ຂໍ້ຕົກລົງວ່າດ້ວຍ ການຂື້ນທະບຽນ ແລະ ການຢັ້ງຢືນກວດສອບຖັງບັນຈຸນ້ຳມັນເຊື້ອໄຟໃນສາງ ແລະ ປ້ຳ
协议关于油库和加油站燃油储罐登记与认证检验
Agreement on Registration and Certification Inspection of Fuel Storage Tanks at Oil Depots and Gas Stations
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຈົດທະບຽນ, ການກວດກາ ແລະ ການຮັບຮອງຖັງເກັບນ້ຳມັນເຊື້ອໄຟຢູ່ສາງນ້ຳມັນ ແລະ ສະຖານີບໍລິການນ້ຳມັນໃນລາວ, ເນັ້ນໃສ່ການຮັບປະກັນວ່າຖັງເກັບນ້ຳມັນຕອບສະໜອງມາດຕະຖານການວັດແທກ ແລະ ການຄຸ້ມຄອງຂັ້ນຕອນຢ່າງຖືກຕ້ອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຂຶ້ນທະບຽນ ແລະ ການຢັ້ງຢືນກວດສອບຖັງບັນຈຸນໍ້າມັນເຊື້ອໄຟໃນສາງ ແລະ ປ້າມ
ການຂຶ້ນທະບຽນ ແລະ ການຢັ້ງຢືນກວດສອບບໍລິມາດຖັງບັນຈຸນໍ້າມັນເຊື້ອໄຟໃນສາງ ແລະ ປ້າມ ແມ່ນການຕິດຕາມ, ຂຶ້ນທະບຽນ, ແລະ ຢັ້ງຢືນການກວດສອບຖັງບັນຈຸນໍ້າມັນເຊື້ອໄຟ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຫຼັກການ ແລະ ລະບຽບການ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຖັງບັນຈຸນໍ້າມັນເຊື້ອໄຟ ໝາຍເຖິງ ພາຊະນະທີ່ໃຊ້ບັນຈຸ ເກັບຮັກສານໍ້າມັນເຊື້ອໄຟ ຢູ່ສາງ ແລະ ປ່າ;
2. ການກວດສອບ ໝາຍເຖິງ ການດຳເນີນການວັດແທກຄວາມຖືກຕ້ອງຂອງຖັງ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ໃຊ້ພາຍໃນຖັງ;
3. ການກວດຄືນ ໝາຍເຖິງ ການດຳເນີນການກວດສອບຄືນໃໝ່ຂອງຖັງ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ຜະລິດ ແລະ ນຳໃຊ້ ເພື່ອຢັ້ງຢືນຄວາມຖືກຕ້ອງຕາມແມ່ແບບວັດແທກ;
4. ເອທີຈີ ໝາຍເຖິງ ລະບົບວັດແທກແບບດີຈີຕອນ;
5. ເຈົ້າໜ້າທີ່ ໝາຍເຖິງ ພະນັກງານກວດສອບທີ່ໄດ້ຮັບການແຕ່ງຕັ້ງເປັນລາຍລັກອັກສອນ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງຖັງບັນຈຸນໍ້າມັນເຊື້ອໄຟ;
6. ໃບຢັ້ງຢືນຂຶ້ນທະບຽນຖັງບັນຈຸນໍ້າມັນເຊື້ອໄຟ ໝາຍເຖິງ ເອກະສານຮັບຮູ້ຢ່າງເປັນທາງການ ກ່ຽວກັບການຂຶ້ນທະບຽນຂອງຖັງບັນຈຸນໍ້າມັນເຊື້ອໄຟ;
7. ໃບຢັ້ງຢືນກວດສອບຖັງບັນຈຸນໍ້າມັນເຊື້ອໄຟ ໝາຍເຖິງ ເອກະສານຮັບຮູ້ທາງການ ໃນການຢັ້ງຢືນການກວດສອບ ຖັງບັນຈຸນໍ້າມັນເຊື້ອໄຟ.
ມາດຕາ ມາດຕາ 3
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