协议关于油库和加油站燃油储罐登记与认证检验
ຂໍ້ຕົກລົງວ່າດ້ວຍ ການຂື້ນທະບຽນ ແລະ ການຢັ້ງຢືນກວດສອບຖັງບັນຈຸນ້ຳມັນເຊື້ອໄຟໃນສາງ ແລະ ປ້ຳ
Agreement on Registration and Certification Inspection of Fuel Storage Tanks at Oil Depots and Gas Stations
简介
该法规调整老挝境内油库及加油站燃油储罐的登记、检验与认证,核心是确保储罐符合测量标准并规范管理流程。
Summary
This regulation governs the registration, inspection, and certification of fuel storage tanks at oil depots and gas stations in Laos, focusing on ensuring tanks meet measurement standards and standardizing management procedures.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຈົດທະບຽນ, ການກວດກາ ແລະ ການຮັບຮອງຖັງເກັບນ້ຳມັນເຊື້ອໄຟຢູ່ສາງນ້ຳມັນ ແລະ ສະຖານີບໍລິການນ້ຳມັນໃນລາວ, ເນັ້ນໃສ່ການຮັບປະກັນວ່າຖັງເກັບນ້ຳມັນຕອບສະໜອງມາດຕະຖານການວັດແທກ ແລະ ການຄຸ້ມຄອງຂັ້ນຕອນຢ່າງຖືກຕ້ອງ.
条文
第ມາດຕາ 1条
第2条 登记与检验认证
仓库和加油站内燃油储罐的登记与检验认证是指对仓库和加油站内燃油储罐进行跟踪、登记和检验认证,以确保其准确符合原则和规定。
ພາສາລາວ (老挝语原文)
ມາດຕາ 2 ການຂຶ້ນທະບຽນ ແລະ ການຢັ້ງຢືນກວດສອບຖັງບັນຈຸນໍ້າມັນເຊື້ອໄຟໃນສາງ ແລະ ປ້າມ
ການຂຶ້ນທະບຽນ ແລະ ການຢັ້ງຢືນກວດສອບບໍລິມາດຖັງບັນຈຸນໍ້າມັນເຊື້ອໄຟໃນສາງ ແລະ ປ້າມ ແມ່ນການຕິດຕາມ, ຂຶ້ນທະບຽນ, ແລະ ຢັ້ງຢືນການກວດສອບຖັງບັນຈຸນໍ້າມັນເຊື້ອໄຟ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຫຼັກການ ແລະ ລະບຽບການ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 燃油储罐 指用于在仓库和森林中储存燃油的容器;
2. 检验 指对储罐、测量仪器及设备进行测量准确性的操作;
3. 复检 指对已生产并使用的储罐、测量仪器及设备进行再次检验,以确认其符合测量标准的准确性;
4. ATG 指数字测量系统;
5. 官员 指由工业和贸易部门书面任命、负责管理燃油储罐的检查人员;
6. 燃油储罐登记证书 指关于燃油储罐登记的正式认可文件;
7. 燃油储罐检验证书 指用于证明燃油储罐检验的正式认可文件。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຖັງບັນຈຸນໍ້າມັນເຊື້ອໄຟ ໝາຍເຖິງ ພາຊະນະທີ່ໃຊ້ບັນຈຸ ເກັບຮັກສານໍ້າມັນເຊື້ອໄຟ ຢູ່ສາງ ແລະ ປ່າ;
2. ການກວດສອບ ໝາຍເຖິງ ການດຳເນີນການວັດແທກຄວາມຖືກຕ້ອງຂອງຖັງ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ໃຊ້ພາຍໃນຖັງ;
3. ການກວດຄືນ ໝາຍເຖິງ ການດຳເນີນການກວດສອບຄືນໃໝ່ຂອງຖັງ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ຜະລິດ ແລະ ນຳໃຊ້ ເພື່ອຢັ້ງຢືນຄວາມຖືກຕ້ອງຕາມແມ່ແບບວັດແທກ;
4. ເອທີຈີ ໝາຍເຖິງ ລະບົບວັດແທກແບບດີຈີຕອນ;
5. ເຈົ້າໜ້າທີ່ ໝາຍເຖິງ ພະນັກງານກວດສອບທີ່ໄດ້ຮັບການແຕ່ງຕັ້ງເປັນລາຍລັກອັກສອນ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງຖັງບັນຈຸນໍ້າມັນເຊື້ອໄຟ;
6. ໃບຢັ້ງຢືນຂຶ້ນທະບຽນຖັງບັນຈຸນໍ້າມັນເຊື້ອໄຟ ໝາຍເຖິງ ເອກະສານຮັບຮູ້ຢ່າງເປັນທາງການ ກ່ຽວກັບການຂຶ້ນທະບຽນຂອງຖັງບັນຈຸນໍ້າມັນເຊື້ອໄຟ;
7. ໃບຢັ້ງຢືນກວດສອບຖັງບັນຈຸນໍ້າມັນເຊື້ອໄຟ ໝາຍເຖິງ ເອກະສານຮັບຮູ້ທາງການ ໃນການຢັ້ງຢືນການກວດສອບ ຖັງບັນຈຸນໍ້າມັນເຊື້ອໄຟ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事燃油业务的个人、法人及组织,无论是国内还是国外。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ ຢູ່ ສປປ ລາວ.
