法令关于两用物品管理

ດໍາລັດວ່າດ້ວຍ ການຄຸ້ມຄອງສິນຄ້ານໍາໃຊ້ສອງດ້ານ

Decree on Management of Dual-Use Items

简介

该法规调整老挝境内两用物项的出口、过境及中介服务,核心是建立许可与登记制度以平衡国家安全与贸易便利。

Summary

This regulation controls the export, transit, and brokering services of dual-use items in Laos, establishing a licensing and registration system to balance national security and trade facilitation.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການສົ່ງອອກ, ການຜ່ານແດນ ແລະ ການບໍລິການນາຍໜ້າສຳລັບສິນຄ້າສອງປະເພດໃນລາວ, ເນື້ອໃນຫຼັກແມ່ນການສ້າງລະບົບອະນຸຍາດ ແລະ ທະບຽນ ເພື່ອດຸ່ນດ່ຽງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມສະດວກທາງການຄ້າ.

条文

第ມາດຕາ 1条

第2条 两用物项管理
两用物项是指可以在民用和军事领域使用的货物和技术,可能被直接或间接用于设计、开发、生产或使用大规模杀伤性武器或大规模杀伤性武器的运载系统。
两用物项管理是指对与两用物项相关的出口、过境和中介服务实施的原则、规章和措施。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ
ສິນຄ້ານຳໃຊ້ສອງດ້ານ ແມ່ນ ສິນຄ້າ ແລະ ເຕັກໂນໂລຊີ ທີ່ສາມາດນຳໃຊ້ໄດ້ ໃນທາງພົນລະເຮືອນ ແລະ ທາງການທະຫານ ຊຶ່ງອາດຖືກນຳໃຊ້ ໂດຍກົງ ຫຼື ທາງອ້ອມ ເພື່ອອອກແບບ, ພັດທະນາ, ຜະລິດ ຫຼື ນຳໃຊ້ເປັນອາວຸດທຳລາຍລ້າງຜານ ຫຼື ລະບົບນຳສົ່ງຂອງອາວຸດທຳລາຍລ້າງຜານ.
ການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ແມ່ນ ການຈັດຕັ້ງປະຕິບັດ ບັນດາຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງອອກ, ຜ່ານແດນ ແລະ ບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານຳໃຊ້ສອງດ້ານ.

