ຄຳສັ່ງ ກ່ຽວກັບການຫ້າມລ້ຽງ ຫຼື ປ່ອຍສັດນ້ຳຕ່າງຖິ່ນ ທີ່ມີຜົນກະທົບຕໍ່ສັດນ້ຳພື້ນເມືອງ ແລະ ລະບົບນິເວດແຫຼ່ງນໍ້າ

命令关于禁止养殖或放生影响本地水生动物及水域生态系统的外来水生动物

Order on Prohibition of Farming or Releasing Alien Aquatic Species Harmful to Local Aquatic Animals and Water Ecosystems

ບົດສະຫຼຸບ

ກົດໝາຍນີ້ຫ້າມການລ້ຽງ ຫຼື ປ່ອຍສັດນ້ຳຕ່າງຖິ່ນບາງຊະນິດ ເພື່ອປົກປ້ອງຊະນິດພັນທ້ອງຖິ່ນ ແລະ ລະບົບນິເວດແມ່ນ້ຳ, ກຳນົດໃຫ້ການນຳເຂົ້າ, ການລ້ຽງ, ການຄົ້ນຄວ້າ ແລະ ອື່ນໆ ຕ້ອງໄດ້ຮັບອະນຸຍາດ, ຜູ້ລະເມີດຈະຖືກລົງໂທດ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້ ເລກທີ.... ./ກປ
ນະຄອນຫຼວງວຽງຈັນ, ວັນທີ. /.3..1117 223
ຄຳສັ່ງ
ກ່ຽວກັບການຫ້າມລໍ້ຽງ ຫຼື ປ່ອຍສັດນຳຕ່າງຖິ່ນ ທີ່ມີຜົນກະທົບຕໍ່ສັດນຳພືນເມືອງ
ແລະ ລະບົບນີ້ເວດແຫຼ່ງນຳ

ເຖິງ: - ຫ້ອງການ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້;
- ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົວປະເທດ.

- ອີງຕາມ ກົດພາຍ ວ່າດ້ວຍການປະມົງ ສະບັບເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009;
- ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ
ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
- ອີງຕາມ ຫັງສືສະເຫຼື ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 4113/ກລປ, ລົງວັນທີ 06 ຕຸລາ 2023;
- ອີງຕາມ ການຄົ້ນຄວ້າ ແລະ ນຳສະເຫື ຂອງຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ຄັ້ງວັນທີ 10 ຕຸລາ 2023.

ການລ້ຽງສັດນ້ຳ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນປະກອບສ່ວນ ເຂົ້າໃນແຜນງານຄ້າປະກັນຄວາມໜັ້ນຄົງ ທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ໂດຍສະເພາະ ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ທີ່ເປັນແຫຼ່ງອາຫານ ແລະ ລາຍຮັບປະຈຳວັນ. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ສົ່ງເສີມການ ລ້ຽງ ແລະ ປົກປັກຮັກສາສັດນ້ຳ ລວມທັງສັດນໍຳພື້ນເມືອງ ແລະ ແນວພັນປັບປຸງຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ປະເທດເຮົາ ມີຜະລິດຕະພັນສັດນ້ຳ ສຳລັບບໍລິໂພກເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຕະຫຼອດມາ.
ເຖິງຢ່າງໃດກໍຕາມ ໃນການລ້ຽງສັດນໍ້າຂອງຊາວກະສິກອນ ທີ່ຜ່ານມາ ພວກເຮົາກໍ່ຍັງພົບບັນຫາ ໂດຍສະເພາະ ແມ່ນ ຍັງພົບເຫັນຜູ້ລ້ຽງສັດນໍ້າ ໄດ້ນຳເອົາສັດນໍ້າຕ່າງຖິ່ນ ເຂົ້າມາລ້ຽງໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງໄດ້ສ້າງຜົນກະທົບຕໍ່ ສັດນໍ້າພື້ນເມືອງ ແລະ ລະບົບນິເວດແຫຼ່ງນໍ້າ ເຊັ່ນ: ເປັນໂຕຍາດແຍ່ງພື້ນທີ່ ແລະ ອາຫານ, ແຜ່ເຊື້ອພະຍາດ, ກາຝາກ ສັດນໍ້າ, ເປັນໂຕທຳລາຍສັດນ້ຳພື້ນເມືອງ ແລະ ເຮັດໃຫ້ແຫຼ່ງນ້ຳທຳມະຊາດເສື່ອມໂຊມ, ກໍໃຫ້ເກີດການປ່ຽນແປງທາງ ພັນທຸກຳ ພ້ອມທັງສ້າງຜົນກະທົບ ຕໍ່ການພັດທະນາການລ້ຽງສັດນໍ້າທີ່ມີຢູ່ເດີມ. ສະນັ້ນ, ເພື່ອເປັນການປ້ອງກັນຜົນກະທົບ ແລະ ຄວາມເສຍຫາຍ ທີ່ເກີດຈາກການລ້ຽງສັດນ້ຳຕ່າງຖິ່ນເພີ່ມ ຂຶ້ນນັ້ນ. ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກ ຄຳສັ່ງ:
1. ໃຫ້ຫ້ອງການ, ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ໂຄສະນາ ເຜີຍແຜ່ ໃຫ້ການຈັດຕັ້ງ ທັງພາກລັດ, ຊາວກະສິກອນ ແລະ ຜູ້ປະກອບການ ໃນຂອບເຂດທົ່ວປະເທດຊາບ ກ່ຽວກັບ ຊະນິດສັດນໍ້າຕ່າງຖິ່ນ ທີ່ມີຜົນກະທົບຕໍ່ສັດນ້ຳພື້ນເມືອງ ແລະ ລະບົບນິເວດແຫຼ່ງນໍ້າ ແນໃສ່ໃຫ້ທຸກພາກສ່ວນຕ່າງໆ ເຝົາລະວັງ, ຕິດຕາມ, ລາຍງານ ແລະ ສະກັດກັນ ການລ້ຽງສັດນໍ້າຕ່າງຖິ່ນ ທີ່ກຳນົດໃນຕາຕະລາງ ລຸ່ມນີ້:

ແມ່ນຊື່ສັດນໍ້າ ພາສາລາວ ແລະ ພາສາຕ່າງປະເທດ ຮູບພາບສັດນໍ້າ
ລ/ດ ຊື່ສັດນໍ້າ ພາສາຕ່າງປະເທດ
ລາວ
1 ປາບນໍຄາງດຳ (Clarias batrachus)
2 ປາພໍມາຍັນ (Piaractus brachypomus)
3 ປານໍບັດເຕີ (Oreochromis niloticus)
4 ປາໂກໄລເອັດ (Ctenopharyngodon idella)
5 ປາຄໍອາເມຊອນ (Arapaima gigas)
ປາດູດຝູນ
ປາວີ ຫຼື ປາຕຸກເປັດ
ປາຫູຊ້າງ ຫຼື ປາແຊດຕາເວັນຕົກ
ປາລາເມັດນ້ຳຈືດ
ປາປີຣັນຢາ
ປາທຸກຊະນິດທີ່ຖືກຕັດແຕ່ງພັນທຸກຳ
ປູຂົນຈີນ
ຫອຍມຸກນ້ຳຈືດ

ໃຫ້ ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການ ປະສານສົມທົບ ກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ດຳເນີນການເກືອດຫ້າມ ນຳເຂົ້າ, ປ່ອຍ ແລະ ລ້ຽງສັດນ້ຳ ທີ່ກຳນົດໃນຂໍ້ 1 ລົງແຫຼ່ງນ້ຳທຳມະຊາດ ຫຼື ອ່າງເກັບນ້ຳຕ່າງໆ ຢ່າງເດັດຂາດ;
ໃຫ້ ດ່ານກວດກາສັດຕະວະແພດສາກົນ ແຈ້ງໃຫ້ ຜູ້ນຳເຂົ້າ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຊາບ ກ່ຽວກັບ ການ
ຫ້າມນຳເຂົາສັດນຳຕ່າງຖິ່ນ ທີ່ລະບຸຢູ່ໃນ ຂໍ້ 1 ຂອງຄຳສັ່ງສະບັບນີ້ ເຂົ້າມາ ສປປ ລາວ, ຖ້າພົບເຫັນການລະເມີດ ໃຫ້ດຳເນີນມາດຕະການກັກ, ໃຫ້ສົ່ງກັບຄືນ ຫຼື ທຳລາຍ ຕາມລະບຽບການ ຢ່າງເຂັ້ມງວດ;

ໃຫ້ ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເພີ່ມທະວີການຕິດຕາມ ແລະ ກວດກາ ການລ້ຽງສັດນຳຕ່າງຖິ່ນ ຫາກພົບເຫັນມີການລ້ຽງ ໃຫ້ຜູ້ລ້ຽງມາຂໍອະນຸຍາດ ນຳກົມລ້ຽງສັດ ແລະ ການປະມົງ ຕາມລະບຽບການ;

ກໍລະນີ ປະຊາຊົນໄປຫາສັດນຳ ຫາກຈັບໄດ້ສັດນຳຕ່າງຖິ່ນ ຫຼື ພົບສັດນຳຕ່າງຖິ່ນ ປະປົນເຂົ້າມາໃນຟາມ ແລະ ບ່ອນລ້ຽງໂດຍບໍ່ເຈດຕະນາ ໃຫ້ນຳໄປບໍລິໂພກ ຫຼື ທຳລາຍ;
ກໍລະນີ ອົງການຈັດຕັ້ງ ຫຼື ສະຖາບັນ ມີຈຸດປະສົງຈະສຶກສາຄົ້ນຄວ້າສັດນໍ້າຕ່າງຖິ່ນ ໃຫ້ຂໍອະນຸຍາດນຳ ກົມລ້ຽງສັດ ແລະ ການປະມົງ ຕາມຂັ້ນຕອນ ແລະ ລະບຽບການ ທີ່ ກະຊວງກະສິກຳ ແລະ ປ່າໄມ້ ກຳນົດ;
ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງ ສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປະສານສົມທົບຊຶ່ງກັນ ແລະ ກັນ ເພື່ອ
ຈັດຕັ້ງຜັນຂະຫຍາຍ ຄຳສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ, ພ້ອມທັງມີການສະຫຼຸບລາຍງານ ແລະ ຖອດຖອນ
ບົດຮຽນ ໃນການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ.

ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