第ມາດຕາ 4条
第4条 燃油容器类型
燃油容器包括以下两种类型:
1. 单切面型燃油容器;
2. 双切面型燃油容器。
ພາສາລາວ (老挝语原文)
ມາດຕາ 4 ປະເພດຖັງບັນຈຸນ້ຳມັນເຊື້ອໄຟ
ຖັງບັນຈຸນ້ຳມັນເຊື້ອໄຟ ປະກອບມີ ສອງ ປະເພດ ດັ່ງນີ້:
1. ຖັງບັນຈຸນ້ຳມັນເຊື້ອໄຟປະເພດໜ້າຕັດພຽງ;
2. ຖັງບັນຈຸນ້ຳມັນເຊື້ອໄຟປະເພດໜ້າຕັດສວດ.
第ມາດຕາ 5条
第5条 燃油储罐的形式
燃油储罐有以下形式:
1. 立式;
2. 地上卧式;
3. 半地下卧式;
4. 地下卧式。
ພາສາລາວ (老挝语原文)
ມາດຕາ 5 ຮູບແບບຂອງຖັງບັນຈຸນ້ຳມັນເຊື້ອໄຟ
ຖັງບັນຈຸນ້ຳມັນເຊື້ອໄຟ ມີ ສີ ຮູບແບບ ດັ່ງນີ້:
1. ຮູບແບບລວງຕັ້ງ;
2. ຮູບແບບລວງນອນເທິງໜ້າດິນ;
3. ຮູບແບບລວງນອນເຄິ່ງຖັງຝັງໃຕ້ດິນ;
4. ຮູບແບບລວງນອນໃຕ້ພື້ນດິນ.
第ມາດຕາ 6条
第6条 燃油储罐的组成
燃油储罐必须有必要的标识信息,位于垂直安装的燃油储罐上,如下:
1. 直径;
2. 高度、宽度、长度;
3. 产品类型或种类;
4. 储存容量;
5. 最后检查并获得批准的日期、月份、年份;
6. 适当的尺寸,易于看见和阅读。
ພາສາລາວ (老挝语原文)
ມາດຕາ 6 ອົງປະກອບຂອງຖັງບັນຈຸນ້ຳມັນເຊື້ອໄຟ
ຖັງບັນຈຸນ້ຳມັນເຊື້ອໄຟ ຕ້ອງມີປ້າຍບອກຂໍ້ມູນທີ່ຈຳເປັນ ຢູ່ຖັງບັນຈຸນ້ຳມັນເຊື້ອໄຟທີ່ຕິດຕັ້ງຕາມແນວຕັ້ງ ດັ່ງນີ້:
1. ເສັ້ນຜ່າສູນກາງ;
2. ຄວາມສູງ, ຄວາມກ້ວາງ, ຄວາມຍາວ;
3. ປະເພດ ຫຼື ຊະນິດຂອງຜະລິດຕະພັນ;
4. ບໍລິມາດບັນຈຸ;
5. ວັນ, ເດືອນ, ປີ, ທີ່ມີການກວດສອບຄັ້ງສຸດທ້າຍ ແລະ ໄດ້ຮັບອະນຸຍາດ;
6. ຂະໜາດທີ່ເໝາະສົມ, ສາມາດແນມເຫັນ ແລະ ອ່ານໄດ້ງ່າຍ.