第ມາດຕາ 2条

第2条 术语解释
本政令中使用的术语定义如下:
1. “技术”是指用于设计、开发、生产或使用两用物品的信息,包括软件和技术数据,例如蓝图、模板、图表、平面图、配方、表格、标准、工程规范、手册、说明,无论以印刷或电子形式存在;
2. “大规模毁灭性武器”是指核武器、化学武器、生物武器,按照老挝人民民主共和国作为缔约国的条约所规定;
3. “大规模毁灭性武器运载系统”是指专门设计用于运载大规模毁灭性武器的装置或系统,例如弹道导弹、火箭、其他运载系统;
4. “两用物品经营者”是指从事与两用物品出口、过境及相关经纪服务活动的企业;
5. “出口”是指将两用物品运出老挝人民民主共和国,包括临时出口和提供与两用物品相关的技术援助;
6. “过境”是指将两用物品从一国经老挝人民民主共和国运往第三国;
7. “与两用物品相关的经纪服务”是指老挝人民民主共和国境内的企业为促进两用物品从一个国家到另一个国家的贸易交易而进行的谈判、采购或便利活动,该服务发生在老挝人民民主共和国境内或境外;
8. “许可证”是指由工业与贸易部颁发给企业的文件,授权按照许可证中规定的类型、数量和目的地国家出口或过境两用物品;
9. “经纪服务登记证”是指由工业与贸易部颁发给企业的文件,用于认证和监控与两用物品相关的经纪服务活动;
10. “最终用户证明”是指关于最终用户详细信息和使用目的的文件,由两用物品管理机构或进口两用物品的目的地国家的主管部门认证。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ເຕັກໂນໂລຊີ ໝາຍເຖິງ ຂໍ້ມູນທີ່ນຳໃຊ້ສຳລັບການອອກແບບ, ພັດທະນາ, ຜະລິດ ຫຼື ນຳໃຊ້ສິນຄ້ານຳໃຊ້ສອງດ້ານ ຊຶ່ງກວມເອົາຊອບແວ ແລະ ຂໍ້ມູນທາງດ້ານເຕັກນິກເປັນຕົ້ນ ແບບພິມ, ແມ່ແບບ, ແຜນວາດ, ແຜນຜັງ, ສູດ, ຕາຕະລາງ, ມາດຕະຖານ, ແບບທາງດ້ານວິສະວະກຳ, ຄູ່ມື, ຄຳແນະນຳ ທີ່ຢູ່ໃນຮູບແບບສິ່ງພິມ ຫຼື ເອເລັກໂຕຣນິກ;
2. ອາວຸດທຳລາຍລ້າງຜານ ໝາຍເຖິງ ອາວຸດນິວເຄຼຍ, ອາວຸດເຄມີ, ອາວຸດຊີວະພາບ ຕາມທີ່ໄດ້ກຳນົດໄວ້ໃນສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
3. ລະບົບນຳສົ່ງອາວຸດທຳລາຍລ້າງຜານ ໝາຍເຖິງ ອຸປະກອນ ຫຼື ລະບົບ ທີ່ຖືກອອກແບບສະເພາະ ເພື່ອນຳສົ່ງອາວຸດທຳລາຍລ້າງຜານ ເປັນຕົ້ນ ຂີປະນາວຸດ, ລູກສອນໄຟ, ລະບົບນຳສົ່ງອື່ນ;
4. ຜູ້ດຳເນີນທຸລະກິດສິນຄ້ານຳໃຊ້ສອງດ້ານ ໝາຍເຖິງ ວິສາຫະກິດ ທີ່ດຳເນີນກິດຈະການກ່ຽວກັບ ການສົ່ງອອກ, ຜ່ານແດນ ແລະ ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານຳໃຊ້ສອງດ້ານ;
5. ການສົ່ງອອກ ໝາຍເຖິງ ການສົ່ງສິນຄ້ານຳໃຊ້ສອງດ້ານ ອອກຈາກ ສປປ ລາວ ລວມທັງການສົ່ງອອກຊົ່ວຄາວ ແລະ ການສະໜອງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ທີ່ຕິດພັນກັບສິນຄ້ານຳໃຊ້ສອງດ້ານ;
6. ການຜ່ານແດນ ໝາຍເຖິງ ການເຄື່ອນຍ້າຍສິນຄ້ານຳໃຊ້ສອງດ້ານ ຈາກປະເທດໜຶ່ງ ຜ່ານ ສປປ ລາວ ໄປປະເທດທີສາມ;
7. ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານຳໃຊ້ສອງດ້ານ ໝາຍເຖິງ ການເຄື່ອນໄຫວຂອງວິສາຫະກິດ ຢູ່ ສປປ ລາວ ເພື່ອໃຫ້ບໍລິການ ເຈລະຈາ, ຈັດຫາ ຫຼື ອຳນວຍຄວາມສະດວກ ໃຫ້ແກ່ການເຮັດທຸລະກຳການຄ້າສິນຄ້ານຳໃຊ້ສອງດ້ານ ຈາກປະເທດໜຶ່ງ ໄປຫາ ອີກປະເທດໜຶ່ງ ຊຶ່ງການບໍລິການດັ່ງກ່າວ ເກີດຂຶ້ນ ຢູ່ໃນ ຫຼື ນອກ ດິນແດນ ສປປ ລາວ;
8. ໃບອະນຸຍາດ ໝາຍເຖິງ ເອກະສານຮັບຮອງ ທີ່ອອກໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ແກ່ວິສາຫະກິດ ເພື່ອອະນຸຍາດ ໃຫ້ສົ່ງອອກ ຫຼື ຜ່ານແດນ ສິນຄ້ານຳໃຊ້ສອງດ້ານ ຕາມປະເພດ, ຈຳນວນ ແລະ ປະເທດປາຍທາງ ທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ;
9. ໃບຢັ້ງຢືນການບໍລິການນາຍໜ້າ ໝາຍເຖິງ ເອກະສານ ທີ່ອອກໂດຍກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ແກ່ວິສາຫະກິດ ເພື່ອຢັ້ງຢືນ ແລະ ຕິດຕາມການເຄື່ອນໄຫວ ໃຫ້ບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານຳໃຊ້ສອງດ້ານ;
10. ໃບຢັ້ງຢືນຜູ້ນຳໃຊ້ສິນຄ້ານຳໃຊ້ສອງດ້ານສຸດທ້າຍ ໝາຍເຖິງ ເອກະສານຢັ້ງຢືນ ກ່ຽວກັບຂໍ້ມູນລາຍລະອຽດຂອງຜູ້ນຳໃຊ້ສິນຄ້ານຳໃຊ້ສອງດ້ານສຸດທ້າຍ ແລະ ຈຸດປະສົງຂອງການນຳໃຊ້ ຊຶ່ງຖືກຮັບຮອງ ໂດຍໜ່ວຍງານຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ຫຼື ໜ່ວຍງານ ທີ່ມີສິດອຳນາດຂອງປະເທດປາຍທາງ ທີ່ນຳເຂົ້າສິນຄ້ານຳໃຊ້ສອງດ້ານ.

