້ດຳເນີນກິດຈະການໂຮງງານ ທີ່ປ່ຽນຊື່ໂຮງງານ, ໂອນ, ຂາຍ, ໃຫ້ເຊົ່າ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 1.000.000 ກີບ/ຄັ້ງ;
2. ໂຮງງານຂະໜາດກາງ ຈະຖືກປັບໃໝ 2.000.000 ກີບ/ຄັ້ງ;
3. ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 3.000.000 ກີບ/ຄັ້ງ.
第ມາດຕາ 11条
第11条 经营活动不符合工厂经营许可证
工厂经营者从事经营活动不符合工厂经营许可证的,将被处以罚款如下:
1. 小型工厂,每次罚款3,000,000基普;
2. 中型工厂,每次罚款6,000,000基普;
3. 大型工厂,每次罚款9,000,000基普。
ພາສາລາວ (老挝语原文)
ມາດຕາ 11 ເຄືອນໄຫວກິດຈະການ ໂດຍບໍ່ສອດຄອງກັບໃບຢັ້ງຢືນດຳເນີນກິດຈະການໂຮງງານ
ຜູ້ດຳເນີນກິດຈະການໂຮງງານ ທີເຄືອນໄຫວກິດຈະການ ໂດຍບໍ່ສອດຄອງກັບໃບຢັ້ງຢືນດຳເນີນກິດຈະການໂຮງງານ ຈະຖືກປັບໃໝ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 3.000.000 ກີບ/ຄັ້ງ;
2. ໂຮງງານຂະໜາດກາງ ຈະຖືກປັບໃໝ 6.000.000 ກີບ/ຄັ້ງ;
3. ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 9.000.000 ກີບ/ຄັ້ງ.
第ມາດຕາ 12条
第12条 未经许可将原材料、机器、设备或外国劳动力带入工厂
工厂经营者未经许可将原材料、机器、设备或外国劳动力带入工厂的,将被没收原材料、机器和设备,并处以罚款如下:
1. 小型工厂,每次罚款2,000,000基普;
2. 中型工厂,每次罚款4,000,000基普;
3. 大型工厂,每次罚款6,000,000基普。
ພາສາລາວ (老挝语原文)
ມາດຕາ 12 ນຳວັດຖຸດິບ, ເຄື່ອງຈັກ, ອຸປະກອນ ຫຼື ແຮງງານຕ່າງປະເທດ ເຂົ້າມາໃນໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ
ຜູ້ດຳເນີນກິດຈະການໂຮງງານ ທີ່ນຳວັດຖຸດິບ, ເຄື່ອງຈັກ, ອຸປະກອນ ຫຼື ແຮງງານຕ່າງປະເທດ ເຂົ້າມາໃນໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກຍຶດວັດຖຸດິບ, ເຄື່ອງຈັກ ແລະ ອຸປະກອນ ພ້ອມທັງປັບໃໝ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ ຈະຖືກປັບໃໝ 2.000.000 ກີບ/ຄັ້ງ;
2. ໂຮງງານຂະໜາດກາງ ຈະຖືກປັບໃໝ 4.000.000 ກີບ/ຄັ້ງ;
3. ໂຮງງານຂະໜາດໃຫຍ່ ຈະຖືກປັບໃໝ 6.000.000 ກີບ/ຄັ້ງ.
本页展示前 12 条,全文共 24 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读