ດຳລັດວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການບິນພົນລະເຮືອນ
民用航空违法罚款及其他措施法令
Civil Aviation Offences Fines and Other Measures Act
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການກະທຳຜິດຕໍ່ກົດໝາຍວ່າດ້ວຍການບິນພົນລະເຮືອນໃນລາວ, ກຳນົດຫຼັກການການປັບໃໝ ແລະ ມາດຕະການເພີ່ມເຕີມ (ເຊັ່ນ: ການພັກໃບອະນຸຍາດ) ພ້ອມທັງຈຳນວນເງິນປັບໃໝສະເພາະ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການບິນພົນລະເຮືອນ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ການບິນພົນລະເຮືອນ ໃນການຈັດຕັ້ງປະຕິບັດການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ແນໃສ່ຮັບປະກັນໃຫ້ການບິນພົນລະເຮືອນ ມີຄວາມ ເປັນລະບຽບຮຽບຮ້ອຍ, ສະດວກ, ວ່ອງໄວ, ປອດໄພ ແລະ ປ້ອງກັນຄວາມປອດໄພ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ມາດຕາ ມາດຕາ 2
ມາດຕາ 2 ການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນທີ່ນຳໃຊ້ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການບິນພົນລະເຮືອນ ຕາມອັດຕາຄ່າປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ມາດຕະການອື່ນ ແມ່ນ ການປະຕິບັດມາດຕະການເພີ່ມ ນອກຈາກມາດຕະການປັບໃໝຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການບິນພົນລະເຮືອນ ເປັນຕົ້ນ ການສຶກສາອົບຮົມ, ທັບມ້າງ, ຍົກຍ້າຍ, ໂຈະ ຫຼື ຍົກເລີກໃບອະນຸຍາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 52 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