共管公寓法令
ດໍາລັດວ່າດ້ວຍ ຄອນໂດມີນຽມ
Condominium Act
简介
该法规调整老挝共管公寓的建造、经营与管理,核心内容为定义公寓类型、明确管理原则、规范经营许可程序及保护所有权人权益。
Summary
This regulation governs the construction, operation, and management of condominiums in Laos, with core content defining types of condominiums, clarifying management principles, regulating operating license procedures, and protecting owners' rights.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການກໍ່ສ້າງ, ການດຳເນີນງານ ແລະ ການບໍລິຫານອາຄານຊຸດຮ່ວມໃນລາວ, ເນື້ອໃນຫຼັກແມ່ນການກຳນົດປະເພດອາຄານຊຸດ, ຫຼັກການບໍລິຫານ, ຂັ້ນຕອນການອະນຸຍາດດຳເນີນງານ ແລະ ການປົກປ້ອງສິດຂອງເຈົ້າຂອງ.
条文
第ມາດຕາ 1条
第2条 公寓
公寓是指经国家许可、以土地登记为法人的形式建造的多层多单元建筑,包括各种便利设施,其单元可以出售或转让给个人、法人及国内外组织作为所有权。
ພາສາລາວ (老挝语原文)
ມາດຕາ 2 ຄອນໂດມີນຽມ
ຄອນໂດມີນຽມ ແມ່ນ ອາຄານຫຼາຍຊັ້ນທີ່ມີຫຼາຍຫ້ອງຊຸດ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ທີ່ໄດ້ຮັບອະນຸຍາດປຸກສ້າງຈາກລັດ ດ້ວຍຮູບການຂຶ້ນທະບຽນທີ່ດິນເປັນນິຕິບຸກຄົນ ເພື່ອປູກສ້າງເປັນຄອນໂດມີນຽມ ຊຶ່ງຫ້ອງຊຸດສາມາດຂາຍ ຫຼື ໂອນ ໃຫ້ເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.
第ມາດຕາ 2条
第2条 词语解释
本法令中使用的词语含义如下:
1. “公寓规章”是指由公寓法人制定的公寓管理规章;
2. “公寓法人”是指获准经营公寓业务的人;
3. “套房”是指公寓内的房间,可以成为个人、法人以及国内外组织的所有权;
4. “公寓楼”是指多层多房间的建筑物,其中每个房间不能将所有权转让给个人、法人或国内外组织。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ກົດລະບຽບຄອນໂດມີນຽມ ໝາຍເຖິງ ລະບຽບຄຸ້ມຄອງບໍລິຫານ ຄອນໂດມີນຽມ ທີ່ສ້າງຂຶ້ນໂດຍນິຕິບຸກຄົນຄອນໂດມີນຽມ;
2. ນິຕິບຸກຄົນຄອນໂດມີນຽມ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນທຸລະກິດຄອນໂດມີນຽມ;
3. ຫ້ອງຊຸດ ໝາຍເຖິງ ບັນດາຫ້ອງຢູ່ໃນຄອນໂດມີນຽມ ຊຶ່ງສາມາດເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
4. ອາພາດເມັ້ນ ໝາຍເຖິງ ອາຄານຫຼາຍຊັ້ນ ແລະ ຫຼາຍຫ້ອງ ຊຶ່ງແຕ່ລະຫ້ອງໃນອາພາດເມັ້ນ ບໍ່ສາມາດໂອນກຳມະສິດເປັນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດໄດ້.
第ມາດຕາ 3条
第4条 国家关于公寓楼工作的政策
国家鼓励所有经济和社会部门参与建设公寓楼,以减少对广阔土地的使用,通过制定政策、规章和创造便利条件来推动公寓楼工作。
国家保护公寓楼内单元所有权人的权利和合法利益。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຄອນໂດມີນຽມ
ລັດ ສົ່ງເສີມທຸກພາກສ່ວນເສດຖະກິດ ແລະ ສັງຄົມ ປະກອບສ່ວນເຂົ້າໃນການກໍ່ສ້າງຄອນໂດມີນຽມ ເພື່ອຫຼຸດຜ່ອນການນຳໃຊ້ເນື້ອທີ່ດິນທີ່ກວ້າງຂວາງ ໂດຍການວາງນະໂຍບາຍ, ລະບຽບການ ແລະ ສ້າງເງື່ອນໄຂສະດວກ ໃນວຽກງານຄອນໂດມີນຽມ.