第ມາດຕາ 3条

第4条 国家关于两用物项管理的政策

国家重视两用物项的管理,通过制定政策、规章和措施,包括提供预算、车辆、设备和人力资源开发,以使两用物项的管理能够高效和有效地进行。

ພາສາລາວ (老挝语原文)

ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ

ລັດ ຖືສຳຄັນ ການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ດ້ວຍການວາງນະໂຍບາຍ, ລະບຽບການ ແລະ ມາດຕະການ ລວມທັງການສະໜອງ ງົບປະມານ, ພາຫະນະ, ວັດຖຸປະກອນ ແລະ ພັດທະນາບຸກຄະລາກອນ ສຳລັບການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ໃຫ້ດຳເນີນໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

第ມາດຕາ 4条

第4条 关于两用物项管理的原则

两用物项的管理应遵循以下原则:

1. 符合路线、政策、法律、战略规划、国家经济社会发展计划以及老挝人民民主共和国作为缔约方的条约;

2. 保障国家安全与稳定;

3. 保障健康、生命、财产和环境的安全;

4. 保障贸易便利化;

5. 保障平等、透明、公正、公开和可核查。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ

ການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງ ກັບແນວທາງ ນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;

2. ຮັບປະກັນຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງຊາດ;

3. ຮັບປະກັນຄວາມປອດໄພ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ;

4. ຮັບປະກັນການອຳນວຍຄວາມສະດວກທາງການຄ້າ;

5. ຮັບປະກັນຄວາມ ສະເໝີພາບ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້.

第ມາດຕາ 5条

第5条 适用范围
本令适用于在老挝人民民主共和国境内与两用物项相关的个人、法人及组织,无论是国内还是国外。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບສິນຄ້ານຳໃຊ້ສອງດ້ານ ຢູ່ ສປປ ລາວ.

第ມາດຕາ 6条

第6条 国际合作
国家促进与外国、地区和国际在军民两用物品管理方面的关系与合作,通过交流经验、信息、技术、工艺、培训和提高人员专业水平,执行老挝人民民主共和国为缔约国的相关公约和国际条约。

ພາສາລາວ (老挝语原文)

ມາດຕາ 6 ການຮ່ວມມືສາກົນ
ລັດ ສົ່ງເສີມ ການພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບການຄຸ້ມຄອງສິນຄ້ານຳໃຊ້ສອງດ້ານ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກນິກ, ເຕັກໂນໂລຊີ, ການຝຶກອົບຮົມ ແລະ ການຍົກລະດັບທາງດ້ານວິຊາການ ໃຫ້ບຸກຄະລາກອນ, ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

第ມາດຕາ 7条

第7条 两用物项清单
两用物项清单是指按照两用物项的类别和特定编码分类的两用物项列表,每个条目包含技术特性和特定用途说明。

两用物项清单包括以下十个物项类别:

1. 核材料、核设施及核设备;
2. 特种材料及相关设备;
3. 材料加工;
4. 电子设备;
5. 计算机;
6. 电信和信息安全;
7. 传感器和激光器;
8. 航空航天系统和机载设备;
9. 船舶和海洋设备;
10. 航空航天工程和推进系统。

