协议关于火车站标志
ຂໍ້ຕົກລົງວ່າດ້ວຍ ປ້າຍສະຖານີລົດໄຟ
Agreement on Railway Station Signage
简介
该协议规范老挝境内火车站标志的生产与安装,要求标志内容真实、符合国家政策与文化传统,并明确国际与普通火车站的定义。
Summary
This agreement regulates the production and installation of station signs in Laos, requiring that sign content be truthful, comply with national policies and cultural traditions, and clearly defines international and ordinary railway stations.
ບົດສະຫຼຸບ
ສັນຍາສະບັບນີ້ຄຸ້ມຄອງການຜະລິດ ແລະ ຕິດຕັ້ງປ້າຍສະຖານີລົດໄຟໃນລາວ, ຮຽກຮ້ອງໃຫ້ເນື້ອໃນປ້າຍຖືກຕ້ອງ, ສອດຄ່ອງກັບນະໂຍບາຍຂອງລັດ ແລະ ວັດທະນະທຳພື້ນເມືອງ, ແລະ ກຳນົດຄຳນິຍາມຂອງສະຖານີລົດໄຟສາກົນ ແລະ ທຳມະດາ.
条文
第ມາດຕາ 1条
第2条 火车站标志
火车站标志是指用文字、数字、图片、图画、印刷、雕刻或刻制而成的产品,用于标明火车站的名称和位置。
ພາສາລາວ (老挝语原文)
ມາດຕາ 2 ປ້າຍສະຖານີລົດໄຟ
ປ້າຍສະຖານີລົດໄຟ ແມ່ນ ຜະລິດຕະພັນທີ່ສ້າງຂຶ້ນດ້ວຍ ຕົວອັກສອນ, ຕົວເລກ, ຮູບພາບ, ຮູບແຕ້ມ, ການພິມ, ຄັດຫຼື ແກະສະຫຼັກ ເພື່ອບົ່ງບອກ ຊື່ ແລະ ຈຸດທີ່ຕັ້ງ ຂອງສະຖານີລົດໄຟ.
第ມາດຕາ 2条
第2条 火车站牌原则
火车站牌的发放必须遵循以下基本原则:
1. 符合国家的方针政策、法律、优良文化传统和风俗习惯;
2. 确保满足社会在维护和建设国家发展方面的知识、信息、新闻和有益服务的内容;
3. 确保真实性,内容、形式、颜色和语言使用正确;
4. 确保站名、技术标准、牌匾结构、安装、安全、社会秩序、环境保护和美观的正确性。
ພາສາລາວ (老挝语原文)
ມາດຕາ 2 ຫຼັກການອອກປ້າຍສະຖານີລົດໄຟ
ການອອກປ້າຍສະຖານີລົດໄຟ ຕ້ອງປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:
1. ສອດຄອງກັບແນວທາງ ນະໂຍບາຍ, ກົດໝາຍ, ມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ;
2. ຮັບປະກັນຕອບສະໜອງເນື້ອໃນ ຄວາມຮູ້, ຂໍ້ມູນຂ່າວສານ, ການບໍລິການທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;
3. ຮັບປະກັນ ຄວາມເປັນຈິງ, ມີເນື້ອໃນ, ຮູບແບບ, ສີສັນ ແລະ ນຳໃຊ້ພາສາ ໃຫ້ຖືກຕ້ອງ;
4. ຮັບປະກັນຄວາມຖືກຕ້ອງຂອງ ຊື່ສະຖານີ, ມາດຕະຖານເຕັກນິກ ໂຄງສ້າງປ້າຍ, ການຕິດຕັ້ງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສວຍງາມ.
第ມາດຕາ 3条
第3条 适用范围
本协议适用于在老挝人民民主共和国境内从事铁路车站标牌生产和安装的相关国内外法人及组织。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວ ກ່ຽວກັບ ການຜະລິດ ແລະ ຕິດຕັ້ງ ປ້າຍສະຖານີລົດໄຟ ຢູ່ ສປປ ລາວ.
第ມາດຕາ 4条
第4条 火车站
火车站是接送旅客和货物的场所,配备有便利旅客和货物运输服务的设施,由站长负责管理并按照铁路运行规章准许列车进出。
火车站有两种形式如下:
1. 国际火车站;
2. 普通火车站。
ພາສາລາວ (老挝语原文)
ມາດຕາ 4 ສະຖານີລົດໄຟ
ສະຖານີລົດໄຟ ແມ່ນ ສະຖານທີ່ຮັບສົ່ງ ຜູ້ໂດຍສານ ແລະ ສິນຄ້າ ປະກອບດ້ວຍສິ່ງອຳນວຍຄວາມສະດວກໃຫ້ແກ່ການບໍລິການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ, ຊຶ່ງມີ ຫົວໜ້າສະຖານີ ເປັນຜູ້ຄວບຄຸມ ແລະ ອະນຸຍາດໃຫ້ລົດໄຟແລ່ນເຂົ້າ-ອອກ ຕາມລະບຽບການແລ່ນລົດໄຟ.
