ຂໍ້ຕົກລົງວ່າດ້ວຍ ປ້າຍສະຖານີລົດໄຟ
协议关于火车站标志
Agreement on Railway Station Signage
ບົດສະຫຼຸບ
ສັນຍາສະບັບນີ້ຄຸ້ມຄອງການຜະລິດ ແລະ ຕິດຕັ້ງປ້າຍສະຖານີລົດໄຟໃນລາວ, ຮຽກຮ້ອງໃຫ້ເນື້ອໃນປ້າຍຖືກຕ້ອງ, ສອດຄ່ອງກັບນະໂຍບາຍຂອງລັດ ແລະ ວັດທະນະທຳພື້ນເມືອງ, ແລະ ກຳນົດຄຳນິຍາມຂອງສະຖານີລົດໄຟສາກົນ ແລະ ທຳມະດາ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ປ້າຍສະຖານີລົດໄຟ
ປ້າຍສະຖານີລົດໄຟ ແມ່ນ ຜະລິດຕະພັນທີ່ສ້າງຂຶ້ນດ້ວຍ ຕົວອັກສອນ, ຕົວເລກ, ຮູບພາບ, ຮູບແຕ້ມ, ການພິມ, ຄັດຫຼື ແກະສະຫຼັກ ເພື່ອບົ່ງບອກ ຊື່ ແລະ ຈຸດທີ່ຕັ້ງ ຂອງສະຖານີລົດໄຟ.
ມາດຕາ ມາດຕາ 2
ມາດຕາ 2 ຫຼັກການອອກປ້າຍສະຖານີລົດໄຟ
ການອອກປ້າຍສະຖານີລົດໄຟ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ສອດຄອງກັບແນວທາງ ນະໂຍບາຍ, ກົດໝາຍ, ມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ;
2. ຮັບປະກັນຕອບສະໜອງເນື້ອໃນ ຄວາມຮູ້, ຂໍ້ມູນຂ່າວສານ, ການບໍລິການທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;
3. ຮັບປະກັນ ຄວາມເປັນຈິງ, ມີເນື້ອໃນ, ຮູບແບບ, ສີສັນ ແລະ ນຳໃຊ້ພາສາ ໃຫ້ຖືກຕ້ອງ;
4. ຮັບປະກັນຄວາມຖືກຕ້ອງຂອງ ຊື່ສະຖານີ, ມາດຕະຖານເຕັກນິກ ໂຄງສ້າງປ້າຍ, ການຕິດຕັ້ງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສວຍງາມ.
ມາດຕາ ມາດຕາ 3
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວ ກ່ຽວກັບ ການຜະລິດ ແລະ ຕິດຕັ້ງ ປ້າຍສະຖານີລົດໄຟ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