第ມາດຕາ 7条
第7条 储罐计量设备
仓库和加油站的燃油储罐必须配备任何一种计量设备,例如带有浮子的量杆、量尺或数字计量系统,用于检查储罐中的燃油量。如果是量尺,每个储罐必须配备专用量尺,禁止互换使用。仓库和加油站的所有燃油储罐的计量设备必须每两年定期进行检验认证。
ພາສາລາວ (老挝语原文)
ມາດຕາ 7 ອຸປະກອນການວັດແທກປະຈຳຖັງ
ອຸປະກອນການວັດແທກປະຈຳຖັງ ບັນຈຸນ້ຳມັນເຊື້ອໄຟ ຢູ່ສາງ ແລະ ປ້າ ຕ້ອງມີອຸປະກອນໃດໜຶ່ງ ເປັນຕົ້ນ ແມັດກ້ອງທີ່ມີລູກດິງ, ແມັດຫຼາວ ຫຼື ລະບົບວັດແທກແບບດີຈີຕອນ ເພື່ອໃຊ້ໃນການກວດບໍລິມາດນ້ຳມັນເຊື້ອໄຟໃນຖັງ, ຖ້າເປັນແມັດຫຼາວໃຫ້ມີປະຈຳແຕ່ລະຖັງ ຫ້າມສະລັບປ່ຽນກັນ ແລະ ອຸປະກອນວັດແທກຖັງບັນຈຸນ້ຳມັນເຊື້ອໄຟ ຢູ່ສາງ ແລະ ປ້າ ທຸກຖັງຕ້ອງມີການກວດສອບຢັ້ງຢືນຖັງເປັນປະຈຳທຸກໆ ສອງ ປີ.
第ມາດຕາ 8条
第9条 燃油储罐登记
在老挝人民民主共和国境内从事燃油业务的个人、法人和组织,必须在首次使用储罐服务前,向标准和计量司进行燃油储罐登记。
登记仅进行一次,可在整个使用寿命期间使用。如有变更,必须重新修改燃油储罐登记证书。
对于在本协议生效前已使用的储罐,必须重新进行登记,以符合本协议的规定。
ພາສາລາວ (老挝语原文)
ມາດຕາ 9 ການຂຶ້ນທະບຽນຖັງບັນຈຸນ້ຳມັນເຊື້ອໄຟ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນທຸລະກິດ ນ້ຳມັນເຊື້ອໄຟ ຢູ່ໃນ ສປປ ລາວ ຕ້ອງຂຶ້ນທະບຽນຖັງບັນຈຸນ້ຳມັນເຊື້ອໄຟ ຈາກກົມມາດຕະຖານ ແລະ ວັດແທກ ກ່ອນນຳໃຊ້ບໍລິການຖັງຕິດຕັ້ງໃໝ່.
ການຂຶ້ນທະບຽນ ແມ່ນຂຶ້ນໄດ້ເທື່ອດຽວ ຊຶ່ງສາມາດນຳໃຊ້ຕະຫຼອດອາຍຸການໃຊ້ງານ ໃນກໍລະນີມີການປ່ຽນແປງ ແມ່ນຕ້ອງໄດ້ດັດແກ້ໃບຢັ້ງຢືນຂຶ້ນທະບຽນຖັງບັນຈຸນ້ຳມັນເຊື້ອໄຟຄືນໃໝ່.
ສຳລັບຖັງທີ່ໄດ້ນຳໃຊ້ ໄປແລ້ວໃນ ໄລຍະຜ່ານມາ ກ່ອນຂໍ້ຕົກລົງສະບັບນີ້ ຕ້ອງໄດ້ດຳເນີນການຂຶ້ນທະບຽນຄືນ ເພື່ອໃຫ້ສອດຄ່ອງຕາມຂໍ້ຕົກລົງສະບັບນີ້.
第ມາດຕາ 9条
第9条 燃料油罐注册所需文件
燃料油罐的注册必须提交以下文件:
1. 按照标准与计量司格式的申请表;
2. 企业登记证副本;
3. 营业执照副本;
4. 施工图纸;
5. 燃料油罐测量手册。
ພາສາລາວ (老挝语原文)
ມາດຕາ 9 ເອກະສານປະກອບການຂຶ້ນທະບຽນຖັງບັນຈຸນ້ຳມັນເຊື້ອໄຟ
ການຂຶ້ນທະບຽນຖັງບັນຈຸນ້ຳມັນເຊື້ອໄຟ ຕ້ອງປະກອບເອກະສານ ດັ່ງນີ້:
1. ໃບຄຳຮ້ອງ ຕາມແບບພິມຂອງກົມມາດຕະຖານ ແລະ ວັດແທກ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສຳເນົາໃບອະນຸຍາດດຳເນີນທຸລະກິດ;
4. ແຜນຜັງການກໍ່ສ້າງ;
5. ປຶ້ມຄູ່ມືການວັດແທກ ຖັງບັນຈຸນ້ຳມັນເຊື້ອໄຟ.