ສະຖານີລົດໄຟ ມີ ສອງ ຮູບແບບ ດັ່ງນີ້:
1. ສະຖານີລົດໄຟສາກົນ;
2. ສະຖານີລົດໄຟທົ່ວໄປ.
第ມາດຕາ 5条
第5条 国际火车站
国际火车站是位于国家边境的地点,用于通过铁路运送旅客和货物,设有海关管理、出入境警察、动植物检疫系统,由站长控制和授权火车按照铁路运行规定进出。例如:博登国际火车站。
ພາສາລາວ (老挝语原文)
ມາດຕາ 5 ສະຖານີລົດໄຟສາກົນ
ສະຖານີລົດໄຟສາກົນ ແມ່ນ ສະຖານທີ່ຕັ້ງຢູ່ຊາຍແດນ ລະຫວ່າງປະເທດ ເພື່ອຮັບສົ່ງ ຜູ້ໂດຍສານ ແລະ ສິນຄ້າ ທາງລົດໄຟ, ຊຶ່ງມີ ລະບົບຄຸ້ມຄອງພາສີ, ຕຳຫຼວດກວດຄົນເຂົ້າອອກເມືອງ, ກັກກັນພືດ ແລະ ສັດ ໂດຍມີຫົວໜ້າສະຖານີເປັນຜູ້ ຄວບຄຸມ ແລະ ອະນຸຍາດໃຫ້ລົດໄຟແລ່ນເຂົ້າອອກ ຕາມລະບຽບການແລ່ນລົດໄຟ. ຕົວຢ່າງ: ສະຖານີລົດໄຟສາກົນບໍ່ເຕນ.
第ມາດຕາ 6条
第6条 国际火车站
国际火车站是指位于边境地区或国家间连接点的火车站,由站长管理和授权列车按照铁路运行规章和铁路运输法进出。例如:琅勃拉邦火车站。
ພາສາລາວ (老挝语原文)
ມາດຕາ 6 ສະຖານີລົດໄຟສາກົນ
ສະຖານີລົດໄຟສາກົນ ແມ່ນ ສະຖານີລົດໄຟທີ່ຕັ້ງຢູ່ໃນເຂດຊາຍແດນ ຫຼື ຈຸດເຊື່ອມຕໍ່ລະຫວ່າງປະເທດ, ຊຶ່ງມີຫົວໜ້າສະຖານີເປັນຜູ້ຄຸມຄອງ ແລະ ອະນຸຍາດໃຫ້ລົດໄຟແລ່ນເຂົ້າອອກຕາມລະບຽບການແລ່ນລົດໄຟ ແລະ ກົດໝາຍວ່າດ້ວຍການຂົນສົ່ງທາງລົດໄຟ. ຕົວຢ່າງ: ສະຖານີລົດໄຟຫຼວງພະບາງ.
第ມາດຕາ 7条
第7条 火车站类型
火车站有以下两种类型:
1. 客运火车站;
2. 货运火车站。
ພາສາລາວ (老挝语原文)
ມາດຕາ 7 ປະເພດສະຖານີລົດໄຟ
ສະຖານີລົດໄຟ ມີ ສອງ ປະເພດ ດັ່ງນີ້:
1. ສະຖານີລົດໄຟຂົນສົ່ງຜູ້ໂດຍສານ;
2. ສະຖານີລົດໄຟຂົນສົ່ງສິນຄ້າ.
第ມາດຕາ 8条
第8条 旅客铁路车站
旅客铁路车站是专门用于铁路旅客运输的车站,包括停车、停放、编组、列车换挂、旅客上下、会让、通过、换乘、客车车厢编组、行李房、控制与检查技术室、办公室、信息系统、候车室、服务场所、售票处、站台、停车场、车站通道、仓库以及为残疾旅客等提供的便利设施。例如:万象首都火车站。
ພາສາລາວ (老挝语原文)
ມາດຕາ 8 ສະຖານີລົດໄຟຂົນສົ່ງຜູ້ໂດຍສານ
ສະຖານີລົດໄຟຂົນສົ່ງຜູ້ໂດຍສານ ແມ່ນສະຖານທີ່ຮັບສົ່ງສະເພາະຜູ້ໂດຍສານທາງລົດໄຟ, ຊຶ່ງປະກອບດ້ວຍ ສະຖານທີ່ຈອດ, ພັກ, ຕໍ່ພວງ, ສັບປ່ຽນຂະບວນລົດໄຟ, ຮັບສົ່ງຜູ້ໂດຍສານ, ຫຼີກ, ຜ່ານ, ແທນຂຶ້ນລົງ, ຈັດຕູ້ໂດຍສານ, ຫ້ອງມ້ຽນອຸປະກອນ, ຫ້ອງບັນຊາຄວບຄຸມ ແລະ ກວດກາເຕັກນິກ, ຫ້ອງການ, ລະບົບບໍລິການຂ່າວສານ, ຫ້ອງລໍຖ້າຜູ້ໂດຍສານ, ສະຖານທີ່ບໍລິການ, ຫ້ອງຂາຍປີ້, ເດີ່ນ, ລານຈອດລົດ, ທາງເຂົ້າຫາສະຖານີ, ສາງ ແລະ ສິ່ງອຳນວຍຄວາມສະດວກ ສຳລັບຜູ້ໂດຍສານທີ່ເປັນຄົນພິການ ແລະ ອື່ນໆ. ຕົວຢ່າງ: ສະຖານີລົດໄຟນະຄອນຫຼວງວຽງຈັນ.