ລັດ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ.
第ມາດຕາ 4条
第4条 公寓管理原则
公寓管理应遵循以下原则:
1. 符合宪法、法律、国家经济社会发展计划、土地分配总体规划、战略规划和土地利用规划;
2. 在全国范围内实行集中统一管理;
3. 符合住宅建设标准和技术;
4. 保障国家、个人、法人、国内外组织的权利和利益。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຄຸ້ມຄອງວຽກງານຄອນໂດມີນຽມ
ການຄຸ້ມຄອງວຽກງານຄອນໂດມີນຽມ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ ແລະ ແຜນນຳໃຊ້ທີ່ດິນ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ສອດຄ່ອງກັບມາດຕະຖານ, ເຕັກນິກ ໃນການກໍ່ສ້າງທີ່ຢູ່ອາໄສ;
4. ຮັບປະກັນສິດ ແລະ ຜົນປະໂຫຍດຂອງ ລັດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.
第ມາດຕາ 5条
第5条 法令的适用范围
本法令适用于个人、法人及组织,包括无国籍人、无国籍人、外国人、老挝裔外国人以及上述个人和组织在老挝人民民主共和国境内居住和从事共管公寓相关活动。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວກ່ຽວກັບວຽກງານຄອນໂດມີນຽມ ຢູ່ໃນ ສປປ ລາວ.
第ມາດຕາ 6条
第6条 公寓经营
个人、法人或组织有意经营公寓业务的,应向工业和贸易部门提交申请以进行企业登记,并须向自然资源和环境部门申请公寓经营许可,然后向公共工程和运输部门提交公寓建设许可申请,之后向省级自然资源和环境部门申请公寓建设用地登记。
对于有意租赁或特许国有土地以经营公寓业务的法人或组织,须在按照本条第一款规定申请经营许可之前,向计划和投资部门提交投资申请。
对于拥有公寓楼的个人、法人或组织,如需出售套房,应按照本条第一款和第二款的规定申请公寓经营许可。
ພາສາລາວ (老挝语原文)
ມາດຕາ 6 ການດຳເນີນທຸລະກິດຄອນໂດມີນຽມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດຄອນໂດມີນຽມ ໃຫ້ຍື່ນຄຳຮ້ອງ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອຂຶ້ນທະບຽນວິສາຫະກິດ ແລະ ຕ້ອງໄດ້ຂໍອະນຸຍາດດຳເນີນທຸລະກິດຄອນໂດມີນຽມ ນຳຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລ້ວຈຶ່ງໃຫ້ຍື່ນຄຳຮ້ອງຂໍອະນຸຍາດກໍ່ສ້າງຄອນໂດມີນຽມ ນຳຂະແໜງການໂຍທາທິການ ແລະ ຂົນສົ່ງ ຈາກນັ້ນ ຈຶ່ງຂໍຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ນຳພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
ສຳລັບ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ເພື່ອດຳເນີນທຸລະກິດຄອນໂດມີນຽມ ຕ້ອງຍື່ນຄຳຮ້ອງຂໍລົງທຶນ ຕໍ່ຂະແໜງແຜນການ ແລະ ການລົງທຶນ ກ່ອນການຂໍອະນຸຍາດດຳເນີນທຸລະກິດ ຕາມທີ່ໄດ້ກຳນົດໄວ້ໃນວັກໜຶ່ງຂອງມາດຕານີ້.
ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີອາພາດເມັ້ນ ຫາກຕ້ອງການຂາຍຫ້ອງຊຸດ ໃຫ້ຂໍອະນຸຍາດດຳເນີນທຸລະກິດຄອນໂດມີນຽມ ຕາມທີ່ກຳນົດໄວ້ໃນວັກທີໜຶ່ງ ແລະ ວັກທີສອງ ຂອງມາດຕານີ້.