第ມາດຕາ 10条
第10条 申请登记燃油容器
燃油容器的生产商或进口商必须向标准与计量司提交登记申请,并附上以下文件:
1. 按规定格式填写的申请表;
2. 企业登记证或经营许可证副本;
3. 显示容器技术资料的文件,如:型号、尺寸、材料、厚度、容量等;
4. 来自认可实验室的测试或检验证书;
5. 容器的照片或模型;
6. 标准与计量司规定的其他文件。
ພາສາລາວ (老挝语原文)
ມາດຕາ 10 ການຍື່ນຄຳຮ້ອງຂໍຂຶ້ນທະບຽນຖັງບັນຈຸນ້ຳມັນເຊື້ອໄຟ
ຜູ້ຜະລິດ ຫຼື ຜູ້ນຳເຂົ້າຖັງບັນຈຸນ້ຳມັນເຊື້ອໄຟ ຕ້ອງຍື່ນຄຳຮ້ອງຂໍຂຶ້ນທະບຽນຕໍ່ກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍເອກະສານດັ່ງນີ້:
1. ໃບຄຳຮ້ອງຕາມແບບທີ່ກຳນົດ;
2. ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດປະກອບການ;
3. ເອກະສານສະແດງຂໍ້ມູນດ້ານວິຊາການຂອງຖັງບັນຈຸ ເຊັ່ນ: ແບບ, ຂະໜາດ, ວັດສະດຸ, ຄວາມໜາ, ຄວາມຈຸ, ແລະ ອື່ນໆ;
4. ໃບຢັ້ງຢືນການທົດສອບ ຫຼື ກວດສອບຈາກຫ້ອງທົດລອງທີ່ໄດ້ຮັບການຮັບຮອງ;
5. ຮູບຖ່າຍ ຫຼື ແບບຈຳລອງຂອງຖັງບັນຈຸ;
6. ເອກະສານອື່ນໆ ຕາມທີ່ກົມມາດຕະຖານ ແລະ ວັດແທກ ກຳນົດ.
第ມາດຕາ 11条
第11条 燃油储罐的认证检验
在老挝人民民主共和国境内从事燃油业务的个人、法人和组织,在投入使用前,必须获得标准与计量司对燃油储罐的认证检验。
对于新安装的燃油储罐。
对于在本协议生效前已使用的燃油储罐,必须重新进行燃油储罐检验,以符合本协议的规定。
ພາສາລາວ (老挝语原文)
ມາດຕາ 11 ການຢັ້ງຢືນກວດສອບຖັງບັນຈຸນ້ຳມັນເຊື້ອໄຟ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ ຢູ່ໃນ ສປປ ລາວ ຕ້ອງໄດ້ຮັບການຢັ້ງຢືນກວດສອບຖັງບັນຈຸນ້ຳມັນເຊື້ອໄຟ ຈາກກົມມາດຕະຖານ ແລະ ວັດແທກ ກ່ອນຈະນຳໃຊ້ບໍລິການ.
ສຳລັບຖັງບັນຈຸນ້ຳມັນເຊື້ອໄຟທີ່ຕິດຕັ້ງໃໝ່.
ສຳລັບຖັງບັນຈຸນ້ຳມັນເຊື້ອໄຟ ທີ່ໄດ້ນຳໃຊ້ໄປແລ້ວໃນໄລຍະຜ່ານມາກ່ອນຂໍ້ຕົກລົງສະບັບນີ້ມີຜົນສັກສິດ ຕ້ອງໄດ້ດຳເນີນການກວດສອບຖັງບັນຈຸນ້ຳມັນເຊື້ອໄຟຄືນ ເພື່ອໃຫ້ສອດຄ່ອງຕາມຂໍ້ຕົກລົງສະບັບນີ້.
第ມາດຕາ 12条
第12条 燃料油罐的检查方法
燃料油罐的检查有两种方法:
1. 通过用水或油进行实际测量检查;
2. 通过科学计算检查。
对于燃料油罐的检查,应按照已规定的燃料油罐检查方法手册执行。
ພາສາລາວ (老挝语原文)
ມາດຕາ 12 ວິທີການກວດສອບຖັງບັນຈຸນ້ຳມັນເຊື້ອໄຟ
ການກວດສອບຖັງບັນຈຸນ້ຳມັນເຊື້ອໄຟ ມີ ສອງ ວິທີຄື:
1. ການກວດສອບໂດຍການວັດຜອງຕົວຈິງດ້ວຍນ້ຳ ຫຼື ນ້ຳມັນ;
2. ການກວດສອບໂດຍການຄິດໄລ່ທາງວິທະຍາສາດ.
ສຳລັບການກວດສອບຖັງບັນຈຸນ້ຳມັນເຊື້ອໄຟ ໃຫ້ປະຕິບັດຕາມປຶ້ມຄູ່ມືແນະນຳວິທີການກວດສອບຖັງບັນຈຸນ້ຳມັນເຊື້ອໄຟທີ່ໄດ້ກຳນົດໄວ້.
本页展示前 12 条,全文共 29 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读