第ມາດຕາ 9条
第9条 铁路货运站
铁路货运站是专门接收和发送铁路货物的车站,包括停车、停放、编组、会让、通过列车、摆放集装箱、装卸、转运、收发、储存货物、技术检查、办公室、信息服务系统、停车场、停车坪、进站道路、仓库、集装箱堆场、控制室和设备储藏室等设施。
ພາສາລາວ (老挝语原文)
ມາດຕາ 9 ສະຖານີລົດໄຟຂົນສົ່ງສິນຄ້າ
ສະຖານີລົດໄຟຂົນສົ່ງສິນຄ້າ ແມ່ນ ສະຖານີທີ່ຮັບສົ່ງສະເພາະສິນຄ້າທາງລົດໄຟ, ຊຶ່ງປະກອບດ້ວຍສະຖານທີ່ຈອດ, ພັກ, ສັບປ່ຽນ, ຫຼີກ, ຜ່ານຂະບວນລົດໄຟ, ຈັດວາງຕູ້ສິນຄ້າ, ບັນຈຸ, ຂຽນຖາຍ, ຮັບສົ່ງ, ເກັບຮັກສາສິນຄ້າ, ກວດກາເຕັກນິກ, ຫ້ອງການ, ລະບົບບໍລິການຂໍ້ມູນຂ່າວສານ, ເດີ່ນ, ລານຈອດລົດ, ທາງເຂົ້າຫາສະຖານີ, ສາງສິນຄ້າ, ລານວາງຕູ້ສິນຄ້າ, ຫ້ອງບັນຊາຄວບຄຸມ ແລະ ຫ້ອງເກັບມ້ຽນອຸປະກອນ.
第ມາດຕາ 10条
第10条 火车站标志的种类
火车站标志有以下两种:
1. 书写、雕刻或镌刻的标志;
2. 电子标志。
ພາສາລາວ (老挝语原文)
ມາດຕາ 10 ຊະນິດປ້າຍສະຖານີລົດໄຟ
ປ້າຍສະຖານີລົດໄຟ ມີ ສອງ ຊະນິດ ດັງນີ້:
1. ປ້າຍ ຂຽນ, ຄວັດ ຫຼື ແກະສະຫຼັກ;
2. ປ້າຍເອເລັກໂຕຣນິກ.
第ມາດຕາ 11条
第11条 书写、雕刻或镌刻的标牌
书写、雕刻或镌刻的标牌是指经过使用特定艺术技术材料和工艺过程,在木材、大理石和其他物体上书写、雕刻或镌刻成文字和标志的标牌。
ພາສາລາວ (老挝语原文)
ມາດຕາ 11 ປ້າຍຂຽນ, ຄວັດ ຫຼື ແກະສະຫຼັກ
ປ້າຍຂຽນ, ຄວັດ ຫຼື ແກະສະຫຼັກ ແມ່ນ ປ້າຍທີ່ໄດ້ຜ່ານຂະບວນການໃຊ້ວັດຖຸປະກອນເຕັກນິກສະເພາະດ້ານວິຈິດສິນມາ ຂຽນ, ຄວັດ ຫຼື ແກະສະຫຼັກ ໃສ່ ໄມ້, ຫີນອ່ອນ ແລະ ວັດຖຸອື່ນ ເປັນ ຕົວໜັງສື ແລະ ເຄື່ອງໝາຍ.
第ມາດຕາ 12条
第12条 电子标牌
电子标牌是指利用电力安装的标牌,形式包括显示屏、电箱、彩色灯光计算机系统,具有动态或静态图像,包含文字和符号的信息。
ພາສາລາວ (老挝语原文)
ມາດຕາ 12 ປ້າຍເອເລັກໂຕຣນິກ
ປ້າຍເອເລັກໂຕຣນິກ ແມ່ນ ປ້າຍທີ່ນຳໃຊ້ໄຟຟ້າເຂົ້າໃນການຕິດຕັ້ງ ໃນຮູບແບບ ຈໍພາບ, ຕູ້ໄຟຟ້າ, ລະບົບຄອມພິວເຕີທີ່ມີແສງສີ ໂດຍມີພາບ ເຄື່ອນໄຫວ ຫຼື ບໍ່ເຄື່ອນໄຫວ ທີ່ບັນຈຸຂໍ້ມູນຂ່າວສານ ເປັນ ຕົວໜັງສື ແລະ ເຄື່ອງໝາຍ.
本页展示前 12 条,全文共 32 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读