第ມາດຕາ 7条
第7条 申请经营公寓业务
在获得企业登记证后,该法人必须向自然资源与环境部门申请经营公寓业务的许可。
申请经营公寓业务所需的文件如下:
1. 按照格式填写的申请书;
2. 申请人的简历;
3. 经济技术可行性研究报告;
4. 企业主犯罪记录或与犯罪关联的信息报告;
5. 企业主及管理人员的资产负债申报表;
6. 企业登记证副本;
7. 企业主过去一年的财务活动证明文件;
8. 税务申报表;
9. 公寓管理规定。
自然资源与环境部门应在收到正确且完整的文件之日起三个工作日内审议并颁发经营公寓业务的许可证。
ພາສາລາວ (老挝语原文)
ມາດຕາ 7 ການຂໍອະນຸຍາດດຳເນີນທຸລະກິດຄອນໂດມີນຽມ
ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດແລ້ວ ນິຕິບຸກຄົນດັ່ງກ່າວ ຕ້ອງຂໍອະນຸຍາດດຳເນີນທຸລະກິດຄອນໂດມີນຽມ ນຳຂະແບນການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ເອກະສານປະກອບ ການຂໍອະນຸຍາດດຳເນີນທຸລະກິດຄອນໂດມີນຽມ ມີດັ່ງນີ້:
1. ໃບຄຳຮ້ອງ ຕາມແບບພິມ;
2. ຊີວະປະຫວັດຂອງຜູ້ຮ້ອງຂໍ;
3. ບົດວິພາກເສດຖະກິດ-ເຕັກນິກ;
4. ລາຍງານຂໍ້ມູນ ປະຫວັດອາຊະຍາກຳ ຫຼື ການກ່ຽວພັນກັບ ອາຊະຍາກອນ ຂອງເຈົ້າຂອງວິສາຫະກິດ;
5. ໃບແຈ້ງຊັບສິນ-ໜີ້ສິນ ຂອງເຈົ້າຂອງວິສາຫະກິດ ແລະ ຜູ້ບໍລິຫານ;
6. ສຳເນົາໃບທະບຽນວິສາຫະກິດ;
7. ເອກະສານຢັ້ງຢືນການເຄື່ອນໄຫວທາງດ້ານການເງິນ ຂອງເຈົ້າຂອງວິສາຫະກິດ ໃນ ປີ ຜ່ານມາ;
8. ໃບແຈ້ງໂທດ;
9. ກົດລະບຽບຄອນໂດມີນຽມ.
ຂະແບນການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດຄອນໂດມີນຽມ ພາຍໃນກຳນົດເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.
第ມາດຕາ 8条
第8条 申请建设公寓楼许可
在获得企业登记证和公寓楼经营许可证后,该法人必须向公共工程与运输部门申请建设公寓楼许可,按照相关法律法规的规定执行。
申请建设公寓楼许可的附带文件如下:
1. 企业登记证和公寓楼经营许可证;
2. 建设地点地契,如果是租赁或特许土地用于建设公寓楼,则必须附上租赁合同或特许合同;
3. 经过国家相关部门正确认证的勘察、设计文件;
4. 建设许可地点的挖土或填土许可证;
5. 公共工程与运输部门规定的其他文件。
ພາສາລາວ (老挝语原文)
ມາດຕາ 8 ການຂໍອະນຸຍາດກໍ່ສ້າງຄອນໂດມີນຽມ
ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດຄອນໂດມີນຽມແລ້ວ ນິຕິບຸກຄົນດັ່ງກ່າວ ຕ້ອງຂໍອະນຸຍາດກໍ່ສ້າງຄອນໂດມີນຽມ ນຳຂະແໜງການໂຍທາທິການ ແລະ ຂົນສົ່ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ເອກະສານປະກອບການຂໍອະນຸຍາດກໍ່ສ້າງຄອນໂດມີນຽມ ມີດັ່ງນີ້:
1. ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດຄອນໂດມີນຽມ;
2. ໃບຕາດິນບ່ອນທີ່ຈະດຳເນີນການກໍ່ສ້າງ ຖ້າເປັນການເຊົ່າ ຫຼື ສຳປະທານທີ່ດິນ ເພື່ອກໍ່ສ້າງຄອນໂດມີນຽມ ກໍ່ຕ້ອງມີສັນຍາເຊົ່າ ຫຼື ສັນຍາສຳປະທານ ຄັດຕິດມາພ້ອມ;
3. ເອກະສານການສຳຫຼວດ, ອອກແບບ ທີ່ໄດ້ຜ່ານການຮັບຮອງຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງຂອງລັດ;
4. ໃບອະນຸຍາດຂຸດດິນ ຫຼື ຖົມດິນ ບ່ອນທີ່ອະນຸຍາດກໍ່ສ້າງ;
5. ເອກະສານອື່ນຕາມທີ່ຂະແໜງການໂຍທາທິການ ແລະ ຂົນສົ່ງ ກຳນົດ.
