ດຳລັດວ່າດ້ວຍ ຄອນໂດມີນຽມ
共管公寓法令
Condominium Act
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການກໍ່ສ້າງ, ການດຳເນີນງານ ແລະ ການບໍລິຫານອາຄານຊຸດຮ່ວມໃນລາວ, ເນື້ອໃນຫຼັກແມ່ນການກຳນົດປະເພດອາຄານຊຸດ, ຫຼັກການບໍລິຫານ, ຂັ້ນຕອນການອະນຸຍາດດຳເນີນງານ ແລະ ການປົກປ້ອງສິດຂອງເຈົ້າຂອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ຄອນໂດມີນຽມ
ຄອນໂດມີນຽມ ແມ່ນ ອາຄານຫຼາຍຊັ້ນທີ່ມີຫຼາຍຫ້ອງຊຸດ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ທີ່ໄດ້ຮັບອະນຸຍາດປຸກສ້າງຈາກລັດ ດ້ວຍຮູບການຂຶ້ນທະບຽນທີ່ດິນເປັນນິຕິບຸກຄົນ ເພື່ອປູກສ້າງເປັນຄອນໂດມີນຽມ ຊຶ່ງຫ້ອງຊຸດສາມາດຂາຍ ຫຼື ໂອນ ໃຫ້ເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ກົດລະບຽບຄອນໂດມີນຽມ ໝາຍເຖິງ ລະບຽບຄຸ້ມຄອງບໍລິຫານ ຄອນໂດມີນຽມ ທີ່ສ້າງຂຶ້ນໂດຍນິຕິບຸກຄົນຄອນໂດມີນຽມ;
2. ນິຕິບຸກຄົນຄອນໂດມີນຽມ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນທຸລະກິດຄອນໂດມີນຽມ;
3. ຫ້ອງຊຸດ ໝາຍເຖິງ ບັນດາຫ້ອງຢູ່ໃນຄອນໂດມີນຽມ ຊຶ່ງສາມາດເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
4. ອາພາດເມັ້ນ ໝາຍເຖິງ ອາຄານຫຼາຍຊັ້ນ ແລະ ຫຼາຍຫ້ອງ ຊຶ່ງແຕ່ລະຫ້ອງໃນອາພາດເມັ້ນ ບໍ່ສາມາດໂອນກຳມະສິດເປັນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດໄດ້.
ມາດຕາ ມາດຕາ 3
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຄອນໂດມີນຽມ
ລັດ ສົ່ງເສີມທຸກພາກສ່ວນເສດຖະກິດ ແລະ ສັງຄົມ ປະກອບສ່ວນເຂົ້າໃນການກໍ່ສ້າງຄອນໂດມີນຽມ ເພື່ອຫຼຸດຜ່ອນການນຳໃຊ້ເນື້ອທີ່ດິນທີ່ກວ້າງຂວາງ ໂດຍການວາງນະໂຍບາຍ, ລະບຽບການ ແລະ ສ້າງເງື່ອນໄຂສະດວກ ໃນວຽກງານຄອນໂດມີນຽມ.
ລັດ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 54 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