每个类别中两用物项的详细规定由其他法规另行确定。

ພາສາລາວ (老挝语原文)

ມາດຕາ 7 ບັນຊີສິນຄ້ານຳໃຊ້ສອງດ້ານ
ບັນຊີສິນຄ້ານຳໃຊ້ສອງດ້ານ ແມ່ນ ລາຍການສິນຄ້ານຳໃຊ້ສອງດ້ານ ທີ່ຈັດແບ່ງຕາມໝວດ ແລະ ລະຫັດສະເພາະຂອງສິນຄ້ານຳໃຊ້ສອງດ້ານ ຊຶ່ງແຕ່ລະລາຍການ ປະກອບມີ ຄຸນລັກສະນະທາງດ້ານເຕັກນິກ ແລະ ອົງປະກອບການນຳໃຊ້ສະເພາະ.

ບັນຊີສິນຄ້ານຳໃຊ້ສອງດ້ານ ປະກອບດ້ວຍ ສິບ ໝວດສິນຄ້າ ດັ່ງນີ້:

1. ວັດສະດຸ, ສະຖານທີ່ ແລະ ອຸປະກອນນິວເຄຼຍ;
2. ວັດສະດຸພິເສດ ແລະ ອຸປະກອນທີ່ກ່ຽວຂ້ອງ;
3. ວັດສະດຸ ເພື່ອການປຸງແຕ່ງ;
4. ເຄື່ອງເອເລັກໂຕຣນິກ;
5. ຄອມພິວເຕີ;
6. ໂທລະຄົມມະນາຄົມ ແລະ ຄວາມປອດໄພດ້ານຂໍ້ມູນ;
7. ເຊັນເຊີ ແລະ ເລເຊີ;
8. ລະບົບພາຫະທາງອາກາດ ແລະ ອຸປະກອນຕິດຕັ້ງເທິງເຮືອບິນ;
9. ຍານພາຫະນະ ແລະ ອຸປະກອນທາງທະເລ;
10. ວິສະວະກຳອາວະກາດ ແລະ ລະບົບຂັບເຄື່ອນ.

ລາຍລະອຽດ ກ່ຽວກັບສິນຄ້ານຳໃຊ້ສອງດ້ານ ໃນແຕ່ລະໝວດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

第ມາດຕາ 8条

第8条 两用物项清单的制定和更新

工业与贸易部负责协调相关部委、机构和部门,制定、更新和公布各时期的两用物项清单。

ພາສາລາວ (老挝语原文)

ມາດຕາ 8 ການສ້າງ ແລະ ການປັບປຸງ ບັນຊີສິນຄ້ານຳໃຊ້ສອງດ້ານ

ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານສົມທົບ ກັບກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ສ້າງ, ປັບປຸງ ແລະ ປະກາດໃຊ້ ບັນຊີສິນຄ້ານຳໃຊ້ສອງດ້ານ ໃນແຕ່ລະໄລຍະ.

第ມາດຕາ 9条

第9条 两用物项出口和过境许可

旨在出口或过境两用物项的企业,必须向工业和贸易部申请许可,并按照本法令第11条的规定提交文件。

对于不在两用物项清单中的其他货物的出口或过境,在下列任一情况下,必须按照与两用物项相同的出口或过境程序进行:

1. 两用物项管理和检查机构通知出口商、过境商申请许可,如果有可靠信息表明该货物可能被直接或间接用于设计、开发、生产或使用大规模毁灭性武器或大规模毁灭性武器的运载系统;

2. 出口商、过境商知道或怀疑该货物可能被直接或间接用于设计、开发、生产或使用大规模毁灭性武器或大规模毁灭性武器的运载系统。

ພາສາລາວ (老挝语原文)

ມາດຕາ 9 ການຂໍອະນຸຍາດສົ່ງອອກ ແລະ ຜ່ານແດນສິນຄ້ານຳໃຊ້ສອງດ້ານ

ວິສາຫະກິດທີ່ມີຈຸດປະສົງສົ່ງອອກ ຫຼື ຜ່ານແດນສິນຄ້ານຳໃຊ້ສອງດ້ານ ຕ້ອງຂໍອະນຸຍາດຈາກກະຊວງອຸດສາຫະກຳ ແລະ ການຄ້າ ໂດຍປະກອບເອກະສານຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງດຳລັດສະບັບນີ້.

ສຳລັບການສົ່ງອອກ ຫຼື ຜ່ານແດນສິນຄ້າອື່ນທີ່ບໍ່ຢູ່ໃນບັນຊີສິນຄ້ານຳໃຊ້ສອງດ້ານ ຕ້ອງດຳເນີນຕາມຂັ້ນຕອນການສົ່ງອອກ ຫຼື ຜ່ານແດນຄືກັບສິນຄ້ານຳໃຊ້ສອງດ້ານ ໃນກໍລະນີໃດໜຶ່ງດັ່ງນີ້:

1. ອົງການຄຸ້ມຄອງ ແລະ ກວດກາສິນຄ້ານຳໃຊ້ສອງດ້ານ ແຈ້ງໃຫ້ຜູ້ສົ່ງອອກ, ຜູ້ຜ່ານແດນ ດຳເນີນການຂໍອະນຸຍາດ ຖ້າຫາກມີຂໍ້ມູນທີ່ເຊື່ອຖືໄດ້ວ່າ ສິນຄ້າດັ່ງກ່າວ ອາດຈະຖືກນຳໄປໃຊ້ ໂດຍກົງ ຫຼື ທາງອ້ອມ ເພື່ອອອກແບບ, ພັດທະນາ, ຜະລິດ ຫຼື ນຳໃຊ້ ເປັນອາວຸດທຳລາຍລ້າງຜານ ຫຼື ລະບົບນຳສົ່ງຂອງອາວຸດທຳລາຍລ້າງຜານ;

2. ຜູ້ສົ່ງອອກ, ຜູ້ຜ່ານແດນ ໄດ້ຮູ້ ຫຼື ສົງໄສວ່າ ສິນຄ້າດັ່ງກ່າວ ອາດຈະຖືກນຳໄປໃຊ້ ໂດຍກົງ ຫຼື ທາງອ້ອມ ເພື່ອອອກແບບ, ພັດທະນາ, ຜະລິດ ຫຼື ນຳໃຊ້ ເປັນອາວຸດທຳລາຍລ້າງຜານ ຫຼື ລະບົບນຳສົ່ງຂອງອາວຸດທຳລາຍລ້າງຜານ.

第ມາດຕາ 10条

第10条 申请许可证的文件
申请出口或过境两用物项许可证的文件包括:
1. 按照工贸部规定的格式提交的申请书;
2. 企业登记证副本;
3. 最终用户证明;
4. 说明两用物项的技术细节、特性和用途的文件;
5. 证明两用物项来源和获取的文件,如购销合同、订购单、报价单、货物清单和交货记录;
6. 在申请通用许可证的情况下,提供ICP标准证书;
7. 其他必要文件。

ພາສາລາວ (老挝语原文)

ມາດຕາ 10 ເອກະສານປະກອບການຂໍໃບອະນຸຍາດ
ເອກະສານປະກອບການຂໍໃບອະນຸຍາດສົ່ງອອກ ຫຼື ຜ່ານແດນ ສິນຄ້ານຳໃຊ້ສອງດ້ານ ປະກອບດ້ວຍ:
1. ຄຳຮ້ອງ ຕາມແບບພິມ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດ;
2. ສຳເນົາໃບທະບຽນວິສາຫະກິດ;
3. ໃບຢັ້ງຢືນຜູ້ນຳໃຊ້ສິນຄ້ານຳໃຊ້ສອງດ້ານສຸດທ້າຍ;
4. ເອກະສານແຈ້ງຂໍ້ມູນ ລາຍລະອຽດທາງດ້ານເຕັກນິກ, ຄຸນລັກສະນະ ແລະ ການນຳໃຊ້ສິນຄ້ານຳໃຊ້ສອງດ້ານ;
5. ເອກະສານຢັ້ງຢືນແຫຼ່ງທີ່ມາ ແລະ ການໄດ້ມາຂອງສິນຄ້ານຳໃຊ້ສອງດ້ານ ເປັນຕົ້ນ ສັນຍາຊື້ຂາຍ, ເອກະສານສັ່ງຊື້, ໃບແຈ້ງລາຄາ, ບັນຊີສິນຄ້າ ແລະ ບັນທຶກການຈັດສົ່ງ;
6. ໃບຢັ້ງຢືນມາດຕະຖານໄອຊີພີ ໃນກໍລະນີຂໍໃບອະນຸຍາດແບບກວມລວມ;
7. ເອກະສານອື່ນທີ່ຈຳເປັນ.