第ມາດຕາ 9条
第9条 申请登记公寓建设用地所需文件
在获得建设许可证后,该法人必须向省自然资源与环境厅申请登记公寓建设用地。
申请登记公寓建设用地所需文件如下:
1. 个人或法人的土地证;
2. 企业登记证;
3. 建设许可证;
4. 公寓平面图;
5. 经济技术可行性研究报告;
6. 社会与自然环境影响的评估报告;
7. 公寓规章;
8. 其他相关文件。
对于租赁或特许使用国家土地的个人或法人以建设公寓的,还需增加以下文件:
1. 国家、个人或法人的土地证;
2. 租赁合同或土地使用权特许合同。
ພາສາລາວ (老挝语原文)
ມາດຕາ 9 ເອກະສານປະກອບຂໍຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ
ພາຍຫຼັງໄດ້ຮັບໃບອະນຸຍາດກໍ່ສ້າງແລ້ວ ນິຕິບຸກຄົນດັ່ງກ່າວ ຕ້ອງຂໍຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ນຳພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
ເອກະສານປະກອບຂໍຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ມີດັ່ງນີ້:
1. ໃບຕາດິນຂອງບຸກຄົນ ຫຼື ນິຕິບຸກຄົນ;
2. ໃບທະບຽນວິສາຫະກິດ;
3. ໃບອະນຸຍາດກໍ່ສ້າງ;
4. ແຜນຜັງຂອງຄອນໂດມີນຽມ;
5. ບົດວິພາກເສດຖະກິດ-ເຕັກນິກ;
6. ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
7. ກົດລະບຽບຄອນໂດມີນຽມ;
8. ເອກະສານອື່ນ ທີ່ກ່ຽວຂ້ອງ.
ສຳລັບການເຊົ່າ ຫຼື ສຳປະທານທີ່ດິນຂອງລັດ, ບຸກຄົນ ຫຼື ນິຕິບຸກຄົນ ເພື່ອປຸກສ້າງຄອນໂດມີນຽມ ຕ້ອງມີເອກະສານເພີ່ມຕື່ມ ດັ່ງນີ້:
1. ໃບຕາດິນຂອງລັດ, ບຸກຄົນ ຫຼື ນິຕິບຸກຄົນ;
2. ສັນຍາເຊົ່າ ຫຼື ສຳປະທານສິດນຳໃຊ້ທີ່ດິນ.
