ຂໍ້ຕົກລົງວ່າດ້ວຍ ກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ
协议关于禁毒防控基金
Agreement on Drug Prevention and Control Fund
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການການຄຸ້ມຄອງ ແລະ ນຳໃຊ້ກອງທຶນປ້ອງກັນ ແລະ ສະກັດກັ້ນຢາເສບຕິດແຂວງໄຊຍະບູລີ, ເພື່ອນຳໃຊ້ໃນການຄຸ້ມຄອງ, ປ້ອງກັນ, ສະກັດກັ້ນ ແລະ ຟື້ນຟູຜູ້ຕິດຢາເສບຕິດ, ໃຊ້ກັບບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງໃນແຂວງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ການຄຸ້ມຄອງ, ນຳໃຊ້ເງິນກອງທຶນຄວບຄຸມສະກັດກັນ ແລະ ຕ້ານຢາເສບຕິດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຄວບຄຸມສະກັດກັນ ລວມທັງການປິ່ນປົວ ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ຕິດຢາເສບຕິດ, ແນໃສ່ເຮັດໃຫ້ສັງຄົມພາຍໃນແຂວງ ໄຊຍະບູລີ ປອດຢາເສບຕິດ, ພົນລະເມືອງບັນດາເຜົ່າ ມີສຸຂະພາບແຂງແຮງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ເສດຖະກິດສັງຄົມຂອງແຂວງໄຊຍະບູລີ.
ມາດຕາ ມາດຕາ 2
ມາດຕາ 2 ກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ
ກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ແມ່ນການລວບລວມແຫຼ່ງລາຍຮັບ ເພື່ອມາໃຊ້ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ກ່ຽວກັບເຄື່ອນໄຫວວຽກງານ ຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ.
- ການຄວບຄຸມຢາເສບຕິດ ແມ່ນ ການກຳຈັດບໍ່ໃຫ້ບັນຫາຢາເສບຕິດແຜ່ລາມອອກໄປເປັນວົງກວ້າງ;
- ການສະກັດກັ້ນຢາເສບຕິດ ແມ່ນ ການເຄື່ອນໄຫວທີ່ອ້າງເງື່ອນໄຂກີດຂວາງຈຳກັດ, ກົດດັນບໍ່ໃຫ້ມີການເຄື່ອນໄຫວທາງລົບ, ຄຸກຄາມສ້າງຜົນສະທ້ອນເພີ່ມເຕີມແຜ່ລາມ;
- ການຕ້ານຢາເສບຕິດ ແມ່ນ ການເຄື່ອນໄຫວຂີດຂວາງ, ສູ້ຢັນ ແລະ ຕອບໂຕ້ກ່ຽວກັບບັນຫາການກະທຳທີ່ບໍ່ມີຄວາມຖືກຕ້ອງ ລະເມີດລະບຽບກົດໝາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