第ມາດຕາ 11条

第11条 许可证的审议

在收到正确和完整的证明文件后,工业和贸易部与相关部委、机构和地方行政机关协调审议颁发许可证。

在无法颁发许可证的情况下,必须以书面形式向申请人说明理由。

关于审议颁发许可证的详细程序、条件和时限另行规定。

ພາສາລາວ (老挝语原文)

ມາດຕາ 11 ການພິຈາລະນາອອກໃບອະນຸຍາດ

ພາຍຫຼັງໄດ້ຮັບເອກະສານປະກອບ ຢ່າງຖືກຕ້ອງ ແລະ ຄົບຖ້ວນແລ້ວ ກະຊວງອຸດສະຫະກຳ ແລະ ການຄ້າ ປະສານສົມທົບ ກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການພິຈາລະນາອອກໃບອະນຸຍາດ.

ໃນກໍລະນີ ບໍ່ສາມາດອອກໃບອະນຸຍາດໄດ້ ຕ້ອງແຈ້ງເຫດຜົນ ຢ່າງເປັນລາຍລັກອັກສອນ ໃຫ້ຜູ້ຂໍອະນຸຍາດ.

ຂັ້ນຕອນ, ເງື່ອນໄຂ ແລະ ກຳນົດເວລາລະອຽດ ກ່ຽວກັບການພິຈາລະນາອອກໃບອະນຸຍາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

第ມາດຕາ 12条

第12条 许可证

出口或过境两用物项的许可证包括:

1. 单项许可证(第166/ກຜທ号)可在一年内一次性使用,用于向一个最终用户出口或过境一种或多种两用物项;

2. 综合许可证(第1008/ກຜທ号)可在两年内多次使用,用于向一个或多个最终用户出口或过境一种或多种两用物项。

ພາສາລາວ (老挝语原文)

ມາດຕາ 12 ໃບອະນຸຍາດ

ໃບອະນຸຍາດ ສົ່ງອອກ ຫຼື ຜ່ານແດນ ສິນຄ້ານຳໃຊ້ສອງດ້ານ ປະກອບດ້ວຍ:

1. ໃບອະນຸຍາດແບບສະເພາະ (ສະບັບເລກທີ 166/ກຜທ) ສາມາດນຳໃຊ້ໄດ້ຄັ້ງດຽວ ພາຍໃນກຳນົດເວລາໜຶ່ງປີ ເພື່ອດຳເນີນການສົ່ງອອກ ຫຼື ຜ່ານແດນ ໜຶ່ງ ຫຼື ຫຼາຍ ປະເພດສິນຄ້ານຳໃຊ້ສອງດ້ານ ໄປຫາໜຶ່ງຜູ້ນຳໃຊ້ສິນຄ້ານຳໃຊ້ສອງດ້ານສຸດທ້າຍ;

2. ໃບອະນຸຍາດແບບກວມລວມ (ສະບັບເລກທີ 1008/ກຜທ) ສາມາດນຳໃຊ້ໄດ້ຫຼາຍຄັ້ງ ພາຍໃນກຳນົດເວລາສອງປີ ເພື່ອດຳເນີນການສົ່ງອອກ ຫຼື ຜ່ານແດນ ໜຶ່ງ ຫຼື ຫຼາຍ ປະເພດສິນຄ້ານຳໃຊ້ສອງດ້ານ ໄປຫາ ໜຶ່ງ ຫຼື ຫຼາຍ ຜູ້ນຳໃຊ້ສິນຄ້ານຳໃຊ້ສອງດ້ານສຸດທ້າຍ.

本页展示前 12 条,全文共 49 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译