第ມາດຕາ 10条
第10条 公寓建设用地登记程序
省级自然资源与环境厅必须按照以下程序进行公寓建设用地登记:
1. 审查公寓建设用地登记的申请及所附文件。如发现文件不正确或不完整,应以书面形式通知申请人并说明理由;
2. 与县级自然资源与环境办公室及相关村委会协调,对公寓建设用地进行实地检查,并在收到正确且完整的申请之日起十个工作日内完成公寓建设用地登记。若无法在上述期限内完成审查,应以书面形式通知申请人并说明理由。
如为建造公寓而分割或合并地块,应首先进行土地重新勘测测量,然后再进行公寓建设用地登记。
对于经济特区内公寓建设用地的登记,应依照相关法律和规定执行。
ພາສາລາວ (老挝语原文)
ມາດຕາ 10 ຂັ້ນຕອນການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕ້ອງຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ຕາມຂັ້ນຕອນ ດັ່ງນີ້:
1. ກວດກາຄຳຮ້ອງ ແລະ ເອກະສານປະກອບ ຂໍຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ. ກໍລະນີຫາກເຫັນວ່າເອກະສານ ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ໃຫ້ແຈ້ງຕໍ່ຜູ້ຮ້ອງຂໍຊາບ ເປັນລາຍລັກອັກສອນ ພ້ອມທັງໃຫ້ເຫດຜົນ;
2. ສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ແລະ ອົງການປົກຄອງບ້ານ ທີ່ກ່ຽວຂ້ອງ ດຳເນີນການກວດກາພື້ນທີ່ດິນປຸກສ້າງຄອນໂດມີນຽມ ແລະ ຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ພາຍໃນກຳນົດ ສິບ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ. ໃນກໍລະນີຫາກບໍ່ສາມາດພິຈາລະນາພາຍໃນກຳນົດເວລາດັ່ງກ່າວໄດ້ ຕ້ອງແຈ້ງເປັນລາຍລັກອັກສອນ ພ້ອມໃຫ້ເຫດຜົນຕໍ່ຜູ້ຮ້ອງຂໍຊາບ.
ໃນກໍລະນີມີການແບ່ງແຍກ ຫຼື ໂຮມຕອນດິນເຂົ້າກັນ ເພື່ອປຸກສ້າງຄອນໂດມີນຽມ ໃຫ້ດຳເນີນການສຳຫຼວດວັດແທກທີ່ດິນໃໝ່ກ່ອນ ຈຶ່ງດຳເນີນການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ.
ສຳລັບການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ໃນເຂດເສດຖະກິດພິເສດ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 11条
第11条 在公寓楼土地证上登记名称
在公寓楼土地证上登记名称包括以下内容:
1. 由单一投资者投资且同时是土地使用权所有人的老挝公民,应进行公寓楼土地登记,并以该公寓楼名称登记;
2. 由老挝公民之间或老挝公民与无国籍人、外国人、外籍老挝裔人共同投资的公寓楼,应进行公寓楼土地登记,并以该公寓楼名称登记,但必须在土地证上指定为“土地使用权取得”的位置注明合资合同的编号和日期,并在指定为“土地使用权所有人身份”的位置注明以土地使用权作价入股者的股份数量;
3. 通过向个人、法人或组织租赁土地建造的公寓楼,应保留原土地使用权所有人的名称,但必须根据法律在该土地证背面登记土地使用权的变动;
4. 在国有土地租赁或特许区域、国有划拨土地使用权有期限买卖区域建造的公寓楼,应进行公寓楼土地登记,并以该公寓楼名称登记在国有土地证上,期限为租赁合同、特许合同或有期限国有划拨土地使用权买卖合同的期限。
ພາສາລາວ (老挝语原文)
ມາດຕາ 11 ການອອກຊື່ໃນໃບຕາດິນປູກສ້າງຄອນໂດມີນຽມ
ການອອກຊື່ໃນໃບຕາດິນປູກສ້າງຄອນໂດມີນຽມ ປະກອບມີ ດັ່ງນີ້:
1. ຄອນໂດມີນຽມ ທີ່ມີການລົງທຶນຜູ້ດຽວ ແລະ ທັງເປັນເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເປັນພົນລະເມືອງລາວ ໃຫ້ຂຶ້ນທະບຽນທີ່ດິນປູກສ້າງຄອນໂດມີນຽມ ໂດຍອອກຊື່ຄອນໂດມີນຽມນັ້ນ;
2. ຄອນໂດມີນຽມ ທີ່ມີການລົງທຶນຮ່ວມລະຫວ່າງ ພົນລະເມືອງລາວດ້ວຍກັນ ຫຼື ລະຫວ່າງພົນລະເມືອງລາວ ກັບ ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ໃຫ້ຂຶ້ນທະບຽນທີ່ດິນປູກສ້າງຄອນໂດມີນຽມ ໂດຍອອກຊື່ຄອນໂດມີນຽມນັ້ນ ແຕ່ຕ້ອງລະບຸເລກທີ, ລົງວັນທີຂອງສັນຍາຮ່ວມທຶນ ໃສ່ຢູ່ບ່ອນທີ່ກຳນົດວ່າ ການໄດ້ມາຂອງສິດນຳໃຊ້ທີ່ດິນ ແລະ ລະບຸຈຳນວນຮຸ້ນຂອງຜູ້ເອົາສິດນຳໃຊ້ທີ່ດິນປະກອບເປັນທຶນ ໃສ່ບ່ອນທີ່ກຳນົດວ່າ ຖານະເປັນເຈົ້າຂອງສິດນຳໃຊ້ທີ່ດິນໃນໃບຕາດິນ;
3. ຄອນໂດມີນຽມ ທີ່ສ້າງຂຶ້ນຕ້ວຍການເຊົ່າທີ່ດິນນຳ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ຮັກສາຊື່ຜູ້ທີ່ເປັນເຈົ້າຂອງສິດນຳໃຊ້ທີ່ດິນໄວ້ຄືເກົ່າ ແຕ່ຕ້ອງໄດ້ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ໃສ່ດ້ານຫຼັງຂອງໃບຕາດິນຕັ່ງກ່າວ ຕາມກົດໝາຍ;
4. ຄອນໂດມີນຽມ ທີ່ສ້າງຂຶ້ນຢູ່ເຂດເຊົ່າ ຫຼື ສຳປະທານທີ່ດິນຂອງລັດ, ເຂດທີ່ມີການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ໃຫ້ດຳເນີນການຂຶ້ນທະບຽນທີ່ດິນປູກສ້າງຄອນໂດມີນຽມ ໂດຍອອກຊື່ຄອນໂດມີນຽມນັ້ນ ໃສ່ໃນໃບຕາດິນລັດ ຕາມອາຍຸຂອງ ສັນຍາເຊົ່າ, ສຳປະທານ ຫຼື ການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ.
第ມາດຕາ 12条
第12条 公寓楼内套房类型
公寓楼内的套房分为以下类型:
1. 住宅是指被确定为个人和家庭居住的套房;
2. 办公室、办事处是指被确定为办公室、机构、企业等工作场所的套房;
3. 商业和服务是指被确定为商业和服务中心的套房,例如:购物中心、超市、餐厅、健身场所。
ພາສາລາວ (老挝语原文)
ມາດຕາ 12 ປະເພດຫ້ອງຊຸດໃນຄອນໂດມີນຽມ
ຫ້ອງຊຸດໃນຄອນໂດມີນຽມ ແບ່ງອອກເປັນປະເພດ ດັ່ງນີ:
1. ທີ່ຢູ່ອາໄສ ແມ່ນ ຫ້ອງຊຸດ ທີ່ກຳນົດເປັນທີ່ຢູ່ອາໄສ ຂອງບຸກຄົນ ແລະ ຄອບຄົວ;
2. ສຳນັກງານ, ຫ້ອງການ ແມ່ນ ຫ້ອງຊຸດ ທີ່ກຳນົດເປັນບ່ອນເຮັດວຽກຂອງສຳນັກງານ, ອົງການ, ວິສາຫະກິດຕ່າງໆ;
3. ການຄ້າ ແລະ ການບໍລິການ ແມ່ນ ຫ້ອງຊຸດ ທີ່ກຳນົດເປັນສູນການຄ້າ ແລະ ການບໍລິການ ເປັນຕົ້ນ ສູນການຄ້າ, ຮ້ານຊັບພະສິນຄ້າ, ຮ້ານອາຫານ, ສະຖານທີ່ອອກກຳລັງກາຍ.
本页展示前 12 条,全文共 54 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读